ນາງໂຮ່ທິກີມແອັວງ ປະກອບສ່ວນສ້າງເຄື່ອງການຄ້າໃຫ້ແກ່ໂສມກອນຕູມ

(VOVWORLD) -ໂດຍໄດ້ກັບຄືນບ້ານເກີດ ຢູ່ເມືອງ ດັກໂຕ ແຂວງ ກອນຕູມ ເຊິ່ງໄດ້ເລີ່ມຕົ້ນທຸລະກິດ ຈາກຕົ້ນຢາສະໝູນໄພທີ່ມີຢູ່ແລ້ວ, ນາງ ໂຮ່ທິກີມແອັວງ ອາຍຸ 35 ປີ ພວມປະສົບຜົນສົມເລັດດ້ວຍຜະລິດຕະພັນຊາໂສມ ງອກລິງ. ນີ້ແມ່ນຜະລິດຕະພັນຂອງລາຍການ “ແຕ່ລະຕາແສງມີໜຶ່ງຜະລິດຕະພັນ” (OCOP) ລະດັບສາມດາວຂອງແຂວງ ກອນຕູມ. ຜະລິດຕະພັນໄດ້ປະກອບສ່ວນຍົກສູງຄຸນຄ່າ, ສ້າງເຄື່ອງໝາຍການຄ້າໃຫ້ແກ່ຕົ້ນຢາສະໝູນໄພ ຢູ່ທ້ອງຖິ່ນ ອັນໄດ້ຊ່ວຍຫຼາຍຄອບຄົວຊົນເຜົ່າສ່ວນໜ້ອຍຢູ່ເມືອງ ດັກໂຕ ເປີດກວ້າງການຜະລິດ ຍົກສູງລາຍຮັບຈາກການປູກຕົ້ນຢາສະໝູນໄພ.
ນາງໂຮ່ທິກີມແອັວງ ປະກອບສ່ວນສ້າງເຄື່ອງການຄ້າໃຫ້ແກ່ໂສມກອນຕູມ - ảnh 1ນາງໂຮ່ທິກີມແອັວງ ແນະນຳຜະລິດຕະພັນໂສມງອກລີງ 

ດ້ວຍຄວາມຕັດສິນໃຈສ້າງເຂດວັດຖຸດິບ, ສ້າງວຽກເຮັດງານທຳເປັນປົກກະຕິ ໃຫ້ແກ່ພໍ່ແມ່ພີ່ນ້ອງບັນດາເຜົ່າສ່ວນໜ້ອຍ, ສ້າງຜະລິດຕະພັນເປັນຫຼາຍຮູບເປັນຫຼາຍແບບ, ຍົກສູງຄຸນຄ່າ ແລະ ຢັ້ງຢືນເຄື່ອງໝາຍການຄ້າໂສມ ກອນຕູມ, ນາງ ໂຮ່ທິກີມແອັວງ ພ້ອມກັບເພື່ອນສອງຄົນ ນັ້ນແມ່ນນາງ ເລທິແທັງລິກ ແລະ ໂຮ່ທິກ່ຽວ ໄດ້ເລີ່ມຕົ້ນດ້ວຍຜະລິດຕະພັນຊາໂສມ ງອກລິງ.  ເຫດຜົນພາໃຫ້ນາງ ໂຮ່ທິກີມແອັວງ ພ້ອມກັບເພື່ອນສອງຄົນຂອງຕົນ ເລືອກເອົາຕົ້ນຢາສະໝູນໄພນີ້ ແມ່ນຍ້ອນຕົ້ນໂສມມີຄຸນປະໂຫຍດດີ. ນາງ ໂຮ່ທິກີມທວາ ໃຫ້ຮູ້ວ່າ:

 “ຂ້າພະເຈົ້າຢາກຜະລິດຊາຊະນິດໜຶ່ງທີ່ດີ ແລະ ຫອມ ພ້ອມທັງມີຄຸນນະພາບ ແລະ ຮັບປະກັນຄຸນປະໂຫຍດຂອງໂສມ ດັ່ງນັ້ນເຮົາຕ້ອງໄປຮຽນຮູ້ ແລະ ຖອດຖອນບົດຮຽນຢູ່ຫຼາຍແຫ່ງ. ທຳອິດເຮົາໄດ້ພົບຜູ້ໜຶ່ງທີ່ມີຄວາມກະຕືລືລົ້ນ,  ລາວມີຮາກຖານຜະລິດຊາຢູ່ແຂວງ ເລິມດົ່ງ  ແລະ ມີປະສົບການຜະລິດຊາໄດ້ 10 ປີແລ້ວ. ຈາກນັ້ນພວກເຮົາຕ້ອງກຳນົດວ່າ ຕ້ອງເຮັດຕາມເຕັກນິກຂອງ ຍີ່ປຸ່ນ ແມ່ນເຮັດແບບທຳມະຊາດ”.

 ເພື່ອມີຜະລິດຕະພັນຊາໂສມ ງອກລິງ ທີ່ມີຄຸນນະພາບດີ ສາມາດແກ້ງແຍ້ງແຂ່ງຂັນ ໃນທ້ອງຕະຫຼາດ. ນາງ ໂຮາທິກີມແອັວງ ໄດ້ເລືອກເອົາການເກັບຊື້ວັດຖຸດິບຢູ່ສອງຕາແສງ ເມື່ອງຮອງ ແລະ ງອກລິງ ຂອງເມືອງ ດັກເກລິຍ. ນີ້ແມ່ນແຫ່ງທີ່ຕົ້ນໂສມຂະຫຫຍາຍຕົວດີ ແລະ ປະລິມານໂສມກໍ່ສາມາດຕອບສະໜອງຢ່າງພຽງພໍໃຫ້ແກ່ການຜະລິດ. ນາງ ແອັວງ ໄດ້ເລືອກເອົາຮູບການຮ່ວມສຳພັນກັບສະຫະກອນ ງອກລິງ ພ້ອມກັບບາງຄອບຄົວປູກໂສມຢູ່ຕາແສງ ເມື່ອງຮອງ ແລະ ງອກລິງ ໃນເມືອງ ດັກເກລິຍ ພ້ອມທັງເປີດເຂດວັດຖຸດິບຕື່ມອີກ ຢູ່ຕາແສງ ວັນແລມ ເມືອງ ດັກໂຕ. ເຂດວັດຖຸດິບທຸກແຫ່ງຂອງບໍລິສັດ ລ້ວນແຕ່ເປັນຫົວໜ່ວຍໜຶ່ງເປັນເອກະລາດ ຕີລາຄາຄຸນະພາບ ແລະ ແນະນຳໃຫ້ຊາວສວນຜູ້ປູກໂສມເຮັດຕາມມາດຖານ Vietgap. ນາງ ໂຮ່ທິກີມແອັວງ ໃຫ້ຮູ້ຕື່ມອີກວ່າ:

 “ປັດຈຸບັນທາງບໍລິສັດໄດ້ເກັບຊື້ຕາມລະດູ ເພື່ອຮັບປະກັນປະລິມານໂສມ ໃນລະດູການເກັບກູ້ໃຫ້ແກ່ຊາວສວນ. ປັດຈຸບັນຊາວສວນກໍ່ມີສະຕິຮັບຮູ້ໄດ້ວ່າ ຕົນເອງຕ້ອງຍົກສູງຄຸນນະພາບຂອງໂສມ ໝາຍຄວາມວ່າບໍ່ນຳໃຊ້ຢາປ້ອງກັນພືດ, ບໍ່ນຳໃຊ້ຝຸ່ນເຄມີ”.

ພາຍຫຼັງທຳການຜະລິດ ແລະ ໄດ້ນຳຜະລິດຕະພັນອອກສູ່ຕະຫຼນາດເປັນເວລາໜຶ່ງປີ, ມາຮອດປັດຈຸບັນຊາໂສມ ງອກລິງ ຂອງບໍລິສັດຫຸ້ນສ່ວນການຄ້າຜະລິດ ແລະ ການບໍລິການ ເລິມທິ້ງ ຂອງນາງ ໂຮ່ທິກີມແອັວງ ໄດ້ຮັບການຕອບສະໜອງຈາກຜູ້ບໍລິໂພກຢູ່ສາມຕະຫຼາດໃຫຍ່ ນັ້ນແມ່ນນະຄອນ ໂຮ່ຈີມິນ, ຮ່າໂນ້ຍ ແລະ ດ່າໜັງ. ຜະລິດຕະພັນຂອງບໍລິສັດ ກໍ່ຍັງມີຂາຍຢູ່ສາມແຂວງ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ແຕ່ລະເດືອນ ທາງບໍລິສັດກໍ່ສາມາດຈຳໜ້າຍໂສມໄດ້ເກືອບ 2.000 ຫໍ່. ນາງ ໂຮ່ທິກີມແອັວງ ແບ່ງປັນວ່າ:

“ໂດຍໄດ້ກຳເນີດຂຶ້ນຢູ່ ດັກໂຕ, ນ້ອງຫວັງວ່າ ນີ້ແມ່ນການພັດທະນາຂອງທ້ອງຖິ່ນຕົນ ຕາມທິດແບບຍືນຍົງ. ດຳເນີນການລົງທຶນຢູ່ທ້ອງຖິ່ນ, ສາມາດສ້າງວຽກເຮັດງານທຳ ແລະ ສ້າງສະພາບແວດລ້ອມແຫ່ງການເຮັດວຽກແບບທັນສະໄໝ ຂະຫຍັນຂັນເຄື່ອນ ໃຫ້ແກ່ບັນດາເພື່ອນໜຸ່ມໃນປັດຈຸບັນ ແລະ ດຶງດູດບັນດາເພື່ອນໜຸ່ມກັບຄືນສູ່ເຮັດວຽກຢູ່ທ້ອງຖິ່ນ ເພື່ອຮັບໃຊ້ທ້ອງຖິ່ນ”.

 ດ້ວຍຄວາມມານະພະຍາ ຍາມຢ່າງບໍ່ຮູ້ອິດເມື່ອຍ, ນາງ ໂຮ່ທິກີມແອັວງ ພ້ອມກັບບັນດາເພື່ອນຢູ່ເທດສະບານເມືອງ ດັກໂຕ ເມືອງ ດັກໂຕ ແຂວງ ກອນຕູມ ໄດ້ປະສົມສຳເລັດໃນເບື້ອງຕົ້ນ ດ້ວຍເຄື່ອງໝາຍການຄ້າຊາໂສມ ງອກລິງ. ຜະລິດຕະພັນນີ້ ໄດ້ຮັບໃບຢັ້ງຢືນຜະລິດຕະພັນ OCOP ລະດັບສາມດາວຈາກແຂວງ ກອນຕູມ. ຕົ້ນເດືອນ ຕຸລາ ທີ່ຜ່ານມາແນວຄວາມຄິດ “ຜະລິດປຸງແຕ່ງໂສມ ແລະ ຊາໂສມປະສານສົບທົບກັບການພັດທະນາ ຊັບພະຍາກອນທຳມະຊາດຂອງທ້ອງຖິ່ນແບບຍືນຍົງ” ຂອງກຸ່ມຜູ້ປະດິດຄິດສ້າງສັງກັດບໍລິສັດ ກໍ່ໄດ້ຮັບລາງວັນທີໜຶ່ງໃນງານປະກວດ “ຊອກຫາແນວຄວາມຄິດ ເລີ່ມຕົ້ນທຸລະກິດຢ່າງມີຫົວຄິດປະດິດສ້າງປີ 2020” ຈາກສະຫະພັນແມ່ຍິງແຂວງ ກອນຕູມ.

ຕອບກັບ

ຂ່າວ/ບົດ​ອື່ນ