ນັກຮົບເກົ່າ ຮວິ່ງວັນເກືອງ ເຕີບໃຫຍ່ຈາກລະດູໃບໄມ້ຫຼົ່ນແຫ່ງປະຫວັດສາດ

(VOVWORLD) -ໂດຍໄດ້ເຂົ້າຮ່ວມການປະຕິວັດເດືອນສິງຫາປີ 1945, ນັກຮົບເກົ່າ ຮວິ່ງວັນເກືອງເກີດປີ 1923 ຢູ່ບ້ານເຕິນຖ້ວນ B  ຕາແສງບິ່ງດຶກເມືອງ ເຈົາແທັ່ງແຂວງຕ່ຽນຢາງມີສຸຂະພາບແລະຈິດໃຈຍັງດີຢູ່. ໂດຍເຕີບໃຫຍ່ຈາກລະດູໃບໄມ້ຫຼົ່ນແຫ່ງປະຫວັດສາດປີ 1945,  ຕະຫຼອດຊີວິດຂອງທ່ານ ຮວິ່ງວັນເກືອງໄດ້ຕິດພັນ ກັບພາລະກິດປະຕິບັດ ແລະ ເມື່ອ ອາຍຸສູງ ສຸຂະພາບອ່ອນເພຍແລ້ວ ທ່ານຍັງຄົງຖ່າຍທອດນ້ຳໃຈຮັກຊາດຢ່າງບໍ່ຢຸດຢັ້ງ ແລະ ມີຄວາມຫວັງຢາກສ້າງສາບ້ານເກີດເມືອງນອນໃຫ້ຮັ່ງມີສວຍງາມ
ນັກຮົບເກົ່າ ຮວິ່ງວັນເກືອງ ເຕີບໃຫຍ່ຈາກລະດູໃບໄມ້ຫຼົ່ນແຫ່ງປະຫວັດສາດ - ảnh 1ນັກຮົບເກົ່າ ຮວິ່ງວັນເກືອງ (ເບື້ອງຊ້າຍ)

     ເຖິງວ່າໄດ້ມີອາຍຸສູງ ສຸຂະພາບອ່ອນເພຍກໍ່ຕາມ ແຕ່ເມື່ອເວົ້າເຖິງລະດູໃບໄມ້ຫຼົ່ນປະຕິວັດກ່ອນນີ້ 77 ປີ, ທ່ານ ຮວິ່ງວັນເກືອງກໍ່ຍັງຈື່ດີຈຸດເວລາແຫ່ງປະຫວັດສາດເຊິ່ງທ່ານແລະຊາວບ້ານຂອງທ່ານໄດ້ພ້ອມກັນທຳການລຸກຮື້ຂຶ້ນຢ່າງປະຕິຫານ. ທ່ານເກືອງໄດ້ເລົ່າສູ່ຟັງວ່າບ້ານເກີດຂອງທ່ານຢູ່ຕາແສງ ແທັກຝູ ເມືອງແທັກຝູ ແຂວງເບ໊ນແຈ.ໃນເດືອນສິງຫາປີ 1945 ຄາວນັ້ນມີອາຍຸ 22 ປີໂດຍຜ່ານການໂຄສະນາຂອງບັນດາພະນັກງານລຸ້ນກ່ອນ, ພະນັກງານຫວຽດມິງທ່ານໄດ້ເຂົ້າເປັນສະມາຊິກກອງກຳລັງສູ້ຮົບສະຫຼະຊີບຂອງກອງກຳລັງຕາແສງແທັກຝູເຂົ້າຮ່ວມເຮັດການປະຕິບວັດເດືອນສິງຫາຢູ່ບ້ານເກີດເມືອງນອນແລະຫຼັງຈາກນັ້ນທ່ານໄດ້ຕິດພັນຕະຫຼອດຊີວິດກັບພັກຄອມມູນິດ ຫວຽດນາມແລະກັບກອງທັບ. ຫວນຄືນຊຸມວັນທີ່ເຂົ້າຮ່ວມການປະຕິວັດເດືອນສິງຫາ, ທ່ານ ຮວິ່ງວັນເກືອງແບ່ງປັນວ່າ:

   “ຄາວນັ້ນເຮົາໄດ້ຄຽດຊັງພວກລູກແຫຼ້ງຕິນມືຂອງພວກລ່າເມືອງຂຶ້ນ ຝລັ່ງ ຄາວນັ້ນພວກເຂົາຢາກຈັບກຸມຄຸມຂັງຜູ້ໃດກໍ່ຈັບ, ພວກເຂົາໄດ້ບັງຄັບໃຫ້ປະຊາຊົນເຮັດທຸກສິ່ງທຸກຢ່າງ. ເຮົາໄດ້ຟັງຄຳສັ່ງສອນຂອງທ່ານປະທານໂຮ່ຈີມິນທີ່ວ່າ “ຖ້າຫາກເສຍຊີວິດ ແຕ່ມີເສລີພາບກໍ່ດີກວ່າການມີຊີວິດແຕ່ຖືກເປັນຂ້າທາດ, ບໍ່ມີອັນໃດປະເສີດເລີດລ້ຳໄປກວ່າເອກະລາດເສລີພາບ” ເຮົາຟັງແລ້ວກໍ່ພາກພູມໃຈທີ່ສຸດແລະໄດ້ເຂົ້າຮ່ວມ ທຳການປະຕິວັດເດືອນສິງຫາ. ປະທານໂຮ່ຈີມິນ, ແນວໂຮມຫວຽດມິງໄດ້ນຳພາເພື່ອໃຫ້ພວກເຮົາໂຄ່ນລົ້ມລະບອບ ຝລັ່ງ, ເຮົາໄດ້ຟັງຄຳວ່າ ເສລີພາບກໍ່ຊົມຊອບທີ່ສຸດ”.

   ພາຍຫຼັງການປະຕິວັດເດືອນສິງຫາປະສົບຜົນສຳເລັດ, ທ່ານຮວິ່ງວັນເກືອງ ສືບຕໍ່ຮັບໜ້າທີ່ເປັນກຳມະການຄະນະການທະຫານຕາແສງ, ແລ້ວກໍ່ເປັນຫົວໜ້າກຳລັງທະຫານຕາແສງແທັກຝູ. ຕໍ່ຈາກນັ້ນພະນັກງານຄົນນີ້ໄດ້ເຕີບໃຫຍ່ ແລະເຮັດວຽກຢູ່ຫຼາຍກົມກອງຂອງກອງທັບປະຊາຊົນຫວຽດນາມ. ປັດຈຸບັນເຖິງວ່າອາຍຸສູງແລ້ວກໍ່ຕາມ ແຕ່ທ່ານເກືອງ ຍັງບໍ່ທັນພັກຜ່ອນເທື່ອແລະ ຍັງໄດ້ສືບຕໍ່ຮັບບັນດາໜ້າທີ່ຄື ປະທານສະມາຄົມນັກຮົບເກົ່າເມືອງເຈົາແທັ່ງ, ປະທານສະມາຄົມຜູ້ອາຍຸສູງຕາແສງ, ເລຂາໜ່ວຍພັກບ້ານເຕິນຖ້ວນ B, ຕາແສງບິ່ງດຶກເມືອງເຈົາແທັ່ງ. ທ່ານ ຮວິ່ງວັນເກືອງໃຫ້ຮູ້ອີກວ່າ:

    “ເຮົາໄດ້ປະຕິຍານຕົວວ່າເຮົາເດີນຕາມພັກຮອດເວລາສິ້ນລົມຫາຍໃຈ. ເມື່ອໃດຂ້າພະເຈົ້າຍັງມີຊີວິດຢູ່ນັ້ນ ຂ້າພະເຈົ້າກໍ່ຍັງໄປປະຊຸມເພື່ອກຳແໜ້ນສະພາບການ”.

   ໃນໄລຍະທີ່ຜ່ານມາຢູ່ຂົງເຂດໜ້າທີ່ວຽກງານໃດ ທ່ານ ຮວິ່ງວັນເກືອງກໍ່ເຮັດຫຼ້ອນໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງດີເດັ່ນ, ເປັນຕົ້ນແມ່ນການປະກອບສ່ວນກໍ່ສ້າງພັກ ອຳນາດການປົກຄອງແລະສະມາຄົມນັກຮົບເກົ່າໃຫ້ໝັ້ນຄົງເຂັ້ມແຂງ, ມີຄວາມເອົາໃຈໃສ່ເຖິງການສຶກສາອົບຮົມນ້ຳໃຈຮັກຊາດ ໃຫ້ແກ່ໄວໜຸ່ມ ແລະ ໄດ້ຮັບຄວາມເຄົານັບຖືຈາກພະນັກງານສະມາຊິກພັກແລະຊາວທ້ອງຖິ່ນ. ທ່ານໂຮ່ດວ່ານແອັງຢຸ໊ງປະທານສະມາຄົມນັກຮົບເກົ່າຕາແສງບິ່ງດຶກໃຫ້ຮູ້ວ່າ:  

      “ທ່ານເກືອງເປັນແບບຢ່າງທີ່ດີເດັ່ນໃນຄອບຄົວແລະທ້ອງຖິ່ນ. ເມື່ອອຳນາດການປົກຄອງ, ຄະນະພັກທ້ອງຖິ່ນຕ້ອງການໃຫ້ທ່ານ ເກືອງ ປະກອບຄຳຄິດເຫັນກ່ຽວກັບການກໍ່ສ້າງອຳນາດການປົກຄອງ,ສ້າງທ້ອງຖິ່ນ ປະກອບຄຳຄິດເຫັນກັບປະຊາຊົນນັ້ນ, ທ່ານເກືອງ ກໍ່ໄດ້ປະກອບຄຳຄິດເຫັນຢ່າງຕັ້ງໜ້າທີ່ສຸດ”

    ທ່ານ ຮວິ່ງວັນເກືອງກໍ່ເປັນຕົວພະຍານຫຼັກຖານຍັງຊີວິດຂອງການປະຕິວັດເດືອນສິງຫາໃນແຂວງຕ່ຽນຢາງ.  ທ່ານໄດ້ເດີນຕາມພັກ ຕະຫຼອດຊີວິດໄດ້ຕິດພັນ ກັບກອງທັບ ຍາມໃດທ່ານກໍ່ຈົງຮັກພັກດີ ສຸດຈິດສຸດໃຈຕໍ່ປະເທດຊາດ ມີຄວາມກະຕັນຍູກັບປະຊາຊົນດ້ວຍບັນດາວິລະກຳທີ່ລືຊາຜາກົດ ແລະ ຜົນງານທີ່ສະຫງ່າງາມໃນຊີວິດການເຄື່ອນໄຫວປະຕິວັດ, ນັກຮົບເກົ່າ ຮວິ່ງວັນເກືອງມີຄວາມເປັນກຽດໄດ້ຮັບໃບຍ້ອງຍໍຫຼາຍໃບພ້ອມກັບບັນດາຫຼຽນໄຊຫຼຽນກາທີ່ສູງສົ່ງຂອງພັກ,ລັດ, ກອງທັບ ແລະ ບັນດາຂະແໜງການຕ່າງໆ ທີ່ໄດ້ມອບໃຫ້ທ່ານ ແລະ ໃນປີກາຍນີ້ ທ່ານໄດ້ຮັບກາໝາຍສະມາຊິກພັກ 75 ປີ.

ຕອບກັບ

ຂ່າວ/ບົດ​ອື່ນ