ນັກປະພັນວັນນະຄະດີເຊີນຕຸ່ງແລະ ບັນດາບົດປະພັນກ່ຽວກັບປະທານໂຮ່ຈີມິນ

(VOVWORLD) -ນັກປະພັນວັນນະຄະດີບຸ່ຍເຊີນຕຸ່ງຫາກໍ່ເຖິງແກ່ມໍລະນະກຳລວມອາຍຸ 93 ປີ. ຕະຫຼອດຊີວິດອອກແຮງງານແລະປະດິດຄິດແຕ່ງຂອງຕົນນັກປະພັນເຊີນຕຸ່ງ ໄດ້ສຸມຈິດສຸມໃຈໃຫ້ແກ່ຫົວເລື່ອງປະທານໂຮ່ຈີມິນກໍ່ສ້າງແລະ ແຜ່ກະຈາຍຮູບພາບປະທານ ໂຮ່ຈີມິນທັງຢູ່ພາຍໃນແລະຕ່າງປະເທດ. 

ນັກປະພັນເຊີນຕຸ່ງເກີດວັນທີ 8 ສິງຫາ 1928 ຢູ່ບ້ານ ຮວາຫຼຸຍ ຕາແສງຢ໊ຽນກິມ ເມືອງຢ້ຽນເຈົາແຂວງເງາະອານ. ທ່ານໄດ້ເຂົ້າຮ່ວມເຄື່ອນໄຫວປະຕິວັດນັບແຕ່ປີ 1944 ເປັນສະມາຊິກພັກ 70 ປີ. ນັກປະພັນເຊີນຕຸ່ງໄດ້ສ້າງສາງມໍລະດົກວັນນະຄະດີທີ່ໃຫຍ່ໂຕເປັນໜ້າເອກອ້າງທະນົງໃຈດ້ວຍບົດປະພັນນັບ 10 ບົດໃນນັ້ນມີ 21 ບົດດີເດັ່ນ. ບົດນະວະນິຍາຍ“ຈູມດອກບົວ”ແມ່ນບົດປະພັນທີ່ດີເດັ່ນທີ່ສຸດແລະ ປະສົບຜົນສຳເລັດທີ່ສຸດກ່ຽວກັບຮູບພາບປະທານໂຮ່ຈີມິນ.ນັກປະພັນວັນນະຄະດີຫງວຽນງອກຕ໊ຽນ ຖືວ່າ:

         “ໃນຈຳນວນນັກປະພັນວັນນະຄະດີຂອງຫວຽດນາມທີ່ຂຽນກ່ຽວກັບປະທານໂຮ່ຈີມິນນັ້ນນັກປະພັນເຊິນຕຸ່ງແມ່ນນັກປະພັນເບີໜຶ່ງມີຄວາມເກັ່ງກ້າທີ່ສຸດຍ້ອນຂຽນກ່ຽວກັບປະທານໂຮ່ຈີມິນບໍ່ງ່າຍດາຍແຕ່ຢ່າງໃດ. ຍົກຕົວຢ່າງຄືບົດປະພັນຈູມດອກບົວຂຽວ ທ່ານໄດ້ຂຽນກ່ຽວກັບຄາວເຍົາໄວຂອງປະທານໂຮ່ຈີມິນ ໄດ້ເຮັດໃຫ້ຮູບພາບປະທານໂຮ່ຈີມິນມີຊີວິດຊີວາແລະສວຍງາມທີ່ສຸດ. ເມື່ອອ່ານບົດປະພັນກໍ່ໄດ້ເຫັນແຈ້ງວ່າເພິ່ນເປັນແບບຢ່າງໃຫ້ແກ່ໄວໜຸ່ມເພື່ອຮ່ຳຮຽນແລະບໍ່ພຽງແຕ່ໄວໜຸ່ມເທົ່ານັ້ນຫາກຍັງມີບັນດາຜູ້ອາຍຸສູງເມື່ອອ່ານບົດປະພັນດັ່ງກ່າວມີຄວາມຕື້ນຕັນໃຈທີ່ສຸດ”.

       ນັກປະພັນເຊີນຕຸ່ງຍັງມີບົດປະພັນອື່ນໆອີກຫຼາຍບົດກ່ຽວກັບປະທານໂຮ່ຈີມິນຄືດອກບົວຄຳ, ອ້າຍຄູຫງວຽນເຕິດແທັ່ງຢູ່ໂຮງຮຽນຢຸກແທັງ, ຫງວຽນອ໊າຍກວັກຜ່ານຄວາມຊົງຈຳຈາກແມ່ ລັດເຊຍ, ຈາກບ້ານແຊນ, ຄຽງຂ້າງປ່ອງຢ້ຽມ, ອະນຸສອນເດືອນພຶດສະພາ... ໃນນັ້ນພົ້ນເດັ່ນຂຶ້ນແມ່ນເລື່ອງຍາວ“ການພັດພາກຈາກກັນຢູ່ທ່າກຳປັ່ນຍ່າຣົ່ງ”. ຂອງນັກປະພັນເຊີນຕຸ່ງໄດ້ຮັບການດັດແປງຈາກເນື້ອໃນຂອງຮູບເງົາ “ນັດພົບຄືນຢູ່ ໄຊງ່ອນ” ເຊິ່ງແມ່ນຮູບເງົາໄດ້ຖືກສາຍເມື່ອປີ 1990 ໄດ້ຮັບຄວາມນິຍົມຊົມຊອບຈາກຜູ້ຊົມທັງຫຼາຍ. ນັກປະພັນວັນນະຄະດີດັ້ງເວືອງຮຶງຮອງຫົວໜ້າບັນນາທິການໜັງສືພິມເອເລັກໂຕນິກຂອງວານລະສານສິ່ງແວດລ້ອມແລະຕົວເມືອງຫວຽດນາມແບ່ງປັນວ່າ:

       “ເຖິງວ່ານັກຜະພັນເຊີນຕຸ່ງໄດ້ມີອາຍຸສູງແລ້ວກໍ່ຕາມ ແຕ່ສຳລັບວົງການນັກປະພັນວັນນະຄະດີຄືພວກຂ້າພະເຈົ້ານັ້ນການລ່ວງຫຼັບໄປຂອງນັກປະພັນເຊີນຕຸ່ງ ກໍ່ແມ່ນຄວາມສູນເສຍຢ່າງໃຫຍ່ຫຼວງ ບໍ່ມີຫຍັງທົດແທນໄດ້. ອາດຈະເວົ້າໄດ້ວ່ານັກປະພັນເຊີນຕຸ່ງ ແມ່ນແບບຢ່າງໃຫຍ່ ແມ່ນມານະຈິດເໜືອທຳມະດາຂອງບຸກຄົນໜຶ່ງ”.

       ບໍ່ພຽງແຕ່ມີຄວາມເກັ່ງກ້າສາມາດໃນຂົງເຂດວັນນະຄະດີ, ວິຖີຊີວິດຂອງນັກປະພັນເຊີນຕຸ່ງກໍ່ໄດ້ຮັບຄວາມຖະນຸຖະໜອມຈາກທຸກໆຄົນ. ອະດີດປະທານປະທານຫວຽດນາມຫງວຽນມິງຈ໊ຽດເນັ້ນໜັກວ່າ:

      “ອ້າຍເຊີນຕຸ່ງບໍ່ພຽງແຕ່ຄົ້ນຄວ້າໂອ້ລົມເລື່ອງກ່ຽວກັບປະທານໂຮ່ຈີມິນເທົ່ານັ້ນຫາກຍັງເຮັດຕາມແບບຢ່າງປະທານໂຮ່ຈີມິນອີກດ້ວຍ. ນັ້ນແມ່ນຄວາມດຸໝັ່ນຂະຫຍັນພຽນຊື່ຕົງມີຈິດໃຈທ່ຽງທຳເຫັນແກ່ສ່ວນລວມ. ອ້າຍມີການດຳລົງຊີວິດແບບລຽບງ່າຍໃກ້ຊິດສະໜິດສະໜົມກັບໝູ່ເພື່ອນແລະທຸກໆຄົນ. ຍາມໃດອ້າຍເຊີນຕຸ່ງກໍ່ຕໍ່ສູ້ບໍ່ຜ່ອນສັ້ນຜ່ອນຍາວຕໍ່ສິ່ງທີ່ຊົ່ວຮ້າຍດ້ວຍຄວາມຫວັງນຳຄວາມມ່ວນຊື່ນຜາສຸກແລະສິ່ງທີ່ດີງາມມາໃຫ້ທຸກຄົນ”.

      ດ້ວຍບັນດາການອຸທິດສ່ວນຂອງຕົນໃນຂົງເຂດວັນນະຄະດີ,ນັກປະພັນເຊີນຕຸ່ງ ມີຄວາມເປັນກຽດໄດ້ຮັບນາມມະຍົດວິລະຊົນແຮງງານປີ 2011 ຈາກລັດຫວຽດນາມ. ບັນດາບົດປະພັນວັນນະຄະດີຂອງທ່ານພິເສດແມ່ນບັນດາບົດປະພັນຂຽນກ່ຽວກັບປະທານໂຮ່ຈີມິນໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງໃນ ຈິດໃຈຂອງຜູ້ອ່ານແລະ ມວນຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ