ນາງ ເລທິງອກເຟື໊ອກ ເຮັດວຽກງານກຸສົນໂດຍສະໝັກໃຈ

(VOVWORLD) -ໜຶ່ງເດືອນທີ່ຜ່ານມາ ແຕ່ລະວັນ ນາງ ເລທິງອກເຟື໊ອກ ອາຍຸ 37 ປີ ຢູ່ຕາແສງ ກ໊າຍເຄ ເມືອງ ນິງກ່ຽວ ນະຄອນເກິ່ນເທີ ໄດ້ແຕ່ງເຂົ້າປຽກ ໝີ່ 100 ກວ່າພູດ ເພື່ອຊ່ວຍເຫຼືອຜູ້ທຸກຍາກ ຄົນເຈັບພວມຟອກໝາກໄຂ່ຫຼັງ ພ້ອມກັບຍາດພີ່ນ້ອງຂອງຄົນເຈັບ. ດ້ວຍການກະທຳທີ່ມີຄວາມໝາຍນີ້ ນາງ ເຟື໊ອກ ປາຖະໜາວ່າຈະຊ່ວຍຜູ້ປະສົບກັບຄວາມຫຍຸ້ງຍາກ ຜ່ານຜ່າໂລກພະຍາດໄດ້ສ່ວນໃດສ່ວນໜຶ່ງ ແລະ ສາມາດປະເຊີນໜ້າກັບໂລກພະຍາດ
ນາງ ເລທິງອກເຟື໊ອກ ເຮັດວຽກງານກຸສົນໂດຍສະໝັກໃຈ - ảnh 1ແຕ່ລະວັນຮອດ 4 ໂມງ ຫາ 4 ໂມງ 30 ຕອນເຊົ້າ ນາງ ເຟື໊ອກ ກໍ່ໄດ້ກະກຽມວັດຖຸດິບ ເພື່ອແຕ່ງອາຫານເຊົ້າ

    ນາງ ເລທິງອກເຟື໊ອກ ແມ່ນເຈົ້າຂອງຮ້ານອາຫານ ອຸດເຮິ້ນ ຢູ່ຖະໜົນ ຫຼີຮົ່ງແທັງ ຢູ່ຕາແສງ ກ໊າຍເຄ. ນາງ ເຟື໊ອກ ໃຫ້ຮູ້ວ່າ ເມື່ອ ເກິ່ນເທີ ປະຕິບັດການແຍກຫ່າງສັງຄົມ ຕາມຄຳສັ່ງ ເລກທີ 16 ຂອງລັດຖະບານ, ຄອບຄົວນາງໄດ້ປິດປະຕູຮ້ານອາຫານ ແລະ ເປີດຕະຫຼາດຂາຍສະບຽງອາຫານ ໂດຍບໍ່ຄິດຄ່າ ເພື່ອຊ່ວຍໜູນອາຫານນັບພັນພູດໃຫ້ແກ່ພໍ່ແມ່ພີ່ນ້ອງປະສົບກັບຄວາມຫຍຸ້ງຍາກຄື ໝີ່ສຳເລັດຮູບ, ເຂົ້າສານ, ໄຂ່... ພາຍຫຼັງທີ່ຕະຫຼາດຂາຍສະບຽງອາຫານໂດຍບໍ່ຄິດຄ່າຢຸດເຄື່ອນໄຫວ ເພື່ອປ້ອງກັນຕ້ານໂລກລະບາດ, ນາງໄດ້ຫັນໄປສູ່ຮູບແບບແຕ່ງອາຫານເພື່ອການກຸສົນດ້ວຍຂອງກິນໂດຍບໍ່ຄິດຄ່າ. ເມື່ອເລີ່ມປະຕິບັດວຽກງານນີ້, ນາງໄດ້ຖືກທຸກໆຄົນຕັ້ງຊື່ໃຫ້ນາງວ່າ “ເຟື໊ອກເບົ່າ” ໝາຍເຖິງ ເຟື໊ອກຖືພາ ເພາະວ່ານາງພວມຖືພາເປັນເດືອນທີເຈັດ. ນາງ ເລທິງອກເຟື໊ອກ ໃຫ້ຮູ້ວ່າ:

      “ແຕ່ງອາຫານເຮົາຮູ້ສຶກບໍ່ມີຄວາມລຳບາກແຕ່ຢ່າງໃດ ເພາະວ່າເຮົາມີຄວາມຊົມຊອບ. ເຮົາເຮັດກໍ່ຮູ້ສຶກມີສຸຂະພາບແຂງແຮງ ເພາະວ່າເມື່ອເຮົາໄດ້ເຫັນພໍ່ແມ່ພີ່ນ້ອງຖືກເຈັບເປັນ ກໍ່ເປັນໜ້າອີຕົນຫຼາຍ. ເຂົາເຈົ້າຈາກບ້ານນາມາຕົວເມືອງ ດັ່ງນັ້ນ ການກິນ ການດື່ມກໍ່ຖືກຂາດແຄນ ບໍ່ມີສານອາຫານ. ເຮົາກໍ່ຊ່ວຍໜູນເຂົາເຈົ້າໄດ້ເລັກໆນ້ອຍໆ ເຮົາກໍ່ຮູ້ສຶກດີໃຈຫຼາຍ”.

     ຈາກຈິດໃຈຊ່ວຍເຫຼືອເຊິ່ງກັນແລະກັນ, ແຕ່ລະວັນຢ່າງສະເໝີ ຮອດ 4 ຫາ 4:30 ຕອນເຊົ້ານາງ ເຟື໊ອກ ກໍ່ໄດ້ກະກຽມວັດຖຸດິບ ເພື່ອແຕ່ງອາຫານເຊົ້າ. ລາຍການອາຫານຂອງນາງກໍ່ປ່ຽນແປງຢ່າງຕໍ່ເນື່ອງ ເພື່ອໃຫ້ພໍ່ແມ່ພີ່ນ້ອງບໍ່ເບື່ອ ເມື່ອໄດ້ຮັບປະທານອາຫານຂອງຕົນ. ຍ້ອນບໍ່ມີໜັງສືເດີນທາງ,ນາງໄດ້ເຊື່ອມຕໍ່ກັບເຈົ້າຂອງເຮືອນພັກ ແທັ່ງດາດ ເພື່ອໃຫ້ເຂົາມາຮ້ານຂອງເຮົາຮັບ ແລະ ສົ່ງເມືອໃຫ້ແກ່ຄົນເຈັບ ພ້ອມກັບຍາດພີ່ນ້ອງຂອງເຂົາເຈົ້າ. ນາງ ຫງວຽນທິແທັງງາ ເຈົ້າຂອງເຮືອນພັກ ແທັ່ງດາດ ໃຫ້ຮູ້ວ່າ  ປັດຈຸບັນຫ້ອງນອນນັບ 10 ຫ້ອງ ກໍ່ລ້ວນແຕ່ໃຫ້ຄົນເຈັບຕິດພະຍາດໝາກໄຂ່ຫຼັງຊຸດໂຊມມາພັກເຊົາ ເພື່ອມີຄວາມສະດວກສະບາຍໃນການຟອກໝາກໄຂ່ຫຼັງໃນແຕ່ລະອາທິດ. ເມື່ອເຫັນຈິດໃຈຂອງນາງ ເຟື໊ອກ, ສອງຜົວເມຍນາງ ງາ ກໍ່ໄດ້ຊ່ວຍໜູນຂົນສົ່ງອາຫານ ເພື່ອໃຫ້ພໍ່ແມ່ພີ່ນ້ອງໄດ້ຮັບປະທານອາຫານເຊົ້າໄດ້ຄົບຖ້ວນກວ່າ. ນາງ ເຈິ່ນແທັງອຸດ ຢູ່ເຮືອນພັກ ແທັ່ງດາດ ເວົ້າດ້ວຍຄວາມຕື້ນຕັນໃຈວ່າ:

     “ປັດຈຸບັນຂ້າພະເຈົ້າພວມໄປເບິ່ງຜົວ ເຂົາເຈົ້າໃຫ້ເຮົາເຂົ້າສານ, ຜັກ ໝາກໄມ້ ເພື່ອແຕ່ງອາຫານ ແລະ ໃຫ້ຂອງກິນອັນໃດ ຂ້າພະເຈົ້າກໍ່ກິນອັນນັ້ນເລີຍ. ເຂົາເຈົ້າໄດ້ຊ່ວຍເຫຼືອເຮົາຫຼາຍທີ່ສຸດ ເຮົາມີກຳລັງໜູນເພື່ອເບິ່ງແຍງຜົວໄປຟອກໝາກໄຂ່ຫຼັງ”.

      ເພື່ອແຕ່ງອາຫາເຊົ້ານັບ 100 ພູດ ແຕ່ລະວັນນາງ ເຟື໊ອກ ຕ້ອງຈ່າຍແຕ່ 700.000 ຫາ 800.000 ດົ່ງ. ເຖິງວ່າປັດຈຸບັນຮ້ານອາຫານຂອງນາງຕ້ອງອັດປະຕູໄລຍະຍາວ ເພື່ອປ້ອງກັນຕ້ານໂລກລະບາດກໍ່ຕາມ ແຕ່ຜົວຂອງນາງ ເຟື໊ອກ ຍາມໃດກໍ່ສະໜັບສະໜູນ ແລະ ກໍ່ພ້ອມແລ້ວທີ່ຈະຈ່າຍເງິນ ເພື່ອຊ່ວຍໜູນເມຍປະຕິບັດການແຕ່ງອາຫານໂດຍບໍ່ຄິດຄ່າ. ນາງ ເຈືອງຢຽບຖຸ໋ຍ ຢູ່ເມືອງ ນິງກ່ຽວ ມາຊ່ວຍວຽກໃຫ້ແກ່ນາງ ເຟື໊ອກ ແຕ່ງອາຫານ ໃຫ້ຮູ້ວ່າ:

      “ຂ້າພະເຈົ້າຮູ້ຈັກນາງ ເຟື໊ອກ ມາແຕ່ດົນແລ້ວ. ເຫັນນາງ ເຟື໊ອກ ຖືພາກໍ່ມີຄວາມລຳບາກ ດັ່ງນັ້ນຂ້າພະເຈົ້າໄດ້ມາຊ່ວຍວຽກແຕ່ງອາຫານສ່ວນໃດສ່ວນໜຶ່ງ. ຂ້າພະເຈົ້າເຫັນນາງ ເຟື໊ອກ ເກັ່ງທີ່ສຸດ ບາງຄັ້ງຂ້າພະເຈົ້າເຫັນວ່າເຮັດບໍ່ທໍ່ກັບນາງ”.

      ຕາມນາງ ເຟື໊ອກ ແລ້ວ, ບັນດາໃບໜ້າທີ່ສະແດງຄວາມຕື້ນຕັນໃຈ ບັນດາຄຳຂອບໃຈຢ່າງຈິງໃຈ ເຊິ່ງບໍ່ພຽງແຕ່ຂອງຄົນເຈັບທີ່ ພວມຟອກໝາກໄຂ່ຫຼັງເທົ່ານັ້ນ ຫາກຍັງຂອງພໍ່ແມ່ພີ່ນ້ອງທີ່ທຸກຍາກຢູ່ບ້ານໃກ້ເຮືອນຄຽງຂອງກຳລັງທະຫານລາດ ກໍ່ລ້ວນແຕ່ແມ່ນຮູບພາບທີ່ນາງຍາມໃດກໍ່ຈົດຈຳເພື່ອສືບຕໍ່ເຮັດວຽກງານເພື່ອການກຸສົນທີ່ເຕັມໄປດ້ວຍຄວາມຮັກຂອງຕົນ. ນາງ ເຟື໊ອກ ໃຫ້ຮູ້ຕື່ມອີກວ່າ:

        “ຂ້າພະເຈົ້າບໍ່ຮູ້ວ່າຈະເຮັດຮອດເວລາໃດຈຶ່ງເຊົາ ແລະ ພຽງແຕ່ຮູ້ວ່າເຮັດໄປຮອດເມື່ອໃດເມື່ອຍຈຶ່ງເຊົາ ແລະ ພາຍຫຼັງທີ່ປະສູດລູກແລ້ວຈຶ່ງຈະເຮັດຕໍ່”.

       ວຽກງານທີ່ຄິດວ່າເປັນງ່າຍດາຍ ໃນແຕ່ລະວັນຂອງນາງ ເຟື໊ອກ ພັດແຜ່ກະຈາຍຄວາມຮັກແພງການອຸ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງມະນຸດດ້ວຍກັນ ນີ້ແມ່ນຄວາມງາມທາງດ້ານວັດທະນະທຳທີ່ເປັນມູນເຊື້ອຂອງຊາວ ຫວຽດນາມ ໃນໄລຍະເກີດໂລກລະບາດໂຄວິດ -19.

ຕອບກັບ

ຂ່າວ/ບົດ​ອື່ນ