ພິນຕິ໊ງ - ເຄື່ອງດົນຕີພື້ນເມືອງຂອງຊາວເຜົ່າໄຕ ຢູ່ແຂວງ ກ໋ວາງນິງ

(VOVWORLD) -ພໍ່ແມ່ພີ່ນ້ອງຊາວເຜົ່າໄຕ ຢູ່ແຂວງ ກວ໋າງນິງ ມີຊີວິດທາງດ້ານຈິດໃຈທີ່ອຸດົມສົມບູນ ຫຼາຍຮູບຫຼາຍສີ ຜ່ານບັນດາຮີດຄອງປະເພນີຄື ງານດອງ, ງານບຸນລົງນາ, ພິທີອວຍພອນອາຍຸຍືນຍາວ, ພິທີພາວະນາໃຫ້ລະດູການຜະລິດໄດ້ຮັບຜົນດີ, ພິທີຂຶ້ນເຮືອນໃໝ່… ອຸດົມສົມບູນກວ່າໝູ່ ກໍ່ແມ່ນບັນດາປະເພດຂັບລຳພື້ນເມືອງ ໃນນັ້ນມີ ຂັບເລື້ອນ, ຂັບຟອງສະລື, ຂັບເລື້ອນແທນ… ເຊິ່ງແມ່ນປະເພດຂັບກ້ຽວຖືກສະແດງຢ່າງກວ້າງຂວາງ ຢູຫຼາຍເຂດ. ໃນສາງສິລະປະດັ່ງກ່າວ, ພິນຕິ໊ງ ແມ່ນເຄື່ອງດົນຕີທີ່ພົ້ນເດັ່ນ ຕິດພັນກັບຊີວິດທາງດ້ານຈິດໃຈ ຂອງຊາວເຜົ່າໄຕ
 ພິນຕິ໊ງ - ເຄື່ອງດົນຕີພື້ນເມືອງຂອງຊາວເຜົ່າໄຕ ຢູ່ແຂວງ ກ໋ວາງນິງ  - ảnh 1ພິນຕິ໊ງ - ເຄື່ອງດົນຕີພື້ນເມືອງຂອງຊາວເຜົ່າໄຕ ຢູ່ແຂວງ ກ໋ວາງນິງ 

ໂດຍແມ່ນເຂດພູດອຍໃນແຂວງ ກວ໋າງນິງ, ເມືອງ ບິ່ງລຽວ ບໍ່ພຽງແຕ່ມີຊື່ສຽງດ້ວຍບັນດາທິວທັດທຳມະຊາດທີ່ສວຍງາມເທົ່ານັ້ນ, ຢູ້ແຫ່ງນີ້ຍັງມີຊື່ສຽງດ້ວຍສິລະປະຂັບແທນ ທີ່ເປັນໜ້າຈັບໃຈ ແລະ ອາຊີບເຮັດພິນຕິ໊ງ ພື້ນເມືອງຂອງຊາວເຜົ່າໄຕ. ທ່ານ ໂຕແອັງຫ້ຽວ ຮອງຜູ້ອຳນວຍການສູນວັທະນະທຳ ເມືອງ ບິ່ງລຽວ ແຂວງ ກວ໋າງນິງ ໃຫ້ຮູ້ວ່າ:

“ເມື່ອເວົ້າເຖິງຊາວເຜົ່າໄຕ, ຜູ້ຄົນທັງຫຼາຍກໍ່ຄິດເລີຍເຖິງສິລະປະຂັບແທນ ພິນຕິ໊ງ. ເມື່ອກ່ອນນີ້ ຂັບແທນ ໄດ້ຖືກສະແດງໃນບັນດາພິທີກຳ ແລະ ໄລຍະຕໍ່ມາດ້ວຍການພັດທະນາ ໃນການດຳລົງຊີວິດ, ຂັບແທນໃນປັດຈຸບັນ ໄດ້ຮັບການປັບປຸງໃຫ້ມີຊີວິດຊີວາຫຼາຍຂຶ້ນ. ຂັບແທນພິນຕິ໊ງ  ແມ່ນອາຫານທາງດ້ານຈິດໃຈທີ່ຂາດບໍ່ໄດ້ໃນການດຳລົງຊີວິດ ຂອງພໍ່ແມ່ນພີ່ນ້ອງຊາວເຜົ່າໄຕ ເວົ້າສະເພາະ ແລະ ຂອງປະຊາຊົນເມືອງ ບິ່ງລຽວ ເວົ້າລວມ”.

   ສຳລັບສິລະປະຂັບແທນແລ້ວ ຖ້າຫາກບໍ່ມີພິນຕິ໊ງນັ້ນ ຂັບແທນຂອຊາວເຜົ່າໄຕ ບໍ່ສາມາດດັງກ້ອງໄປໄກໄດ້. ນັກສິລະປະການພື້ນເມືອງ ຫວຽດນາມ ເລືອງທຽມຝູ ຫົວໜ້າສະໂມສອນຂັບແທນ - ພິນຕິ໊ງ ຕາແສງ ຕິ່ງຮຸກ ເມືອງ ບິ່ງລຽວ ແຂວງ ກວ໋າງນິງ ໃຫ້ຮູ້ວ່າ:

 “ເມື່ອກ່ອນນີ້ ຂ້າພະເຈົ້າເຄີຍສະແດງຂັບແທນ, ຂັບຮ້ອງທຳມະດາເທົ່ານັ້ນ ແຕ່ເມື່ອໄດ້ຮັບຟັງສຽງພິນຕິ໊ງ ເຫັນວ່າມ່ວນຫຼາຍ ດັ່ງນັ້ນ ຂ້າພະເຈົ້າພາຍຫຼັງທີ່ໄດ້ເຮັດວຽກຂອງສະໂມສອນ, ຂອງຕາແສງ ກໍ່ໄດ້ໄປຊອກຮູ້ກ່ຽວກັບພິນຕິ໊ງ ແລະ ກໍ່ໄດ້ເລີ່ມທຳການຜະລິດ ແລະ ຟື້ນຟູພິນຕິ໊ງ. ເຖິງວ່າອາຍຸສູງແລ້ວກໍ່ຕາມ ແຕ່ຂ້າພະເຈົ້າຍັງຄົງພະລິດພິນຕິ໊ງຢູ່. ວຽກງານນີ້ ຂ້າພະເຈົ້າກໍ່ຮູ້ສືກມ່ວນຫຼາຍໃນຊີວິດຂອງຕົນ ແລະ ທັງນີ້ກໍ່ເປັນການຮັບໃຊ້ ວຽກງານອະນຸລັກຮັກສາວັດທະນະທຳຂອງພໍ່ແມ່ພີ່ນ້ອງຊາວເຜົ່າໄຕ”.

   ພິນຕິ໊ງ ເຄີຍມີຄວາມຍາວ 117 ຊັງຕີແມັດ, ເຕົ້າພິນກວ້າງປະມານ 16 ຊັງຕີແມັດ, ລວມມີ: ເຕົ້າພິນ, ຄັນພິນ ແລະ ສາຍພິນ. ເພື່ອຜະລິດພິນໜ່ວຍໜຶ່ງໃຫ້ສຳເລັດນັ້ນ ສ່ວນທີ່ສຳຄັນທີ່ສຸດ ແມ່ນຕ້ອງຊອກຫາເຕົ້າພິນໃຫ້ໄດ້ ເຊິ່ງຖືກເຮັດຈາກໝາກນ້ຳເຕົ້າ. ເພື່ອໃຫ້ສຽງພິນສາມາດດັງກ້ອງກັງວານຢ່າງມ່ວນຫູນັ້ນ, ກໍ່ຕ້ອງເລືອກເອົາໝາກນ້ຳເຕົ້າແກ່. ຕາມທ່ານ ເລືອງທຽມຝູ ແລ້ວ ເພື່ອເຮັດໃຫ້ການສຽງຂອງພິນ ມ່ວນຢ່າງແທ້ຈິງນັ້ນ, ໜ້າຂອງພິນຕ້ອງຖືກຟອກໜັງງູເຫຼືອມ, ແຕ່ໃນປັດຈຸບັນ, ໜັງງູເຫຼືອມແມ່ນຫາຍາກ ດັ່ງນັ້ນກໍ່ສາມາດໃຊ້ກາບໝາກ ແລະ ເຈ້ຍຊະນິດພິເສດ ມີຄວາມຢືດຫົດດີ ເພື່ອໃຊ້ແທນ. ພິນຕິ໊ງທີ່ລຽບງ່າຍຂອງພໍ່ແມ່ພີ່ນ້ອງເຜົ່າໄຕ ຢູ່ເມືອງ ບິ່ງລຽວ ກໍ່ແມ່ນຫົວເລື່ອງປະດິດຄິດສ້າງ ຂອງນັກປະພັນວັນນະຄະດີ ນັກສິລະປິນຫຼາຍຄົນ. ນັກປະພັນດົນຕີ ໂດ໊ຮວ່າອານ ໄດ້ມີຄວາມຜູກພັນກັບດົນຕີນັບສິບປີມານີ້. ສຳລັບທ່ານແລ້ວ ພິນຕິ໊ງ ແມ່ນແຫຼ່ງບັນດານໃຈ ເພື່ອກະຕຸກຊຸກຍູ້ທ່ານປະພັນບົດດົນຕີ “ສຽງກັງວານຂອງພິນຕິ໊ງ” ເຊິ່ງໄດ້ຮັບຄວາມນິຍົມຮັບຟັງຈາກຫຼາຍຄົນ. ນັກດົນຕີ ໂດ໊ຮວ່າອານ ແບ່ງປັນວ່າ:

      “ພິນຕິ໊ງທີ່ລຽບງ່າຍຂອງຊາວເຜົ່າໄຕ ມີພຽງສອງສາຍເທົ່ານັ້ນ. ແຕ່ເມື່ອດີດພິນຕິ໊ງ ຫຼາຍຄົນກໍ່ຄິດວ່າມັນກໍ່ບໍ່ມ່ວນ, ແຕ່ເມື່ອໄດ້ຟັງສຽງດັງຂອງພິນ ກໍ່ຮູ້ສຶກມີຄວາມເປັນເອກະລັກສະເພາະຂອງມັນ ອັນໄດ້ເຮັດໃຫ້ທຸກໆຄົນມີຄວາມຊົມຊອບທີ່ສຸດ”.

   ດ້ວຍຄວາມຫວັງນຳສຽງພິນຕິ໊ງ ຂັບແທນມາສູ່ທຸກໆຄົນ, ພິເສດແມ່ນກັບໄວໜຸ່ມ, ຮອດຍາມທ້າຍອາທິດ, ທ່ານ ເລືອງທຽມຝູ ໄດ້ພ້ອມກັບພວກນ້ອງນ້ອຍ ໃນຕາແສງ ຕິ່ງຮຸກ ເຕົ້າໂຮມກັນຫຼິ້ນພິນຕິ໊ງ ແລະ ຂັບແທນຢ່າງຟົດຟື້ນມ່ວນຊື່ນ                               

       ສິລະປະຂັບແທນພິນຕິ໊ງ ແມ່ນຈຸດວັດທະນະທຳທີ່ເປັນເອກະລັກສະເພາະ  ຂອງປະຊາຊົນເຜົ່າໄຕ ໃນເມືອງ ບິ່ງລຽວ. ໃນຊຸມປີທີ່ຜ່ານມາ ດ້ວຍຄວາມເອົາໃຈໃສ່ຂອງບັນດາຂະແໜງການ, ຂັ້ນຕ່າງໆ ແລະ ຂອງປະຊາຊົນບັນດາເຜົ່າໃນເມືອງ, ວຽກງານອະນຸລັກ ແລະ ເສີມຂະຫຍາຍມໍລະດົກຂັບແທນ ໄດ້ຮັບການຢັ້ງຢືນ. ສິລະປະຂັບແທນ ໄດ້ຮັບການຢັ້ງຢືນຈາກ ກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຫວຽດນາມ ວ່າ ແມ່ນມໍລະດົກວັດທະນະທຳ ບໍ່ເປັນວັດຖຸລະດັບຊາດ, ມີນັກສິລະປະການຫຼາຍຄົນ ໄດ້ຮັບນາມມະຍົດທີ່ເປັນກຽດຈາກລັດ ແມ່ນນັກສິລະປະການດີເລີດ, ນັກສິລະປະການພື້ນເມືອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ