ບຸນເຕັດ ຢູ່ເຂດໝູ່ເກາະ ແລະ ຊາຍແດນຂອງປະເທດຊາດ.

(VOVWORLD) -ລະດູບານໃໝ່ໄດ້ວຽນມາສູ່ທຸກແຖບຖິ່ນໃນທົ່ວປະເທດ ຈາກເຂດໝູ່ເກາະທະເລທີ່ຫ່າງໄກ ຕະຫຼອດຮອດເຂດພູດອຍ ຊາຍແດນຂອງປະເທດຊາດ, ພະນັກງານນັກຮົບ ແລະ ປະຊາຊົນພວມກະກຽມຕ້ອນຮັບ ບຸນປີໃໝ່ປະຈຳຊາດ ປີສະຫຼູ 2021. ແຕ່ເຖິງຢ່າງໃດກໍ່ຕາມ ພະນັກງານນັກຮົບຢູ່ເຂດຊາຍແດນ ຍັງຄົງບໍ່ຫຼົງລືມສະຕິລະວັງຕົວ ເພື່ອປົກປັກຮັກສາເຂດຊາຍແດນ ໃຫ້ປອດໄພ, ສະກັດກັ້ນຜູ້ຂ້າມຊາຍແດນຢ່າງຜິດກົດໝາຍ ເພື່ອປ້ອງກັນ ສະກັດກັ້ນໂລກລະບາດ ໂຄວິດ - 19, ປົກປັກຮັກສາຄວາມສະຫງົບສຸກໃຫ້ແກ່ປະເທດຊາດ ເພື່ອໃຫ້ປະຊາຊົນໄດ້ຕ້ອນຮັບບຸນເຕັດ ໃນທ່າມກາງຄວາມອົບອຸ່ນ ເບີກບານມ່ວຍຊື່ນ. 
ບຸນເຕັດ ຢູ່ເຂດໝູ່ເກາະ ແລະ ຊາຍແດນຂອງປະເທດຊາດ. - ảnh 1ສວນອຸທິຍານ ພົນເອກ ຫວໍ້ງວຽນຢາບ ຢູ່ເກາະ ເຊີນກາ

ຢູ່ຕາແສງ ເກາະ ເຊີນກາ ເມືອງ ເຈື່ອງຊາ ແຂວງ ແຂັງຮວ່າ, ບັນດາຕົ້ນໄມ້ ດອກໄມ້ ທຸງຊາດ ຢູ່ຄຽງຂ້າງອະນຸສາວະລີ ພົນເອກ ຫວໍງວຽນຢ໊າບ ໄດ້ຖືກຕັດຊອຍ ປູກໃໝ່ ແລະ ປະດັບປະດາໃຫ້ສວຍງາມ. ບັນດາພະນັກງານນັກຮົບ ໄດ້ຈັດແບ່ງວຽກງານ ຜູ້ຕັດຊອຍ ຜູ້ສ້າງຮູບຊົງຕົ້ນໄມ້, ຜູ້ເຮັດອະນາໄມ ພາບດິນເຜົາເຄືອບແຕ່ລະແຜ່ນ ກ່ຽວກັບບັນດາວິລະກຳທີ່ລືຊາຜາກົດຂອງກອງທັບ ແລະ ປະຊາຊົນ ໃນຕະຫຼອດໄລຍະປະຫວັດສາດຂອງຊາດ.        ໂດຍເຊື່ອມຕົວເຂົ້າກັບບັນຍາກາດຕ້ອນຮັບບຸນເຕັດ ບັນດາຮອຍຍິ້ມ, ໃບໜ້າສີຕາທີ່ແຈ່ມໃສຂອງພະນັກງານນັກຮົບ ແລະ ປະຊາຊົນແຕ່ລະຄົນໃນເກາະ ໄດ້ສະແດງໃຫ້ເຫັນຄວາມເບີກບານມ່ວນຊື່ນ ບົ່ງບອກເຖິງຄວາມເຊື່ອໝັ້ນຕໍ່ລະດູບານໃໝ່ ພວມວຽນມາສູ່. ຈ່າຕີ ຫງວຽນບ໋າວຈຸງ ແບ່ງປັນວ່າ:

       “ການຕ້ອນຮັບບຸນເຕັດຂອງຊາດ ແລະ ຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ຂ້າພະເຈົ້າພ້ອມກັບຊາວໜຸ່ມທຸກໆຄົນ ໃນເກາະ ຕັດສິນໃຈແຂ່ງຂັນ ເພື່ອປະຕິບັດໜ້າທີ່ໃຫ້ສຳເລັດ ດ້ວຍຄຸນນະພາບສູງສຸດ. ຂ້າພະເຈົ້າ ຫວັງວ່າພັກຄອມມູນິດ ຫວຽນນາມ ຈະເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ໃຫ້ຄວາມເອົາໃຈໃສ່ພິເສດໃຫ້ແກ່ໄວໜຸ່ມພວກຂ້າພະເຈົ້າ ເພື່ອຮອດເວລາເຮັດສຳເລັດພັນທະເປັນທະຫານ ຈະສືບຕໍ່ພ້ອມກັບໄວໜຸ່ມໃນທົ່ວປະເທດ ອຸທິດສ່ວນເຫື່ອແຮງຂອງຕົນເຂົ້າໃນພາລະກິດສ້າງສາ  ແລະ ປົກປັກຮັກສາປະເທດຊາດ”.

       ສ່ວນພັນຕີ ຫງວຽນຍືຕວ໊ຽນ ກຳມະການການເມືອງ ເກາະເຊີນກາ ໃຫ້ຮູ້ວ່າ:

         “ເກາະເຊີນກາ ໄດ້ປຸກລະດົມບັ້ນແຂ່ງຂັນຍອດສູງ ສ້າງຜົນງານຊົມເຊີຍພັກ ຊົມເຊີຍລະດູບານໃໝ່ ມຸ່ງໄປສູ່ກອງປະຊຸມໃຫຍ່ຂອງພັກ ແລະ ຕ້ອນຮັບປີໃໝ່ດ້ວຍບັນດາຄາດໝາຍແຂ່ງຂັນລະອຽດ ແນໃສ່ຍົກສູງກຳລັງແຮງສັງລວມຂອງກົມກອງ. ພິເສດແມ່ນຈິດໃຈລະວັງຕົວ ຍົກສູງຄຸນນະພາບການຝຶກຊ້ອມ ຄວາມສາມາດກຽມພ້ອມສູ້ຮົບ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ ບໍ່ປະໃຫ້ຖືກຕົກຢູ່ໃນທ່າຮັບໃນທຸກສະພາບການ”.

       ໃນຊຸມວັນກ່ອນທີ່ຈະຮອດບຸນເຕັດ, ຄະນະປະຕິບັດງານຂອງກອງບັນຊາການທະຫານຊາຍແດນ ໂດຍພົນຕີ ໂດ໊ແຢັງເວື້ອງ ຜູ້ຮັບຜິດຊອບການເມືອງກຳລັງທະຫານປ້ອງກັນຊາຍແດນ ເປັນຫົວໜ້າຄະນະ ໄດ້ລົງຢ້ຽມຢາມ ແລະ ອວຍພອນບຸນເຕັດ ແລະ ມອບຂອງຂວັນໃຫ້ແກ່ບັນດາພະນັກງານນັກຮົບ ທະຫານປ້ອງກັນຊາຍແດນ ແລະ ປະຊາຊົນໃນເຂດຊາຍແດນບັນດາແຂວງພາກກາງ. ລຸງ ກາວເລແອັວງ ຊາວເຜົ່າຈືດ ຢູ່ບ້ານ ເລືອງນັງ ຕາແສງ ຮວ໊າເຊີນ ເມືອງ ມິງຮວ໊າ ແຂວງ ກວ໋າງບິ່ງ ເວົ້າວ່າ:

        “ບຸນເຕັດປີນີ້ ຄອບຄົວຂອງຂ້າພະເຈົ້າກໍ່ໄດ້ກະກຽມເຂົ້າໜົມ ໝາກໄມ້ ຊີ້ນໝູ... ຍ້ອນໄພນ້ຳຖ້ວມໄດ້ສົ່ງຜົນກະທົບ ແຕ່ພວກຂ້າພະເຈົ້າໄດ້ຮັບຄວາມເອົາໃຈໃສ່ຊ່ວຍເຫຼືອຈາກຄະນະພັກຕາແສງ ດັ່ງນັ້ນຄວາມຫຍຸ້ງຍາກກໍ່ໄດ້ຫຼຸດຜ່ອນລົງ ການຕ້ອນຮັບບຸນເຕັດກໍ່ໄດ້ມີຂຶ້ນເປັນປົກກະຕິຄືທຸກໆປີ. ກອງບັນຊາການທະຫານປ້ອງກັນຊາຍແດນ ໄດ້ມອບຂອງຂວັນ, ຂ້າພະເຈົ້າພຽງແຕ່ຮູ້ເວົ້າຄວາມຂອບໃຈ ແລະ ເບີກບານມ່ວຍຊື່ນທີ່ສຸດ ຍ້ອນໄດ້ຮັບທຸງຊາດ ແລະ ຮູບຖ່າຍປະທານ ໂຮ່ຈີມິນ ເພື່ອໄຫ້ວບູຊາ ພ້ອມກັບປູ່ຍ່າຕາຍາຍ ບັນພະບູລຸດຜູ້ທີ່ໄດ້ລ່ວງຫຼັບໄປ”.

      ພ້ອມກັບກຳລັງປ້ອງກັນຊາຍແດນໃນທົ່ວປະເທດ, ບັນດາພະນັກງານນັກຮົບທະຫານປ້ອງກັນຊາຍແດນເຂດພາກກາງ ຫາກໍ່ຈັດຕັ້ງການຕ້ອນຮັບບຸນເຕັດ ທັງເປັນການຮັກສາວຽກງານເວນຍານ ກຽມພ້ອມສູ້ຮົບ ປົກປັກຮັກສາປະເທດຊາດ ເພື່ອໃຫ້ປະຊາຊົນຕ້ອນຮັບບຸນເຕັດ ປີສະຫຼູ 2021 ຢ່າງເບີກບານມ່ວນຊື່ນ. ການປ້ອງກັນ ສະກັດກັ້ນໂລກລະບາດ ໂຄວິດ - 19, ຕໍ່ສູ້ຕ້ານອາຊະຍາກຳຄ້າຂາຍເຖື່ອນ ຢ່າງມີປະສິດທິຜົນ ຮັບປະກັນໃຫ້ພະນັກງານນັກຮົບ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າໄດ້ຕ້ອນຮັບລະດູບານໃໝ່ ດ້ວຍຄວາມປອດໄພ ປະຢັດ ແລະ ເບີກບານມ່ວນຊື່ນ. ພົນຕີ ໂດແຢັງເວື້ອງ  ໃຫ້ຮູ້ວ່າ:

     “ໃນຖານະເປັນກຳລັງປະຈັນບານໃນແນວໜ້າຂອງປະເທດຊາດ, ກຳລັງປ້ອງກັນຊາຍແດນຢູ່ບັນດາແຂວງ ນະຄອນທັງໝົດ, ບັນດາປ້ອມປ້ອງກັນຊາຍແດນ ກໍ່ລ້ວນແຕ່ຈັດຕັ້ງລາຍການຕ້ອນຮັບລະດູບານໃໝ່ ຢູ່ເຂດຊາຍແດນ, ບໍ່ປະໃຫ້ບໍ່ວ່າຄອບຄົວໃດໆໃນບໍລິເວນຊາຍແດນ ຖືກທຸກຍາກຂາດເຂີນໃນຊຸມວັນບຸນເຕັດ. ບັນຫາສຸດທ້າຍແມ່ນຕ້ອງເບິ່ງແຍງຊີວິດການເປັນຢູ່ໃຫ້ແກ່ພະນັກນງານນັກຮົບ ພິເສດແມ່ນກຳລັງປ້ອງກັນສະກັດກັ້ນໂລກລະບາດ ໂຕວິດ -19”.

      ຢູ່ແຂວງ ກອນຕູມ ໃນຊຸມວັນໃກ້ຈະຮອດບຸນເຕັດ, ຢູ່ຕາມເສັ້ນທາງໃນແຂວງ ກອນຕູນ ກໍ່ຍິ່ງມີຂະບວນລົດຂົນສົ່ງຂອງຂວັນບຸນເຕັດໄປມອບໃຫ້ປະຊາຊົນ ຢູ່ເຂດຫ່າງໄກສອກຫຼີກ ເຂດຊາຍແດນທີ່ປະສົບກັບຄວາມຫຍຸ້ງຍາກໃນແຂວງ. ນ້ອງ ອີລານ ຊາວເຜົ່າ ເຊີດັງ ນັກຮຽນຫ້ອງ ມ5 ສັງກັດໂຮງຮຽນປະຖົມເຄິ່ງກິນນອນຊົນເຜົ່າ ດັກນິນ ຕາແສງ ດັກນິນ ເມືອງ ກອນປຣົງ ເວົ້າວ່າ:

    “ຫຼານຮູ້ສຶກມິຄວາມເບີກບານໃຈທີ່ສຸດ ເພາະວ່າພວກອາວອາ ໄດ້ມາມອບຂອງຂວັນໃຫ້ແກ່ຫຼານ. ຫຼານສະແດງຄວາມຂອບໃຈຕໍ່ພວກອາວອາ. ຫຼານເຫັນວ່າ ຕົນເອງໄດ້ຮັບຂອງຂວັນ ຄື ຜ້າຫົ່ມ, ເຄື່ອງນຸ່ງຫົ່ມ, ຫຼານຈະພະຍາຍາມຮຽນໃຫ້ເກັ່ງ ກາຍເປັນເດັກຄຳຮູ້ຂອງພໍ່ແມ່”.

      ພ້ອມກັບບັນດາຕາແສງເຂດຫ່າງໄກສອກຫຼີກ, ເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍ ທີ່ປະສົບກັບຄວາມຫຍຸ້ງຍາກ, ໃນຊຸມວັນນີ້ຢູ່ 13 ຕາແສງຊາຍແດນຂຶ້ນກັບ 4 ເມືອງຄື ດັກເກລີຍ, ງອກໂຮ່ຍ, ຊາເທີ່ຍ ແລະ ລາເຮີຣາຍ ໃນແຂວງ ກອນຕູນ ໄດ້ມີບັນດາການເຄື່ອນໄຫວເບິ່ງແຍງປະຊາຊົນໃນຊຸມວັນບຸນເຕັດ. ການຕ້ອນຮັບບຸນເຕັດທີ່ອົບອຸ່ນ ແລະ ເຕັມໄປດ້ວຍຄວາມຮັກແພງ, ການມອບເຮືອນແຫ່ງສາຍຈິດສາຍໃຈ, ງານແຂ່ງຂັນຫໍ່ເຂົ້າຕົ້ມ ແລະ ແຕ່ງບັນດາເຍື່ອງອາຫານພື້ນເມືອງ... ໄດ້ນຳຄວາມເບີກບານມ່ວນຊື່ນໃຫ້ແກ່ປະຊາຊົນຢູ່ເຂດຊາຍແດນ ເມື່ອບຸນເຕັດວຽນມາ. 

ຕອບກັບ

ຂ່າວ/ບົດ​ອື່ນ