ປະລິນຍາເອກ ຫວູກວາງຢ່າງ-ນັກວິທະຍາສາດຂອງຊາວກະສິກອນ

(VOVWORLD) -    ຊາວກະສີກອນຢູ່ແຂວງເຊີນລາເອີ້ນທ່ານ ທ່ານປະລິນຍາເອກ ຫວູກວາງຢ່າງ ຫົວໜ໊າພະແນກກະສີກຳ ປ່າໄມ້-ມະຫາວິທະຍາໄລ ໄຕບັກແມ່ນນັກວິທະຍາສາດຂອງຊາວກະສີກອນ ຄືດັ່ງລາງວັນອັນສູງສົ່ງທີ່ສະມາຄົມຊາວກະສີກອນຫວຽດນາມ ໄດ້ເຊີດຊູ. ການສຶກສາຄົ້ນຄວ້າທາງດ້ານວິທະນາສາດຂອງທ່ານ ໄດ້ປະກອບສ່ວນບໍ່ໜ້ອຍເຂົ້າໃນພື້ນຖານກະສີກຳຂອງທ້ອງຖິ່ນ
ປະລິນຍາເອກ ຫວູກວາງຢ່າງ-ນັກວິທະຍາສາດຂອງຊາວກະສິກອນ - ảnh 1ທ່ານປະລິນຍາເອກ ຫວູກວາງຢ່າງ ແລກປ່ຽນກັບປະຊາຊົນກ່ຽວກັບວິທີບົວລະບັດໝາກມັງກອນໄສ້ແດງ

      ທ່ານປະລິນຍາເອກ ຫວູກວາງຢ່າງ ແມ່ນຜູ້ທີ່ມີຊື່ສຽງ ແມ່ນນັກວິທະຍາສາດທີ່ມີຫຼາຍກິດຈະກຳຄົ້ນຄວ້າໝູນໃຊ້ ແລະ ຖືກສູນກາງສະມາຄົມຊາວກະສິກອນ ຫວຽດນາມ ເຊີມຊູ ແມ່ນນັກວິທະຍສາດຂອງຊາວກະສິກອນ ໂດຍປະຕິບັດງານຢູ່ມະຫາວິທະຍາໄລ ເຕິຍບັກ ເປັນເວລາ 32 ປີ. ທ່ານປະລິຍາເອກ ຫວູກວາງຢ່າງ ໄດ້ມີ 21 ບົດໜັງສືພິມ ສິ່ງພິມທີ່ລົງພິມຢູ່ວາລະສານວິທະຍາສາດໃນປະເທດ ແລະ ກອງປະຊຸມສຳມະນາສາກົນ ເຂົ້າຮ່ວມປະຕິບັດ 16 ຫົວເລື່ອງ ໂຄງການຂັ້ນຕ່າງໆ ອ້າຍແມ່ນຜູ້ຮັບຜິດຊອບ 13 ຫົວເລື່ອງ ໃນນັ້ນ 2 ຫົວເລື່ອງຂັ້ນກະຊວງ 5 ຫົວເລື່ອງຂັ້ນແຂວງ 2 ຫົວເລື່ອງຂັ້ນລັດ ແລະ 4 ຫົວເລື່ອງຂັ້ນຫາກຖານ ດ້ວຍການປະຕິບັດງານຢູ່ຮາກຖານເປັນເວລາຫຼາຍປີ ເປັນຕົ້ນແມ່ນເຮັດວຽກຢູ່ບໍລິສັດກາເຟ ຕົ້ນໄມ້ກິນໝາກແຂວງ ເຊີນລາ ເປັນເວລາ 10 ປີ ໄດ້ສຳຜັດໂດຍກົງກັບພໍ່ແມ່ພີ່ນ້ອງຊາວກະສິກອນ ອ້າຍ ຢ່າງ ໄດ້ເຫັນໃຈຕໍ່ຄວາມລຳບາກ ແລະ ຄວາມຄາດຫວັງບືນຕົວຂຶ້ນຫຼຸດພົ້ນອອກຈາກຄວາມທຸກຍາກຂອງພໍ່ແມ່ນພີ່ນ້ອງຊາວກະສິກອນ. ອ້າຍ ຢ່າງ ໃຫ້ຮູ້ວ່າ:

      “ພວກຂ້າພະເຈົ້າຍາມໃດກໍ່ເອົາໃຈໃສ່ຮ່ວມເດີນທາງ ພ້ອມກັບພໍ່ແມ່ພີ່ນ້ອງ ເພື່ອພ້ອມກັນໜູນຊ່ວຍພໍ່ແມ່ນພີ່ນ້ອງທາງດ້ານເຕັກນິກການປູກຝັງ ເຕັກນິກການປາບສັດຕູພືດ. ເພື່ອເຮັດແນວໃດຍົກສູງສະມັດຕະພາບ ແລະ ຄຸນນະພາບຂອງຜົນລະປູກ”.

      ແຕ່ປີ 2010 ຫາ 2012 ທ່ານປະລິນຍາເອກ ຫວູກວາງຢ່າງ ໄດ້ຜັນຂະຫຍາຍເນື້ອທີ່ດິນ 5.000 ຕາແມັດ ເພື່ອປູກທົດລອງໜາກມັງອນໄສ້ແດງ ຢູ່ຕາແສງ ນາບໍ່ ເມືອງ ມາຍເຊີນ ຫຼັງຈາກນັ້ນໂຄງການໄດ້ມີການໜູນຊ່ວຍຈາກພະແນກວິທະຍາສາດເຕັກໂນໂລຊີ ແຂວງ ເຊີນລາ ແລະ ສະຖາບັນຜັກໝາກໄມ້ສູນກາງ ແລະ ໄດ້ປະສົບຜົນລຳເລັດ ແລະ ມອບໂອນເຕັກນິກປູກໝາກມັງກອນໄສ້ແດງໃຫ້ແກ່ຊາວກະສິກອນຢູ່ບັນດາເມືອງ ມາຍເຊີນ ແລະ ທ້ວນເຈົາ ດ້ວຍເນື້ອທີ່ບັນລຸກວ່າ 350 ເຮັກຕາ ທ່ານປະລິນຍາເອກ ຫວູກວາງຢ່າງ ແບ່ງປັນວ່າ:

     “ມູນຄ່າຜະລິດຕະພັນຕົ້ນມັງກອນໄສ້ແດງໃນເນື້ອທີ່ 1 ເຮັກຕາ ໄດ້ໃຫ້ສະມັດຕະພາບສູງທີ່ສຸດ.ພ້ອມກັນນັ້ນພວກກ່ຳສາມາດນຳໃຊ້ເຕັກໂນໂລຊີ ເພື່ອອອກໝາກມັງກອນໃນຍາມບໍ່ຖືກລະດູການ. ພິເສດຄຸນນະພາບຂອງໝາກມັງກອນ ເຊີນລາ ກໍ່ສາມາດແຂ່ງຂັນກັບໝາກມັງກອນຢູ່ແຫ່ງອື່ນໆ”.

     ຫົວເລື່ອງປູກທົດລອງ ແລະ ເລືອກເອົາແນວພັນໝາກມັງກອນທີ່ແທດເໝາະກັບເງື່ອນໄຂທຳມະຊາດຢູ່ແຂວງ ເຊີນລາ ໄດ້ຊ່ວຍໃຫ້ຊາວກະສິກອນຢູ່ຕາແສງ ນາບໍ່ ແລະ ຕາແສງ ຈ່ຽງຮຸງ ເມືອງ ມາຍເຊີນ ເພີ່ມສະມັດຕະພາບ ຄຸນນະພາບຂອງໝາກມັງກອນ ປັດຈຸບັນໝາກມັງກອນໄສ້ແດງຂອງແຂວງ ເຊີນລາ ໄດ້ສົ່ງອອກຂາຍຢູ່ຕະຫຼາດເອີລົບຕາເວັນຕົກ ສະຫະລັດອິນມິເລດ ສະຫະພັນລັດເຊຍ ແລະ ອີຕາລີ .                 “ ຕົ້ນໝາກມັງກອນໄສ້ແດງໄດ້ໃຫ້ສະມັດຕະພາບເສດຖະກິດສູງທີ່ສຸດ, ສາມາດປູກງ່າຍ ແລະ ບົວລະບັດຢ່າງສະດວກສະບາຍ. ແຕ່ລະປີ ຄອບຄົວຂ້າພະເຈົ້າເກັບກູ້ ໝາກມັງກອນໄສ້ແດງໄດ້ 20 ໂຕນໃນເນື້ອທີ່ປູກ 2500 ຕາແມັດ”

         ນອກຈາກຫົວເລື່ອງກ່ຽວກັບຕົ້ນມັງກອນ ມີບາງຫົວເລື່ອງທີ່ພົ້ນເດັ່ນໂດຍທ່ານປະລິນຍາເອກ ຫວູກວາງຢ່າງ ຜັນຂະຫຍາຍປະຕິບັດຢ່າງປະສົບຜົນສຳເລັດ ເຊິ່ງອາດຈະເຂົ້າເຖິງຫົວເລື່ອງຄົ້ນຄວ້າມາດຕະການປ້ອງກັນສັດຕູພືດທຳລາຍໝາກມ່ວງແຂວງ ເຊີນລາ ອັນໄດ້ຊ່ວຍຍົກສູງຄຸນຄ່າຜະລິດຕະພັນໝາກມ່ວງພາຍໃນປະເທດ ແລະ ສົ່ງອອກ ຫົວເລື່ອງຂັ້ນກະຊວງກ່ຽວກັບການມາດຕະການປ້ອງກັນປາບສັດຕູພືດທຳລາຍກາເຟຢູ່ແຂວງ ເຊີນລາ ໄດ້ມອບໂອນເຕັກນິກໃຫ້ຊາວກະສິກອນເຂດປູກກາເຟ ປະກອບສ່ວນຍົກສູງສະມັດຕະພາບ ແລະ ຄຸນນະພາບກາເຟສົ່ງອອກໃນແຂວງ ທ່ານປະລິຍາເອກ ໂດ໊ຮົ່ງດຶກ ຮອງອະທິການບໍດີມະຫາວິທະຍາໄລເຕິຍບັກ ໃຫ້ຮູ້ວ່າ:

       “ບັນດາຫົວເລື່ອງຂອງອາຈານ ຢ່າງ ໄດ້ຕິດພັນກັບພຶດຕິກຳຕົວຈິງຂອງການຜະລິດຢູ່ທ້ອງຖິ່ນ ປະກອບສ່ວນສະມັດຕະພາບຂອງຜົນລະປູກຫຼຸດຜ່ອນຜົນເສຍຫາຍໃນໄລຍະຜະລິດຂອງພໍ່ແມ່ພີ່ນ້ອງຊາວກະສິກອນ”.

      ແຕ່ລະປີພະແນກກະສິກຳ ແລະ ປ່າໄມ້ ໂດຍທ່ານປະລິກຍາມເອກ ຫວູກວາງຢ່າງ ເປັນຫົວໜ້າພະແນກກໍ່ມີ 5 ຫາ 7 ຫົວເລື່ອງຂັ້ນຮາກຖານຂອງຄູອາຈານ ແລະ 10 ຫາ 15 ຫົວເລື່ອງຂັ້ນຮາກຖານຂອງນັກສຶກສາປະຕິບັດ. ມີຫຼາຍຫົວເລື່ອງໄດ້ຮັບລາງວັນສູງໃນບັນດາການສອບເສັງລະດັບຊາດ ສິ່ງນີ້ພວມຊ່ວຍຄວາມໄຝ່ຝັນຂອງທ່ານປະລິນຍາເອກ ຫວູກວາງຢ່າງ ມີການສຶກສາຄົ້ນຄວ້າຫຼາຍຄັ້ງຕື່ມອີກເພື່ອໝູນໃຊ້ຢ່າງຕິດແທດກັບຊີວິດຕົວຈິງ ປະກອບສ່ວນພ້ອມກັບຊາວກະສິກອນແຂວງ ເຊີນລາ ຮັບຜົນດີໃນລະດູການຜະລິດ.

ຕອບກັບ

ຂ່າວ/ບົດ​ອື່ນ