ນາງຫຼີທິທູຮ່ຽນຊາວເຜົ່າຂະແມສ້າງເສດຖະກິດເກັ່ງ

(VOVWORLD) -ດ້ວຍຄວາມປະຢັດມັດທະຍັດ ດຸໝັ່ນຂະຫຍັນພຽນໃນການອອກແຮງງານ, ມີຄວາມມານະອົດທົນໃນການຊອກຮູ້ ຮຽນຮູ້ ນຳໃຊ້ວິທະຍາສາດ ເຕັກນິກເຂົ້າໃນການຜະລິດເປັນຕົ້ນແມ່ນການລ້ຽງງົວພັນນົມ,ນາງຫຼີທິທູຮ່ຽນຊາວເຜົ່າຂະແມຢູ່ຄຸ້ມບ້ານ1ຕາແສງ 10 ນະຄອນຊັອກຈັງໄດ້ຜ່ານຜ່າຄວາມຫຍຸ້ງຍາກສ້າງຄວາມຮັ່ງມີຢູ່ດິນແດນແຫ່ງບ້ານເກີດເມືອງນອນຂອງຕົນ. ປັດຈຸບັນດ້ວຍຮູບແບບລ້ຽງງົວພັນນົມນາງສາມາດຫາຜົນກຳໄລໄດ້ຫຼາຍກວ່າ 20 ລ້ານດົ່ງຕໍ່ເດືອນ. 
ນາງຫຼີທິທູຮ່ຽນຊາວເຜົ່າຂະແມສ້າງເສດຖະກິດເກັ່ງ - ảnh 1ນາງຫຼີທິທູຮ່ຽນກໍ່ປະສົບຜົນສຳເລັດດ້ວຍຮູບແບບລ້ຽງງົວພັນນົມ

    ຊຸມປີທຳອິດເມື່ອຫາກໍ່ສ້າງຄອບຄົວ, ການດຳລົງຊີວິດຂອງສອງຜົວເມຍນາງຫຼີທິທູຮ່ຽນກໍ່ປະສົບກັບຄວາມຫຍຸ້ງຍາກບໍ່ໜ້ອຍ, ພາຍຫຼັງວັນແຕ່ງດອງ, ສອງຜົວເມຍນາງຮ່ຽນໄດ້ຮັບເງິນຈາກພໍ່ແມ່ເພື່ອໄປຊື້ເປັດ 400 ໂຕມາລ້ຽງເອົາໄຂ່. ນາງຮ່ຽນໃຫ້ຮູ້ວ່າຄາວນັ້ນທັງລ້ຽງເປັດທັງເຮັດຮັບຈ້າງໃຫ້ແກ່ພໍ່ແມ່ພີ່ນ້ອງຢູ່ອ້ອມຂ້າງເພື່ອຫາເງິນເພີ່ມລາຍຮັບ ຍ້ອນມີຄວາມມານະອົດທົນແລະປະຢັດດັ່ງນັ້ນນາງສາມາດຊື້ດິນໄດ້ຕອນໜຶ່ງແລະປຸກເຮືອນໃຫ້ຄອບຄົວຕົນທີ່ຄຸ້ມບ້ານ 1 ຕາແສງ 10 ນະຄອນຊັອກຈັງ. ເມື່ອເຫັນໄດ້ເຖິງການລ້ຽງເປັດອອກໄຂ່ມີຄວາມລຳບາກແລະຜົນກຳໄລກໍ່ບໍ່ສູງ, ດ້ວຍຄວາມຕັດສິນໃຈບືນຕົວຂຶ້ນຫຼຸດພົ້ນອອກຈາກຄວາມທຸກຍາກນັ້ນ, ນາງໄດ້ມີຄວາມເປັນຫ່ວງຊອກຫາທິດກ້າວເດີນໃໝ່ ໃນການພັດທະນາເສດຖະກິດແນໃສ່ປົວແປງຊີວິດການເປັນຢູ່. ຊ່ວງເວລານັ້ນການລ້ຽງງົວພັນນົມພວມສາມາດຢັ້ງຢືນປະສິດທິຜົນທາງດ້ານເສດຖະກິດຂະນະທີ່ຊາວທ້ອງຖິ່ນຫຼາຍຄົນສາມາດບືນຕົວຂຶ້ນຫຼຸດພົ້ນອອກຈາກຄວາມທຸກຍາກສ້າງຄວາມຮັ່ງມີຢ່າງສຳເລັດຜົນດ້ວຍຮູບແບບນີ້. ສະນັ້ນດ້ວຍຈຳນວນທຶນທີ່ໄດ້ສະສົມມາໄດ້ ສອງຜົວເມຍນາງຮ່ຽນ ໄດ້ຕົກລົງລົງທຶນກໍ່ສ້າງຄອກຟາມແລ້ວຊື້ງົວພັນນົມມາລ້ຽງ. ນາງຮ່ຽນ ໃຫ້ຮູ້ວ່າ:

       “ຊ່ວງເວລານັ້ນກໍ່ບໍ່ຮູ້ປະກອບອາຊີບຫຍັງແດ່ ແຕ່ເມື່ອເຫັນວ່າອາຊີບລ້ຽງງົວພັນນົມມີປະສິດທິຜົນທາງດ້ານເສດຖະກິດດີດັ່ງນັ້ນທາງຄອບຄົວກໍ່ໄດ້ເລືອກເອົາຮູບແບບນີ້. ໃນເບື້ອງຕົ້ນຂ້າພະເຈົ້າຊື້ງົວສອງໂຕມາລ້ຽງງົວພັນນົມໂຕທຳອິດຊື້ດ້ວຍລາຄາ 28 ລ້ານດົ່ງ, ສຳລັບໂຕທີສອງກໍ່ໍຊື້ປະເພດງົວຖືພາດັ່ງນັ້ນຊື້ດ້ວຍລາຄາ 35 ລ້ານ. ຊ່ວງເວລານັ້ນງົວສອງໂຕກໍ່ລ້ວນແຕ່ຖືພາແລະໃກ້ຈະອອກລູກຍ້ອນແນວນັ້ນພວກມັນກໍ່ໃຫ້ນົມໄວແລະໃຫ້ນ້ຳນົມໄດ້ຫຼາຍ”.

    ນາງຮ່ຽນເວົ້າຄວາມໃນໃຈສູ່ຟັງວ່າໃນເບື້ອງຕົ້ນກນລ້ຽງງົວພັນນົມກໍ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ຍ້ອນວ່າຍັງບໍ່ທັນມີບົດຮຽນປະສົບການ. ແຕ່ຍ້ອນຄວາມມານະອົດທົນຮຽນຮູ້ ແລະໄດ້ເຂົ້າຮ່ວມຊຸດອົບຮົມແລະໄດ້ຮັບການຖ່າຍທອດທາງດ້ານວິທະຍາສາດເຕັກນິກ, ຈາກນັ້ນນາງໄດ້ນຳໃຊ້ເຂົ້າການລ້ຽງສັດໃນຄອບຄົວດັ່ງນັ້ນຝູງງົວໄດ້ເຕີບໂຕຢ່າງບໍ່ຢັ້ງແລະໄດ້ນຳມາເຊິ່ງລາຍຮັບສູງເສດຖະກິດຄອບຄົວກໍ່ໄດ້ເລີ່ມຂະຫຍາຍເປັນປົກກະຕິ. ປັດຈຸບັນຄອບຄົວຂອງນາງຮ່ຽນມີຝູງງົວພັນນົມລວມ 16 ໂຕໃນນັ້ນ 5 ໂຕພວມໃຫ້ນ້ຳນົມດ້ວຍປະລິມານຫຼາຍກວ່າ 80 ກິໂລກຣາມຕໍ່ວັນ.ຍ້ອນຂັ້ນຕອນເອົານ້ຳນົມສາມາດຕອບສະໜອງຄວາມຕ້ອງການຂອງຫົວໜ່ວຍເກັບຊື້ ດັ່ງນັ້ນນ້ຳນົມງົວຂອງນາງຮ່ຽນຍາມໃດກໍ່ໄດ້ຂາຍດ້ວຍລາຄາສູງຄື 14 ພັນດົ່ງຕໍ່ກິໂລກຣາມ.ພາຍຫຼັງຫັກຄ່າໃຊ້ຈ່າຍໃນການລ້ຽງງົວອອກແລ້ວ, ແຕ່ລະເດືອນນາງສາມາດຫາລາຍໄດ້ກວ່າ 20 ລ້ານດົ່ງຈາກການລ້ຽງງົວພັນນົມ. ນອກຈາກນັ້ນກໍ່ຍັງມີງົວແມ່ຫຼາຍໂຕພວມຖືພາໃກ້ຈະອອກລູກ.  ນາງຮ່ຽນໃຫ້ຮູ້ຕື່ມອີກວ່າ:

     “ປັດຈຸບັນເຮົາກໍ່ສາມາດເອົານ້ຳນົມໄດ້ 80 ກິໂລກຣາມ. ຍ້ອນງົວບາງໂຕກໍ່ໃຫ້ນ້ຳນົມມາແຕ່ດົນນານແລ້ວ ດັ່ງນັ້ນກໍ່ໃກ້ຈະໝົດນ້ຳນົມ.  ຊ່ວງເວລາທີ່ງົວ 5 ໂຕໃຫ້ນ້ຳນົມຫຼາຍກວ່າໝູ່ ແມ່ນໄດ້ປະມານ 100 ກິໂລກຣາມ. ຖ້າຫາກຫັກຄ່າຫົວອາຫານອອກແລ້ວ, ແຕ່ລະອາທິດກໍ່ໄດ້ກຳໄລຫຼາຍກວ່າ 5 ລ້ານດົ່ງ”.

     ຍ້ອນການລ້ຽງງົວພັນນົມ, ດັ່ງນັ້ນມາຮອດປັດຈຸບັນການດຳລົງຊີວິດຂອງຄອບຄົວນາງຮ່ຽນໄດ້ດີຂຶ້ນຫຼາຍ. ນາງສາມາດຊື້ດິນຕື່ມອີກເພື່ອເປີດກວ້າງເຂດລ້ຽງງົວແລະ ທຳການປູກເຂົ້າອີກດ້ວຍ. ນາງຮ່ຽນເວົ້າຄວາມໃນໃຈສູ່ຟັງວ່າ ຈະສືບຕໍ່ເປີດກວ້າງການລ້ຽງສັດໃນໄລຍະທີ່ຈະມາເຖິງ. ຄອບຄົວນາງຮ່ຽນກໍ່ແມ່ນໜຶ່ງໃນຈຳນວນຄອຍຄົວລ້ຽງສັດທີ່ມີເດັ່ນໃນໂຄງການຂະຫຍາຍລ້ຽງງົວພັນນົມຂອງ ແຂວງ.

ຕອບກັບ

ຂ່າວ/ບົດ​ອື່ນ