ນັກຮົບເກົ່າ ຫງວຽນທິຖຸຍເງິນ ຮ່ວມເດີນທາງພ້ອມກັບຄົນພິການ

ດ້ວຍບົດຮຽນ, ປະສົບການ ເຂົ້າຮ່ວມບັນດາການເຄື່ອນໄຫວ ເພື່ອວົງຄະນາຍາດຄົນພິການມາເປັນເວລາຫຼາຍປີ, ນາງ ຫງວຽນທິຖຸຍເງິນ ປະທານສະມາຄົມຄົນພິການເມືອງ ແທັງຊວນ, ຮ່າໂນ້ຍ ໄດ້ຈັດບັນດາລາຍການເຄື່ອນໄຫວຊ່ວຍເຫຼືອຄົນພິການ ເພື່ອຊ່ວຍເຂົາເຈົ້າເຊື່ອມຕົວເຂົ້າກັບສັງຄົມ
ນັກຮົບເກົ່າ ຫງວຽນທິຖຸຍເງິນ ຮ່ວມເດີນທາງພ້ອມກັບຄົນພິການ - ảnh 1 ນາງຫງວຽນຖຸຍເງິນ ປະທານສະມາຄົມຄົນພິການເມືອງ ແທັງຊວນ 

ໃນທ່າມກາງແສງແດດທີ່ຮ້ອນເອົ້າຂອງມື້ໜຶ່ງ ຍາມລະດູຮ້ອນເດືອນ ມິຖຸນາ, ນາງ ຫງວຽນທິຖຸຍເງິນ ປະທານສະມາຄົມຄົນພິການເມືອງ ແທັງຊວນ ພວມຂ້ອງຄາວຽກງານ ພ້ອມກັບບັນດາສະມາຊິກໃນສະມາຄົມ ເພື່ອຫຸ້ມຫໍຂອງຂວັນໃຫ້ແກ່ເດັກຄົນພິການ ໃນບໍລິເວນເມືອງຍາມລະດູຮ້ອນ. ແຕ່ລະໜ້າວຽກ, ແຕ່ລະບັນຊີລາຍຊື່ພວກຫຼານນ້ອຍຄົນພິການ ຫຼື ລູກຫຼານຂອງບັນດາຄອບຄົວຄົນພິການ ໃນບໍລິເວນເມືອງ ແທັງຊວນ ກໍ່ໄດ້ຮັບການກວດຄືນຢ່າງລະອຽດ. ດ້ວຍຄວາມສຸດຈິດສຸດໃຈ ແລະ ຍາມໃດກໍ່ມີຄວາມເອົາໃຈໃສ່ເຖິງຜູ້ອື່ນໆ ນັ້ນກໍ່ແມ່ນບັນດາຄວາມປະທັບໃຈຂອງທຸກໆຄົນກ່ຽວກັບ ນາງ ຖຸຍເງິນ.

       “ນາງ ເງິນ ຍາມໃດກໍ່ເອົາໃຈໃສ່ເຖິງວຽກງານທຸກຢ່າງ, ຈັດຕັ້ງວັນແມ່ຍິງສາກົນຄືວັນທີ 8 ມີນາໃຫ້ແກ່ເອື້ອຍນ້ອງແມ່ຍິງຄົນພິການ, ຈັດຕັ້ງວັນເດັກສາກົນວັນທີ 1 ມິຖຸນາໃຫ້ແກ່ພວກຫຼານຄົນພິການ ຫຼື ລູກຫຼານຂອງຄອບຄົວຄົນພິການ, ມອບຂອງຂວັນ, ປຶ້ມຕຳລາຮຽນໃຫ້ແກ່ພວກຫຼານ, ຈັ້ດຕັ້ງພິທີມອບຂອງຂວັນ ໃຫ້ແກ່ບັນດາສະມາຊິກສະມາຄົມທີ່ເປັນທະຫານເສຍອົງຄະ ເນື່ອງໃນໂອກາດວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດຄືວັນທີ 27 ກໍລະກົດ”

       “ຢູ່ບັນດາຕາແສງ, ເດັກຄົນໃດທີ່ປະສົບກັບຄວາມຫຍຸ້ງຍາກນັ້ນ ນາງກໍ່ໄດ້ໄປລະດົມກຳລັງໃຈມອບຂອງຂວັນ. ຫຼື ວ່າສະມາຊິກຄົນໃດໃນສະມາຄົມຖືກເຈັບເປັນນັ້ນ, ນາງກໍ່ໄດ້ໄປຢ້ຽມຢາມຖາມຂ່າວ ແລະ ລະດົມກຳລັງໃຈ”.

      ປີ 1985, ເມື່ອຍັງຢູ່ແຂວງ ອຽນບ໊າຍ ເມື່ອໄດ້ເຫັນປະຈັກຕາຊີວິດການເປັນຢູ່ຂອງບັນດານັກຮົບເກົ່າຢູ່ທ້ອງຖິ່ນທີ່ທຸກຍາກລຳບາກ, ນາງ ເງິນ ເຊິ່ງແມ່ນທະຫານເສຍອົງຄະດ້ວຍລະດັບບາດເຈັບ 2/4, ໄດ້ມີຂໍ້ລິເລີ່ມສ້າງຕັ້ງສະໂມສອນທະຫານເສຍອົງຄະ ເພື່ອຊ່ວຍບັນດາທະຫານເສຍອົງຄະ ແລະ ທະຫານເຈັບເປັນໃນບໍລິເວນເທດສະບານ ອຽນບ໊າຍ ຜ່ານຜ່າຄວາມທຸກຍາກ. ໃນຄາວນັ້ນໂດຍທັງແມ່ນເອື້ອຍສອນວິຊາວັນນະຄະດີ, ທັງແບກຫາບບົດບາດເປັນຫົວໜ້າສະໂມສອນ, ນາງ ຖຸຍເງິນ ຍາມໃດກໍ່ໄດ້ຊອກຫາທຸກວິທີເພື່ອໜູນຊ່ວຍ ເພື່ອນຮ່ວມກົມກອງຂອງຕົນ. ສຳລັບນາງ ເງິນ ຄວາມມ່ວນຊື່ນຢ່າງໃຫຍ່ຫຼວງທີ່ສຸດ ໃນຊຸມວັນເດືອນປີນັ້ນ, ແມ່ນການເຫັນປະຈັກຕາການປ່ຽນແປງຊີວິດການເປັນຢູ່ຂອງທະຫານເສຍອົງຄະ ແລະ ທະຫານເຈັບເປັນ.

       “ມີຫຼາຍຄອບຄົວທະຫານເສຍອົງຄະ ມີຊີວິດທີ່ປະສົບກັບຄວາມຫຍຸ້ງຍາກ, ນີ້ກໍ່ແມ່ນສິ່ງທີ່ຂ້າພະເຈົ້າຄິດວ່າຕົນເອງຕ້ອງເອົາໃຈໃສ່ເຖິງເພື່ອນຮ່ວມກົມກອງ. ຜູ້ຄົນເຫຼົ່ານັ້ນພັດໃຫ້ກຳເນີດລູກເຕົ້ົ້າທີ່ໄດ້ຮັບຜົນສະທ້ອນ ຍ້ອນສານພິດຈາກພໍ່ແມ່. ຂ້າພະເຈົ້າເຫັນວ່າຄອບຄົວມີຜູ້ເສຍອົງຄະ ຫຼື ເປັນພິການພຽງແຕ່ໜຶ່ງຄົນເທົ່ານັ້ນ ແມ່ນກໍ່ມີຄວາມຫຍຸ້ງຍາກໃນຫຼາຍດ້ານແລ້ວ, ມີຄອບຄົວກໍ່ມີເຖິງສອງຄົນ, ການດຳລົງຊີວິດແບບນັ້ນກໍ່ຫຍຸ້ງຍາກທີ່ສຸດ, ສິ່ງນີ້ໄດ້ພາໃຫ້ຂ້າພະເຈົ້າມີຄວາມເປັນຫ່ວງທີ່ສຸດ, ເພາະວ່າຂ້າພະເຈົ້າຄິດວ່າຕ້ອງມີການຮ່ວມແຮງຮ່ວມໃຈເພື່ອຊ່ວຍເຫຼືອເຂົາເຈົ້າ, ເຖິງວ່າບໍ່ໄດ້ຫຼາຍກໍ່ຕາມ ແຕ່ກໍເປັນກຳລັງໜູນທາງດ້ານຈິດໃຈ, ທັງເປັນການຊ່ວຍໃຫ້ເຂົາເຈົ້າມີແຫຼ່ງວັດຖຸຕື່ມອີກ ເພື່ອໃຫ້ເຂົາເຈົ້າບືນຕົວຂຶ້ນໃນການດຳລົງຊີວິດປັດຈຸບັນ”.

       ປີ 2016 ເມື່ອໄດ້ພັກກິນເບ້ນບຳນານຢູ່ ຮ່າໂນ້ຍ, ນາງ ຫງວຽນທິຖຸຍເງິນ ສືບຕໍ່ເຂົ້າຮ່ວມບັນດາວຽກງານສັງຄົມຢູ່ທ້ອງຖິ່ນ. ນາງ ເງິນ ໄດ້ຮັບຖືວ່າແມ່ນຜູ້ທີ່ມີຄຸນງາມຄວາມດີຢ່າງໃຫຍ່ຫຼວງ ໃນວຽກງານລົບລ້າງໄພກືກໜັງສື ໃຫ້ແກ່ຄົນພິການຂອງນະຄອນ ຮ່າໂນ້ຍ. ສະເພາະຢູ່ເມືອງ ແທັງຊວນ ນາງກໍ່ໄດ້ເປີດຊຸດສອນໜັງສື ແລະ ລາວເອງກໍ່ໄດ້ໄປຮອດແຕ່ລະຄອບຄົວ ເພື່ອຂົນຂວາຍຄົນພິການຮຽນໜັງສື.  ນາງ ຫງວຽນທິຖຸຍເງິນ  ແບ່ງປັນວ່າ:

       “ຖ້າຫາກວ່າບໍ່ແມ່ນຄົນພິການນັ້ນ, ການສອນກໍ່ມີຄວາມຫຍຸ້ງຍາກທີ່ສຸດ ເພາະວ່າຍາກທີ່ສາມາດເຂົ້າໃຈກ່ຽວກັບທາງດ້ານຈິດຕະ.  ກະໂຕເຮົາເອງກໍ່ເຄີຍແມ່ນເອື້ອຍຄູສອນນົກຮຽນມັດທະຍົມຕອນປາຍ, ແຕ່ການສອນກໍ່ບໍ່ງ່າຍດາຍແຕ່ຢ່າງໃດ. ເດັກພິການກໍ່ຕ້ອງການໄດ້ຮັບການລະດົມໃຈ, ການບອກສອນດ້ວຍຄວາມຈິງໃຈ. ຂ້າພະເຈົ້າຍັງແຕ່ງບົດກາບກອນ ເພື່ອມອບໃຫ້ລູກຫຼານທີ່ເຂົ້າຮ່ວມຊຸດຮຽນ ລົບລ້າງໄພກືກໜັງສື ເຊິ່ງຖືກຈັດຂຶ້ນສາມເດືອນເທື່ອໜຶ່ງ, ແຕ່ລະຊຸດ, ຂ້າພະເຈົ້າກໍ່ໄດ້ແຕ່ງກາບກອນບົດໜຶ່ງເພື່ອມອບໃຫ້ພວກຫຼານ. ຂ້າພະເຈົ້າຄິດວ່າ ນີ້ແມ່ນຄວາມມ່ວນຊືນ ເຊິ່ງບໍ່ແມ່ນຜູ້ໃດກໍສາມາດຮັບຮູ້ໄດ້ໝົດ”.

     ໂດຍມີຄວາມເຂົ້າໃຈທາງດ້ານຈິດຕະຄວາມບົ່ມດ້ອຍຂອງຄົນພິການ, ນາງ ເງິນ ໄດ້ສ້າງແຜນການ, ຂົນຂວາຍແຫຼ່ງເງິນອຸປະຖຳ ເພື່ອເປີດຊຸດບຳລຸງທາງດ້ານວິຊາຊີບໃຫ້ແກ່ຄົນພິການ, ຊ່ວຍໃຫ້ເຂົາເຈົ້າເພີ່ມຄວາມເຊື່ອໝັ້ນໃນການດຳລົງຊີວິດ. ແຕ່ລະປີນາງໄດ້ຂົນຂວາຍແຕ່ 20 ຫາ 30 ກໍລະນີ ເຂົ້າຮ່ວມຊຸດຮຽນວິຊາຊີບຄື ແຕ່ງກິນ, ປຸງເຄື່ອງດືມ, ສ້ອມແປງລົດຈັກ, ເຄື່ອງເຢັນ… ໃຫ້ແກ່ຄົນພິການຢູ່ສູນການຊ່າງເມືອງ ແທັງຊວນ. ນາງ ຫງວຽນທິເຟືອງ ຫົວໜ້າສະໂມສອນພໍ່ແມ່ຂອງເດັກພິການເມືອງ ແທັງຊວນ ໃຫ້ຮູ້ວ່າ:

      “ນາງມີຄວາມເອົາໃຈໃສ່ທີ່ສຸດເຖິງທຸກໆຄົນ, ໄດ້ລົງຢ້ຽມຢາມບັນດາຄອບຄົວທີ່ມີສະພາບຫຍຸ້ງຍາກພິເສດ, ພິເສດແມ່ນພວກຫຼານພິການ, ຍາມໃດກໍ່ມີຄວາມເອົາໃຈໃສ່ຄືດັ່ງຍາດຕິພີ່ນ້ອງໃນຄອບຄົວ, ນາງໄດ້ລະດົມກຳລັງໃຈທັງທາງດ້ານວັດຖຸ ແລະ ຈິດໃຈ. ບັນດາສະມາຊິກໃນສະໂມສອນພໍ່ແມ່ເດັກພິການ ພວກຂ້າພະເຈົ້າມີຄວາມຕື້ນຕັນໃຈທີ່ສຸດ. ແຕ່ລະປີນາງຍັງຈັດຕັ້ງການລົງເຄື່ອນໄຫວ ເພື່ອການກຸສົນຢູ່ເຂດພູດອຍ, ມອບຂອງຂວັນ,  ຜ້າຮົ່ມ, ລໍ້ເລື່ອນ, ກະເປົາໃຫ້ແກ່ບັນດາຜູ້ປະສົບກັບຄວາມຫຍຸ້ງຍາກ”.

       ນາງ ເງິນ ຍາມໃດກໍ່ຄິດວ່າ ໄດ້ໄປຫຼາຍບ່ອນ, ເຮັດວຽກງານໄດ້ຫຼາຍຢ່າງ, ຊ່ວຍເຫຼືອໄດ້ຫຼາຍຄົນມີສະພາບຫຍຸ້ງຍາກນັ້ນ ກໍ່ແມ່ນຄວາມມ່ວນຊື່ນໃນການດຳລົງຊີວິດ, ແມ່ນກຳລັງໜູນເພື່ອຊ່ວຍໃຫ້ນາງມີສຸຂະພາບແຂງແຮງຕື່ມອີກ ເພື່ອສືບຕໍ່ການເດີນທາງເຂົ້າຮ່ວມບັນດາການເຄື່ອນໄຫວ ເພື່ອວົງຄະນາຍາດສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ