ນັກສິລະປະການປະຊາຊົນ ເຈິ່ນວັນໂດະ - ຜູ້ຮັກສາອາຊີບເຮັດເຄື່ອງປັ້ນດິນເຜົາ ບາດຈ່າງ

(VOVWORLD) -ດ້ວຍຄວາມໝົກໝົ່ນກັບອາຊີບເຮັດເຄື່ອງປັ້ນດິນເຜົາເປັນເວລາກວ່າ 50 ປີ, ນັກສິລະປະການປະຊາຊົນ ເຈິ່ນວັນໂດະ ຢູ່ຕາແສງ ບາດຈ່າງ ເມືອງ ຢາເລິມ ຮ່າໂນ້ຍ ໄດ້ສ້າງໃຫ້ມີສາງມໍລະດົກ ເຊິ່ງລວມມີເຄື່ອງປັ້ນດິນເຜົາກວ່າ 70 ປະເພດ, ໃນນັ້ນມີຫຼາຍປະເພດມີຄ່າຫາຍາກ ເຊິ່ງທ່ານໄດ້ຄົ້ນຄວ້າບູລະນະຟື້ນຟູ ເຄື່ອງປັ້ນດິນເຜົາຫຼາຍຢ່າງໃຫ້ສຳເລັດຜົນ. ບັນດາຜະລິດຕະພັນເຄື່ອງປັ້ນດິນເຜົາອັນເປັນເອກະລັກ ມີສີສັນ ຫວຽດນາມ ທີ່ໄດ້ສ້າງເປັນຮູບປະທຳ ຈາກສີມືອັນຄ່ອງແຄ້ວຂອງທ່ານ ໄດ້ມີຊື່ສຽງທັງຢູ່ພາຍໃນ ແລະ ຕ່າງປະເທດ
ນັກສິລະປະການປະຊາຊົນ ເຈິ່ນວັນໂດະ -  ຜູ້ຮັກສາອາຊີບເຮັດເຄື່ອງປັ້ນດິນເຜົາ ບາດຈ່າງ  - ảnh 1 ນັກສິລະປະການປະຊາຊົນ ເຈິ່ນວັນໂດະ ກັບອາຊີບເຄື່ອງປັ້ນດິນເຜົາ

ນັກສິລະປະການປະຊາຊົນ ເຈິ່ນວັນໂດະ ແມ່ນຄົນລຸ້ນທີ 18 ໃນວົງຕະກຸນ ເຈິ່ນ ເຊິ່ງປະກອບອາຊີບເຮັດເຄື່ອງປັ້ນດິນເຜົາຢູ່ ບາດຈ່າງ. ໂດຍໄດ້ສືບທອດອາຊີບຈາກພໍ່ນັບແຕ່ຄາວມີອາຍຸ 10 ປີ ແລະ ຕໍ່ຈາກນັ້ນ ແມ່ນປະສົບການໃນຊຸມປີເປັນນາຍຊ່າງ ເຮັດວຽກຢູ່ສະຫະກອນເຄື່ອງປັ້ນດິນເຜົາ, ເຖິງຄາວອາຍຸ 29 ປີ, ເຈິ່ນວັນໂດະ ຈຶ່ງຮູ້ສຶກຕົນເອງມີຄວາມສຸກງອມຢ່າງແທ້ຈິງ ເພື່ອປະກອບອາຊີບເຄື່ອງປັ້ນດິນເຜົາ. ທ່ານ ໂດະ ເວົ້າວ່າ:

 “ນັບແຕ່ຄາວຍັງນ້ອຍ ຂ້າພະເຈົ້າໄດ້ຮຽນ ແລະ ໄດ້ຟັງບັນດາພໍ່ຕູ້ແມ່ຕູ້ໃນໝູ່ບ້ານ ເວົ້າເຖິງເຄື່ອງປັ້ນດິນເຜົາ ບາດຈ່າງ. ໄລຍະຕໍ່ມາ ຂ້າພະເຈົ້າກໍ່ໄດ້ຊອກຮູ້ນຳບັນດາຜູ້ຊ່ຽວຊານ, ແລ້ວກໍ່ໄດ້ຮັບຊົມບັນດາຊຸດສະສົມເຄື່ອງປັ້ນດິນເຜົາ ແລະ ຈາກນັ້ນ ກໍ່ໄດ້ເກີດມີຂໍ້ລິເລີ່ມຊອກຫາເສັ້ນທາງສະເພາະຂອງຕົນ ນັ້ນແມ່ນເຮົາຕ້ອງຮຽນຮູ້ ແລະ ຖອນຖອດບົດຮຽນ ເພື່ອຜະລິດອອກບັນດາບັນດາຜະລິດຕະພັນ ທີ່ມີສີສັນຂອງເຄື່ອງປັ້ນດິນເຜົາ ໃນສະໄໝລາດຊະວົງ ຫຼີ, ເຈິ່ນ”.

   ດ້ວຍການປະກອບອາຊີບເປັນເວລາຫຼາຍສິບປີ, ທ່ານ ໂດະ ໄດ້ມີຄວາມມານະອົດທົນ ເພື່ອສ້າງຜະລິດຕະພັນຂອງຕົນ ມີບັນດາສີສັນສະເພາະ ແລະ ເຂັ້ມຂົ້ນໄປດ້ວຍສິ່ງທີ່ຍອດຍິ່ງ ທາງດ້ານວັດທະນະທຳຂອງຊາດ. ມີເຄື່ອງປັ້ນດິນເຜົາຫຼາຍປະເພດທີ່ຄິດວ່າໄດ້ຖືກສູນຫາຍໄປ ແຕ່ທ່ານໄດ້ຟື້ນຟູໃຫ້ສຳເລັດ. ບັນດາວັດຖຸພັນເຄື່ອງບູຮານ ທີ່ມີມາຈາກສະໄໝ ລາດຊະວົງ ດິງ, ຫຼີ, ເຈິ່ນ, ເລ ໄດ້ຖືກທ່ານຟື້ນຟູບູລະນະຢ່າງສຳເລັດຜົນ ເຊິ່ງພົ້ນເດັ່ນຂຶ້ນແມ່ນໄຫເຫຼົ້າສະໄໝລາດຊະວົງ ເລ - ໝາກ, ເຕົ່າວິເສດໜອງ ຮວ່ານກ໊ຽມ… ນັກສິລະປະການ ເຈິ່ນວັນໂດະ ເວົ້າວ່າ:

 “ສີສັນມັນກໍ່ມີຄວາມແຕກຕ່າງກັນ, ດັ່ງນັ້ນ ຂ້າພະເຈົ້າຄິດວ່າທຸກສິ່ງທຸກຢ່າງ ທີ່ຂ້າພະເຈົ້າທຸ້ມເທສະຕິປັນຍາເຂົ້າໃນດ້ານສີສັນ, ລວດລາຍ, ຮູບຊົງກໍ່ລ້ວນແຕ່ມີວິນຍານ ສີສັນ ຫວຽດນາມ. ເມື່ອກ່ອນນີ້ ບັນດາຜູ້ເຖົ້າຜູ້ແກ່ເຄີຍເວົ້າວ່າ ດິນມີຄວາມປະເສີດປຽບເໝືອນຄຳ. ແລະ ພາຍຫຼັງເກືອບ 50 ປີ ຂ້າພະເຈົ້າກໍ່ໄດ້ຊອກເຫັນຄຳຕອບ”.

ບັນດາຜະລິດຕະພັນ ຂອງຄອບຄົວທ່ານເວົ້າສະເພາະ ແລະ ໝູ່ບ້ານເຄື່ອງປັ້ນດິນເຜົາ ບາດຈ່າງ ເວົ້າລວມ ໄດ້ກາຍເປັນໜຶ່ງໃນບັນດາຜະລິດຕະພັນທ່ອງທ່ຽວ ທີ່ພົ້ນເດັ່ນຂອງ ຮ່າໂນ້ຍ ເຊິ່ງໄດ້ປາກົດຕົວຢູ່ຫຼາຍປະເທດໃນໂລກ ແລະ ໄດ້ສະແດງໃຫ້ເຫັນຄຸນຄ່າທາງດ້າງວັດທະນະທຳພື້ນເມືອງຂອງຊາດ ຫວຽດນາມ ໃຫ້ແກ່ເພື່ອນມິດສາກົນ.  ນັກສິລະປະການ ເລແຄັ໊ງລີ ໃຫ້ຮູ້ວ່າ:

 “ໜຶ່ງໃນບັນດາຈຸດພິເສດຂອງເຄື່ອງປັ້ນດິນເຜົາ ເຄືອບ ເຈິີ່ນໂດະ ແມ່ນສະແດງໃຫ້ເຫັນບັນດາລວດລາຍ ຂອງເຄື່ອງປັ້ນດິນເຜົາໃນສະໄໝລາດຊະວົງ ເຈິ່ນ. ລວດລາຍທັງໝົດທີ່ນຳເຂົ້າເຄື່ອງປັ້ນດິນເຜົາ ກໍ່ລ້ວນແຕ່ອີງໃສ່ບັນດາວັດຖຸເອກະສານ ຂອງບັນດາຫໍພິພິທະພັນ, ດັ່ງນັ້ນກໍ່ສາມາດເຫັນໄດ້ເຖິງສີສັນທີ່ເກົ່າແກ່ ໃນຜະລິດຕະພັນເຄື່ອງປັ້ນດິນເຜົາ ເຈິ່ນໂດະ”.

 ທ່ານ ເລຊວນໂຝ ປະທານສະຫະສະມາຄົມເຄື່ອງປັ້ນດິນເຜົາເຄືອບ ບາດຈ່າງ ໄດ້ຕີລາຄາວ່າ ບາດຈ່າງ ມີຖັນແຖວນັກສິລະປະການແຖວໜ້າ, ໃນນັ້ນມີນັກສິລະປະການປະຊາຊົນ ເຈິ່ນວັນໂດະ. ບັນດາຜະລິດຕະພັນເຄື່ອງປັ້ນດິນເຜົາ ເຈິ່ງວັນໂດະ ແມ່ນໄດ້ເຕົ້າໂຮມບັນດາຈຸດວັດທະນະທຳ ຫວຽດນາມ ຢ່າງຄົບຖ້ວນ. ສິ່ງນີ້ແມ່ນຄວາມເປັນກຽດໃຫ້ເຂດ ບາດຈ່າງ. ໂດຍມີຄວາມສຸມຈິດສຸມໃຈໃນຕະຫຼອດຊີວິດ ໃຫ້ແກ່ເຄື່ອງປັ້ນດິນເຜົາ ບາດຈ່າງ, ນັກສິລະປະການ ເຈິ່ນວັນໂດະ ໄດ້ຮັບລາງວັນອັນສູງສົ່ງຫຼາຍລາງວັນເຊັ່ນ: ຫຼຽນກາສີມືອັນຄ່ອງແຄ້ວທົ່ວປະເທດ, ນາມມະຍົດນັກສິລະປະການປະຊາຊົນ… ພ້ອມກັນນັ້ນ ນະຄອນຮ່າໂນ້ຍ ກໍ່ໄດ້ເຊີດຊູທ່ານແມ່ນ “ພົນລະເມືອງດີເລີດຂອງນະຄອນຫຼວງ”. ນີ້ແມ່ນບັນດາລາງວັນອັນມີຄ່າ ທີ່ສະຫງວນໃຫ້ແກ່ນາຍຊ່າງເຮັດເຄື່ອງປັ້ນດິນເຜົາ ເຊິ່ງໄດ້ສະຫງວນສະຕິປັນຍາ ເຫື່ອແຮງຢ່າງຫຼວງຫຼາຍ ເຂົ້າໃນການຮັກສາວັດທະນະທຳອັນລ້ຳຄ່າຂອງນະຄອນຫຼວງ.

ຕອບກັບ

ຂ່າວ/ບົດ​ອື່ນ