ນັກຂ່າວ ເຈິ່ນທຽນຍຽນ - ຜູ້ທີ່ສຸມຈິດສຸມໃຈ ກັບອາຊີບເປັນນັກຂ່າວ

(VOVWORLD) -     ໃນໄລຍະ 24 ປີທີ່ຜູກພັນກັບວິທະຍຸກະຈາຍສຽງ ຫວຽດນາມ(VOV), ນັກຂ່າວ ເຈິ່ນທຽນຍຽນ ດ້ວຍຊື່ປາກກາແມ່ນ ກວາງຕ໊ວນ ໄດ້ຮັບຖືວ່າເປັນນັກຂ່າວທີ່ມີຄວາມກະຕືລືລົ້ນ ດ້ວຍບັນດາບົດໜັງສືພິມທີ່ໃໝ່ອ່ຽມ ແລະ ຝັງເລິກໃນຈິດໃຈຂອງຜູ້ຟັງວິທະຍຸ
ນັກຂ່າວ ເຈິ່ນທຽນຍຽນ - ຜູ້ທີ່ສຸມຈິດສຸມໃຈ ກັບອາຊີບເປັນນັກຂ່າວ - ảnh 1 ນັກຂ່າວ ເຈິ່ນທຽນຍຽນ(ນັ່ງກາງ)ທີ່ການພົບປະແລກປ່ຽນກັບຕົວພະຍານປະຫວັດສາດ “VOV ກັບລະດູບານໃໝ່ມະຫາໄຊ”  (4/2004)

ສະຫຼາດຫຼັກແຫຼມ, ມີຄຸນນະທາດ ແມ່ນການສັງເກດລວມຂອງເພື່ອນຮ່ວມອາຊີຫຼາຍຄົນ ເມື່ອເວົ້າເຖິງນັກຂ່າວ ເຈິ່ນທຽນຍຽນ. ນັກຂ່າວ ເຈື່ອງກົ້ງຮວ່າ ອະອີດຮອງຫົວໜ້າພະແນກຂ່າວສັງກັດ VOV ໃຫ້ຮູ້ວ່າ ຄວາມເກັ່ງກ້າສາມາດ ຂອງນັກຂ່າວ ເຈິ່ນທຽນຍຽນ ແມ່ນໄດ້ບັນລຸລະດັບສູງຍອດສູງ ຂະນະທີ່ທ່ານໄດ້ກາຍເປັນປາຍປາກກາຫຼັກ ໃນລາຍການຂ່າວ ແລະ ບົດຂອງ VOV. ນັກຂ່າວ ເຈື່ອງກົ້ງຮວ່າ ເລົ່າຄືນສູ່ຟັງວ່າ:

     “ນັກຂ່າວ ເຈິ່ນທຽນຍຽນ ແມ່ນຜູ້ເປັນອ້າຍທີ່ໜ້າເຄົາລົບນັບຖື, ລາວມີຄວາມເມດຕາກະລຸນາກັບໝູ່ເພື່ອນ, ເພື່ອນຮ່ວມອາຊີບ. ທ່ານແມ່ນຜູ້ມີຈິດໃຈຊື່ຕົງ. ໃນອາຊີບເປັນນັກຂ່າວ ທ່ານກໍ່ແມ່ນຜູ້ມີຈິດໃຈເຂັ້ມງວດ, ສຸມຈິດສຸມໃຈຕໍ່ວຽກງານ, ສະຫຼາດຫຼັກແຫຼມ ແລະ ເດັດດ່ຽວປ້ອງກັນບັນດາປັດໄຈໃໝ່”.

     ໂດຍແມ່ນຜູ້ໜຶ່ງທີ່ກີ້ງເກືອກລີເລືອ ໃນການຕໍ່ຕ້ານຕ້ານຝະລັ່ງ, ລາວໄດ້ເຄີຍເປັນຜູ້ແປພາສາ ຈີນ, ແລ້ວກໍ່ຮຽນປະລິຍາຕີ  ແລະ ເຮັດວຽກຢູ່ວາລະສານໂຄສະນາອົບຮົມ ກ່ອນທີ່ຈະຍົກຍ້າຍມາເຮັດວຽກຢູ່ VOV. ໂດຍເປັນນັກຂ່າວພະແນກຂ່າວ ແລະ ບົດຂອງ VOV ເປັນເວລາຫຼາຍປີ, ນັກຂ່າວ ເຈິ່ນທຽນຍຽນ ບໍ່ພຽງແຕ່ມີຊື່ສຽງດ້ວຍບັນດາບົດສາລະຄະດີ, ບົດວິຈານເທົ່ານັ້ນ ຫາກຍັງແມ່ນຜູ້ຂຽນບັນທຶກເຫດການດ້ວຍບົດບັນທຶກສຽງ ດັ່ງນັ້ນໃນແຕ່ລະບົດທີ່ອອກອາກາດ ຜ່ານຄື້ນຂອງ VOV ກໍ່ລ້ວນແຕ່ກາຍເປັນບົດທີ່ມີຊື່ສຽງ ເປັນແບບຢ່າງ. ຊື່ສຽງຂອງທ່ານໄດ້ຝັງເລິກໃນຄວາມຊົງຈຳ ຂອງຜູ້ຟັງ VOV ຫຼາຍລຸ້ນຄົນ, ຕິດພັນກັບບັນດາເຫດການໃຫຍ່ຂອງປະເທດຊາດ  ໃນແຕ່ລະໄລຍະໃນປາງສົງຄາມ ກໍ່ຄືໃນໄລຍະສັນຕິພາບ, ກໍ່ສ້າງສັງຄົມນິຍົມ.

       ໃນຊຸມເດືອນປີຕໍ່ສູ້ຕ້ານຈັກກະພັດອາເມລິກາ,ນັກຂ່າວເຈິ່ນທຽນຍຽນ ກໍ່ໄດ້ມີໜ້າຢູ່ບັນດາສະໜາມຮົບ, ບັນດາຈຸດສຸມທາງດ້ານຄົມມະນາຄົມ ເພື່ອຂຽນບົດສາລະຄະດີບັນທຶກສຽງ ແລະ ໃຫ້ຂ່າວຢ່າງທັນການ ເຮັດໃຫ່ຜູ້ຟັງມີຄວາມສະດຸ້ງໃຈ ນອກຈາກນັ້ນທ່ານກໍ່ຍັງມີໜ້າຢູ່ບັນດາເຫດການການເມືອງ  ທີ່ສຳຄັນຍິ່ງຂອງ ຫວຽດນາມ ແລະ ໂລກ ຄື ຖ້ຽວບິນຂຶ້ນສູ່ຮ່ວງອາວະກາດຂອງນັກວິລະຊົນ ຟ້າມຕວນ ຢູ່ ອະດີດສະຫະພາບໂຊວຽດ ງານມະໂຫຊາວໜຸ່ມໂລກຢູ່ ກູບາ, ການບຸກໂຈມຕີຂະໜາດໃຫຍ່ໃນລະດູບານໃໝ່ປີ 1975 ປົດປ່ອຍພາກໃຕ້ທ້ອງໂຮມປະເທດຊາດ ເປັນເອກະພາບ, ການສ້າງຕັ້ງແນວໂຮມປະເທດຊາດກຳປູເຈຍ ຢູ່ເຂດປ່າທີ່ພາກຕາເວັນອອກສ່ຽງໃຕ້ຂອງ ຫວຽດນາມ ເຊິ່ງແມ່ນເຫດການປະຫວັດສາດ ພາໄປເຖິງການໂຄ່ນລົ້ມລະບອບດັບສູນເຊື້ອຊາດຂະເໝນແດງ. ພິເສດເມື່ອພັກຄອມມູນິດ ຫວຽດນາມ ປະຕິບັດກິດຈະການປ່ຽນແປງໃໝ່, ນັກຂ່າວ ເຈິ່ນທຽນຍຽນ ກໍ່ແມ່ນໜຶ່ງໃນບັນດາປາຍປາກການຳໜ້າ ໃນວົງການນັກຂ່າວ ຫວຽດນາມ.   ພາລະກິດເປັນນັກຂ່າວ ດ້ວຍຫຼາຍບົດໜັງສືພິມທີ່ໂດດເດັ່ນຂອງນັກຂ່າວເຈິ່ນທຽນຍຽນ ໄດ້ກາຍເປັນຫົວເລື່ອງຄົ້ນຄວ້າ ຂອງນັກສຶກສາພະແນກຂ່າວສານ ໃນມະຫາວິທະຍາໄລຕ່າງໆ. ປະລິຍາໂທ ຫວູທິບິ່ງ ອະດີດຄູສອນສັງກັດສະຖານບັນສື່ມວນຊົນ ແລະ ໂຄສະນາ ໃຫ້ຮູ້ວ່າ:

        “ຂ້າພະເຈົ້າມີຄວາມນິຍົມນັບຖື ແລະ ຊົມຊອບວິທີຂຽນບົດໜັງສືພິມ ກໍ່ຄືແບບແຜນການເຮັດວຽກຂອງນັກຂ່າວ ເຈິ່ນທຽນຍຽນ, ໃນນັ້ນຂ້າພະເຈົ້າຊົມຊອບທີ່ສຸດ ແມ່ນບັນດາບົດໜັງສືພິມຂອງນັກຂ່າວ ເຈິ່ນທຽນຍຽນ ໃນຂົງເຂດສັງຄົມ ຫຼື ກະສິກຳ”.

     ພາຍຫຼັງອອກພັກກິນເບ້ຍບຳນານ, ນັກຂ່າວ ເຈິ່ນທຽນຍຽນ ຍັງຖືກຜູ້ອຳນວຍການໃຫຍ່ VOV ເຊື້ອເຊີນເຂົ້າເຮັດວຽກເປັນບັນນາທິການ ໜັງສືພິມ “ວິທະຍຸກະຈາຍສຽງ ຫວຽດນາມ ລາຍສັບປະດາ” ປັດຈຸບັນແມ່ນໜັງສືພິມ “ສຽງຂອງ ຫວຽດນາມ”. ທ່ານມີຄວາມພ້ອມຂຽນບັນດາບົດວິເຄາະ ວິຈານ ເມື່ອຫົວໜ້າບັນນາທິການໃຫຍ່ສະເໜີ. ທ່ານເຄີຍໄດ້ຮັບການເຊື້ອເຊີນໄປໂອ້ລົມ ກັບນັກຂ່າວພະແນກສື່ມວນຊົນ ເພາະວ່າທ່ານແມ່ນ ຜູ້ທີ່ມີຄວາມເກັ່ງກ້າສາມາດ ໃນການຫັນບັນດາບັນຫາທີ່ຂຶ້ນກັບທິດສະດີການເມືອງ ໃຫ້ກາຍເປັນເລື່ອງລາວທົ່ວໄປ ທີ່ສາມາດຈື່ງ່າຍ ແລະ ເຂົ້າໃຈງ່າຍ

ຕອບກັບ

ຂ່າວ/ບົດ​ອື່ນ