ນັກສິລະປະການ ຫວ້ານທິຖາງ - ຜູ້ທີ່ມີສີມືດີ ໃນອາຊີບຕ່ຳແຜ່ນແຜພື້ນເມືອງຢູ່ແຂວງ ນິງຖ້ວນ

(VOVWORLD) -ນັກສິລະປະການ ຫວ້ານທິຖາງ ແມ່ນໜຶ່ງໃນຈຳນວນໜ້ອຍນັກສິລະປະການ ທີ່ມີຄວາມເກັ່ງກ້າສາມາດຢູ່ບ້ານອາຊີບ ຕ່ຳແຜ່ນແພພື້ນເມືອງ ໝີຫງຽບ ເທດສະບານ ເຝືອກເຢິນ ໃນແຂວງ ນິງຖ້ວນ. ປັດຈຸບັນນາງ ຫວ້ານທິຖາງ ໄດ້ຮັບຖືວ່າແມ່ນຜູ້ທີ່ມີສີມືການຊ່າງດີທີສຸດຢູ່ບ້ານ ໝີຫງຽບ
ນັກສິລະປະການ ຫວ້ານທິຖາງ - ຜູ້ທີ່ມີສີມືດີ ໃນອາຊີບຕ່ຳແຜ່ນແຜພື້ນເມືອງຢູ່ແຂວງ ນິງຖ້ວນ - ảnh 1ນັກສິລະປະການ ຫວ້ານທິຖາງ ສະແດງອາຊີບ

     ນັກສິລະປະການ ຫວ້ານທິຖາງ ຊາວເຜົ່າ ຈຳ ໄດ້ກຳເນີດຂຶ້ນ ໃນຄອບຄົວທີ່ມີມູນເຊື້ອປະກອບອາຊີບຕ່ຳແຜ່ນແພພື້ນເມືອງຂອງຊາວເຜົ່າ ຈຳ. ເຖິງວ່າປີນີ້ ໄດ້ມີອາຍຸ 80 ປີແລ້ວກໍ່ຕາມ ແຕ່ນາງຍັງຄົງມີຄວາມເມົາມົວສຸມຈິດສຸມໃຈກັບອາຊີບ.ນາງ ເຄີຍຕ່ຳແຜ່ນແພ ແລະ ຖ່າຍທອດອາຊີບໃຫ້ແກ່ລູກຫຼານໃນໝູ່ບ້ານ. ນາງ ຖາງ ໃຫ້ຮູ້ວ່າ:

      “ຂ້າພະເຈົ້າໄດ້ປະກອບອາຊີບນີ້ ເປັນເວລາ 60 ປີ ແລ້ວ ຄາວມີອາຍຸພຽງ 12 ປີ ກໍ່ເຫັນວ່າ ແມ່ຍ່າ ແລະ ແມ່ຂອງເຮົາປະກອບອາຊີບນີ້ ແລະ ຂ້າພະເຈົ້າໄດ້ເຮັດຕາມ ແລະ ຮອດລຸ້ນລູກລຸ້ນຫຼານ ກໍ່ເດີນຕາມປະກອບອາຊີບນີ້. ເຮົາຢາກມີສີມືດີໃນອາຊີບນີ້ ກໍ່ຕ້ອງພະຍາຍາມຮຽນຮູ້. ໃນອາຊີບຕ່ຳແຜ່ນແພນີ້ກໍ່ມີຫຼາຍຂັ້ນຕອນ, ໃນນັ້ນມີຂັ້ນຕອນເຂັນຝາຍ ເຮັດໄໝ ແລະ ເຮັດກີ່ຕ່ຳຫູກ. ຂັ້ນຕອນຍາກທີ່ສຸດ ແມ່ນເຮັດລວດລາຍບູຮານ ເຊິ່ງລຸ້ນປັດຈຸບັນກໍ່ບໍ່ສູ້ເຫັນ”.

      ລວດລາຍໃນແຜ່ນແພພື້ນເມືອງຂອງຊາວເຜົ່າ ຈຳ  ກໍ່ມີສິລະປະພື້ນເມືອງທີ່ເປັນເອກະລັກ ສະເພາະ  ອັນໄດ້ສະແດງໃຫ້ເຫັນຮູບພາບທຳມະຊາດ, ຮູບພາບກ່ຽວກັບການດຳເນີນຊີວິດໃນການອອກແຮງງານ, ຮີດຄອງປະເພນີ, ການເຫຼື້ອມໃສພື້ນເມືອງ ແລະ ຂີດໝາຍສາສະໜາຂອງຊາວເຜົ່າ ຈຳ.ປັດຈຸບັນຈຳນວນນັກສິລະປະການທີ່ມີຄວາມຊຳນານກ່ຽວກັບດ້ານເຕັກນິກສ້າງລວດລາຍແມ່ນຍັງໜ້ອຍທີ່ສຸດ. ແຕ່ຍ້ອນມີໂຄງການ “ສະຖິຕິ, ເກັບກຳ, ຟື້ນຟູ ແລະ ຖ່າຍທອດການເຮັດລວດລາຍບູຮານຂອງຊາວເຜົ່າ ຈຳ”.  ໂດຍກອງທຶນໜູນຊ່ວຍ ອະນຸລັກສິລະປະວັດທະນະທຳພື້ນເມືອງຂອງສູນ ແລກປ່ຽນສຶກສາກັບ ຫວຽດນາມ  ອຸປະຖຳນັ້ນ ມາຮອດປັດຈຸບັນ ໝູ່ບ້ານຕ່ຳແຜ່ນແຜພື້ນເມືອງ ໝີຫງຽບ ສາມາດເກັບກຳ, ຟື້ນຟູບັນດາລວດລາຍບູຮານຂອງຊາວເຜົ່າ ຈຳ ເຊິ່ງໄດ້ຖືກສູນຫາຍໄປມາແຕ່ດົນນານແລ້ວ. ປະກອບສ່ວນເຂົ້າໃນຜົນສຳເລັດນີ້ ກໍ່ແມ່ນຖັນແຖວນາຍຊ່າງຜູ້ທີ່ມີສີມືດີ, ນັກສິລະປະການໃນບ້ານ ໃນນັ້ນຜູ້ທີ່ມີຄຸນງາມຄວາມດີໃຫຍ່ຫຼວງ ແມ່ນນັກສິລະປະການ ຫວ້ານທິຖາງ. ນາງ ຖ້ວນທິຈ່າວ ຫົວໜ້າຮ້ານຄ້າສະຫະກອນຕ່ຳແຜ່ນແພພື້ນເມືອງ ໝີຫງຽບ ໃຫ້ຮູ້ວ່າ:

 “ສຳລັບບັນດາລວດລາຍທີ່ເປັນເອກະລັກສະເພາະນັ້ນ ມີພຽງນາງ ຫວ້ານທິຖາງ ສາມາດເຮັດໄດ້ເທົ່ານັ້ນ ພ້ອມກັນນັ້ນ ນາງກໍ່ໄດ້ຖ່າຍທອດຄືນໃຫ້ແກ່ນາຍຊ່າງລຸ້ນຫຼັງ. ນາງ ຖາງ ມີຄວາມຄ່ອງແຄ້ວທີ່ສຸດ ທັງຄົ້ນຄວ້າກ່ຽວກັບລວດລາຍທີ່ໃໝ່ອ່ຽມ ທັງສາມາດຟື້ນຟູບັນດາລວດລາຍບູຮານ. ໃນໝູ່ບ້ານອາຊີບນີ້ ມີພຽງນາງ ຫວ້ານທິຖາງ ຄົນດຽວແມ່ນນາຍຊ່າງທີ່ເກັ່ງກ້າທີ່ສຸດໃນໝູ່ບ້ານ. ນາງກໍ່ແມ່ນນັກສິລະປະການດີເດັ່ນ”.

      ໝີຫງຽບ ແມ່ນໝູ່ບ້ານອາຊີບຕ່ຳແຜ່ນແພພື້ນເມືອງຂອງຊາວເຜົ່າ ຈຳ ເຊິ່ງໄດ້ມີມາປະມານ 400 ປີ. ໝູ່ບ້ານ ໝີຫງຽບ ໄດ້ກາຍເປັນໜຶ່ງໃນບັນດາໝູ່ບ້ານອາຊີບຕ່ຳແຜ່ນແພທີ່ດີເດັ່ນຂອງຊາວເຜົ່າ ຈຳ ໃນແຂວງ ນິງຖ້ວນ ເວົ້າສະເພາະ ແລະ ເຂດແຄມທະເລພາກກາງ ເວົ້າລວມ.  ນາງ  ດົງທິຮົ່ງເງິ໊ມ ຊາວບ້ານ ໝີຫງຽບ ເລົ່າສູ່ຟັງວ່າ:

       “ນາງ ຖາງ ແມ່ນນັກສິລະປະການທີ່ມີຄວາມມານະອົດທົນ ແລະ ມີຄວາມເກັ່ງກ້າສາມາດ.    ນາງສາມາດປະດິດຄິດສ້າງບັນດາລວດລາຍທີ່ເປັນເອກະລັກ. ນາງໄດ້ຖ່າຍທອດການເຮັດລວດລາຍບູຮານໃຫ້ແກ່ລຸ້ນໜຸ່ມ ເພື່ອເປັນການອະນຸລັກຮັກສາອາຊີບນີ້ໃຫ້ແກ່ລູກຫຼານ. ນີ້ກໍ່ແມ່ນອາຊີບທີ່ມີມາແຕ່ດົນນານ ດັ່ງນັ້ນ ຈຳເປັນແຕ່ລະຄົນໃນຄອບຄົວ ກໍ່ຕ້ອງສືບທອດອາຊີບນີ້”.

      ກ່ອນນີ້ນັກສິລະປະການ ຫວ້ານທິຖາງ ເຄີຍໄດ້ຮັບການເຊື້ອເຊີນໄປສະແດງອາຊີບຢູ່ບັນດາງານຕະຫຼາດນັດ ງານວາງສະແດງທັງຢູ່ພາຍໃນ ແລະ ຕ່າງແຂວງ ນິງຖ້ວນ. ປັດຈຸບັນເມື່ອກ້າວເຂົ້າສູ່ອາຍຸ 80 ປີແລ້ວ ແຕ່ນາງໄດ້ທຳການສະແດງອາຊີບຢູ່ໂຮງວາງສະແດງຜະລິດຕະພັນ ແລະ ສະແດງອາຊີບຕ່ຳແຜ່ນແພຂອງໝູ່ບ້ານ ໝີຫງຽບ ເມື່ອມີຄະນະທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດມາຢ້ຽມຊົມທັດສະນະສຶກສາ. ບັນດາຜະລິດຕະພັນຂອງນາງ ໄດ້ຮັບບັນດາລາງວັນສູງທີ່ບັນດາງານປະກວດສີມືການຊ່າງຢູ່ພາຍໃນປະເທດ. ນັກສິລະປະການ ຫວ້ານທິຖາງ ສົມເປັນຜູ້ມີສີມືດີ ໃນອາຊີບຕ່ຳແຜ່ນແພພື້ນເມືອງຊາວເຜົ່າ ຈຳ ໃນແຂວງ ນິງຖ້ວນ.

ຕອບກັບ

ຂ່າວ/ບົດ​ອື່ນ