ພົນເອກ ຫວໍງວຽນຢາບ - ນັກການທະຫານທີ່ດີເລີດ ໃນປະຫວັດສາດການທະຫານ ຫວຽດນາມ

(VOVWORLD) -ໂດຍແມ່ນນັກການທະຫານທີ່ມີຄວາມເກັ່ງກ້າສາມາດ, ພົນເອກ ຫວໍງວຽນຢາບ ຍາມໃດກໍ່ໄດ້ຮັບຄວາມເຄົາລົບນັບຖື ຈາກນັກປະຫວັດສາດນັກຮຽນຮູ້ທັງຢູ່ພາຍໃນ ແລະ ຕ່າງປະເທດ. ບັນດາຜົນງານໃນຊີວິດຂອງທ່ານຍາມໃດກໍ່ແມ່ນຫົວເລື່ອງທີ່ດູດດື່ມ ແລະ ຜ່ານນັ້ນ ເຂົາເຈົ້າໄດ້ສະແດງຄວາມເຄົາລົບນັບຖື ຕໍ່ນັກການທະຫານທີ່ເກັ່ງກ້າສາມາດຂອງຊາດ ຫວຽດນາມ. 
ພົນເອກ ຫວໍງວຽນຢາບ - ນັກການທະຫານທີ່ດີເລີດ ໃນປະຫວັດສາດການທະຫານ ຫວຽດນາມ - ảnh 1ທ່ານພົນເອກ ຫວໍງວຽນຢາບ

    ພົນເອກ ຫວໍງວຽນຢາບ ເກີດວັນທີ 25 ເດືອນ ສິງຫາ ປີ 1911 ຢູ່ບ້ານ ອານສາ ຕາແສງລົກຖຸ໋ຍ ເມືອງ ເລະຖຸ໋ຍ ແຂວງ ກວ໋າງບິ່ງ. ເຖິງວ່າ ໄດ້ເລີ່ມມາຈາກອ້າຍຄູສອນວິຊາປະຫວັດສາດກໍ່ຕາມ ແຕ່ທ່ານໄດ້ກາຍເປັນຜູ້ໄດ້ຮັບການຕີລາຄາວ່າ ແມ່ນໜຶ່ງໃນບັນດາຜູ້ນຳການທະຫານທີ່ດີເລີດໃນປະຫວັດສາດ ຫວຽດນາມ. ທ່ານແມ່ນຜູ້ບັນຊາການຄົນທຳອິດ ຂອງກອງທະຫານໂຄສະນາ ປົດປ່ອຍ ເຊິ່ງແມ່ນຕົ້ນກຳເນີດຂອງກອງທັບປະຊາຊົນ ຫວຽດນາມ. ທ່ານແມ່ນພົນເອກຄົນທຳອິດ, ແມ່ນຜູ້ບັນາຊາການໃຫຍ່ຂອງກອງທັບປະຊາຊົນ ຫວຽດນາມ ທັງແມ່ນຜູ້ບັນຊາຄົນທຳອິດຂອງກອງທັບປະຊາຊົນ ຫວຽດນາມ. ການເຕີບໃຫຍ່ ແລະ ໄຊຊະນະຂອງກອງທັບປະຊາຊົນ ຫວຽດນາມ ໄດ້ສະແດງໃຫ້ເຫັນວ່າ ພົນເອກ ຫວໍງວຽນຢາບ ບໍ່ພຽງແຕ່ແມ່ນນັກທິດສະດີເທົ່ານັ້ນ ຫາກຍັງແມ່ນຜູ້ຈັດຕັ້ງການທະຫານ ແມ່ນຜູ້ບັນຊາການທະຫານທີ່ດີເລີດ. ທ່ານບໍ່ພຽງແຕ່ຊີ້ນຳກໍ່ສ້າງກອງທັບທາງດ້ານການເມືອງແນວຄິດ ການຈັດຕັ້ງເທົ່ານັ້ນ ຫາກຍັງມີຄວາມເກັ່ງກ້າສາມາດ ກ່ຽວກັບຊີ້ນຳການຮັບປະກັນເງື່ອນໄຂ ໃຫ້ແກ່ການເຕີບໃຫຍ່ຂະຫຍາຍຕົວຕີເອົາຊະນະຂອງກອງທັບ ຕິດພັນກັບບັນດາບັ້ນຮົບໃຫຍ່ຂອງ ຫວຽດນາມ. ຊື່ສຽງຂອງທ່ານພົນເອກ ໄດ້ຕິດພັນກັບໄຊຊະນະ ດ້ຽນບຽນຝູ໋ ທີ່ລືຊາຜາກົດໃນທົ່ວໂລກ. ບັນດານັກຄົ້ນຄວ້າປະຫວັດສາດ ໄດ້ຕີລາຄາວ່າ ໄຊຊະນະ ດ້ຽນບຽນຝູ໋ ປີ 1954 ໄດ້ເປັນຂີດໝາຍຕໍ່ຄຸນງາມຄວາມດີຂອງ ພົນເອກ ຫວໍງວຽນຢາບ  ດ້ວຍຄຳຕັດສິນປ່ຽນແປງທິດນຳການຮົບ ຈາກການຕີໄວ ແກ້ໄຂໄວ ໄປສູ່ການຕີໜັກແໜ້ນ, ບຸກເຂົ້າຢ່າງໜັກແໜ້ນ. ພົນຈັດຕະວາ ດ່າວຕ໊ວນແອັງ ຮອງຫົວໜ້າວິທະຍາຄານປ້ອງກັນຊາດ ຫວຽດນາມ ໃຫ້ຮູ້ວ່າ:

        “ທາງດ້ານສິລະປະຍຸດ, ຕີໜັກແໜ້ນ ບຸກເຂົ້າໜັກແໜ້ນ ມີຜົນປະໂຫຍດຫຼາຍກວ່າການອະນຸຍາດໃຫ້ກອງທັບ ຫວຽດນາມ ນຳໃຊ້ກຳລັງທັບທັງໝົດ ໃຫ້ແກ່ການບຸກໂຈມຕີແຕ່ລະຄັ້ງ, ຮັບປະກັນການຕີເອົາຊະນະຢ່າງເດັດຂາດ ໃຫ້ແກ່ການບຸກໂຈມຕີແຕ່ລະຄັ້ງ ເຊິ່ງໃນເງື່ອນໄຂສົມທຽບລວມໃນທົ່ວບັ້ນຮົບນັ້ນ ກອງທັບ ຫວຽດນາມ ບໍ່ມີທ່າດີດັ່ງກ່າວ.  ທີສອງ ແມ່ນສອດຄ່ອງກັບລະດັບການຮົບ ແລະ ວິທີໂຈມຕີຂອງກອງທັບໃນຄາວນັ້ນ ເຊິ່ງກອງທັບເຮົາພຽງມີບົດຮຽນໃນການຕີດ້ວຍຂອບຂະໜາດກອງພັນເປັນເອກະລາດເທົ່ານັ້ນ. ທີສາມກໍ່ມີເງື່ອນໄຂຕື່ມອີກ ເພື່ອຄົ້ນຄວ້າ ກຳແໜ້ນສະພາບການຂອງສັດຕູ ໃນແຕ່ລະເປົ້າໝາຍບຸກໂຈມຕີ, ຍາດຊີງ  ແລະ ຮັກສາສິດເປັນເຈົ້າການ ຮັບປະກັນຕີໜັກແໜ້ນເອົາຊະນະຢ່າງເດັດຂາດຈຶ່ງຈະບຸກໂຈມຕີ”.

       ພົນເອກ ຫວໍງວຽນຢາບ ໄດ້ເຕົ້າໂຮມບັນດາສິ່ງທີ່ຍອດຍິ່ງອັນດີງາມທີ່ສຸດ ກ່ຽວກັບຄຸນລັກສະນະຂອງຜູ້ເປັນນາຍພົນໃນປະຫວັດສາດຂອງຊາດ ຫວຽດນາມ. ນັ້ນແມ່ນຄຸນທາດກຳລັງຄວາມສາມາດຍອມຮັບຜິດຊອບຕໍ່ຊາຕາກຳຂອງຊາດ ໃນແຕ່ລະຄຳຕັດສິນ, ການບຸກໂຈມຕີດ້ວຍຂອບຂະໜາດໃຫຍ່ນ້ອຍແຕ່ລະຄັ້ງທີ່ແຕກຕ່າງກັນ. ນັກຂ່າວ, ນັກຄົ້ນຄວ້າປະຫວັດສາດຊາວ ອາເມລິກາ ສະຕານລີການາວ ແມ່ນຜູ້ທີ່ມີໜ້າຢູ່ ຫວຽດນາມ ນັບແຕ່ 1959 ແມ່ນຜູ້ແຕ່ງປຶ້ມທີ່ມີຊື່ສຽງ “ຫວຽດນາມ ອາຮິດສະຕໍຣີ” ເຊິ່ງໄດ້ພິມຈຳໜ່ຍປີ 1983 ໄດ້ຂຽນວ່າ: “ນາຍພົນ ຢາບ ແມ່ນບຸກຄົນພິເສດ. ທ່ານທັງແມ່ນຜູ້ວາງນະໂຍບາຍ, ທັງແມ່ນນາຍທະຫານຢູ່ສະໜາມຮົບ. ຊາວ ຝລັ່ງ ໄດ້ເຄີຍເອີ້ນທ່ານວ່າແມ່ນ “ພູເຂົາໄຟຖືກປົກຫຸ້ມດ້ວຍນ້ຳແຂງ”. ສ່ວນສາດສະດາຈານ ເຊຊິນເບີກກູເຣີຍ ສອນວິຊາປະຫວັດສາດຢູ່ມະຫາວິທະຍາໄລ ຟໍຣີດາໃຕ້ ແຫ່ງ ສະຫະລັດອາເມລິກາ ເຊິ່ງແມ່ນໜຶ່ງໃນບັນດານັກຄົ້ນຄວ້າປະຫວັດສາດທີ່ດີເດັ່ນ ກ່ຽວກັບປະຫວັດສາດສົງຄາມ, ໃນປຶ້ມທີ່ມີຫົວເລື່ອງ “ຫວໍງວຽນຢາບ ໄຊຊະນະ ດ້ວຍທຸກວິທີ” ໃຫ້ຂໍ້ສັງເກດວ່າ  ໄຊຊະນຂອງນາຍພົນ ຢາບ ບໍ່ພຽງແຕ່ທາງດ້ານການທະຫານເທົ່ານັ້ນ ຫາກຍັງແມ່ນການບຸກໂຈມຕີທີ່ໄດ້ຮັບເອົາໄຊຊະນະຢ່າງສົມບູນ ກ່ຽວກັບການເມືອງ; ແມ່ນຜູ້ດີເດັ່ນ ມີຄວາມສາມາດປຸກລະດົມ ແລະ ຈັດຕັ້ງມະຫາຊົນ. ໂດຍມີຂໍ້ສັງເກດເຊັ່ນດຽວກັນ ສາດສະດາຈານ ປອ ຟ້າມຮຸ່ງຕຸ່ງ ຫົວໜ້າສະຖານບັນ ຫວຽດນາມ ວິທະຍາ ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ຖືວ່າ:

      “ພົນເອກ ຫວໍງວຽນຢາບ ໄປຮອດໃສ ທ່ານກໍ່ລ້ວນແຕ່ຂົນຂວາຍປະຊາຊົນຢູ່ແຫ່ງນັ້ນ ທ່ານແມ່ນຜູ້ມີຄວາມເກັ່ງກ້າສາມາດ ມາແຕ່ເກີດ, ບ້ານເກີດຢູ່ແຂວງ ກວ໋າງບິ່ງ, ທ່ານສາມາດເວົ້າພາສາເຜົ່າໄຕ ເຜົ່ານຸ່ງ ໄດ້. ໄປຮອດໃສທ່ານກໍ່ປະຕິບັດຕາມກົດລະບຽບຂອງທ້ອງຖິ່ນ, ທ່ານໄດ້ຊອກຮູ້ຮີດຄອງປະເພນີ ເປັນຕົ້ນແມ່ນທ່າທີຄ່ຽມຄົມ ຮຽນຮູ້ໃກ້ຊິດຕິດແທດກັບປະຊາຊົນ ອັນໄດ້ເຮັດໃຫ້ກອງທັບຂອງທ່ານ ຫວໍງວຽນຢາບ ກາຍເປັນກອງກຳລັງປະຕິວັດຂອງປະຊາຊົນຢ່າງແທ້ຈິງ”.

     ນັກຄົ້ນຄວ້າວິທະຍາສາດ ປະຫວັດສາດການທະຫານຊາວ ອັງກິດ ທ່ານ ເປເຕມາກດົນນານ ໄດ້ຕີລາຄາວ່າ ໄລຍະແຕ່ປີ 1944- 1975 ຊີວິດຂອງທ່ານ ຫວໍງວຽນຢາບ ໄດ້ຕິດພັນກັບການຕໍ່ສູ້ ແລະ ໄຊຊະນະ ອັນໄດ້ເຮັດໃຫ້ທ່ານກາຍເປັນໜຶ່ງໃນບັນດາບຸກຄົນດີເລີດຂອງທຸກສະໄໝ. ສ່ວນພົນເອກ ອາເມລິການ ວິລຽມແວັດໂມເຣແລນ ແມ່ນໜຶ່ງໃນບັນດາຄູ່ແຂ່ງຂອງທ່ານ ຫວໍງວຽນຢາບ ໃຫ້ຂໍ້ສັງເກດວ່າ: “ຫວໍງວຽນຢາບ ແມ່ນບຸກຄົນທີ່ແຂງກ້າ ແມ່ນນາຍພົນຜູ້ຍິ່ງໃຫຍ່”. ຕາມພົນເອກ ອາເມລິກາ ແລ້ວ ລາວໄດ້ຊອກເຫັນຢູ່ໃນ ຫວໍງວຽນຢາບ ແມ່ນບຸກຄົນທີ່ມີມານະຈິດຢ່າງເຕັມປ່ຽມ.

ຕອບກັບ

ຂ່າວ/ບົດ​ອື່ນ