ຜູ້ຂະຫຍາຍຂະບວນການບໍລິຈາກເລືອດ ແລະ ຂົນຂວາຍຊາວໜຸ່ມ ເລີ່ມຕົ້ນທຸລະກິດ

(VOVWORLD) -            ໂດຍບໍ່ພຽງແຕ່ຕັ້ງໜ້າຂະຫຍາຍຂະບວນການບໍລິຈາກເລືອດໂດຍສະໝັກໃຈເທົ່ານັ້ນ ຫາກຍັງມີຄວາມກະຕືລືລົ້ນ ແລະ ປະສົບຜົນສຳເລັດໃນວຽກງານກໍ່ສ້າງຊາວໜຸ່ມ ເລີ່ມຕົ້ນທຸລະກິດ. ນັ້ນແມ່ນອ້າຍ ຫງວຽນດຶກຖ້ວນ ປະທານສະພາບໍລິຫານງານບໍລິສັດຮຸ້ນສ່ວນພັດທະນາ ແຫຼ່ງຊັບພະຍາກອນມະນຸດຄຸນນະພາບສູງ, ຜູ້ອຳນວຍການສູນກໍ່ສ້າງຜູ້ມີຄວາມເກັ່ງກ້າສາມາດ ແລະ ເລີ່ມຕົ້ນທຸລະກິດ, ປະທານກິດຕິມະສັກສະໂມສອນຊາວໜຸ່ມ ເລີ່ມຕົ້ນທຸລະກິດ ຮ່າໂນ້ຍ, ອະດີດປະທານສະມາຄົມຊາວໜຸ່ມຂົນຂວາຍບໍລິຈາກເລືອດ ຮ່າໂນ້ຍ. 
ຜູ້ຂະຫຍາຍຂະບວນການບໍລິຈາກເລືອດ ແລະ ຂົນຂວາຍຊາວໜຸ່ມ ເລີ່ມຕົ້ນທຸລະກິດ - ảnh 1ອ້າຍ ຫງວຽນດຶກຖ້ວນ(ເບື້ອງຊ້າຍ)ທີ່ລາຍການພົບປະແລກປ່ຽນແບບທາງໄກກ່ຽວກັບແບບຢ່າງວຽກດີຄົນເດັ່ນ

    ອ້າຍ ຫງວຽນດຶກຖ້ວນ ເກີດປີ 1971 ບ້້ານເກີດຢູ່ແຂວງ ຝູເຖາະ. ຖ້າຫາກວ່າສາດສະດາຈານ ປອ.ໂດ໊ຈຸງເຝິນ ອະດີດຫົວໜ້າສະຖານບັນເລືອດສາດ - ສົ່ງເລືອດສູນກາງ ແມ່ນຜູ້ລິເລີ່ມຂະບວນການບໍລິຈາກເລືອດໂດຍສະໝັກໃຈຢູ່ ຫວຽດນາມ ນັ້ນ, ອ້າຍ ຫງວຽນດຶກຖ້ວນ ກໍ່ແມ່ນຜູ້ສ້າງຕັ້ງສະມາຄົມຊາວໜຸ່ມຂົນຂວາຍບໍລິຈາກເລືອດ ນະຄອນ ຮ່າໂນ້ຍ. ປີ 2022 ເຊິ່ງເປັນຂີດໝາຍສະເຫຼີມສະຫຼອງ 28 ປີ ແຫ່ງສ້າງຕັ້ງສະມາຄົມຊາວໜຸ່ມຂົນຂວາຍບໍລິຈາກເລືອດ ຮ່າໂນ້ຍ (ວັນທີ 24 ມັງກອນ ປີ 1994 - ວັນທີ 24 ມັງກອນ ປີ 2022) ມາຮອດປັດຈຸບັນໄດ້ມີຊາວໜຸ່ມນັບ 100.000 ຄົນເຂົ້າຮ່ວມການບໍລິຈາກເລືອດ ແລະ ແຜ່ກະຈາຍອອກທຸກໆເມືອງໃນນະຄອນຫຼວງ, ພ້ອມກັນບໍລິຈາກເລືອດໄດ້ເກືອບ 500.000 ຖົງ ເພື່ອຊ່ວຍເຫຼືອຜູ້ຕ້ອງການເລືອດຢ່າງທັນການ. ຖ້ວນ ກໍ່ແມ່ນຜູ້ສ້າງຕັ້ງສະໂມສອນ ຜູ້ມີໝວດເລືອດຫາຍາກຢູ່ ຫວຽດນາມ  ດ້ວຍຜູ້ເຂົ້າຮ່ວມຫຼາຍກວ່າ 13.000 ຄົນ, ຍ້ອນແນວນັ້ນກໍ່ສາມາດກອບກູ້ເອົາ ຊີວິດໃຫ້ແກ່ຄົນເຈັບນັບໝື່ນຄົນ. ສຳລັບອ້າຍ ຖ້ວນ ເອງກໍ່ໄດ້ບໍລິຈາກເລືອດໂດຍສະໝັກໃຈຫຼາຍກວ່າ 100 ເທື່ອ; ເຂົ້າຮ່ວມວຽກງານຮຽບຮຽງປຶ້ມສອງຫົວ ແລະ ເອກະສານຫຼາຍສະບັບກ່ຽວກັບການຂົນຂວາຍບໍລິຈາກເລືອດໂດຍສະໝັກໃຈ. ອ້າຍ ຫງວຽນດຶກຖ້ວນ ເປີດເຜີຍວ່າ:

        “ບໍລິຈາກເລືອດແມ່ນວຽງການທີ່ຈຳເປັນ, ບໍລິຈາກເລືອດບໍ່ສົ່ງຜົນສະທ້ອນຫຍັງຕໍ່ສຸຂະພາບ. ໃນໄລຍະໄປຂົນຂວາຍບໍລິຈາກເລືອດ, ຂ້າພະເຈົ້າມີຄວາມໃຝ່ຝັນ  ຢາກເຮັດແນວໃດ ໃຫ້ມີເລືອດຫຼາຍມີເລືອດພຽງພໍ່ເພື່ອກອບກູ້ເອົາຊີວິດຂອງຄົນເຈັບ. ຂ້າພະເຈົ້າໄປຂົນຂວາຍທຸກຄົນບໍລິຈາກເລືອດ. ທຳອິດຂົນຂວາຍອ້າຍນ້ອງຍາດພີ່ນ້ອງຄີງ, ໝູ່ເພື່ອນເປັນຕົ້ນແມ່ນໝູ່ເພື່ອນສັງກັດໂຮງຮຽນດຽວກັນ. ຕໍ່ຈາກນັ້ນຂ້າພະເຈົ້າໄດ້ມີແນວຄວາມຄິດໃຫ້ສ້າງຕັ້ງສະໂມສອນບໍລິຈາກເລືອດ ສະໂມສອນບໍລິຈາກເລືອດ, ອົງການບໍລິຈາກເລືອດ”.

     ອ້າຍ ຫງວຽນດຶກຖ້ວນ ໄດ້ສ້າງຕັ້ງບັນດາຮູບແບບຂົນຂວາຍບໍລິຈາກເລືອດທີ່ມີຄວາມໝາຍຄື:  ສະໂມສອນ 25 ຫວຽດນາມ, ສະໂມສອນຜູ້ມີໝວດເລືອດຫາຍາກ ຫວຽດນາມ, ງານບຸນບໍລິຈາກເລືອດ, ບັ້ນເຄື່ອນໄຫວບໍລິຈາກເລືອດຍາມລະດູຮ້ອນ... ທຸກໆຮູບແບບໃນປັດຈຸບັນພວມໄດ້ຮັບການດຳເນີນໃນແຕ່ລະປີ ປະກອບສ່ວນຊຸກຍູ້ພັດທະນາການເຄື່ອນໄຫວບໍລິຈາກເລືອດໂດຍສະໝັກໃຈໃນທົ່ວປະເທດ. ປະລິມານເລືອດບໍລິຈາກທີ່ເກັບມາໄດ້ໃນທົ່ວປະເທດລ້ວນແຕ່ເພີ່ມຂຶ້ນໃນແຕ່ລະປີ ອັນໄດ້ຊ່ວຍຂະແໜງສາທາລະນະສຸກ ປະຕິບັດໜ້າທີ່ເບິ່ງແຍງສຸຂະພາບໃຫ້ແກ່ປະຊາຊົນເປັນຢ່າງດີ. ທ່ານາງ ບຸ່ຍທິລານເຮືອງ ປະທານສະພາກາແດງເມືອງ ເກົ່າເຢິ໊ຍ ຮ່າໂນ້ຍ ໃຫ້ຮູ້ວ່າ:

       “ອ້າຍ ຖ້ວນ ປຽບເໝືອນບຸກຄົນສ້າງກຳລັງໄຟໃຫ້ແກ່ຂ້າພະເຈົ້າ ເຮັດແນວໃດຍິ່ງໂຄສະນາຂົນຂວາຍໄດ້ບໍລິຈາກເລືອດ ຍິ່ງມີຫຼາຍຄົນເຂົ້າຮ່ວມກໍ່ຍິ່ງຊ່ວຍນຳຜົນປະໂຫຍດມາໃຫ້ແກ່ສັງຄົມ. ນີ້ກໍ່ແມ່ນການປະກອບສ່ວນສ່ວນໜຶ່ງ ເຂົ້າໃນວຽກງານເບິ່ງແຍງສຸຂະພາບໃຫ້ແກ່ປະຊາຊົນ. ອ້າຍ ຖ້ວນ ກໍ່ແມ່ນຜູ້ໄດ້ຊີ້ນຳຂ້າພະເຈົ້າພ້ອມກັບສະພາກາແດງເມືອງເກົ່າເຢິ໊ຍໃນອາຍຸການທີ່ຜ່ານມາໄດ້ຮັບເລືອດ29.000ຖົງບັນລຸກວ່າ200%ຂອງແຜນການທີ່ນະຄອນໄດ້ມອບໝາຍໃຫ້”.

      ປີ 2014 ອ້າຍ ຖ້ວນ ໄດ້ສ້າງຕັ້ງສະໂມສອນຊາວໜຸ່ມເລີ່ມຕົ້ນທຸລະກິດ ຮ່າໂນ້ຍ. ລາວໄດ້ບຳລຸງກໍ່ສ້າງໂດຍບໍ່ຄິດຄ່າໃຫ້ແກ່ ຫຼາຍກວ່າ 27.000 ຄົນ; ໃຫ້ຄຳປຶກສາທາງດ້ານເລີ່ມຕົ້ນທຸລະກິດໃຫ້ແກ່ຊາວໜຸ່ມຫຼາຍກວ່າ 26.000 ເທື່ອຄົນ ຢູ່ ຮ່າໂນ້ຍ. ອ້າຍ ຖ້ວນຍັງໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວບັນດາການກຸສົນອື່ນໆຄື ມອບຂອງກິນຂອງຂັວນໂດຍບໍ່ຄິດຄ່າ ລວມມູນຄ່ານັບ 100 ລ້ານດົ່ງ ໃຫ້ແກ່ຜູ້ຫຍຸ້ງຍາກ ຜູ້ປະສົບກັບຄວາມຫຍຸ້ງຍາກ. ອ້າຍ ຫງວຽນດຶກຖ້ວນ ໃຫ້ຮູ້ວ່າ:

      “ກ້າວເຂົ້າສູ່ຂົງເຂດໃໝ່, ໜ້າທີ່ບໍ່ແມ່ນການບໍລິຈາກເລືອດ ແຕ່ແມ່ນບ່ອນບຳລຸງກໍ່ສ້າງ ເພື່ອຂະຫຍາຍຊາວໜຸ່ມ. ປີ 2013 ຂ້າພະເຈົ້າໄດ້ຕົກລົງສ້າງຕັ້ງວິສາຫະກິດເລີ່ມຕົ້ນທຸລະກິດບາງແຫ່ງ. ມາຮອດປັດຈຸບັນຂ້າພະເຈົ້າໄດ້ມີລູກສິດປະມານ 10.000 ຄົນ ໃນນັ້ນສ່ວນຫຼາຍແມ່ນນັກທຸລະກິດໄດ້ປະສົບຜົນສຳເລັດ”.

        ດ້ວຍບັນດາການປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ສັງຄົມ, ອ້າຍ ຫງວຽນດຶກຖ້ວນ ມີຄວາມເປັນກຽດໄດ້ຮັບບັນດານາມມະຍົດ ລາງວັນອັນສູງສົ່ງຄື ຫຼຽນໄຊ “ເພື່ອໄວໜຸ່ມ”; ຫຼຽນກາທີ່ສະລຶກ “ເພື່ອພາລະກິດເບິ່ງແຍງສຸຂະພາບໃຫ້ແກ່ປະຊາຊົນ”; ນາມະຍົດ “ວຽກດີຄົນເດັ່ນ” ຂອງຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ນ; ໃບຍ້ອງຍໍ 4 ສະບັບຂອງກະຊວງສາທາລະນະສຸກ; ໃບຍ້ອງຍໍ 16 ສະບັບຂອງສູນກາງສະຫະພັນຊາວໜຸ່ມ ຫວຽດນາມ; ໃບຍ້ອງຍໍ 8 ສະບັບຂອງສູນກາງສະພາກາແດງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ