ນາງ ລໍ່ທິບານ ນັກສິລະປະການສຸມຈິດສຸມໃຈ ກັບທຳນອງເພງພື້ນເມືອງເຜົ່າຜູ້ໄທ

(VOVWORLD) -ນັກສິລະປະການລໍ່ທິບານຢູ່ບ້ານຫີ່ນຕາແສງຈ່ຽງອານ ນະຄອນເຊີນລາແມ່ນຜູ້ທີ່ໄດ້ຮັບຄວາມຮັກແພງຈາກພໍ່ແມ່ພີ່ນ້ອງເຜົ່າຜູ້ໄທ. ບໍ່ພຽງແຕ່ນາງມີສຳນຽງຂັບລຳທຳເພງພື້ນເມືອງເຜົ່າຜູ້ໄທທີ່ອ່ອນຫວານເທົ່ານັ້ນ ນາງຍັງແມ່ນຜູ້ຮັກສາຖ່າຍທອດທຳນອງເພງພື້ນເມືອງຂອງເຜົ່າຕົນໃຫ້ແກ່ຄົນລຸ້ນຫຼັງອີກດ້ວຍ. 
ນາງ ລໍ່ທິບານ ນັກສິລະປະການສຸມຈິດສຸມໃຈ ກັບທຳນອງເພງພື້ນເມືອງເຜົ່າຜູ້ໄທ - ảnh 1ນັກສິລະປະການລໍ່ທິບານພວມສອນນັກຮຽນ

       ບົດເພງ ຈື່ຈຳຄຳສັ່ງສອນຂອງລຸງໂຮ່  ໄດ້ຍ້ອງຍໍສັນລະເສີນບ້ານເກີດເມືອງນອນ ປະເທດຊາດມັນມີຄວາມແຕກຕ່າງກັບບົດເພງຂອງສາຍລົມແລະບົດເພງຮ້ານຄວງໂດຍນາງສະແດງເຊິ່ງລ້ວນແຕ່ໄດ້ຮັບຄວາມຊົມຊອບຈາກພໍ່ແມ່ພີ່ນ້ອງເຜົ່າຜູ້ໄທ. ລຸງເກິ່ມວັນຟອງຢູ່ບ້ານນາງົວ ຕາແສງເມືອງລຶ້ມ ເມືອງ ອຽນເຈົາ ແຂວງເຊີນລາໃຫ້ຮູ້ວ່າ:

      “ບົດເພງສາຍລົມໄດ້ສະແດງໃຫ້ເຫັນຄວາມຮັກແພງຂອງຄູ່ບ່າວສາວແລະຄວາມຮັກແພງເຫຼົ່ານັ້ນໄດ້ຖືກຝາກຝັງຕາມສາຍລົມ ປັດຈຸບັນໄດ້ຟັງຄືນບົດເພງນີ້ ໂດຍນາງບານຂັບຮ້ອງກໍ່ມ່ວນຫຼາຍອັນເຮັດໃຫ້ຂ້າພະເຈົ້າຄິດເຖິງເມື່ອກ່ອນນີ້ເວລາໄປເຮັດໄຮ່ໄຖນາໄດ້ຟັງບົດເພງນີ້ກໍ່ມ່ວນຫຼາຍລຸ້ນຜູ້ເຖົ້າຜູ້ແກ່ກໍ່ມັກຟັງທຳນອງເພງນີ້ທີ່ສຸດ”.

       ບໍ່ພຽງແຕ່ສາມາດຂັບຮ້ອງບັນດາບົດເພງພື້ນເມືອງເກົ່າຂອງພໍ່ແມ່ພີ່ນ້ອງເຜົ່າຜູ້ໄທເທົ່ານັ້ນນັກສິລະປະການລໍ່ທິບານຍັງສາມາດຂັບຮ້ອງບັນດາທຳນອງເພງພື້ນເມືອງໂດຍປະສານກັບສຽງດົນຕີພື້ນເມືອງຄືສຽງແຄນ, ຂຸ່ຍ, ຊໍ... ເພາະສະນັ້ນມາຮອດປັດຈຸບັນນາງ ບານແມ່ນໜຶ່ງໃນບັນດາລູກສິດທີ່ດີເດັ່ນເຊິ່ງໄດ້ຮັບການຖ່າຍທອດຈາກບັນດານັກສິລະປະການທີ່ມີປະສົບການແລະປັດຈຸບັນຍັງຮັກສາທຳນອງເພງພື້ນເມືອງລົງທົ່ງຂອງພໍ່ແມ່ພີ່ນ້ອງເຜົ່າ ຜູ້ໄທໄດ້.  ນັກສິລະປະການລໍ່ທິບານແບ່ງປັນວ່າ:

      “ຂັບລຳທຳເພງພື້ນເມືອງກໍ່ມີຫຼາຍທຳນອງ, ສຳລັບທຳນອງເພງເກົ່າກໍ່ຕ້ອງປະສານກັບສຽງດົນຕີໃຫ້ແທດເໝາະຄືທຳນອງເພງລົງທົ່ງເຄີຍແມ່ນຂັບກ້ຽວ. ປັດຈຸບັນຂັບລຳທຳເພງພື້ນເມືອງເຜົ່າຜູ້ໄທເຄີຍປະສານກັບສຽງແຄນສຽງຂຸ່ຍສຽງຊໍ”.

         ດ້ວຍຄວາມເມົາມົວສຸມຈິດສຸມໃຈ ກັບຂະບວນການວັດທະນະທຳສິລະປະວັນນະຄະດີຢູ່ທ້ອງຖິ່ນໃນຫຼາຍປີຢ່າງລຽນຕິດ ນັກສິລະປະການລໍ່ທິບານ ໄດ້ຮັບຄວາມໄວ້ວາງໃຈຈາກຊາວບ້ານ ເຊິ່ງໄດ້ແຕ່ງຕັ້ງເປັນຫົວໜ້າກອງສິລະປະວັນນະຄະດີຂອງບ້ານ. ດ້ວຍຄວາມເປັນຫ່ວງກ່ຽວກັບວັດທະນະທຳບັນດາເຜົ່າຖືກສູນຫາຍໄປນັ້ນພິເສດແມ່ນບັນດາທຳນອງເພງພື້ນເມືອງເຜົ່າຜູ້ໄທ, ນາງບານໄດ້ຕັ້ງໜ້າເຂົ້າຮ່ວມສະໂມສອນອະນຸລັກວັດທະນະທຳເຜົ່າຜູ້ໄທຂອງລບ້ານພ້ອມກັບຄະນະຮັບຜິດຊອບສະໂມສອນມານະພະຍາຍາມບອກສອນຖ່າຍທອດໃຫ້ພໍ່ແມ່ພີ່ນ້ອງສະມາຊິກສະມາຄົມແລະຊາວບ້ານ. ນາງຕ່ອງທິມາຍເລຂາໜ່ວຍພັກທັງເປັນນາຍບ້ານຫີ່ນຕາແສງເຈື່ອງອານນະຄອນເຊີນລາໃຫ້ຮູ້ວ່າ:

       “ນັບແຕ່ເມື່ອສ້າງຕັ້ງສະໂມສອນອະນຸລັກວັດທະນະທຳເຜົ່າຜູ້ໄທ, ໃນນັ້ນມີການປະກອບສ່ວນຂອງນັກສິລະປະການລໍ່ທິບານກໍ່ສາມາດເຕົ້າໂຮມບັນດາສະມາຊິກຫຼາຍຄົນມີຄວາມຊົມຊອບວັດທະນະທຳສິລະປະວັນນະຄະດີໃນບ້ານເຂົາເຈົ້າກໍ່ພ້ອມກັນຮຽນຂັບຮ້ອງຮຽນຟ້ອນ. ໃນໄລຍະທີ່ຈະມາເຖິງຫວັງວ່ານາງບານຈະເສີມຂະຫຍາຍພອນສະຫວັນຂອງຕົນເພື່ອຖ່າຍທອດໃຫ້ແກ່ໄວໜຸ່ມທັງເປັນການຮັກສາແລະເສີມຂະຫຍາຍສີສັນວັດທະນະທຳຂອງເຜົ່າຕົນ ເພື່ອໃຫ້ທຳນອງເພງພື້ນເມືອງເຜົ່າຜູ້ໄທບໍ່ຖືກສູນຫາຍໄປ”.

           ດ້ວຍຄວາມກະຕືລືລົ້ນຄວາມເມົາມົວຂອງຕົນ, ນັກສິລະປະການລໍ່ທິບານໄດ້ຮັບຫຼາຍລາງວັນໃນບັນດາງານປະກວດສິລະປະວັນນະຄະດີມະຫາຊົນທັງຢູ່ພາຍໃນແລະຕ່າງແຂວງ. ນາງເອງກໍ່ໄດ້ຮັບໃບຍ້ອງຍໍຫຼາຍໃບຈາກແຂວງເຊີນລາ ແລະຂັ້ນຕ່າງໆ ຍ້ອນມີບັນດາການປະກອບສ່ວນເຂົ້າໃນພາລະກິດອະນຸລັກແລະເສີມຂະຫຍາຍຄຸນຄ່າວັດທະນະທຳຂອງບັນດາເຜົ່າ. ສຳລັບນັກສິລະປະການລໍ່ທິບານແລ້ວນາງຈະສືບຕໍ່ສຸມຈິດສຸມໃຈ ເພື່ອຖ່າຍທອດໃຫ້ແກ່ໄວໜຸ່ມ ດ້ວຍຄວາມຫວັງຢ່າງໃຫຍ່ຫຼວງແມ່ນຢາກໃຫ້ທຳນອງເພງພື້ນເມືອງຂອງເຜົ່າຕົນຈະຍືນຍົງຄົງຕົວກັບການເວລາ.

ຕອບກັບ

ຂ່າວ/ບົດ​ອື່ນ