ນັກຮົບເກົ່າ ຫງວຽນຕື໋ຮຸ່ງ - ພົນລະເມືອງດີເດັ່ນ ນະຄອນຫຼວງຮ່າໂນ້ຍ ປີ 2018

(VOVWORLD) -ໄປຢາມໝູ່ບ້ານ ແຫ້ງດ່ານ, ຕາແສງ ເຕິນເລິບ, ເມືອງ ດານເຟື້ອງ, ນະຄອນ ຮ່າໂນ້ຍ, ຖາມຫາເຮືອນນັກຮົບເກົ່າ ຫງວຽນຕື໋ຮຸ່ງ, ປະຊາຊົນໃນໝູ່ບ້ານໃຜໆກໍຮູ້ຈັກເຖິງ. ລຸງ ຮຸ່ງ ເປັນຄົນທີ່ຮັກແພງ ແລະ ເຄົາລົບນັບຖືຂອງພໍ່ແມ່ປະຊາຊົນໃນໝູ່ບ້ານ ຍ້ອຄວາມສະໝັກໃຈໃນການປະກອບສ່ວນຢ່າງຫຼວງຫຼາຍ ບໍ່ວ່າຈະເປັເງິນຄຳກໍຄືກຳລັງເຫື່ອແຮງໃນການສ້າງສາບ້ານເກີດເມືອງນອນເປັນສີຂຽວ - ສະາດ - ງາມຕາ. ນັກຮົບເກົ່ານັ້ນ ເປັນກຽດໄດ້ຮັບການຮັບຮອງເອົາເປັນໜຶ່ງໃນຈຳນວນ ພົນລະເມືອງດີເດັ່ນ 10 ຄົນຂອງນະຄອນຫຼວງຮ່າໂນ້ຍປີ 2018.

        ລຸງ ຮຸ່ງ ລູກກ່ຳພ້າມາແຕ່ຄາວຍັງນ້ອຍ, ລຸງເຕີບໃຫຍ່ຂຶ້ນດ້ວຍການລ້ຽງດູ, ບອກສອນຂອງຍາດຕິພີ່ນ້ອງແລະ ພໍ່ແມ່ປະຊາຊົນໃນໝູ່ບ້ານ. ເມື່ອຄາວຍັງໜຸ່ມແໜ້ນ, ລຸງ ຮຸ່ງ ເຂົ້າຮ່ວມການຕໍ່ສູ້ກູ້ຊາດຕ້ານ ອາເມລິກາ ແລະ ບັ້ນຮົບເຂດຊາຍແດນທາງພາກເໜືອ. ພາຍຫຼັງອອກຈາກຖັນແຖວການທະຫານແລ້ວ, ລຸງ ຮຸ່ງ ໄດ້ເຂົ້າຮ່ວມວຽກງານສັງຄົມຢູ່ທ້ອງຖິ່ນ. ລຸງເປັນຜູ້ແທນສະພາປະຊາຊົນຕາແສງ ເຕິນເລິບ ອາຍຸການ 1994 – 1999. ໂດຍເສີມຂະຫຍາຍມູນເຊື້ອເປັນທະຫານຂອງ ລຸງ ໂຮ່ (ປະທານໂຮ່ຈີມິນ), ລຸງ ຮຸ່ງ ພ້ອມກັບຄອບຄົວໄດ້ພັດທະນາເສດຖະກິດຊົນນະບົດ. ສ່ວນຕົວລຸງ ຮຸ່ງ ແລະ ຄອບຄົວຂອງທ່ານໄດ້ເຮັດວຽກງານຫຼາຍຢ່າງທີ່ມີຄວາມໝາຍ, ແທດຈິງ ແລະ ປະກອບສ່ວນໃຫ້ແກ່ບ້ານເກີດເມືອງນອນ.

ນັກຮົບເກົ່າ ຫງວຽນຕື໋ຮຸ່ງ - ພົນລະເມືອງດີເດັ່ນ ນະຄອນຫຼວງຮ່າໂນ້ຍ ປີ 2018 - ảnh 1ນັກຮົບເກົ່າ ຫງວຽນຕື໋ຮຸ່ງ (ພາບ: vovworld.vn) 

ລຸງ ຫງວຽນຕື໋ຮຸ່ງ ແບ່ງປັນວ່າ:

        ຄອບຄົວຂອງຂ້າພະເຈົ້າ ທຸກຍາກມາແຕ່ໃດແລ້ວ. ພັກ, ລັດ, ປະຊາຊົນໃນທ້ອງຖິ່ນ ໄດ້ລ້ຽງດູຂ້າພະເຈົ້າມາແຕ່ຄາວຍັງນ້ອຍຈົນເຕີບໃຫຍ່, ກາຍເປັນພົນລະເມືອງດີຂອງສັງຄົມ. ສະນັ້ນ ໂດຍເລີ່ມຈາກຈິດໃຈຮູ້ບຸນຄຸນພັກ, ລຸງ ໂຮ່, ຂ້າພະເຈົ້າໄດ້ລະດົມລູກຫຼານ, ຜູ້ມີຫຼາຍກໍ່ປະກອບຫຼາຍ, ມີໜ້ອຍປະກອບໜ້ອຍ ເພື່ອປະກອບສ່ວນສ້າງສາບ້ານເກີດເມືອງນອນ, ກໍ່ສ້າງຊົນນະບົດໃໝ່. ດັ່ງຄໍາບອກສອນອງປະທານ ໂຮ່ຈີມິນ ທີ່ວ່າ ທຸກຄົນຮ່ວມແຮງຮ່ວມໃຈ ປະເທດຊາດຈະນັບມື້ນັພັດທະນາຮັ່ງມີເຂັ້ມແຂງ ແລະ ສວຍງາມກວ່າ.

        ເມື່ອພົບກັບລຸງ ຮຸ່ງ, ຜູ້ທີ່ມີອາຍຸໄດ້ 74 ປີແລ້ວ, ດ້ວຍໃບໜ້າອັນຊື່ຕົງ ແລະ ການນຸ່ງຖືທີ່ລຽບງ່າຍນັ້ນ ບໍ່ມີເທົ່າໃດຄົນທີ່ຮູ້ວ່າ ລຸງແມ່ນ “ຜູ້ອຸປະຖຳຕົ້ນຕໍ” ຂອງຂະບວນການກໍ່ສ້າງຊົນນະບົດໃໝ່ຢູ່ທ້ອງຖິ່ນ. ປີ 2004 ແລະ ປີ 2009, ໂດຍຕອບສະໜອງຕາມການປຸກລະດົມຂອງຄະນະຄຸ້ມຄອງປູຊະນີຍະສະຖານບ້ານ ແຫ້ງດ່ານ, ສ່ວນຕົວລຸງ ຮຸ່ງ ແລະ ຄອບຄົວຂອງທ່ານໄດ້ປະກອບສ່ວນເງິນຈໍານວນ 290 ລ້ານດົ່ງ ເຂົ້າໃນການກໍ່ສ້າງວິຫານ ແລະ ວັດຂອງບ້ານ. ໄລ່ແຕ່ປີ 2004 ມາຮອດປັດຈຸບັນ, ລຸງ ແລະ ຄອບຄົວໄດ້ສະໜັບສະໜູນໃຫ້ແກ່ການກໍ່ສ້າງ 4 ກິດຈະກຳ ເປັນເງິນກວ່າ 2 ຕື້ 400 ລ້ານດົ່ງ. ລຸງ ຫງວຽນຕື໋ຮຸ່ງ ໃຫ້ຮູ້ວ່າ:

        ຍ້ອນໜອງເກົ່າແກ່ແມ່ນບ່ອນບັນຈຸສິ່ງເສດເຫຼືອຂອງປະຊາຊົນໃນໝູ່ບ້ານ, ກໍ່ມົນລະພິດຕໍ່ສິ່ງແວດລ້ອມ, ຂ້າພະເຈົ້າໄດ້ສະເໜີໃຫ້ການນຳຕາແສງ ເຕິນເລິບ ປັບປຸງ, ກໍ່ສ້າງເປັນໜອງທີ່ເປັນມິດກັບສິ່ງແວດລ້ອມ. ໜອງມີເນື້ອທີ່ເກືອບ 5.000 ຕາແມັດ. ກິດຈະກຳໄດ້ເປີດສະຫຼອງໃນວັນທີ 22 ພຶດສະພາ 2017, ກົງກັບວັນເຫຼີມະຫຼອງ 55 ປີແຫ່ງວັນປະທານ ໂຮ່ຈີມິນ ລົງຢ້ຽມຢາມຕາແສງ ເຕິນເລິບ. ພາຍຫຼັງໜອໄດ້ຮັບການປັບປຸງສຳເລັດ ຂ້າພະເຈົ້າກໍເຫັນວ່າ ຕ້ອງເຮັດທາງເຂົ້າໃຫ້ງາມ. ຂ້າພະເຈົ້າໄດ້ຂໍອະນຸຍາດນຳຕາແສງ ເພື່ອກໍ່ສ້າງເສັ້ນາງຄົມະນາຄົມຊົນນະບົດ ມີຄວາມຍາວກວ່າ 100 ແມັດ. ມູນຄ່າໃນການສ້າງໜອງແມ່ນ 1,8 ຕື້ດົ່ງ ແລະ ກໍ່ສ້າງທາງແມ່ນຫຼາຍກວ່າ 300 ລ້ານ, ທັງໝົດເປັ 2 ຕື້ 136 ລ້ານດົ່ງ. ພາຍຫຼັງກິດຈະກໍ່ສ້າສຳເລັດ, ຂ້າພະເຈົ້າໄດ້ເບິ່ງແຍງບົວລະັດ, ເກັບກວດ, ຕິດຕັ້ງໄຟເຍືອງທາງ, ຄ່າໄຟຟ້າກໍແມ່ນຄອບຄົວຂ້າພະເຈົ້າຈ່າຍໃຫ້.

ນັກຮົບເກົ່າ ຫງວຽນຕື໋ຮຸ່ງ - ພົນລະເມືອງດີເດັ່ນ ນະຄອນຫຼວງຮ່າໂນ້ຍ ປີ 2018 - ảnh 2ທ່ານ ຫວໍວັນເຖືອງ   ຫົວໜ້າຄະນະໂຄສະນາສຶຳສາສູນກາງ ມອບນາມມະຍົດພົນລະເມືອງດີເດັ່ນ ນະຄອນຫຼວງຮ່າໂນ້ຍ ປີ 2018ໃຫ້ນັກຮົບເກົ່າ ຫງວຽນຕື໋ຮຸ່ງ (ພາບ:vovworld.vn)

ເລື່ອງເຮັດວຽກງານການກຸສົນຂອງລຸງ ຮຸ່ງ ໄດ້ແຜ່ລາມອອກໄປທົ່ວຂະບວນການຂອງສັງຄົມໃນການສ້າງໝູ່ບ້ານໃຫ້ເປັນສີຂຽວ - ສະອາດ - ງາມຕາ. ເພື່ອຕອບສະໜອງການກະທຳອັນສູງສົ່ງ ແລະ ດີງາມຂອງລຸງ ຮຸ່ງ ນັ້ນ, ບັນດາຄອບຄົວທີ່ດຳລົງຊີວິດຢູ່ອ້ອມຂ້າງໜອງຂອງໝູ່ບ້ານ ກໍເຂົ້າຮ່ວມດ້ວຍການປະກອບສ່ວນຢ່າງສຸດຈິດສຸດໃຈ, ນັບແຕ່ການປູກຕົ້ນໄມ້ສີຂຽວ, ປົກປັກຮັກສາສິ່ງແວດລ້ອມ ຕະຫຼອດຮອດການຊື້ບັນດາໂຕະຕັ່ງຫີນມາໃສ່ຢູ່ອ້ອມໜອງ ເພື່ອໃຫ້ທຸກຄົນມີບ່ອນນັ່ງພັກຜ່ອນຢ່ອນອາລົມ. ກິດຈະກຳ “ໜອງເປັນມິດກັບສິ່ງແວດລ້ອມ” ຢູ່ໝູ່ບ້ານ ແຫ້ງດ່ານ ແມ່ນໜຶ່ງໃນບັນດາຮູບແບບ “ໜອງເປັນມິດກັບສິ່ງແວດລ້ອມ” ທີ່ພົ້ນເດັ່ນຂອງເມືອງ ດານເຟື້ອງ. ເມື່ອຮູ້ວ່າ ຕາແສງ ເຕິນເລິບ ມີແຜນການບູລະນະເຂດປູຊະນີຍະສະຖານປະທານ ໂຮ່ຈີມິນ ລົງຢ້ຽມຢາມຕາແສງ, ລຸງ ຫງວຽນຕື໋ຮຸ່ງ ກໍເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ໃຫ້ຮູ້ວ່າ:

        ຕາແສງພວມມີແຜນການເຮັດທາງເຂົ້າໄປຫາເຂດປູຊະນີຍະສະຖານປະທານ ໂຮ່ຈີມິນ ລົງຢ້ຽມຢາມ, ຈະຕ້ອງສ້າງເຂດປູຊະນີຍະສະຖານດັ່ງກ່າວໃຫ້ກວ້າງຂວາງ ແລະ ງາມຕາ. ຖ້າຫາກທ້ອງຖິ່ນກໍ່ສ້າງກິດຈະເຂດປູຊະນີຍະສະຖານປະທານ ໂຮ່ຈີມິນ ລົງຢ້ຽມຢາມ, ຂ້າພະເຈົ້າມີເງິນເທົ່າໃດ ກໍຈະປະກອບສ່ວນເທົ່ານັ້ນ. ຂ້າພະເຈົ້າຢາກເຮັດຫຼາຍວຽກ, ທັງໝົດແມ່ນເລີ່ມມາຈາວາມຮູ້ສຶກຮັກບ້ານເກີດເມືອງນອນ. ຂ້າພະເຈົ້າເຫັນວ່າ ວຽກທີ່ຂ້າພະເຈົ້າເຮັດແມ່ນວຽກທຳມະດາຂອງພົນລະເມືອງທີ່ຈະຕ້ອງປະກອບສ່ວນໃຫ້ແກ່ປະເທຊາ.

        ດ້ວຍບັນດາການປະກອບສ່ວນຂອງຕົນ, ຄະນະກຳມະການປະຊາຊົນເມືອງ ດານເຟື້ອງ ໄດ້ມອບນາມມະຍົດ “ວຽກດີ, ຄົນເດັ່ນ” ໃຫ້ລຸງ ຫງວຽນຕື໋ຮຸ່ງ ໃນຫຼາຍປີຢ່າງລຽນຕິດ. ປີ 2017, ລຸງ ຮຸ່ງ ໄດ້ຮັບໃບຍ້ອງຍໍໃນຂະບວນການ “ທົ່ວປວງຊົນຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່” ໂດຍຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ແລະ ນາຍົກລັດຖະມົນຕີມອບໃຫ້. ເມື່ອເວົ້າເຖິງລຸງ ຮຸ່ງ, ພໍ່ແມ່ປະຊາຊົນໃນໝູ່ບ້ານ ໃຜໆກໍມີຄວາມເອກອ້າງທະນົງໃຈຕໍ່ກັບນັກຮົບເກົ່າທີ່ເປັນແບບຢ່າງ, ມີຄວາມສຸດຈິດສຸດໃຈເພື່ອວຽກງານການກຸສົນໃນສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ