ບັນດາຂີດໝາຍຂອງນາຍົກລັດຖະມົນຕີ ຫວໍວັນກຽດ ໃນການພັດທະນາເສດຖະກິດຂອງ ຫວຽດນາມ.

(VOVWORLD) -ໃນຄາວຍັງມີຊີວິດຢູ່ ທ່ານນາຍົກລັດຖະມົນຕີ ຫວໍວັນກຽດ ແມ່ນຜູ້ທີ່ມີຈິນຕະນາການປ່ຽນແປງໃໝ່ ປະດິດຄິດສ້າງ. ກໍ່ຍ້ອນຄຸນລັກສະນະແມ່ນບຸກຄົນກ້າຄິດກ້າທຳ ກ້າຮັບຜິດຊອບ, ເມື່ອດຳລົງຕຳແໜ່ງເລຂາຄະນະພັກນະຄອນ ໂຮ່ຈີມິນ, ທ່ານໄດ້ພ້ອມກັບອຳນາດການປົກຄອງນະຄອນ ນຳພາປະຊາຊົນຜ່ານຜ່າຄວາມຫຍຸ້ງຍາກ ບຸກບືນຂຶ້ນແລະ ພັດທະນາເສດຖະກິດ ປະກອບສ່ວນພ້ອມກັບປະເທດຊາດ ເລີ່ມຕົ້ນກິດຈະການປ່ຽນແປງໃໝ່ນັບແຕ່ປີ 1986 ແລະ ໄດ້ພັດທະນາຢ່າງແຂງແຮງຮອດວັນນີ້
   
ບັນດາຂີດໝາຍຂອງນາຍົກລັດຖະມົນຕີ ຫວໍວັນກຽດ ໃນການພັດທະນາເສດຖະກິດຂອງ ຫວຽດນາມ. - ảnh 1ທ່ານຫວໍວັນກຽດ ລົງກວດກາການກໍ່ສ້າງລະບົບສາຍສົ່ງໄຟຟ້າ 500 kv

     ນະຄອນ ໂຮ່ຈີມິນ ພາຍຫຼັງວັນປົດປ່ອຍພາກໃຕ້ ທ້ອນໂຮມປະເທດຊາດເປັນເອກະພາບ ເມື່ອປີ 1975 ໄດ້ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ສະພາບເສດຖະກິດສັງຄົມ ພ້ອມກັບຊີວິດການເປັນຢູ່ ຍັງບໍ່ພັດທະນາດັ່ງຫວັງ. ໂດຍແມ່ນການນຳລຸ້ນທຳອິດຂອງນະຄອນ ໃນໄລຍະນັ້ນ ທ່ານ ຫວໍວັນກຽດ ໄດ້ຮີບເຮັ່ງຊອກຫາສາຍເຫດ ແລະ ໄດ້ມີການກະທຳທີ່ແຂງແຮງ.  ຕາມທ່ານຮອງສາດສະດາຈານ ປອ ຟານຊວນບ່ຽນ ຮອງປະທານສະມາຄົມວິທະຍາສາດ ປະຫວັດສາດ ຫວຽດນາມ,  ທ່ານ ຫວໍວັນກຽດ ແມ່ນຜູ້ເຕີບໃຫຍ່ຂຶ້ນໃນຂະບວນການ ໄດ້ຝຶກຝົນຫຼໍ່ຫຼອມໃນພຶດຕິກຳຕົວຈິງ. ເພາະສະນັ້ນ ເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການຜະລິດ ດຳເນີນທຸລະກິດ ພາຍຫຼັງວັນປົດປ່ອຍ ທ່ານໄດ້ລົງໂຮງຈັກ ໂຮງງານ ເພື່ອຟັງຄຳຄິດຄຳເຫັນຂອງກຳມະກອນຜູ້ອອກແຮງງານຂອງການນຳໂຮງຈັກໂຮງງານ. ທ່ານຍັງໃຫ້ການສ້າງຕັ້ງ ຫ້ອງການຄົ້ນຄວ້າເສດຖະກິດ ຂຶ້ນກັບຄະນະພັກນະຄອນ ເພື່ອເຕົ້າໂຮມປັນຍາຊົນວາງອອກແຜນນະໂຍບາຍ, ລັກຖະນະໂຍບາຍທີ່ນຳມາເຊິ່ງປະສິດທິຜົນຢ່າງແທ້ຈິງ. ແລະ ໄດ້ກາຍເປັນບາດກ້າວບຸກທະລຸບັນດາພື້ນຖານຕົວຈິງທີ່ສຳຄັນ ປະກອບສ່ວນສ້າງຈິນຕະນາການ ແລະ ທິດທາງປ່ຽນແປງໃໝ່ ໃຫ້ແກ່ທົ່ວປະເທດໃນພາຍພາກໜ້າ. ທ່ານ ຟານຊວນບ່ຽນ ເລົ່າຄືນສູ່ຟັງວ່າ

: "ທ່ານ ຫວໍວັນກຽດ ແມ່ນຜູ້ກ້າຄິດ ກ້າທຳ. ນອກຈາກຢູ່ນະຄອນ ໂຮ່ຈີມິນ ແລ້ວ ໄລຍະຕໍ່ມາທ່ານໄດ້ດຳລົງຕຳແໜ່ງຮອງນາຍົກລັດຖະມົນຕີ  ແລະ ນາຍົກລັດຖະມົນຕີ ໄລຍະນັ້ນທຸກໆກິດຈະກຳ ກໍ່ລ້ວນແຕ່ເລີ່ມມາຈາກຈິນຕະນາການ: ຕ້ອງເຮັດຫັຍງແດ່ໃຫ້ແກ່ປະຊາຊົນ ໃຫ້ແກ່ປະເທດຊາດ ຫຼັງຈາກນັ້ນກໍ່ໄດ້ລົງສຳຫຼວດຕົວຈິງ. ຖອດຖອນບົດຮຽນຈາກປະຊາຊົນ ພ້ອມກັບແນວຄວາມຄິດຄວາມເຂົ້າອົກເຂົ້າໃຈຂອງປັນຍາຊົນ ແລ້ວກໍ່ພາໄປເຖິງຄຳຕັດສິນຕົກລົງຂອງຕົນ ເພື່ອປະຕິບັດ.”

ດ້ວຍຈິດໃຈກ້າຄິດກ້າທຳ ກ້າຮັບຜິດຊອບ ທ່ານໄດ້ແຜ່ກະຈາຍຄວາມຕັດສິນໃຈ ຄວາມກະຕືລືລົ້ນ ໃຫ້ແກ່ທັງລະບົບການເມືອງຂອງນະຄອນ ໂຮ່ຈີມິນ ເພື່ອສຸມໃສ່ຟື້ນຟູຊີວີດການເປັນຢູ່ຂອງປະຊາຊົນ, ປ່ຽນແປງຈິນຕະນາການ ເພື່ອຊຸກຍູ້ການຜະລິດ ດຳເນີນທຸລະກິດ. ທ່ານຮອງສາດສະດາຈານ ປອ ຮ່າມິງຮົ່ງ ອະດີດຫົວໜ້າພະແນກປະຫວັດສາດ - ມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດ ນະຄອນ ໂຮ່ຈີມິນ ຖືວ່າ:

“ອາດຈະແມ່ນວ່າ ຜູ້ໜຶ່ງມີແນວຄວາມຄິດ ແຕ່ເມື່ອປະຕິບັດ ກໍ່ຕ້ອງມີການຮ່ວມແຮງຮ່ວມໃຈຂອງ ທັງຖັນແຖວພະນັກງານ ທັງຄະນະພັກ ທັງຄະນະກຳມະການປະຊາຊົນ ແລະ ສຳນັກງານອົງການທີ່ມີໜ້າທີ່ຮັບຜິດຊອບ ກໍ່ລ້ວນແຕ່ລົງມືປະຕິບັດ.  ເປັນທີ່ຈະແຈ້ງແລ້ວວ່າ  ດ້ວຍການກ້າຄິດ ກໍ່ຖືວ່າແມ່ນອັນເລີ່ມຕົ້ນ ແຕ່ກ້າທຳກໍ່ມີການຮ່ວມແຮງຮ່ວມໃຈຂອງຫຼາຍຄົນ ຈຶ່ງສາມາດປະສົບຜົນສຳເລັດ”.

ມາຮອດຊຸມປີຕົ້ນທົດສະວັດ 1990 ຂອງສະຕະວັດກ່ອນ  ສະພາບການຂາດແຄນໄຟຟ້າຢູ່ບັນດາແຂວງພາກໃຕ້ ໄດ້ເຮັດໃຫ້ການດຳລົງຊີວິດຂອງປະຊາຊົນ ກໍ່ຄືວິສາຫະກິດປະສົບກັບຄວາມຫຍຸ້ງຍາກ, ລັດຖະບານ ຫວຽດນາມ  ໂດຍທ່ານນາຍົກລັດຖະມົນຕີ ຫວໍວັນກຽດ ນຳໜ້າໄດ້ເລືອກເອົາວິທີສ້າງລະບົບສາຍສົ່ງໄຟຟ້າ 500 ກິໂລໂວນ ມີຄວາມຍາວເກືອບ 1.500 ກິໂລແມັດ ຈາກພາກເໜືອ ຜ່ານ  14 ແຂວງ ແລະ ນະຄອນ ເພື່ອນຳເອົາໄຟຟ້າລົງຮອດພາກໃຕ້.  ນັກວິສະວະກອນ ໂຮ່ແອັງໂຕ ຜູ້ບັນຊາການໃຫຍ່ການກໍ່ສ້າງລະບົບສາຍສົ່ງໄຟຟ້າແຮງສູງ  500 ກິໂລໂວນ ໃຫ້ຮູ້ວ່າ:

 “ນີ້ແມ່ນຄຳຕັດສິນ ເພື່ອຮັບປະກັນຕາໜ່າງໄຟຟ້າແຫ່ງຊາດ ຄວາມໝັ້ນຄົງທາງດ້ານພະລັງງານ ເພື່ອພັດທະນາເສດຖະກິດ ພ້ອມທັງນຳວຽກເຮັດງານທຳມາສູ່ກຳມະກອນຜູ້ອອກແຮງງານນັບ 1.000 ຄົນ ພິເສດກຳມະກອນລົງເລິກຂະແໜງກໍ່ສ້າງຕິດຕັ້ງໄຟຟ້າ”

ນັກວິສະວະກອນ ຫງວຽນບາເໝິ໊ນ ອະດີດຫົວໜ້າຄະນະຄຸ້ມຄອງບັນດາໂຄງການໄຟຟ້ານ້ຳຕົກຢູ່ແມ່ນ້ຳ ດົ່ງນາຍ ແບ່ງປັນວ່າ ໄລຍະ 30 ປີທີ່ປະຕິບັດບັນດາໂຄງການໄຟຟ້ານ້ຳຕົກຢູ່ເຂດພາກໃຕ້ ທ່ານມີຄວາມປະທັບໃຈທີ່ສຸດ ຕໍ່ການບໍລິຫານທີ່ນີ້ມນວນອ່ອນໂຍນ ຄ່ອງຕົວແຕ່ກໍ່ມີລັກສະນະຂ້ຽວຂາດຂອງນາຍົກລັດຖະມົນຕີ ຫວໍວັນກຽດ. ທ່ານ ເໝິ໊ນ ໃຫ້ຮູ້ວ່າ

: "ໄລຍະກອນນີ້ ຫວຽດນາມ ບໍ່ມີທຶນອຸປະຖຳ, ຄາວນັ້ນກໍ່ເລີ່ມມີທຶນ ODA ຂອງ ຍີ່ປຸ່ນ ເປັນຄັ້ງທຳອິດທີ່ພວກເຮົາມີທຶນ ODA,  ທ່ານ ນາຍົກລັດຖະມົນຕີ ຫວໍວັນກຽດ ໄດ້ສະຫງວນໃຫ້ ຮ່າມຖ້ວນ - ດາມີ ເຂື່ອນໄຟຟ້ານ້ຳຕົກທຳອິດ ແລະ ມີພຽງແຫ່ງດຽວທີ່ໃຊ້ແຫຼ່ງທຶນນີ້ ດ້ວຍຈຳນວນທຶນ 650 ລ້ານUSD”.

ດ້ວຍຈິນຕະນາການກ້າຄິດກ້າທຳ ກ້າຮັບຜິດຊອບ ເພື່ອຜົນປະໂຫຍດຂອງປະເທດຊາດ ເພື່ອປະຊາຊົນ. ທ່ານນາຍົກລັດຖະມົນຕີ ຫວໍວັນກຽດ ໄດ້ສ້າງຂີກໝາຍອັນດີງາມໃນຂະບວນວິວັດແຫ່ງການພັດທະນາເສດຖະກິດ ສັງຄົມຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ