ນັກປະພັນວັນນະຄະດີ ຫງວຽນຮຸຍທຽບ - ປະກົດການ ວັນນະຄະດີ ຫວຽດນາມ ຍຸກປັດຈຸບັນ

(VOVWORLD) - ນັກປະພັນວັນນະຄະດີ ຫງວຽນຮຸຍທຽບ ເຖິງແກ່ມໍລະນະກຳ ເມື່ອວັນທີ 20 ມີນາ ຢູ່ເຮືອນສ່ວນຕົວທີ່ນະຄອນຫຼວງ ຮ່າໂນ້ຍ ລວມອາຍຸ 72 ປີ. ທ່ານແມ່ນໜຶ່ງໃນບັນດານັກປະພັນທີ່ໄດ້ຮັບຄວາມສົນໃຈທີ່ສຸດ ແມ່ນປາຍປາກກາເລື່ອງສັ້ນດີເດັ່ນ ຂອງພື້ນຖານວັນນະຄະດີຂອງ ຫວຽດນາມ ນັບແຕ່ພາຍຫຼັງປີ 1975
ນັກປະພັນວັນນະຄະດີ ຫງວຽນຮຸຍທຽບ - ປະກົດການ ວັນນະຄະດີ ຫວຽດນາມ ຍຸກປັດຈຸບັນ - ảnh 1ນັກປະພັນ ຫງວຽນຮຸຍທຽບ

     ຫງວຽນຮຸຍທຽບ ເກີດປີ 1950 ຢູ່ແຂວງ ຖາຍງວຽນ ບ້ານເກີດຢູ່ ຮ່າໂນ້ຍ. ທ່ານໄດ້ຮຽນຈົບພະແນກປະຫວັດສາດມະຫາວິທະຍາໄລສ້າງຄູ ຮ່າໂນ້ຍທ່ານໄດ້ປາກົດຕົວຊ້າພໍສົມຄວນໃນເວທີວັນນະຄະດີ ຫວຽດນາມ ດ້ວຍເລື່ອງສັ້ນສອງສາມເລື່ອງລົງພິມໃນໜັງສືພິມ ວັນນະສິນປີ 1986. ຄວາມສາມາດໂດດເດັ່ນຂອງນັກປະພັນ ຫງວຽນຮຸຍທຽບ ແມ່ນບັນດາເລື່ອງສັ້ນດ້ວຍຫົວເລື່ອງທີ່ອຸດົມສົມບູນລວມມີປະຫວັດສາດ ແລະ ວັນນະຄະດີ, ມຸ່ງໄປສູ່ເລື່ອງເທບນິຍາຍ ແລະ ນິທານ, ສັງຄົມ ຫວຽດນາມ ຍຸກປັດຈຸບັນ, ຊີວິດເຂດບ້ານນາ ແລະ ຜູ້ອອກແຮງງານ. ໃນພາລະກິດເປັນນັກປະພັນວັນນະຄະດີ ເປັນເວລາກວ່າ 50 ປີຂອງຕົນ, ນັກປະພັນ ຫງວຽນຮຸຍທຽບ ໄດ້ປະດິດຄິດແຕ່ງເລື່ອງສັ້ນໄດ້ກວ່າ 50 ເລື່ອງ, 10 ບົດລະຄອນ, 4 ເລື່ອງນະວະນິຍາຍ ແລະ ບັນດາບົດຕຳນິວິຈານວັນນະຄະດີ, ບົດນິພົນນ້ອຍ. ຊື່ສຽງຂອງທ່ານໄດ້ຕິດພັນກັບເລື່ອງສັ້ນທີ່ໂດດເດັ່ນນັບ 10 ເລື່ອງຄື ນາຍພົນພັກກິນເບ້ຍບຳນານ, ບໍ່ມີເຈົ້າຊີວິດ, ລູກສາວພະຍານາກ... ນາງ ຫງວຽນເຫວະຈີ ຜູ້ອ່ານຢູ່ ຮ່າໂນ້ຍ ເປີດເຜີຍວ່າ:

    “ນັກປະພັນ ຫງວຽນຮຸຍທຽບ ແມ່ນໜຶ່ງໃນບັນດານັກປະພັນວັນນະຄະດີ ທີ່ມີຊື່ສຽງຂອງ ຫວຽດນາມ ໃນຊຸມປີ 1980. ທ່ານໄດ້ປະດິດຄິດແຕ່ງຫຼາຍເລື່ອງສັ້ນ ທີ່ເພື່ອນອ່ານຊົມຊອບທີ່ສຸດ. ຂ້າພະເຈົ້າເຄີຍອ່ານບາງເລື່ອງຂອງທ່ານຄື ສາຍລົມ ຮວາຕາດ, ນາຍພົນພັກກິນເບ້ຍບຳນານ... ນັ້ນກໍ່ແມ່ນບັນດາບົດປະພັນວັນນະຄະດີຍອດສູງຂອງທ່ານ. ໃນວິທີແຕ່ງບົດປະພັນ, ທ່ານກໍ່ຍັງແຕ່ງບົດກາບກອນ ເຊິ່ງບໍ່ແມ່ນນັກປະພັນຄົນໃດກໍ່ສາມາດເຮັດໄດ້”

  ນອກຈາກເລື່ອງສັ້ນແລ້ວ ນັກປະພັນ ຫງວຽນຮຸຍທຽບ ຍັງໃຫ້ຈຳໜ່າຍ ເລື່ອງນະວະນິຍາຍຫຼາຍເລື່ອງຄື ອາຍຸ 20 ປີເປັນໜ້າຮັກ,ລົມສາວເອົາຄະແນນ... ທ່ານຍັງແຕ່ງຫຼາຍບົດລະຄອນອີກດ້ວຍ.ທ່ານແມ່ນໜຶ່ງໃນຈຳນວນນັກປະພັນ 50 ຄົນໄດ້ຮັບການສະເໜີຮັບລາງວັນແຫ່ງລັດ ກ່ຽວກັບວັນນະຄະດີສິລະປະ ດ້ວຍສອງເລື່ອງສັ້ນ.  “ນາຍພົນພັກກິນເບ້ຍບຳນານ”; “ສາຍລົມ ຮວາຕາດ”. ທ່ານກໍ່ຍັງແມ່ນໜຶ່ງໃນຈຳນວນໜ້ອຍນັກປະພັນວັນນະຄະດີ ຫວຽດນາມໄດ້ຮັບລາງວັນສາກົນ.  ທ່ານໄດ້ຮັບຫຼຽນໄຊວັນນະຄະດີສິລະປະ ຝລັ່ງ ເມື່ອປີ 2007, ລາງວັນ ເປຣມີໂອ ໂນນີໂນ ຂອງ ອີຕາລີ ເມື່ອປີ 2008. ຄວາມເກັ່ງກ້າສາມາດຂອງທ່ານ ໄດ້ຮັບການຮັບຮູ້ ແລະ ຕີລາຄາສູງຈາກບັນດາເພື່ອນຮ່ວມອາຊີບ ແລະ ໝູ່ເພື່ອນທັງຫຼາຍ. ນັກປະພັນ ຫງວຽນວັນເຖາະ ໃຫ້ຂໍ້ສັງເກດວ່າ:

     “ທ່ານທຽບແມ່ນນັກປະພັນວັນນະຄະດີທີ່ດີເດັ່ນ ໃນພື້ນຖານວັນນະຄະດີ ຫວຽດນາມ ຍຸກປັດຈຸບັນ. ນັ້ນແມ່ນແບບຢ່າງອອກແຮງງານທີ່ລືມເນື້ອລືມຕົວ ບໍ່ຮູ້ອິດຮູ້ເມື່ອຍ. ທ່ານແມ່ນໜຶ່ງໃນບັນດາເພື່ອນທີ່ຂ້າພະເຈົ້າຮັກແພງ ແລະ ເຄົາລົບນັບຖືທີ່ສຸດ”. ນັກປະພັນວັນນະຄະດີ ຫງວຽນຮຸຍທຽບ ແມ່ນຜູ້ໄດ້ອຸທິດສ່ວນ, ຮ່ວມທຸກຮ່ວມສຸກກັບປະຊາຊົນ.ຫງວຽນຮຸຍທຽບຍັງເປັນບຸກຄົນທີ່ດີເດັ່ນໃນການ ແຕ່ງ ບົດປະພັນກ່ຽວກັບຊາວ ຫວຽດນາມ ໃນຊຸມປີ ທ້າຍສະຕະວັດທີ XX. ນາງ ຫງວຽນທິຮົ່ງແຮັ້ງ ຜູ້ອ່ານຢູ່ ຮ່າໂນ້ຍ ເປີດເຜີຍວ່າ:

    “ບັນດາບົດປະພັນຂອງ ຫງວຽນຮຸຍທຽບ ແມ່ນເຂັ້ມຂົ້ນໄປດ້ວຍຂີດໝາຍຂອງຫົວເລື່ອງຊົນນະບົດ ແລະ ຜູ້ອອກແຮງງານ. ທ່ານໄດ້ມານະອົດທົນໄປທຸກເຂດພາກ ເພື່ອສ່ອງແສງຊີວິດຂອງຊາວກະສິກອນ ພິເສດແມ່ນເຂດພູດອຍທາງທິດຕາເວັນຕົກສຽງເໜືອຂອງ ຫວຽດນາມ. ຂ້າພະເຈົ້າແມ່ນຜູ້ມັກອ່ານປຶ້ມ ແລະ ຊົມຊອບວັນນະຄະດີ, ດັ່ງນັ້ນຂ້າພະເຈົ້າເຄີຍໄປຮ້ານຂາຍປຶ້ມຢູ່ ຮ່າໂນ້ຍ ຊອກຊື້ປຶ້ມ ຊອກຫາບັນດາປຶ້ມກ່ຽວກັບເລື່ອງສັ້ນຂອງນັກປະພັນ ຫງວຽນຮຸຍທຽບ ເພື່ອອ່ານ ແລະ ໃຫ້ລູກເຕົ້າເບິ່ງ”.

   ນັບແຕ່ປີ 1975 ມາຮອດປັດຈຸບັນ ຍັງບໍ່ທັນມີນັກປະພັນຄົນໃດທີ່ສາມາດ ເຮັດໃຫ້ປ່ຽນແປງວິທີແຕ່ງບົດປະພັນ ແລະ ຈິດໃຈຄຳຮ້ອຍແກ້ວ ຫວຽດນາມ ຄືດັ່ງນັກປະພັນ ຫງວຽນຮຸຍທຽບ. ທ່ານແມ່ນນັກປະພັນວັນນະຄະດີ ທີ່ມີຊື່ສຽງໃນຍຸກປັດຈຸບັນຢູ່ ຫວຽດນາມ ດ້ວຍບັນດາບົດລະຄອນ, ເລື່ອງສັ້ນ ແລະ ນະວະນິຍາຍ ດ້ວຍການສັງເກດໃໝ່, ກ້າຫານ ແລະໄດ້ຮັບຖືວ່າແມ່ນປະກົດການຫາຍາກ ໃນພື້ນຖານວັນນະຄະດີ ຫວຽດນາມ ໃນຍຸກປັດຈຸບັນ

ຕອບກັບ

ຂ່າວ/ບົດ​ອື່ນ