ນັກສິລະປິນປະຊາຊົນ ດ່າມລຽນ ດາວດວງເດັ່ນຂອງສິລະປະລະຄອນຕ່ວງ ຫວຽດນາມ

(VOVWORLD) -             ເວທີສະແດງລະຄອນຕ່ວງ ຫວຽດນາມ ຫາກໍ່ຖືກສູນເສຍນັກສິລະປິນຍິງ ທີ່ເກັ່ງກ້າສາມາດ ນັ້ນແມ່ນນັກສິລະປິນປະຊາຊົນ ດ່າມລຽນ. ນາງໄດ້ຮັບຖືວ່າ ແມ່ນດາວດວງເດັ່ນຂອງສິລະປະລະຄອນຕ່ວງ ຫວຽດນາມ, ນາງໄດ້ຮັບຄວາມນິຍົມນັບຖືຈາກວົງການນັກສິລະປິນ ຜູ້ນິຍົມລະຄອນຕ່ວງ
ນັກສິລະປິນປະຊາຊົນ ດ່າມລຽນ ດາວດວງເດັ່ນຂອງສິລະປະລະຄອນຕ່ວງ ຫວຽດນາມ - ảnh 1 ສິລະປິນປະຊາຊົນ ດ່າມລຽນຫາກໍເຖິງແກ່ມໍລະນະກຳຢູ່ຮ່າໂນ້ຍ

ສິລະປິນປະຊາຊົນ ດ່າມລຽນ ເກີດປີ 1943 ຢູ່ຕາແສງ ຊວນລົງ ເມືອງ ດົ່ງຊວນ ແຂວງ ຝູອຽນ ນາງໄດ້ກຳເນີດຂຶ້ນໃນຄອບຄົວປະກອບອາຊີບ ເປັນນັກຮ້ອງນັກສະແດງລະຄອນຕ່ວງ. ນັບແຕ່ຄາວຍັງນ້ອຍ ດ່າມລຽນ ໄດ້ມີຄວາມເມົາມົວກັບສິລະປະ, ປີ 1958 ນາງໄດ້ເສັງ ແລະ ສາມາດເຂົ້າຮຽນ ໃນທັງສາມຂະແໜງຄື ຟ້ອນ, ຮູບເງົາ ແລະ ລະຄອນຕ່ວງ. ແຕ່ດົນນານມາແລ້ວຜູ້ຊົມໃນທົ່ວປະເທດ ໄດ້ຮູ້ຈັກຊື່ສຽງຂອງນັກສິລະປິນປະຊາຊົນ ດ່າມລຽນ ຜ່ານການສວມບົດຕ່າງໆໃນບັນດາບົດລະຄອນຕ່ວງທີ່ມີຊື່ສຽງ

          ຊຸມປີທຳອິດຂອງທົດສະວັດທີ 60 ຂອງສະຕະວັດກ່ອນ ສຽງຂັບຕ່ວງຍັງບໍ່ທັນປະກົດມີໃນບັນດາລາຍການຂັບລຳທຳເພງ ແລະ ດົນຕີພື້ນເມືອງ ເພາະວ່າຂັບຕ່ວງ ເຄີຍຂັບຮ້ອງຜ່ານບັນດາການສວມບົດຕ່າງໆໃນລະຄອນຕ່ວງ. ດ້ວຍຄວາມເປັນຫ່ວງກັບລະຄອນຕ່ວງ, ດ່າມລຽນ ພ້ອມກັບຜົວແມ່ນນັກປະພັນດົນຕີ ຫວິງອານ ໄດ້ຫານກ້າ ຊອກຫາວິທີນຳສິລະປະຂັບຕ່ວງ ກາຍເປັນປະເພດຂັບຮ້ອງ ໃນບັນດາລາຍການຟ້ອນລຳທຳເພງ ແລະ ດົນຕີພື້ນເມືອງ. ແນວຄວາມຄິດຂອງນາງໄດ້ຮັບການສະໜັບສະໜັບ ຈາກພະແນກບັນນາທິການ ສິລະປະວັນນະຄະດີຂອງວິທະຍຸກະຈາຍສຽງຫວຽດນາມ. ເປັນອັນວ່ານັກປະພັນດົນຕີ ຫວິງອານ ໄດ້ເລີ່ມປະພັນບັນດາບົດເພງຂັບຕ່ວງທຳອິດ ແລະ ສິລະປິນປະຊາຊົນ ດ່າມລຽນ ກໍ່ແມ່ນນັກສິລະປິນຄົນທຳອິດ ໄດ້ຂັບຮ້ອງບັນດາບົດເພງຂັບຕ່ວງ ຜ່ານຄື້ນຂອງ ວິທະຍຸກະຈາຍສຽງຫວຽດນາມ  . ສິລະປິນປະຊາຊົນ ເໝິ໊ນທູ ໃຫ້ຮູ້ວ່າ:

        “ໄລຍະກ່ອນນີ້, ນາງ ດ່າມລຽນ ໄດ້ທຳການສະແດງຢ່າງເສລີ ຈົນເຖິງໄລຍະທີ່ລັດໄດ້ມີການປັບປຸງ ສິລະປະລະຄອນຕ່ວງຢ່າງເປັນລະບຽບ. ນາງໄດ້ສອນພວກຂ້າພະເຈົ້າ ໂດຍມີ ຫລັກສູດການສອນ ແລະ ສອນພວກຂ້າພະເຈົ້າຮູ້ຟ້ອນ ແລະ ຮູ້ຂັບຮ້ອງບັນດາທຳນອງເພງຄືແນວໃດ ໃຫ້ໄດ້ມາດຖານ”.

      ໃນຕະຫຼອດຊີວິດເຄື່ອນໄຫວສິລະປະ, ດ່າມລຽນ ໄດ້ປະສົມຜົນສຳເລັດ ຜ່ານການສວມບົດບັນດາຕົວລະຄອນ ພິເສດແມ່ນຕົວລະຄອນ ຈຶງຈັກ ໃນບົດລະຄອນຕ່ວງ “ນາຍພົນຍິງ”. ຍ້ອນການສະແດງລະຄອນທີ່ປະສົບຜົນສຳເລັດນີ້, ດ່າມລຽນ ມີຄວາມໂຊກດີ ໄດ້ພົບກັບປະທານ ໂຮ່ຈີມິນ ແລະ ສະແດງໃຫ້ເພິ່ນຮັບຊົມ, ກວ່າ 60 ປີ ແຫ່ງການເຄື່ອນໄຫວສິລະປະ, ສິລະປິນປະຊາຊົນ ດ່າມລຽນ ໄດ້ຮັບ 7 ຫຼຽນຄຳ, 2 ຫຼຽນເງິນ ໃນບັນດາງານສະແດງບົນເວທີສະແດງອາຊີບທົ່ວປະເທດ ແລະ ໄດ້ຮັບຫຼຽນໄຊແຮງງານຊັ້ນສອງຈາກລັດ ຫວຽດນາມ. ປີ 1992 ດ່າມລຽນ ໄດ້ຮັບກຽດຢ່າງຍິ່ງ ນັ້ນແມ່ນສະຖາບັນເວທີສະແດງ ປະກາດຜົນຂອງການສຳຫຼວດຂອງສັງຄົມວິທະຍາວ່າ ດ່າມລຽນ ໄດ້ຮັບການຮັບຮອງ ແມ່ນໜຶ່ງໃນບັນດາສິລະປິນ ໄດ້ຮັບຄວາມຊົມຊອບທີ່ສຸດຈາກປະຊາຊົນ. ທ່ານ ຟ້າມງັອກຕ໊ວນ ຜູ້ອຳນວຍການໂຮງລະຄອນຕ່ວງ ຫວຽດນາມ ຖືກວ່າ:

      “ໃນທຸກວັນນີ້ ມີສິລະປິນຫຼາຍຄົນ ໄດ້ສວມບົດຕົວລະຄອນຕ່າງໆເຊິ່ງ ດ່າມລຽນ ໄດ້ເຄີຍສວມບົດ, ເຂົາເຈົ້າໄດ້ຮັບການຖ່າຍທອດຈາກ ສິລະປິນປະຊາຊົນ ດ່າມລຽນ ແຕ່ຄວາມປະທັບໃຈທີ່ສຸດ ເບິ່ງຄືວ່າບໍ່ມີໃຜເທົ່າກັບສິລະປິນປະຊາຊົນ ດ່າມລຽນ ທີ່ໄດ້ເຄີຍສວມບົດຕົວລະຄອນເຫຼົ່ານັ້ນ”.

      ສິລະປິນປະຊາຊົນ ດ່າມລຽນ ຍັງດຳລົງບັນດາຕຳແໜ່ງຄື ກຳມະການໃນຄະນະບໍລິຫານງານ ສະມາຄົມສິລະປິນບົນເວທີສະແດງ (1984 – 1989) ກຳມະການໃນຄະນະບໍລິຫານງານ Unesco ຫວຽດນາມ (1996), ຫົວໜ້າຄະນະຜູ້ແທນອະນຸລັກຄົ້ນຄວ້າ ແລະ ເສີມຂະຫຍາຍວັດທະນະທຳບັນດາເຜົ່າ… ນາງຍັງມີການປະກອບສ່ວນຢ່າງຫຼວງຫຼາຍເຂົ້າໃນການກໍ່ສ້າງ ນັກສິລະປິນຂັບຕ່ວງລຸ້ນສືບທອດ. ສິລະປິນປະຊາຊົນ ດ່າມລຽນ ເຖິງແກ່ມໍລະນະກຳ ກໍ່ແມ່ນຄວາມສູນເສຍບໍ່ໜ້ອຍ ສຳລັບສິລະປະເວທີສະແດງລະຄອນຕ່ວງ ຫວຽດນາມ. 

ຕອບກັບ

ຂ່າວ/ບົດ​ອື່ນ