ນາງລໍ່ເລີໃໝ໋ແລະຄວາມຄາດຫວັງບືນຕົວຂຶ້ນຫຼຸດພົ້ນອອກຈາກຄວາມທຸກຍາກ

(VOVWORLD) -ໂດຍບໍ່ຍອມຮັບຕໍ່ຊີວິດທີ່ທຸກຍາກອຶດຫິວຂະນະທີ່ຄອບຄົວມີເນື້ອທີ່ດິນປູກຝັງທີ່ກວ້າງໃຫຍ່, ນາງລໍ່ເລີໃໝ໋ ແມ່ຍິງຄົນໜຶ່ງຊາວເຜົ່າຢ້າວຢູ່ບ້ານຈູກາງໂຮ່ ຕາແສງຕ່ອງແຊັ່ງເມືອງບາດຊ໊າດແຂວງລ່າວກາຍໄດ້ຢຶດໝັ້ນຕໍ່ການປະຕິບັດຫັນປ່ຽນໂຄງປະກອບຜົນລະປູກແລະໄດ້ມີລາຍຮັບນັບ 100 ລ້ານດົ່ງຈາກການປູກຝັງ.  ບໍ່ພຽງແຕ່ບືນຕົວຂຶ້ນສ້າງຄວາມຮັ່ງມີຢ່າງຊອບທຳເທົ່ານັ້ນນາງລໍ່ເລີໃໝ່ ຍັງຊ່ວຍເອື້ອຍນ້ອງແມ່ຍິງຫຼາຍຄົນທີ່ມີສະພາບຫຍຸ້ງຍາກບືນຕົວຂຶ້ນຫຼຸດພົ້ນອອກຈາກຄວາມທຸກຍາກ
ນາງລໍ່ເລີໃໝ໋ແລະຄວາມຄາດຫວັງບືນຕົວຂຶ້ນຫຼຸດພົ້ນອອກຈາກຄວາມທຸກຍາກ - ảnh 1ນາງລໍ່ເລີໃໝ໋(ເບື້ອງຂວາ) ພວມຂາຍໝາກໂມ

     ໂດຍໄດ້ກຳເນີດແລະເຕີບໃຫຍ່ຂຶ້ນຢຸ່ດິນແດນທີ່ທຸກຍາກໃນບ້ານຈູກາງໂຮ່ ນາງລໍ່ເລີໃໝ່ ຍາມໃດກໍ່ມີຄວາມເປັນຫວ່ງດ້ວຍຄວາມຄິດທີ່ວ່າເປັນຫຍັງຄອບເຮົາແລະຫຼາຍຄອບຄົວເອື້ອຍນ້ອງແມ່ຍິງໃນບ້ານເຊິ່ງມີເນື້ອທີ່ດິນປູກຝັງແຕ່ຍັງຄົງມີຄວາມທຸກຍາກ, ຕ້ອງເຮັດແນວໃດເພື່ອຊອກຫາທິດທາງພັດທະນາເສດຖະກິດລົບລ້າງຄວາມອຶດຫິວທຸກຍາກ? ນາງໃໝ໋ ໄດ້ສະຫງວນເວລາໄປຊອກຮູ້ຢູ່ຫຼາຍບ່ອນ, ເອົາຂໍ້ມູນຈາກການອ່ານໜັງສືພິມແລະປຶ້ມ, ປີ 2018 ນາງລໍ່ເລີໃໝ໋  ກ້າຫານນຳສະເໜີຕໍ່ຂະແໜງກະສິກຳເມືອງບາດຊ໊າດແຂວງລ່າວກາຍໃຫ້ການຊ່ວຍເຫຼືອທາງດ້ານລະດັບຄວາມຮູ້ການປູກຝັງ, ບົວລະບັດໝາກໂມແລະນາງໄດ້ກ້າຫານກູ້ຢືມທຶນເພື່ອເປີດກວ້າງເນື້ອທີ່ດິນປູກຝັງ. ນາງໄດ້ເຕົ້າໂຮມກຸ່ມຜະລິດລວມມີເອື້ອຍນ້ອງແມ່ຍິງ 8 ຄົນໃນບ້ານເພື່ອປູກແລະບົວລະບັດໝາກໂມໃນເນື້ອທີ່ກວ່າໜຶ່ງເຮັກຕາຢູ່ບ້ານຫຼາວຫຼວ່າງຈາຍເຊິ່ງສາມາດເກັບກູ້ໝາກໂມໄດ້ 15 ໂຕນໃນລະດູການຜະລິດທຳອິດອັນໄດ້ນຳມາເຊິ່ງລາຍຮັບຫຼາຍກວ່າ 100 ລ້ານດົ່ງ. ນາງໃໝ໋ ແບ່ງປັນວ່າ:

  “ໄດ້ຮັບຜົນເຊັ່ນນີ້ ກໍ່ຍ້ອນມີຄວາມມານະພະຍາຍາມຂອງຕົນເອງ. ຈາກຈຸດເລີ່ມຕົ້ນທີ່ຫຍຸ້ງຍາກທາງດ້ານເສດຖະກິດແລະວັດຖຸດັ່ງນັ້ນ ຕົວເອງກໍ່ໄດ້ມານພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກປົວແປງເສດຖະກິດຄອບຄົວ. ເມື່ອເຫັນຮູບແບບປູກໝາກໂມມີປະສິດທິຜົນທາງດ້ານເສດຖະກິດສູງນັ້ນ,  ຂ້າພະເຈົ້າຈຶ່ງໄດ້ຂົນຂວາຍເອື້ອຍນ້ອງແມ່ຍິງບາງຄົນໃນບ້ານ ພ້ອມກັນເຂົ້າຮ່ວມການປູກໝາກໂມ. ເມື່ອເຄື່ອນໄຫວຕາມກຸ່ມນັ້ນການເຮັດວຽກກໍ່ບັນລຸປະສິດທິຜົນທີ່ສຸດ ເມື່ອມີວິສາຫະກິດຕ້ອງການເກັບຊື້ຫຼາຍນັ້ນ, ການຜະລິດຕາມກຸ່ມຂອງເອື້ອຍນ້ອງແມ່ຍິງຂອງພວກຂ້າພະເຈົ້າກໍ່ຈະສາມາດຕອບສະໜອງເປັນຢ່າງດີກວ່າ”.

ນາງຈ່າວເປດຮາງ ສະມາຊິກຄົນໜຶ່ງໃນກຸ່ມຜະລິດມີຄວາມພາກພູມໃຈໃຫ້ຮູ້ວ່າເມື່ອເຂົ້າຮ່ວມກຸ່ມ, ເອື້ອຍນ້ອງແມ່ຍິງບໍ່ຕ້ອງລົງທຶນຫຍັງເລີຍ ພຽງແຕ່ປະກອບເຫື່ອແຮງຂອງຕົນເທົ່ານັ້ນ.ໃນລະດູການປູກໝາກໂມ, ແມ່ຍິງແຕ່ລະຄົນກໍ່ມີລາຍຮັບສະເລ່ຍເກືອບ 500.000 ດົ່ງຕໍ່ຄົນຕໍ່ວັນ. ນາງຮາງເວົ້າວ່າ:

  "ກ່ອນນີ້ ກໍລຳບາກຫຼາຍ, ຫຼາຍປີເຮົາກໍ່ບໍ່ສາມາດຊອກຫາທິດທາງທຳມາຫາກິນຢ່າງມີປະສິດທິຜົນໃຫ້ແກ່ຕົນເອງໄດ້. ປັດຈຸບັນມີນາງໃໝ໋ ລາວໄດ້ແນະນຳວິທີເຮັດທຳມາຫາກິນ ໃຫ້ແກ່ເອື້ອຍນ້ອງແມ່ຍິງພວກຂ້າພະເຈົ້າເຊັ່ນນີ້, ດັ່ງນັ້ນໃຜໆກໍ່ພາກພູມໃຈເຂົ້າຮ່ວມ. ລະດູການປູກໝາກໂມແລ້ວນີ້ ລາຍຮັບກໍ່ໄດ້ເພີ່ມຂຶ້ນທົບສອງເທົ່າເມື່ອທຽບໃສ່ປີກ່ອນໆ.”

ຕາມທ່ານຈາວຮຸ່ງເຟິຍ, ປະທານຄະນະກຳມະການປະຊາຊົນຕາແສງຕ່ອງແຊັ່ງເມືອງບາດຊ໊າດແລ້ວສິ່ງທີ່ດີທີ່ສຸດຈາກຮູບແບບປູກໝາກໂມປອດສານພິດແລະການສ້າງກຸ່ມຜະລິດຂອງນາງໃໝ໋ ໄດ້ເປັນໂອກາດທີ່ດີເພື່ອສາມາດຫຼຸດພົ້ນອອກຈາກຄວາມທຸກຍາກແບບຍືນຍົງ. ດ້ວຍບັນດາການປະກອບສ່ວນຂອງຕົນນາງໃໝ໋ ໄດ້ຮັບໃບຍ້ອງຍໍຈາກນາຍົກລັດຖະມົຍຕີແມ່ນຊາວກະສິກອນຜະລິດດຳເນີນທຸລະກິດເກັ່ງໄລຍະ 2015 – 2019. ທ່ານຈາວຮຸ່ງເຟິຍໃຫ້ຮູ້ວ່າ:

 “ສຳລັບຮູບແບບຂອງນາງໃໝ໋ ນັ້ນ, ພວກຂ້າພະເຈົ້າຕີລາຄາສູງກ່ຽວກັບຮູບແບບນີ້, ນາງ ໃໝ໋ ໄດ້ໂຄສະນາໃຫ້ແກ່ເອື້ອຍນ້ອງແມ່ຍິງຫຼາຍຄົນ ທຳການປູກໝາກໂມເພື່ອພັດທະນາເສດຖະກິດຂອງຕາແສງ.         ໃນປີຕໍ່ໆໄປ ພວກຂ້າພະເຈົ້າຈະໜູນຊ່ວຍທາງດ້ານເຕັກນິກການບົວລະບັດ. ນອກຈາກນັ້ນຈະໃຫ້ຄຳປຶກສາເພື່ອໃຫ້ເອື້ອຍນ້ອງແມ່ຍິງທາບທາມກ່ຽວກັບແນວປູກທີ່ດີ ເຮັດແນວໃດເພື່ອໃຫ້ໝາກໂມບັນລຸມາດຕະຖານ”.

ນອກຈາກການປູກຢ່າງຖືກຕ້ອງຕາມຂັ້ນຕອນ, ຮັບປະກັນໝາກໂມປອດສານພິດ ນາງລໍ່ເລີໃໝ໋ ແລະກຸ່ມຜະລິດພວມສູ້ຊົນຂົນຂວາຍເອື້ອຍນ້ອງແມ່ຍິງພໍ່ພີ່ນ້ອງປະກອບທີ່ດິນເຫື່ອແຮງຕື່ມອີກເພື່ອເປີດກວ້າງເນື້ອທີ່ປູກໝາກໂມກ້າວໄປເຖິງການສ້າງຕັ້ງສະຫະກອນ. ຕາມນາງໃໝ໋ ແລ້ວນີ້ແມ່ນໂອກາດທີ່ດີເພື່ອໃຫ້ພໍ່ແມ່ພີ່ນ້ອງໃນບ້ານໃນຕາແສງເປັນຕົ້ນແມ່ນເອື້ອຍນ້ອງແມ່ຍິງໄດ້ບືນຕົວຂຶ້ນຈາກເນື້ອທີ່ດິນຂອງຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ