ນາຍພົນບຳນານ ແລະ ເຮືອນ 1.000 ຫຼັງ ທີ່ສະຫງວນໃຫ້ເພື່ອນຮ່ວມກົມກອງ

(VOVWORLD) -ພົນຈັດຕະວາ ເລແທັງເຊີນ ນັກວິລະຊົນກຳລັງປະກອບອາວຸດປະຊາຊົນ, ອະດີດຫົວໜ້າບັນຊາກອງບັນຊາການທະຫານແຂວງ ເກິ່ນເທີ, ອະດີດຫົວໜ້າບັນຊາການກອງພັນ ເຕິຍໂດ ພ້ອມກັບເພື່ອນຮ່ວມກົມກອງຂົນຂວາຍ, ກໍ່ສ້າງເຮຶອນແຫ່ງສາຍຈິດສາຍໃຈ ໄດ້ກວ່າ 1.000 ຫຼັງ. ໄລຍະທາງ 17 ປີແຫ່ງການໄປຂົນຂວາຍ, ປຸກສ້າງເຮືອນດ້ວຍອະນຸສອນຫຼາຍຢ່າງ. ຄວາມເບີກບານມ່ວນຊື່ນຂອງທ່ານໄດ້ທະວີຄູນຂຶ້ນ ເມື່ອມີເຮືອນຂອງເພື່ອນຮ່ວມກົມກອງ ໄດ້ຖືກກໍ່ສ້າງສຳເລັດ
 ນາຍພົນບຳນານ ແລະ ເຮືອນ 1.000 ຫຼັງ ທີ່ສະຫງວນໃຫ້ເພື່ອນຮ່ວມກົມກອງ - ảnh 1 ພົນຈັດຕະວາ ເລແທັງເຊີນ 

ໂດຍໄດ້ພັກກິນເບ້ຍບຳນານເມື່ອປີ  2001, ພົນຈັດຕະວາ ເລແທັງເຊີນ ຫຼື ເອີ້ນວ່າ ບາໄງ ໄດ້ເລີ່ມການເດີນທາງ ຢ້ຽມຢາມຄືນບັນດາເພື່ອນຮ່ວມກົມກອງເມື່ອກ່ອນນີ້. ປີ 2003 ທ່ານພ້ອມກັບເພື່ອນຮ່ວມກົມກອງບາງຄົນທີ່ໄດ້ພັກກິນເບ້ຍບຳນານ ໄດ້ສ້າງຕັ້ງຄະນະຕິດຕໍ່ພົວພັນນັກຮົບເກົ່າກອງພັນ ເຕິຍໂດ ດ້ວຍຈຸດປະສົງຊ່ວຍເຫຼືອກັນໃນການດຳລົງຊີວິດ. ແລະ ນັບແຕ່ນີ້ເປັນຕົ້ນມາ, ທ່ານ ແລະ ຄະນະຕິດຕໍ່ພົວພັນກອງພັນ ເຕິຍໂດ ໄດ້ຂົນຂວາຍເພື່ອປຸກສ້າງເຮືອນ ແຫ່ງສາຍຈິດສາຍໃຈ 1.031 ຫຼັງໃຫ້ແກ່ເພື່ອນຮ່ວມກົມກອງ. ມີເພື່ອນຮ່ວມກົມກອງຫຼາຍຄົນຂອງພົນຈັດຕະວາ ເລແທັງເຊີນ ກໍ່ປະສົບກັບຄວາມຫຍຸ້ງຍາກຫຼ່າຍຢ່າງ ການກິນການນຸ່ງຖືກໍ່ບໍ່ພໍ່ ດັ່ງນັ້ນຈະເອົາເງິນມາແຕ່ໃສ ເພື່ອປຸກເຮືອນ. ທ່ານ ເຊີນ ພ້ອມດ້ວຍຄະນະຕິດຕໍ່ພົວພັນ ໄດ້ໄປຂົນຂວາຍການແຜ່ບໍລິຈາກເງິນ ຈາກບັນດາລັດວິສາຫະກິດ ຕະຫຼອດຮອດຂະແໜງການ ອົງການຈັດຕັ້ງ ອຳນາດການປົກຄອງທ້ອງຖິ່ນ ຕະຫຼອດຮອດບັນດາຜູ້ໃຈບຸນໃຈກຸສົນ, ຍິ່ງກວ່ານັ້ນ ທ່ານ ເຊີນ ກໍ່ໄດ້ຫັັກເງິນເບ້ຍບຳນານສ່ວນໜຶ່ງພ້ອມກັບເງິນບໍລິຈາກ ຂອງລູກຫຼານໃນຄອບຄົວ ເພື່ອເຂົ້າຮ່ວມໃນການກໍ່ສ້າງເຮືອນ. ໃນເບື້ອງຕົ້ນຄະນະຕິດຕໍ່ພົວພັນນັກຮົບເກົ່າກອງພັນ ເຕິຍໂດ ໄດ້ຂົນຂວາຍປຸກສ້າງໄດ້ເຮືອນໜຶ່ງຫຼັງ, ແລ້ວກໍ່ຮອດສອງຫຼັງ, ຫ້າຫຼັງ, ໄລຍະຕໍ່ມາແມ່ນຮອດ 50 ຫຼັງ. ເຮືອນຫຼັງທຳອິດແມ່ລົງທຶນປະມານ 10 ລ້ານດົ່ງ, ຕໍ່ຈາກນັ້ນແມ່ນ 20 ລ້ານດົ່ງ, ປັດຈຸບັນແມ່ນຂຶ້ນເຖິງ 40 ລ້ານດົ່ງ. ຈຳນວນເງິນທີ່ປຸກສ້າງເຮືອນ 1.031 ຫຼັງ ຄິດເປັນເງິນກໍ່ຂຶ້ນເຖິງ 20 ຕື້ກວ່າດົ່ງ. ພົນຈັດຕະວາ ເລແທັງເຊີນ ເລົ່າສູ່ຟັງວ່າ:

      “ສິ່ງທີ່ຂ້າພະເຈົ້າມີຄວາມເປັນຫວ່ງ ນັ້ນແມ່ນຂ້າພະເຈົ້າຢາກເຮັດແນວໃດ ໃນເວລາຍັງມີຊີວິດຢູ່, ຢາກໃຫ້ຄະນະຕິດຕໍ່ພົວພັນນີ້ ປຸກເຮືອນໃຫ້ອ້າຍນ້ອງທັງໝົດ. ເຖິງວ່າຈຳນວນເງິນກໍ່ບໍ່ຫຼາຍປານໃດກໍ່ຕາມ ແຕ່ກໍ່ຕ້ອງມີການພົວພັນກັບອຳນາດການປົກຄອງທ້ອງຖິ່ນ ເພື່ອຊ່ວຍໃຫ້ເພື່ອນຮ່ວມກົມກອງຂອງຕົນ ເຮັດແນວໃດ ເພື່ອໃຫ້ເຂົາເຈົ້າມີເຮືອນກັນແດດກັນຝົນ ແລະ ມີບ່ອນບູຊາເພື່ອນຮ່ວມກົມກອງ ທີ່ໄດ້ເສຍສະຫຼະຊີວິດຂອງຕົນ”.

       ແຕ່ລະເທື່ອເມື່ອໄດ້ຍິນຂ່າວເພື່ອນຮ່ວມກົມກອງຂອງຕົນ ປະສົບກັບຄວາມຫຍຸ້ງຍາກທາງດ້ານເຮືອນຢູ່,ເຖິງວ່າເຂົາຢູ່ໃສ ທ່ານ ເຊີນ ກໍ່ລົງໄປເພື່ອສຳຫຼວດ, ຫຼັງຈາກນັ້ນໄປຂົນຂວາຍການແຜ່ບໍລິຈາກເງິນ ເພື່ອປຸກເຮືອນໃຫ້ແກ່ເພື່ອນຮ່ວມກົມກອງ. ເມື່ອເລີ່ມລົງມືກໍ່ສ້າງເຮືອນ ໃຫ້ແກ່ເພື່ອນກົມກອງໃນແຕ່ລະເທື່ອ, ທ່ານກໍ່ມີຄວາມພາກພູມໃຈຄືດັ່ງປຸກເຮືອນໃຫ້ແກ່ຕົນເອງ, ສອງສາມມື້ທ່ານກໍ່ໄດ້ລົງໄປເພື່ອກວດກາກະຕຸກຊຸກຍູ້ ຄວາມຄືບໜ້າກໍ່ສ້າງ. ສຳລັບທ່ານແລ້ວ ນີ້ກໍ່ແມ່ນການແບ່ງປັນ ກັບບັນດາເພື່ອນຮ່ວມກົມກອງ ທີ່ໄດ້ອຸທິດສ່ວນ, ເສຍສະຫຼະເພື່ອເອກະລາດ ອິດສະຫຼະພາບຂອງຊາດ. ພັນເອກ ເລຈ້ອງເຫງຍ ສັງກັດຄະນະຕິດພົວພັນນັກຮົບເກົ່າກອງພັນ ເຕິຍໂດ ໃຫ້ຮູ້ວ່າ:

     “ໂຄງການປຸກສ້າງເຮືອນ ໃຫ້ແກ່ເພື່ອນຮ່ວມກົມກອງຂອງຄະນະຕິດຕໍ່ພົວພັນ ໂດຍແມ່ນອ້າຍ ເລແທັງເຊີນ ລິເລີ່ມ ໄດ້ດຶງດູດຄວາມສົນໃຈຈາກຫຼາຍຄົນ. ນີ້ແມ່ນວຽກງານທີ່ແທດເໝາະກັບສິນລະທຳຂອງຊາດຫວຽດນາມ, ສອດຄ່ອງກັບນະໂຍບາຍຊ່ວຍໜູນສັງຄົມ, ສອດຄ່ອງກັບນະໂຍລບາຍຂອງລັດ ທີ່ມີຕໍ່ທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ.”

         ເຖິງວ່າອາຍຸໄດ້ສູງແລ້ວ, ປີນີ້ມີອາຍຸ 82 ປີກໍ່ຕາມ, ແຕ່ພົນຈັດຕະວາ ເລແທັງເຊີນ ຍາມໃດກໍ່ຝັກໃຝ່ຄວາມຫວັງຢາກປຸກສ້າງເຮືອນ ແຫ່ງສາຍຈິດສາຍໃຈ ໃຫ້ແກ່ເພື່ອນຮ່ວມກົມກອງທັງໝົດ, ທ່ານມີຄວາມຫວັງ ເຮັດແນວໃດໃຫ້ເພື່ອນຮ່ວມກົມກອງ ຜູ້ໃດກໍ່ມີເຮືອນ ເພື່ອກັນແດດກັນຝົນ. ບໍ່ພຽງແຕ່ຮຽງບ່າຮຽງໄຫຼ່ພ້ອມກັບເພື່ອນຮ່ວມກົມກອງ ໃນສົງຄາມ ເພື່ອຍາດເອົາເອກະລາດ ອິດສະຫຼະພາບມາໃຫ້ປະເທດຊາດເທົົ່ານັ້ນ, ປັດຈຸບັນທ່ານຍັງຄົງ ຮຽງບ່າຮຽງໄຫຼ່ພ້ອມກັບເພື່ອນຮ່ວມກົມກອງ ແບ່ງປັນຄວາມຫຍຸ້ງຍາກ ໃນຊີວິດປະຈຳວັນ. ສຳລັບທ່ານ ເຊີນ ແລ້ວ  ເມື່ອໃດເພື່ອນຮ່ວມກົມກອງຍັງປະສົບກັບຄວາມຫຍຸ້ງຍາກ, ທ່ານກໍ່ຍັງຄົງສືບຕໍ່ລົງໄປຫາ ເພາະວ່າທ່ານມີຄວາມເຂົ້າໃຈວ່າ ເພື່ອນຮ່ວມກົມກອງຍາມໃດກໍ່ຕ້ອງການເຮົາ ແລະ ການເດີນທາງນຳບັນດາເຮືອນແຫ່ງສາຍຈິດສາຍໃຈ ມາສູ່ເພື່ອນຮ່ວມກົມກອງຍັງສືບຕໍ່ດຳເນີນໄປ.

ຕອບກັບ

ຂ່າວ/ບົດ​ອື່ນ