(VOVWORLD) -ຄວາມລຽບງ່າຍໃກ້ຊິດສະໜິດສະໜົມສຸມຈິດສຸມໃຈກັບອາຊີບແລະສຸດຈິດສຸດໃຈຕໍ່ຄົນເຈັບ, ນີ້ກໍ່ແມ່ນບັນດາສິ່ງທີ່ບັນດາເພື່ອນຮ່ວມອາຊີບ,ຍາດພີ່ນ້ອງຂອງຄົນເຈັບແລະພວກເດັກພວມປິ່ນປົວຢູ່ໂຮງໝໍເດັກສູນກາງເຕື້ອງເຖິງເມື່ອເວົ້າເຖິງປອທ່ານໝໍລະດັບສູງບຸ່ຍຫງອກລານຫົວໜ້າສູນໂລກກ້ອນເບົ້າມະເຮັງ, ໂຮງໝໍເດັກສູນກາງ. ນາງແມ່ນໜຶ່ງໃນບັນດາທ່ານໝໍແຖວໜ້າໃນຂົງເຂດໂລກມະເຮັງໄວເດັກຢູ່ຫວຽດນາມປັດຈຸບັນ.
ທ່ານໝໍ ບຸ່ຍຫງອກລານ |
ທ່ານໝໍ ບຸ່ຍຫງອກລານ ເວົ້າຄວາມໃນໃຈສູ່ຟັງວ່າ:
“ຄອບຄົວຂ້າພະເຈົ້າບໍ່ມີໃຜເດີນຕາມຂະແໜງແພດສາດແຕ່ຄາວຍັງນ້ອຍຂ້າພະເຈົ້າມີສຸຂະພາບອ່ອນເພຍເຄີຍເຈັບເປັນ, ພໍ່ແມ່ກໍ່ເຄີຍເຈັບເປັນດັ່ງນັ້ນນັບແຕ່ຄາວເຂົ້າຮຽນມັດທະຍົມຕອນປາຍຂ້າພະເຈົ້າໄດ້ກຳນົດວ່າຈະກາຍເປັນທ່ານໝໍເພື່ອປິ່ນປົວພະຍາດໃຫ້ທຸກໆຄົນ. ຕໍ່ມາໃນໄລຍະຮຽນຢູ່ໂຮງຮຽນແພດສາດກິນນອນຂ້າພະເຈົ້າໄດ້ເຂົ້າຮ່ວມປະຕິບັດຢູ່ຫຼາຍຂະແໜງແລະເມື່ອຢູ່ຂະແໜງໂລກກ້ອນເບົ້າມະເຮັງນັ້ນ, ຂ້າພະເຈົ້າໄດ້ເຫັນເດັກຫຼາຍຄົນຕິດພະຍາດຮຸນແຮງ. ຊ່ວງເວລານັ້ນພື້ນຖານແພດສາດຫວຽດນາມຍັງບໍ່ທັນເຂົ້າເຖິງວິທີປິ່ນປົວໂລກມະເຮັງໄດ້. ເມື່ອເຫັນພວກເດັກໜ້າຮັກແຕ່ບໍ່ມີໂອກາດປິ່ນປົວພະຍາດໃຫ້ຫາຍໄປນັ້ນຂ້າພະເຈົ້າກໍ່ເສຍດາຍທີ່ສຸດ”
ປັດຈຸບັນທ່ານໝໍ ບຸ່ຍຫງອກລານ ແມ່ນຫົວໜ້າສູນປິ່ນປົວໂລກກ້ອນເບົ້າມະເຮັງ ໂຮງໝໍເດັກສູນກາງ. ນາງ ເລົ່າສູ່ຟັງວ່າ ກ່ອນນີ້ 25 ປີ ນາງໄດ້ເລີ່ມເຮັດວຽກຢູ່ຂະແໜງໂລກກ້ອນເບົ້າມະເຮັງ ເຊິ່ງແມ່ນຕົ້ນກຳເນີດຂອງສູນປິ່ນປົວໂລກມະເຮັງ. ຄາວນັ້ນຢູ່ສູນມີທ່ານໝໍບໍ່ເທົ່າໃດຄົນ, ພາຫະນະອຸປະກອບກໍ່ຂາດເຂີນ ເອກະສານຄົ້ນຄວ້າກໍ່ບໍ່ມີຫຼາຍ ໂດຍບໍ່ທໍ້ຖອຍໃຈ ເມື່ອເຫັນພວກເດັກພວມຕ້ານຢັນກັບພະຍາດ, ທ່ານໝໍ ລານ ທັງເຮັດທັງຮຽນ ປ້ອງກັນບົດນິພົນປະລິນຍາເອກຂະແໜງເດັກ ພ້ອມທັງເຂົ້າຮ່ວມບັນດາຊຸດອົບຮົມຍົກສູງວິຊາອາຊີບຢູ່ຕ່າງປະເທດ. ທ່ານໝໍ ລານ ເວົ້າວ່າ
“ຂ້າພະເຈົ້ົ້າຄິດວ່າເຮົາບໍ່ສາມາດເຮັດໄດ້ກໍ່ໝາຍຄວາມວ່າເຮົາຍັງຄົງຕ້ອງພະຍາຍາມ. ບໍ່ມີຍາມໃດທີ່ຂ້າພະເຈົ້າທໍ້ຖ້ອຍໃຈ. ມີເດັກຫຼາຍຄົນທີ່ຂ້າພະເຈົ້າໄດ້ປິ່ນປົວເປັນເວລສອງສາມປີມີຄວາມສະໜິດຕິດພັນປຽບເໝືອນຍາດພີ່ນ້ອງ. ເມື່ອເດັກຄົນເຈັບຖືກລ່ວງຫຼັບໄປແລ້ວຂ້າພະເຈົ້າກໍ່ໂສກເສົ້າເສຍດາຍ. ດັ່ງນັ້ໜຂ້າພະເຈົ້າຍິ່ງພະຍາຍາມເພື່ອເຮັດແນວໃດສຳຜັດກັບເຕັກນິກທີ່ກ້າວໜ້າຂອງໂລກເຮັດແນວໃດສາມາດ ປິ່ນປົວກອບກູ້ເອົາຊີວິດຂອງເດັກຄົນອື່ນໆ”.
ຢູ່ສູນໂລກມະເຮັງໂຮງໝໍເດັກສູນກາງ, ຊື່ສຽງຂອງທ່ານໝໍ ບຸ່ຍຫງອກລານ ໄດ້ຕິດພັນກັບເຕັກນິກທີ່ໄດ້ຮັບຖືວ່າ ເປັນການປະຕິວັດໃນການປິ່ນປົວໂລກມະເຮັງໄວເດັກຂອງໂຮໝໍ ນັ້ນແມ່ນວິທີຕໍ່ຈຸລັງເຄົ້າ. ຍ້ອນເຕັກນິກທີ່ກ້າວໜ້ານີ້ ມີຄົນເຈັບໄວເດັກຫຼາຍຄົນໄດ້ຮັບການຕໍ່ຈຸລັງເຄົ້າ ເພື່ອສ້າງເລືອດຢ່າງສຳເລັດຜົນ ແລະ ອາການສຸຂະພາບໄດ້ກັບຄືນສູ່ປົກກະຕິ”. ທ່ານໝໍ ລານ ໃຫ້ຮູ້ຕໍ່ໄປວ່າ:
“ຂ້າພະເຈົ້າແມ່ນໜຶ່ງໃນບັນດາຜູ້ທີ່ສັງກັດທີມງານທຳອິດຂອງໂຮງໝໍ ໄດ້ໄປຮຽນກ່ຽວກັບການຕໍ່ຈຸລັງເຄົ້າຢູ່ສ ເກົາຫຼີ. ເມື່ອກັບຄືນປະເທດພວກຂ້າພະເຈົ້າໄດ້ຜັນຂະຫຍາຍປິ່ນປົວໃຫ້ກໍລະນີທຳອິດທີ່ເຈັບໜັກທີ່ສຸດແລະສຸດທ້າຍອາການສຸຂະພາບຂອງເດັກໄດ້ກັບຄືນສູ່ປົກກະຕິ ຢາກໃຫ້ປິ່ນປົວຄົນເຈັບໄດ້ຮັບຜົນດີກໍ່ຕ້ອງນຳໃຊ້ເຕັກນິກທີ່ກ້າວໜ້າແລະເມື່ອເຂົ້າເຖິງເຕັກນິກຂອງໂລກຈຶ່ງສາມາດນຳໂອກາດປິ່ນປົວໃຫ້ຄົນເຈັບ”.
ໃນໄລຍະປັດຈຸບັນໂດຍພາຍໃຕ້ການຊີ້ນຳຂອງທ່ານໝໍ ບຸ່ຍຫງອກລານ, ສູນໂລກມະເຮັງໄດ້ຜັນຂະຫຍາຍປະຕິບັດບັນດາເຕັກນິກໃຫ້ທັນກັບລະດັບສາກົນສາມາດປິ່ນປົວກໍ່ລະນີເດັກຕິດໂລກມະເຮັງຫຼາຍກໍລະນີຢ່າງສຳເລັດຜົນ. ເພື່ອນຮ່ວມອາຊີບຄົນໜຶ່ງໃຫ້ຮູ້ວ່າ:
“ນາງລານແມ່ນຜູ້ສຸດຈິດສຸດໃຈແລະມີຄວາມຫ້າວຫັນກັບວຽກງານວິຊາສະເພາະຍາມໃດກໍ່ຊ່ວຍເຫຼືອເພື່ອນຮ່ວມອາຊີບແລະພິເສດ ຍາມໃດກໍ່ສຸດຈິດສຸດໃຈຕໍ່ຄົນເຈັບ”.
ດ້ວຍການປະກອບສ່ວນຂອງຕົນ,ທ່ານໝໍ ບຸ່ຍຫງອກລານ ໄດ້ກາຍເປັນໜຶ່ງໃນບັນດາທ່ານໝໍແຖວໜ້າໃນຂົງເຂດໂລກມະເຮັງໄວເດັກຢູ່ ຫວຽດນາມ. ປັດຈຸບັນນາງຍັງເປັນປະທານສະມາຄົມໂລກມະເຮັງໄວເດັກ. ປີ 2020 ທ່ານໝໍ ບຸ່ຍຫງອກລານ ໄດ້ຮັບນາມມະຍົດທ່ານໝໍດີເດັ່ນ ແລະ ປີ ກາຍນີ້ ນາງມີຄວາມເປັນກຽດກາຍເປັນໜຶ່ງໃນຈຳນວນ 11ສ່ວນບຸກຄົນໄດ້ຮັບລາງວັນແມ່ຍິງ ຫວຽດນາມ.