ທ່ານໝໍ ຫງວຽນເຖຮວ່າງ ກັບການຜ່ານຕັດ ເຂົ້າສູ່ປະຫວັດສາດການແພດຂອງໂລກ

(VOVWORLD) -ປີ 2020 ຫວຽດນາມ ໄດ້ຢັ້ງຢືນຂີດໝາຍໃໝ່ ໃນພື້ນຖານແພດສາດໂລກ ຂະນະທີ່ໄດ້ປະຕິບັດການຜ່າຕັດຕໍ່ແຂນຄັ້ງທຳອິດ ຈາກຜູ້ບໍລິຈາກຍັງມີຊິວິດຢູ່ໃນໂລກ ຢ່າງສຳເລັດຜົນ. ທ່ານໝໍປະຕິບັດການຜ່າຕັດນັ້ນແມ່ນສາດສະດາຈານ ປອ ຫວຽນເຖຮວ່າງ ຮອງຜູ້ອຳນວຍການໂຮງໝໍເສນາຮັກ 108. ທ່ານເຄີຍແມ່ນຊາວ ຫວຽດນາມ ຄົນທຳອິດ ແລະ ແມ່ນຊາວອາຊີຄົນທີສີ່ ໄດ້ຮັບລາງວັນວິທະຍາສາດທີ່ປະເສີດເລີດລ້ຳຂອງ ສະຫະພັນເຢຍລະມັນ.
ທ່ານໝໍ ຫງວຽນເຖຮວ່າງ ກັບການຜ່ານຕັດ ເຂົ້າສູ່ປະຫວັດສາດການແພດຂອງໂລກ - ảnh 1 ສາດສະດາຈານ ປອ, ທ່ານໝໍ ຫວຽນເຖຮວ່າງ 

ປີ 2008 ບັນດາສຳນັກຂ່າວສານສາກົນ ໄດ້ພ້ອມກັນໃຫ້ຂ່າວກ່ຽວກັບກໍລະນີຜ່າຕັດຕໍ່ສອງແຂນຢູ່ ເຢຍລະມັນ. ຄາວນັ້ນທ່ານໝໍ ຫວຽນເຖຮວ່າງ ພວມກະກຽມການປ້ອງກັນບົດວິທະຍານິພົນ ປະລິນຍາເອກວິທະຍາ ແລະ ແມ່ນໜຶ່ງໃນຈຳນວນທ່ານໝໍ 5 ຄົນຮັບຜິດຊອບການຜ່າຕັດນີ້ຢ່າງສຳເລັດຜົນ. ປີ 2013 ເມື່ອໄດ້ກັບຄືນເຮັດວຽກຢູ່ໂຮງໝໍເສນາຮັກ 108, ທ່ານໝໍ ຮວ່າງ ຍາມໃດກໍ່ມີຄວາມຫວັງຈະມີມື້ໃດມື້ໜຶ່ງ ມີໂອກາດປະຕິບັດເຕັກນິກຜ່າຕັດນີ້ຢູ່ ຫວຽດນາມ.  ແລະ ຕົ້ນປີ 2020 ກໍລະນີຜ່າຕັດຕໍ່ແຂນຈາກຜູ້ບໍລິຈາກທີ່ຍັງມີຊີວິດ ຄົນທຳອິດໃນໂລກ ໄດ້ຮັບການປະຕິບັດຢ່າງສຳເລັດຜົນ ຈາກທ່ານໝໍ ຫວຽນເຖຮວ່າງ ແລະ ເພື່ອນຮ່ວມອາຊີບ. ອ້າຍ ຟ້າມວັນເວືອງ ຢູ່ ຫວິງກວິ່ງ ແທັງຈີ່ ຮ່າໂນ້ຍ, ຜູ້ໄດ້ຮັບການຜ່າຕັດຕໍ່ແຂນ ເລົ່າຄືນສູ່ຟັງວ່າ:

 “ໃນຄ່ຳຄືນມື້ໜຶ່ງ, ທ່ານໝໍ ຮວ່າງ ໄດ້ໂທລະສັບແຈ້ງໃຫ້ຊາບມີກໍລະນີບໍລິຈາກແຂນ, ດັ່ງນັ້ນໄດ້ນັດຂ້າພະເຈົ້າໃນຕອນເຊົ້າມື້ຕໍ່ມາ ຈົ່ງໄປໂຮງໝໍເພື່ອປະຕິບັດການວິໄຈຈຳນວນໜຶ່ງ ແລະ ຖ້າຫາກແທດເໝາະ ກໍ່ສາມາດປະຕິບັດການຜ່າຕັດໄດ້ເລີຍ. ອີກສີ່ວັນໃນຕອນເຊົ້າ, ການຜ່າຕັດຕໍ່ແຂນໃຫ້ອ້າຍ ເວືອງ ໄດ້ເລີ່ມປະຕິບັດ. ຮອດຄາວຂ້າພະເຈົ້າເປີດຕາ ເຫັນແຂນໃໝ່ໄດ້ຮັບການຜ່າຕັດຕໍ່ແລ້ວ. ຂ້າພະເຈົ້າດີໃຈຫຼາຍ”.

ພາຍຫຼັງການຜ່າຕັດ, ສາດສະດາຈານ ຮວ່າງ ໄດ້ມາລະດົມກຳລັງໃຈໃນທຸກເວລາ ແລະ ແນະນຳໃຫ້ອ້າຍ ເວືອງ ວິທີຝຶກແອບເພື່ອຟື້ນຟູຢ່າງຖືກຕ້ອງຕາມວິທີ. ພາຍຫຼັງກວ່າໜຶ່ງເດືອນ, ໂຮງໝໍເສນາຮັກ 108 ໄດ້ປະກາດກໍລະນີຜ່າຕັດຕໍ່ແຂນປະສົບຜົນສຳເລັດ ຂະນະທີ່ຮ່າງກາຍຂອງອ້າຍ ເວືອງ ໄດ້ຮັບແຂນໃໝ່. ປັດຈຸບັນ, ແຂນໃໝ່ຂອງອ້າຍ ເວືອງ ສາມາດຈັບວັດຖຸສິ່ງຂອງບາງຢ່າງໄດ້ ແລະ ພວມສືບຕໍ່ຟື້ນຟູສະມັດຕະພາບຂອງແຂນ. ທ່ານໝໍ ຫວຽນເຖຮວ່າງ ເວົ້າວ່າ:

  “ພວກຂ້າພະເຈົ້າກໍ່ຕ້ອງມີວິທີຮັບມືຕໍ່ກັບທຸກໆກໍລະນີ ທີ່ຈະເກີດຂຶ້ນ ເພື່ອເຮັດແນວໃດສາມາດປະຕິບັດການຜ່າຕັດນີ້ ໃຫ້ມີຄວາມປອດໄພແກ່ຜູ້ຮັບແຂນ. ພ້ອມກັນນັ້ນ ກໍ່ເຮັດແນວໃດ ເມື່ອແຂນນັ້ນຖືກຜ່າຕັດຕໍ່ ໃຫ້ຄົນເຈັບໃໝ່ ສາມາດ ມີຊີວິດໄດ້, ຮັບປະກັນທາງດ້ານສະມັດຕະພາບ, ຄວາມງາມ, ຄວາມຮູ້ສຶກເຄື່ອນເໜັງໄດ້ທັງໝົດ ເພື່ອໃນໄລຍະຕໍ່ມາ ຄົນເຈັບສາມາດນຳໃຊ້ແຂນນັ້ນ ແກ່ການເຄື່ອນໄຫວໃນຊີວິດປະຈຳວັນ”.

 ພາຍຫຼັງທີ່ໄດ້ປ້ອງກັນບົດວິທະຍານິພົນ ປະລິນຍາເອກວິທະຍາສາດຢູ່ ເຢຍລະມັນ ຢ່າງສຳເລັດຜົນ ແລະ ໄດ້ຮັບຄຳເຊື້ອເຊີນສືບຕໍ່ຢູ່ ເຢຍລະມັນ ເຮັດວຽກ, ແຕ່ທ່ານໝໍ ຮວ່າງ ໄດ້ເລືອກເອົາການກັບຄືນເມືອ ຫວຽດນາມ ເພື່ອອຸທິດສ່ວນໃຫ້ແກ່ພື້ນຖານແພດສາດຂອງ ຫວຽດນາມ. ທ່ານໝໍ ຮວ່າງ ເປີດເຜີຍວ່າ:

 “ສິ່ງທີ່ຂ້າພະເຈົ້າມີຄວາມຫວັງທີ່ສຸດ ແມ່ນການຮ່ຳຮຽນ, ກຳແໜ້ນລະດັບຄວາມຮູ້ ເພື່ອກັບຄືນປະເທດປະຕິບັດບັນດາຄວາມໃຝ່ຝັນ ທີ່ມີມາແຕ່ດົນນານສຳລັບຄົນເຈັບ ຫວຽດນາມ, ເຂົາເຈົ້າເອງແມ່ນບັນດາຜູ້ຕ້ອງການ ມີການຊ່ວຍເຫຼື້ອທາງດ້ານແພດສາດ ຂອງບັນດາຜູ້ທີ່ໄດ້ເຄີຍຮ່ຳຮຽນຢູ່ຕ່າງປະເທດ ແລະ ຮັບເອົາບົດຮຽນຈາກຕ່າງປະເທດ. ກັບຄືນເມືອ ຫວຽດນາມ, ເງື່ອນໄຂເຮັດວຽກແມ່ນຫຍຸ້ງຍາກກວ່າຫຼາຍ. ແຕ່ຂ້າພະເຈົ້າຍາມໃດກໍກຳນົດວ່າ ຫວຽດນາມ ຈຶ່ງແມ່ນປະເທດຂອງຕົນ ຈຶ່ງແມ່ນບ້ານເກີດເມືອງນອນຂອງຕົນ ແລະ ແມ່ນບ່ອນເພື່ອໃຫ້ຕົນເອງຮ່ຳຮຽນ, ເຮັດວຽກ, ນຳລະດັບຄວາມຮູ້ທີ່ຕົນເອງໄດ້ຮ່ຳຮຽນ ມາຮັບໃຊ້ທຸກໆຄົນ”.

    ສາດສະດາຈານ ປອ  ຫວຽນເຖຮວ່າງ ແມ່ນນັກຊ່ຽວຊານທີ່ມີປະສົບການ ແລະ ບົດຮຽນຢ່າງຫຼວງຫຼາຍ ໃນວິຊາການແພດສາດ ແລະ ກໍ່ແມ່ນທ່ານໝໍທີ່ໄດ້ກິ້ງເກືອກລີເລືອກັບຄົນເຈັບ ໃນຊຸມວັນເດືອນປີທີ່ຮ້າຍກາດຢູ່ສະໜາມຮົບ ກຳປູເຈຍ.  ທ່ານໝໍ ຮວ່າງ ເຄີຍເວົ້າວ່າ: “ຖ້າຫາກທຳບຸນໃຫ້ແກ່ຜູ້ໃດຜູ້ໜຶ່ງໄດ້ນັ້ນ, ຂ້າພະເຈົ້າພ້ອມແລ້ວທີ່ຈະເຮັດ”. ສຳລັບທ່ານໝໍ ຮວ່າງ ແລ້ວ, ຄວາມສຸກຂອງຄົນເຈັບກໍ່ແມ່ນຄວາມມ່ວນຊື່ນ ແລະ ການສູ້ຊົນໃນວິຊາຊີບ, ຊ່ວຍທ່ານສາມາດຜ່ານຜ່າຄວາມທົບສອບ ຂອງບັນດາກໍລະນີຜ່າຕັດທີ່ສັບສົນທີ່ສຸດ. 

ຕອບກັບ

ຂ່າວ/ບົດ​ອື່ນ