ນັກສິລະປິນເປົາຂຸ່ຍ Flute ເລທືເຮືອງ ນຳເອົາສີສັນດົນຕີ ຫວຽດນາມ ໄປສະແດງໃນງານປະສານສຽງດົນຕີສາກົນຕ່າງໆ

(VOVWORLD) -ເລທືເຮືອງ ກຳເນີດໃນຄອບຄົວທີ່ມີມູນເຊື້ອດ້ານສິລະປະດົນຕີ, ຄວາມຮັກທີ່ມີຕໍ່ກັບສິລະປະໃນຕົວຂອງ ເຮືອງ ໄດ້ເກີດຂຶ້ນແບບທຳມະຊາດ. ດ້ວຍຄວາມເມົາມົວ ແລະ ຜູກພັນກັບຂຸ່ຍ flute ນັບແຕ່ຄາວຍັງນ້ອຍ, ເລທືເຮືອງ ໄດ້ສະແດງໃຫ້ເຫັນເຖິງຄວາມສາມາດຂອງຕົນຢ່າງໄວວາ ແລະ ໄດ້ຮຽນຈົບຢູ່ສະຖາບັນດົນຕີ ຫວຽດນາມ ດ້ວຍກຽດນິຍົມອັນດັບ 1 ໃນປີ 2001. ຫຼັງຈາກນັ້ນ ເຮືອງໄດ້ໄປຮຽນຕໍ່ຢູ່ສະຖາບັນດົນຕີ ລາຊະວົງ ແດນມາກ ເປັນເວລາ 4 ປີແລະ ຮຽນກັບບັນດານັກສິລະປິນເປົາຂຸ່ຍທີ່ມີຊື່ສຽງໃນໂລກ. ເຮືອງ ໄດ້ໄປສະແດງຢູ່ງານສະແດງສິລະປະດົນຕີສາກົນຫຼາຍຄັ້ງ ແລະ ໄດ້ປະສົບຜົນສຳເລັດເມື່ອຍາມໃດລາວກໍໄດ້ເອົາສີສັນດົນຕີຫວຽດນາມ ເຂົ້າໃນການສະແດງຂອງຕົນ.

ດ້ວຍຄວາມຮັກ ແລະ ຜູກພັນກັບດົນຕີພື້ນເມືອງ, ແຕ່ ເລທືເຮືອງ ພັດໄດ້ຮັບການແນະນຳຈາກຄອບຄົວໃຫ້ຮຽນເປົາຂຸ່ຍ flute, ເຊິ່ງແມ່ນເຄື່ອງດົນຕີປະເພດໜຶ່ງ ທີ່ເຄີຍໄດ້ໃຊ້ໃນກອງດົນຕີປະສານສຽງແບບຄຼາດຊິກຂອງຝ່າຍຕາເວັນຕົກ. ໃນໄລຍະນັ້ນ ຜູ້ຮຽນເປົາຂຸ່ຍ flute ບໍ່ມີຫລາຍ ຍ້ອນ ຂຸ່ຍ flute ບໍ່ໄດ້ນຳໃຊ້ຄືດົນຕີປະເພດອື່ນໆ ຄື: piano, violin ຫຼື guitar. ດ້ວຍຄວາມມານະພະຍາຍາມຂອງຕົນ ສະນັ້ນ ເຮືອງ ເຊິ່ງໄດ້ຮັບໃບປະກາດກຽດນິຍົມອັນດັບ 1 ຢູ່ສະຖາບັນດົນຕີ ຮ່າໂນ້ຍ, ຫຼັງຈາກນັ້ນໄດ້ໄປຮຽນຍົກລະດັບຢູ່ສະຖາບັນດົນຕີ ລາຊະວົງ ແດນມາກ, ປັດຈຸບັນ ເຮືອງ ພວມໄປຮຽນໃນຫຼັກສູດປະລິນຍາເອກຢູ່ມະຫາວິທະຍາໄລ Texas ເໜືອ, ອາເມລິກາ. ເຖິງວ່າເປັນນັກສິລະປິນທີ່ເສບດົນຕີຄຼາດຊິກຝ່າຍຕາເວັນຕົກສະເພາະ ແລະ ໄດ້ສຳຜັດກັບດົນຕີປະເພດນີ້ແຕ່ຄາວຍັງນ້ອຍກໍຕາມ ແຕ່ຍາມໃດ ເຮືອງ ກໍມີຄວາມສຳນຶກໃນການຮັກສາ ແລະ ເສີມຂະຫຍາຍດົນຕີພື້ນເມືອງຂອງຊາດຕົນເມື່ອສະແດງບົດປະພັນດົນຕີຕ່າງໆຂອງ ຫວຽດນາມ. ເລທືເຮືອງ ແບ່ງປັນວ່າ:

        “ປັດຈຸບັນ ຂ້າພະເຈົ້າພວມຮຽນຊັ້ນປະລິນຍາເອກຢູ່ ອາເມລິກາ ແຕ່ເວລາໃດກໍຄິດຮອດຄິດເຖິງ ຫວຽດນາມ ແລະ ວິທີທີ່ດີທີ່ສຸດໃນການຮັກສາການຕິດຕໍ່ໃຫ້ເປັນປົກກະຕິ, ໄດ້ເຮັດອາຊີບ ແລະ ກໍແມ່ນຄວາມຮັບຜິດຊອບຂອງຕົນໃນພາລະກິດການສະແດງນັ້ນ ຍາມໃດຂ້າພະເຈົ້າກໍຮັກສາການພົວພັນ ແລະ ພົບປະແລກປ່ຽນກັບທ່ານຜູ້ຊົມຢ່າງເປັນປະຈຳ, ພິເສດແມ່ນຜູ້ຊົມທີ່ຢູ່ທາງບ້ານ. ນັ້ນແມ່ນເຫດຜົນທີ່ຂ້າພະເຈົ້າມີຕາຕະລາງເຮັດວຽກ ແລະ ຕາຕະລາງຮຽນເຕັມຢູ່ ອາເມລິກາ ແຕ່ຍາມໃດຂ້າພະເຈົ້າກໍຍາດເວລາກັບເມືອບ້ານໃນຍາມພັກແລ້ງ ເພື່ອໄປພົບປະກັບບັນດາຜູ້ຊົມທີ່ຢູ່ທາງບ້ານ”.

        ເລື່ອງຫຼິ້ນດົນຕີຂອງຝ່າຍຕາເວັນຕົກ ແລະ ສ່ວນຫຼາຍແມ່ນບັນດາບົດປະພັນຂອງຝ່າຍຕາເວັນຕົກ, ແຕ່ເມື່ອທຳການສະແດງ ເຮືອງ ກໍພະຍາຍາມຄົ້ນຫາປັດໄຈ ແລະ ສີສັນຂອງ ຫວຽດນາມ ຍ້ອນສິ່ງເຫຼົ່ານັ້ນໄດ້ມີຢູ່ໃນຕົວຂອງ ເຮືອງ ແລ້ວ.

ນັກສິລະປິນເປົາຂຸ່ຍ Flute ເລທືເຮືອງ ນຳເອົາສີສັນດົນຕີ ຫວຽດນາມ ໄປສະແດງໃນງານປະສານສຽງດົນຕີສາກົນຕ່າງໆ - ảnh 1 ເລທືເຮືອງ ແລະ ນັກສິລິປິນສາກົນ (ພາບ:cand.com.vn)

ສຽງປະກອບ

        ທີ່ທ່ານໄດ້ຮັບຟັງແລວນັ້ນແມ່ນບົດດົນຕີ “ສຽງຂຸ່ຍແຫ່ງບ້ານເກີດເມືອງນອນ” ໃນລາຍການ “ສິ່ງຍຶນຍົງຄົງຕົວຕະຫຼອດໄປ” ໂດຍນັກສິລະປິນເປົາຂຸ່ຍ Flute ເລທືເຮືອງ ສະແດງພ້ອມກັບກອງດົນຕີປະສານສຽງ ຫວຽດນາມ. ໄດ້ເຊື່ອມຕໍ່ກັບກົກເຄົ້າຂອງດົນຕີປະຈຳຊາດ, ນັກສິລະປິນ ເລທືເຮືອງ ແບ່ງປັນວ່າ:

        “ເມື່ອເປົາຂຸ່ຍ flute ແລະ ສະແດງບັນດາບົດປະພັນດົນຕີຂອງ ຫວຽດນາມ ນັ້ນ, ແນ່ນອນວ່າ ຂ້າພະເຈົ້າກໍມີທ່າໄດ້ປຽບຫຼາຍຢ່າງ ຍ້ອນເຮົາເຂົ້າໃຈກົກເຄົ້າວັດທະນະທຳຂອງຊາດ, ເຂົ້າໃຈໂຄງສ້າງສີສັນໃນດົນຕີພື້ນເມືອງ, ຜ່ານນັ້ນ ສະແດງໃຫ້ເຫັນວ່າບົດປະພັນມີລັກສະນະອາຊີຕາເວັນອອກຫຼາຍກວ່າ. ຂ້າພະເຈົ້າກໍຄິດວ່າ ປັດໄຈສຳຄັນ ແລະ ຕັດສິນເພື່ອຢັ້ງຢືນຕົວຕົນຂອງນັກສິລະປິນແຕ່ລະຄົນນັ້ນ ກໍແມ່ນສີສັນສະເພາະ, ສຽງເວົ້າສະເພາະໃນການສະແດງອອກຜ່ານສຽງດົນຕີຂອງແຕ່ລະຄົນ. ຍ້ອນແນວນັ້ນ ຂ້າພະເຈົ້າຄິດວ່າ ທ່າແຮງຂອງຕົນນັ້ນແມ່ນນຳໃຊ້ຄວາມເຂົ້າໃຈກ່ຽວກັບດົນຕີພື້ນເມືອງ ເພື່ອນຳເຂົ້າໃນບັນດາບົດປະພັນຍຸກປະຈຸບັນ ລວມທັງຂອງຝ່າຍຕາເວັນຕົກ ແລະ ຂ້າພະເຈົ້າກໍພະຍາຍາມຊອກຄົ້ນບັນດາບົດປະພັນ ຫວຽດນາມ ຢ່າງສຸດຂີດ. ຜ່ານນັ້ນ ກໍເພື່ອເປັນການຢັ້ງຢືນໃຫ້ຮູ້ຈັກເຖິງບັນດາບົດປະພັນ ຫວຽດນາມ ກວ່າອີກ”.

        ເມື່ອ ເລທືເຮືອງ ສະແດງບັນດາບົດປະພັນດົນຕີ ຫວຽດນາມ ຢູ່ຕ່າງປະເທດ, ມວນຊົນກໍໄດ້ໃຫ້ການຊົມເຊີຍຢ່າງສຸດຈິດສຸດໃຈ. ໃນການສະແດງສະເພາະຂອງ ເລທືເຮືອງ ຄັ້ງຫຼ້າສຸດຢູ່ ມະຫາວິທະຍາໄລ Texas ເໜືອ, ເຮືອງ ໄດ້ສະແດງບົດປະພັນດົນຕີ ຫວຽດນາມ ດ້ວຍການໃຊ້ ຂຸ່ຍ flute, ຂຸ່ຍ anto-flute, ພິນ Harp ຂອງນັກປະພັນດົນຕີ ຟານກວາງຝຸກ - ຊາວ ດາໜັ້ງ ທີ່ໄປດຳລົງຊີວິດຢູ່ ອາເມລິກາແຕ່ດົນນານແລ້ວ. ບົດປະພັນດົນຕີຂອງ ຟານກວາງຝຸກ ແມ່ນການປະສົມປະສານຄວາມນີ້ມນວນລະຫວ່າງບັນດາແບບວິທີການນຳໃຊ້ດົນຕີຝ່າຍຕາເວັນຕົກ ແລະ ສີສັນດົນຕີພື້ນເມືອງ ຫວຽດນາມ. ໃນລາຍການສະແດງນັ້ນ ເຮືອງ ໄດ້ສະແດງ 4 ບົດປະພັນດົນຕີ ເຊິ່ງລວມມີ ບົດປະພັນດົນຕີຝ່າຍຕາເວັນຕົກ 3 ບົດ ແລະ ບົດປະພັນດົນຕີ ຫວຽດນາມ 1 ບົດ. ເຮືອງໃຫ້ຮູ້ຕື່ມອີກວ່າ:

        “ນັ້ນແມ່ນບົດປະພັນດົນຕີກ່ຽວກັບເລື່ອງຄວາມຮັກຂອງ ມິເນືອງ. ເມື່ອສຽງຂຸ່ຍດັງຂຶ້ນ, ທ່ານຜູ້ຊົມກໍສາມາດຮັບຮູ້ໄດ້ເຖິງບັນດາຄວາມຮູ້ສຶກອັນເຈັບປວດທໍລະມານໃນຄວາມຮັກຂອງ ມິເນືອງ. ໃນບັນດາຕອນທີ່ ມິເນືອງ ເລົ່າເລື່ອງ, ຟັງສຽງຂຸ່ຍຄ້າຍຄືກັບສຽງຄົນຂັບຮ້ອງທີ່ສຸດ. ບາງຕອນກໍມີລັກສະນະປະສານສຽງຂຸ່ຍໄມ້ຊອດ ເຊິ່ງແມ່ນປະເພດເຄື່ອງດົນຕີທີ່ແຜ່ຫຼາຍຢູ່ ຫວຽດນາມ. ຂ້າພະເຈົ້າ ແລະ ນັກສິລະປິນ ພິນ Harp ຊາວ ໂປໂລຍ ໄດ້ພ້ອມກັນຊອກຄົ້ນບົດປະພັນ ແລະ ປະສົມປະສານສ້າງເປັນບັນດາປັດໄຈນັ້ນ ເພື່ອສ້າງໃຫ້ເປັນສຽງດົນຕີ ທີ່ຮັກສາໄດ້ສີສັນຂອງ ອາຊີ ພ້ອມທັງຮັບປະກັນບັນດາເຕັກນິກ ແລະ ບັນດາຄວາມຮຽກຮ້ອງທີ່ເຄັ່ງຂັດຂອງດົນຕີຝ່າຍຕາເວັນຕົກໄດ້”.

        ເຊິ່ງເປັນນັກສິລະປິນຫຼິ້ນສະເພາະດົນຕີ ຄຼາດຊິກ ຝ່າຍຕາເວັນຕົກ, ແຕ່ ເຮືອງ ຍາມໃດກໍມີຄວາມສຳນຶກໃນການຮັກສາ ແລະ ເສີມຂະຫຍາຍດົນຕີຂອງຊາດ ເມື່ອສະແດງໃຫ້ເຫັນເຖິງບັນດາບົດປະພັນດົນຕີ ຫວຽດນາມ. ເມື່ອເວົ້າເຖິງບັນດາການອຸທິດສ່ວນຂອງ ເຮືອງ , ນັກສິລະປິນ Piano ເຈິ່ນຖາຍລິງ ໃຫ້ຮູ້ວ່າ:

“ສີສັນ ຫວຽດນາມ ໄດ້ມີຢູ່ໃນດວງໃຈ. ຍ້ອນແນວນັ້ນ, ນັບທັງເມື່ອ ນັກສິລະປິນ ເຮືອງ ໄດ້ເລືອກເຟັ້ນການຫຼິ້ນເຄື່ອງດົນຕີຝ່າຍຕາເວັນຕົກຄື ຂຸ່ຍ flute, ເມື່ອສະແດງບົດປະພັນດົນຕີ ຫວຽດນາມ, ຜູ້ຟັງຍັງຄົງຮັບຮູ້ໄດ້ເຖິງສີສັນ ຫວຽດນາມ ຢ່າງຈະແຈ້ງ ໃນແຕ່ລະບົດທີ່ ເຮືອງ ສະແດງ”.

ນັກສິລະປິນເປົາຂຸ່ຍ Flute ເລທືເຮືອງ ປະກົດຕົວດ້ວຍບົດບາດເປັນນັກສິລະປິນບັນເລງດ່ຽວ, ປະສານສຽງ ແລະ ໃນກອງດົນຕີປະສານສຽງຢູ່ໃນບັນດາງານດົນຕີປະສານສຽງ, ງານມະໂຫລານດົນຕີສາກົນທີ່ມີອິດທິພົນຊື່ສຽງຢູ່ຫຼາຍປະເທດໃນໂລກຢ່າງເປັນປະຈຳ ຄື ຍີ່ປຸ່ນ, ອາເມລິກາ, ອັງກິດ, ຝະລັ່ງ, ເຢຍລະມັນ, ແດນມາກ ແລະ ຊູແອດ. ເມື່ອແບ່ງປັນກ່ຽວກັບແຜນການໃນອະນາຄົດ, ທືເຮືອງ ໃຫ້ຮູ້ວ່າ ເຮືອງພ້ອມກັບວົງດົນຕີຂອງຕົນຈະມຸ່ງໄປສູ່ການສະແດງດົນຕີໃນຮູບແບບບັນຍາຍ, ພັນລະນາ ແລະ workshop, ໝາຍຄວາມວ່າ ບັນດານັກສິລະປິນຈະມີການສະແດງປະສານກັບການແນະນຳນັກປະພັນ, ບົດປະພັນ ແລະ ເຄື່ອງດົນຕີ, ພ້ອມນັ້ນຜູ້ຊົມກໍຈະມີໂອກາດໄດ້ລອງຫຼິ້ນບັນດາເຄື່ອງດົນຕີໃນການສະແດງແບບ workshop ນຳອີກ. ຄວາມໄຝ່ຝັນອັນລຽບງ່າຍຂອງກຸ່ມ ແມ່ນມີການສະແດງກ່ຽວກັບແກຫຼາຍກວ່າອີກ ເພື່ອມີໂອກາດໄດ້ນຳສະເໜີຕໍ່ມວນຊົນ ແລະ ນຳເຄື່ອງດົນຕີປະເພດນີ້ຫຍັບມໍ່ເຂົ້າໃກ້ກັບຜູ້ຮັບຊົມ, ຟັງທັງຢູ່ພາຍໃນ ແລະ ຕ່າງປະເທດກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ