ນາງ ວ່າທິເກ໊ຍ ຕັດສິນໃຈ ຫຼຸດພົ້ນອອກຈາກຄວາມທຸກຍາກຈາກການລ້ຽງສັດ

(VOVWORLD) -        ຢູ່ເຂດພູສູງ ປ໊າລົງ ທີ່ເມືອງ ຖ້ວນເຈົາ ແຂວງ ເຊີນລາ ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ບັນດາເອື້ອຍນ້ອງແມ່ຍິງຊາວເຜົ່າ ມົ້ງ ໄດ້ຜ່ານຜ່າຄວາມອຶດຫິວທຸກຍາກ ຊອກຫາທິດທາງພັດທະນາເສດຖະກິດຄອບຄົວຢ່າງມີປະສິດທິຜົນ ຈາກການປູກຝັງລ້ຽງສັດ. ຮູບແບບລ້ຽງສັດໄດ້ສ້າງລາຍຮັບປົກກະຕິໃຫ້ແກ່ບັນດາຄອບຄົວຢູ່ທີ່ນີ້ ເປັນຕົ້ນແມ່ນຄອບຄົວ ນາງ ວ່າທິເກ໊ຍ ຢູ່ບ້ານ ເຕັຍ ຕາແສງ ປ໊າລົງ. 
ນາງ ວ່າທິເກ໊ຍ ຕັດສິນໃຈ ຫຼຸດພົ້ນອອກຈາກຄວາມທຸກຍາກຈາກການລ້ຽງສັດ - ảnh 1ນາງ ວ່າທິເກ໊ຍພວມເກືອໄກ່

    ນັບແຕ່ປີ 2015 ຫາ ປີ 2019 ໂດຍໄດ້ຮັບການຊ່ວຍໜູນໃຫ້ກູ້ຢືມທຶນ, ແນວປູກສັດລ້ຽງຈາກລັດ, ນາງ ວ່າທິເກ໊ຍ ພ້ອມກັບເອື້ອຍນ້ອງແມ່ຍິງໃນບ້ານ ເຕັຍ ຕາແສງ ປ໊າລົງ ເມືອງ ຖ້ວນເຈົາແຂວງ ເຊີນລາ ໄດ້ເຂົ້າຮ່ວມຮູບແບບລ້ຽງໄກ່ດຳ. ໃນເບື້ອງຕົ້ນຍ້ອນເອື້ອຍນ້ອງແມ່ຍິງຍັງບໍ່ທັນມີບົດຮຽນ ປະສົບການ ດັ່ງນັ້ນການລ້ຽງໄກ່ດຳບໍ່ສະດວກປານໃດ ຊ້ຳບໍ່ໜຳຍັງຖືກຕິດພະຍາດ ແລະ ຖືກຕາຍ. ຍ້ອນຄວາມບໍ່ທໍ້ຖອຍໃຈ, ນາງ ເກ໊ຍ ສືບຕໍ່ຮຽນຮູ້ຈາກພະນັກງານສົ່ງເສີມກະສິກຳ ລາວໄດ້ອ່ານປຶ້ມ ໜັງສືພິມ ແລະ ຖອດຖອນບົດຮຽນຈາກບັນດາຜູ້ໄດ້ລ້ຽງສັດຢ່າງສຳເລັດຜົນ. ດັ່ງນັ້ນຝຸງໄກ່ຂອງນາງ ເກ໊ຍ ຈຶ່ງຄ່ອຍໆເຕີບໂຕດີ. ຈາກໄກ່ 10 ໂຕໃນເບື້ອງຕົ້ນມາຮອດປັດຈຸບັນຝຸງໄກ່ດຳຂອງນາງ ເກ໊ຍ ໄດ້ຂະຫຍາຍເປັນເກືອບ 300 ໂຕ ອັນໄດ້ໃຫ້ແຫຼ່ງລາຍຮັບຈາກການຂາຍໄຂ່ ແລະ ຊີ້ນໄກ່ຢ່າງສະເໜີ. ກ່ຽວກັບວິທີລ້ຽງຝູງໄກ່ ນາງ ວ່າທິເກ໊ຍ ແບ່ງປັນວ່າ:

     “ເມື່ອໄກ່ແມ່ຝັກໄຂ່ ບໍ່ຄວນໃຫ້ຝັກຫຼາຍເກີນໄປ ໃຫ້ຝັກໄຂ່ພຽງປະມານ 10 ຫາ 12 ໜ່ວຍເທົ່ານັ້ນ. ເມື່ອຝັກໄຂ່ອອກລູກແລ້ວ ຕ້ອງແຍກໃຫ້ຢູ່ຕ່າງຫາກ ບໍ່ໃຫ້ຕິດໄກ່ແມ່. ເມື່ອໄກ່ນ້ອຍມີອາຍຸ 7 ວັນກໍ່ໃຫ້ກິນເຂົ້າສານຈ້າວ ຫຼັງຈາກນັ້ນຈຶ່ງໃຫ້ກິນຮຳເຂົ້າພ້ອມກັບສາລີດ້ວຍອັດຕາ 1/3. ຮອດເວລາໄກ່ໃຫຍ່ ປະມານ 5 ຂີດ ຈຶ່ງໃຫ້ກິນດ້ວຍສາລີ ຫຼື ເຂົ້າເປືອກ. ໃນຊ່ວງເວລານີ້ ໄກ່ເຕີບໂຕໄວ ແລະ ບໍ່ຕາຍອີກ”.

   ນອກຈາກການລ້ຽງໄກ່ດຳ, ນາງ ເກ໊ຍ ຍັງລົງທຶນລ້ຽງໝູ, ຂຸດສະລ້ຽງປາອີກດ້ວຍ. ດ້ວຍໝູແມ່ພັນ 2 ໂຕ ແຕ່ລະປີ ແຕ່ລະໂຕອອກລູກສອງລຸ້ນ ແຕ່ລະລຸ້ນມີລູກແຕ່ 7 ຫາ 8 ໂຕ ສະເລ່ຍປີໜຶ່ງຄອບຄົວນາງ ເກ໊ຍ ກໍ່ໄດ້ຂາຍອອກສູ່ຕະຫຼາດສອງເທື່ອ ລວມທັງປາ ໝູຊີ້ນ ໝູພັນ. ຈາກການລ້ຽງໝູ ໄກ່ດຳ ຂຸດສະລ້ຽງປາ, ຄອບຄົວນາງ ເກ໊ຍ ໄດ້ມີລາຍຮັບປົກກະຕິປະມານກວ່າ 100 ລ້ານດົ່ງຕໍ່ປີ. ແຫຼ່ງລາຍຮັບນີ້ໄດ້ຊ່ວຍຄອບຄົວຂອງນາງ ມີເງິນໃຊ້ຈ່າຍຢ່າງພຽງພໍ ແລະ ມີສ່ວນແຮໄວ້ ພ້ອມທັງມີເງື່ອນໄຂເບິ່ງແຍງລູກເຕົ້າໄດ້ຮ່ຳໄດ້ຮຽນ, ປັດຈຸບັນລູກກົກຂອງນາງ ພວມຮຽນປີທີ 4 ມະຫາວິທະຍາໄລກົດໝາຍ ຮ່າໂນ້ຍ. ນາງ ເກ໊ຍ ໃຫ້ຮູ້ວ່າ:

“ດ້ວຍວິທີພັດທະນາເສດຖະກິດຢ່າງມີປະສິດທິຜົນເຊັ່ນນີ້ ເອື້ອຍນ້ອງແມ່ຍິງຫຼາຍຄົນກໍ່ໄດ້ຮຽນຮູ້ ແລະ ເຮັດຕາມດ້ວຍວິທີ ສະມາຊິກສະມາຄົມແຕ່ 5 ຫາ 6 ຄົນໃດກໍ່ປະກອບທຶນ ຊື້ແນວພັນສັດລ້ຽງເພື່ອໃຫ້ສະມາຊິກແຕ່ລະຄົນລ້ຽງແບບໝູນວຽນ ເພື່ອຊ່ວຍກັນພັດທະນາເສດຖະກິດ. ພິເສດໃນປີ 2019 ແລະ 2020 ໂດຍໄດ້ຮັບການຊ່ວຍໜູນຈາກສະມາຄົມແມ່ຍິງເມືອງ, ພວກຂ້າພະເຈົ້າໄດ້ພ້ອມກັນປະກອບເງິນທຶນຊ່ວຍສະມາຊິກຄົນໜຶ່ງທີ່ທຸກຍາກທີ່ສຸດໃນສະມາຄົມ ປຸກສ້າງເຮືອຍຢູ່ທີ່ມີມູນຄ່າຫຼາຍກວ່າ 20 ລ້ານດົ່ງ”.

   ດ້ວຍການກ້າຄິດກ້າທຳ ເພື່ອພັດທະນາເສດຖະກິດ ລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ, ນາງ ວ່າທິເກ໊ຍ ກໍ່ແມ່ນນາງພະດົງຄັນທີ່ຂະຫຍັນຂັນເຄື່ອນ ມີຄວາມຮັບຜິດຊອບໃນທ້ອງຖິ່ນ. ຍາມໃດນາງກໍ່ຕັ້ງໜ້າເຂົ້າຮ່ວມບັນດາຂະບວນການຂອງບ້ານ ຕາແສງ ຂົນຂວາຍເອື້ອຍນ້ອງແມ່ຍິງ ປະຕິບັດຂະບວນການ 5 ບໍ່ 3 ສາມສະອາດຄື ບໍ່ມີຜູ້ອຶດຫຫິວທຸກຍາ, ບໍ່ມີຜູ້ລະເມີດກດໝດາຍ ແລະ ໄພສັງຄົມ, ບໍ່ລະເມີດຄວາມສະເໝີພາບລະຫວ່າງຍິງຊາຍ, ບໍ່ລະເມີດນະໂຍບາຍປະຊາກອນ; ແລະ ເຮືອນສະອາດ, ຮ່ອມທາງສະອາດ, ເຮືອນຄົວສະອາດ. ຕາມອ້າຍ ຈ່າອາວ່າ ປະທານຄະນະກຳມະການປະຊາຊົນຕາແສງ ປ໊າລົງ ເມືອງ ຖ້ວນເຈົາຕາແສງ ປ໊າລົງ ມີ 100% ຈຳນວນຄອບຄົວຊາວເຜົ່າມົ້ງ ດຳລົງຊີວິດຢູ່. ເຖິງວ່າພັກ ແລະ ລັດໄດ້ເອົາໃຈໃສ່ລົງທຶນຫຼາຍໂຄງການ ຊ່ວຍພໍ່ແມ່ພີ່ນ້ອງບືນຕົວຂຶ້ນ ແຕ່ມາຮອດປັດຈຸບັນອັດຕາຄອບຄົວທຸກຍາກຢູ່ຕາແສງ ຍັງຄົງສູງກວ່າ 60%. ໃນເງື່ອນໄຂນີ້ຄວາມກ້າຫານລົບລ້າງຄວາມທຸກຍາກຈາກຮູບແບບລ້ຽງສັດຂອງຄອບຄົວນາງ ເກ໊ຍ ໄດ້ກາຍເປັນຮູບແບບ ເພື່ອໃຫ້ພໍ່ແມ່ພີ່ນ້ອງເຮັດຕາມ. ທ່ານ ຈ່າອາວ່າ ໃຫ້ຮູ້ວ່າ:

  “ຄອບຄົວນາງ ເກ໊ຍ ຢູ່ບ້ານ ເຕັຍ ລ້ຽງສັດຢ່າງມີປະສິດທິຜົນ ແລະ ຍັງໄດ້ແນະນຳໃຫ້ແກ່ຄອບຄົວອື່ນລ້ຽງສັດຕາມ. ທາງຕາແສງ ກໍ່ຍັງສືບຕໍ່ ຊີ້ນຳ-ນຳພາທະວີຄູນໃຫ້ແກ່ບັນດາຄອບຄົວອື່ນ ເພື່ອຮຽນຮູ້ລ້ຽງສັດ ເພື່ອພັດທະນາເສດຖະກິດຄອບຄົວ”.

    ເຈດຈຳນົງຄວາມຕັດສິນໃຈຫຼຸດພົ້ນອອກຈາກຄວາມທຸກຍາກ ບຶນຕົວຂຶ້ນຢູ່ດິນແດນແຫ່ງບ້ານເກີດເມືອງນອນຂອງນາງ ເກ໊ຍ ເຊິ່ງແມ່ນແມ່ຍິງຊາວເຜົ່າ ມົ້ງ ຢູ່ເຂດພູສູງ ບໍ່ພຽງແຕ່ແມ່ນແບບຢ່າງກ່ຽວກັບການພັດທະນາເສດຖະກິດເທົ່ານັ້ນ ຍັງເປັນແບບຢ່າງເພື່ອໃຫ້ຄອບຄົວອື່ນໆເຮັດຕາມ ແລະ ໄດ້ກາຍເປັນຂະບວນການຊຸກຍູ້ບັນດາຄອບຄົວຊາວເຜົ່າ ມົ້ງ ຢູ່ແຫ່ງນີ້ພ້ອມກັນຊ່ວຍເຫຼືອກັນຫຼຸດພົ້ນຄວາມທຸກຍາກ.

ຕອບກັບ

ຂ່າວ/ບົດ​ອື່ນ