ພະອາຈານໃຫຍ່ ແທັກອຸດ ສຸດຈິດສຸດໃຈເພື່ອສາສະໜາແລະວົງຄະນາຍາດ

(VOVWORLD) -ພະອາຈານໃຫຍ່ ແທັກອຸດ ປະທານສະມາຄົມສາມັກຄີຄູບາຮັກຊາດ ເມືອງຕ໋ຽວເກິ່ນ ແຂວງຈ໋າວິງ ໄດ້ເປັນເຈົ້າອະທິການວັດໂອຈຸກປັນເວລາເກືອບເວລາ 20 ປີ. ພະອົງແມ່ນຜູ້ສຸດຈິດສຸດໃຈເພື່ອສາສະໜາແລະວົງຄະນາຍາດຍາມໃດກໍ່ໄດ້ຮັບຄວາມເຄົາລົບນັບຖືແລະຮັກແພງຈາກຊາວທ້ອງຖິ່ນ
     ພະອາຈານໃຫຍ່ ແທັກອຸດ ສຸດຈິດສຸດໃຈເພື່ອສາສະໜາແລະວົງຄະນາຍາດ - ảnh 1ພະອາຈານໃຫຍ່ ແທັກອຸດ

     ປີ 1969 ຕາມປະເພນີຂອງພໍ່ແມ່ພີ່ນ້ອງເຜົ່າ ຂະແມ ແທັກອຸດຄາວນັ້ນມີອາຍຸພຽງ 14 ປີ ລາວໄດ້ເຂົ້າວັດເກິຍແຫະຢູ່ເມືອງ ຕ໋ຽວເກິ່ນ ເພື່ອຮຽນແລະບວດ ສະແດງຄວາມກະຕັນຍູຕໍ່ປູ່ຍ່າຕາຍາຍ ບັນພະບູລຸດ. ດ້ວຍຈິດໃຈມັກການຮ່ຳຮຽນແລະດຸໝັ້ນໃນການບວດ ຈຳສິນ ດັ່ງນັ້ນເມື່ອຮອດເວລາເຕີບໃຫຍ່,ພະພິກຂຸ ແທັກອຸດ ບໍ່ອອກຈາກການບວດ ແຕ່ພະອົງໄດ້ຜູກພັນຕະຫຼອດຊີວິດກັບການເຄື່ອນໄຫວສາສະໜາ. ປີ 1993 ພະພິກຂຸແທັກອຸດໄດ້ຮັບການເລືອກຕັ້ງຈາກສະມາຄົມສະມາຄີຄູບາຮັກຊາດແຂວງຈ໋າວິງເປັນພະພິກຂຸໃຫຍ່. ປີ 2004 ພະອົງ ໄດ້ຮັບການຈັດແບ່ງວຽກງານເປັນເຈົ້າອະທິການວັດໂອຈຸກຢູ່ເມືອງຕ໋ຽວເກິ່ນ ແຂວງຈ໋າວິງມາຮອດປັດຈຸບັນ. ນັບຕັ້ງແຕ່ເວລາຮັບຜິດຊອບເປັນເຈົ້າອະທິການວັດໂອຈຸກ,ພະອາຈານໃຫຍ່ ແທັກອຸດ ໄດ້ສຸດຈິດສຸດໃຈຕໍ່ການເບິ່ງແຍງ ການຮຽນບວດໃຫ້ແກ່ພໍ່ແມ່ພີ່ນ້ອງຊາວເຜົ່າຂະແມຢູ່ທ້ອງຖິ່ນ. ນອກຈາກການສອນຄຳພີສາສະໜາພຸດ, ພະອາຈານໃຫຍ່ ແທັກອຸດຍັງສະຫຼະເວລາໄປຂົນຂວາຍບັນດາຜູ້ໃຈບຸນໃຈກຸສົນຈົ່ງໃຫ້ການຊ່ວຍເຫຼືອຜູ້ທຸກຍາກ; ລະດົມກຳລັງໃຈໃຫ້ແກ່ພໍ່ແມ່ພີ່ນ້ອງໃຫ້ທຳມາຫາກິນສ້າງຊີວິດໃຫ້ນັບມື້ນັບອີ່ມໜຳສຳລານແລະຜາສຸກ. ພະອາຈານໃຫຍ່ ແທັກອຸດເປີດເຜີຍວ່າ:

    “ອັດຕະມາໄດ້ນຳພາພຸດທະສາສະນິກກະຊົນ ຂົນຂວາຍພໍແມ່ພີ່ນ້ອງຊາວພຸດ ປະຕິບັດຕາມກົດໝາຍເປັນຢ່າງດີ ພະຍາຍາມຫຼຸດພົ້ນອອກຈາກຄວາມທຸກຍາກແລະບືນຕົວຂຶ້ນໃນການດຳລົງຊີວິດ. ສຶກສາອົບຮົມຂົວຂວາຍລູກຫຼານໄປຮ່ຳຮຽນເປັນຢ່າງດີ. ໃນການບວດຈຳສິນ ພະອາຈານໃຫຍ່ໄດ້ປະຕິບັດຕາມຄຳສັ່ງສອນຂອງພະພຸດທະເຈົ້າ, ພະຍາຍາມຮ່ຳຮຽນ ບໍ່ຂີ້ຄ້ານ. ປັດຈຸບັນສະມາຄົມສາມັກຄີຄູບາແຂວງຈ໋າວິງສືບຕໍ່ເສີມຂະຫຍາຍໝາກຜົນຂອງສະມາຄົມນັ້ນແມ່ນຍູ້ແຮງການພັດທະນາການສຶກສາອະນຸລັກຮັກສາວັດທະນະທຳ ຂອງເຜົ່າຂະແມປະຕິບັດບັນດານະໂຍບາຍສາມັກຄີບັນດາສາສະໜາ”.

     ດ້ວຍອິດທິພົນຊື່ສຽງຂອງຕົນພະອາຈານໃຫຍ່ແທັກອຸດໄດ້ມີການໄກ່ເກ່ຍຢ່າງສຳເລັດຜົນສຳລັບບັນດາຄູ່ຜົວເມຍເກີດຄວາມຂັດແຍ່ງກັນຊ່ວຍເຂົາເຈົ້າບໍ່ຢ່າຮ້າງກັນແລະສ້າງຄວາມສຸກຄືນໃໝ່. ພະອາຈານໃຫຍ່ ແທັກອຸດ ພ້ອມກັບຕຳຫຼວດເມືອງຕ໋ຽວເກິ່ນ ໄດ້ສ້າງສະໂມສອນໂຄສະນາສຶກສາອົບຮົມບັນດາເປົ້າໝາຍຫຼົງຜິດ, ລະເມີດກົດໝາຍນຳເຂົາເຈົ້າມາສຶກສາອົບຮົມຢູ່ວັດໂອຈຸກ. ທ່ານ ແທັກແບ໊ຮາຍ ຫົວໜ້າກອງປ້ອງກັນຄວາມສະຫງົບຕຳຫຼວດ ເມືອງຕ໋ຽວເກິ່ນໃຫ້ຮູ້ວ່າ:

    “ພະອາຈານໃຫຍ່ ແທັກອຸດຮັບຜິດຊອບທັງໝົດ 15 ວັດໃນບໍລິເວນເມືອງຕ໋ຽວເກິ່ນ. ພະອາຈານໃຫຍ່ ໄດ້ໂຄສະນາແນວທາງນະໂຍບາຍຂອງລັດໃຫ້ແກ່ພໍ່ແມ່ພີ່ນ້ອງຊາວພຸດໃນທ້ອງຖິ່ນ ຊ່ວຍເຂົາເຈົ້າຮັບປະກັນສະພາບຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍໃນບໍລິເວນເມືອງ. ສຳລັບບັນດາຄອບຄົວປະສົບກັບຄວາມຫຍຸ້ງຍາກດ້ວຍບົດບາດເປັນປະທານສະມາຄົມສາມັກຄີຄູບາຮັກຊາດຂອງແຂວງພະອົງໄດ້ໄປຂົນຂວາຍຊ່ວຍເຫຼືອປະຊາຊົນໂດຍກົງ. ພິເສດສຳລັບວຽກງານສັງຄົມ ພະອາຈານໃຫຍ່ ແທັກອຸດໄດ້ມີການເຄື່ອນໄຫວກຸສົນຊ່ວຍເຫຼືອຄອບຄົວທຸກຍາກ”.

     ດ້ວຍບັນດາການອຸທິດສ່ວນຂອງຕົນໃນຫຼາຍຂົງເຂດພະອາຈານໃຫຍ່ ແທັກອຸດໄດ້ຮັບໃບຍ້ອງຍໍນັບ 10 ໃບຈາກຂັ້ນສູນກາງຕະຫຼອດຮອດຂັ້ນເມືອງ. ພິເສດເຈົ້າແຂວງແຂວງຈ໋າວິງຫາກໍ່ໄດ້ມອບໃບຍ້ອງຍໍໃຫ້ ພະອາຈານໃຫຍ່ແທັກອຸດ ຍ້ອນມີຜົນງານໃນການປະຕິບັດບັ້ນຂົນຂວາຍຮ່ຳຮຽນແລະເຮັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈີມິນໄລຍະ 2007 - 2010. ພະອາຈານໃຫຍ່ ແທັກອຸດແບ່ງປັນວ່າ:

      “ຄູບາບູຊາປະທານໂຮ່ຈີມິນ. ຄູບາຮັກແພງນັບຖືພະພຸດທະເຈົ້າຄືແນວໃດ ກໍ່ຮັກແພງນັບຖືປະທານໂຮ່ຈີມິນເຊັ່ນນັ້ນ. ປະທານໂຮ່ຈີມິນໄດ້ເຖິງແກ່ມໍລະນະກຳແລ້ວ ແຕ່ແນວຄິດຄຸນສົມບັດກໍ່ຍັງມີຄວາມໝາຍທີ່ສຸດ. ປະທານໂຮ່ຈີມິນໄດ້ນຳພາຊາວພຸດສາມັກຄີ. ພະພຸດທະເຈົ້າກໍ່ໄດ້ສັ່ງສອນ ຍາມໃດກໍ່ຕ້ອງມີຄວາມສາມັກຄີ”.

    ພະອາຈານໃຫຍ່ ແທັກອຸດ ຍາມໃດກໍ່ມີຄວາມສຳນຶກວ່າຜູ້ບວດຈຳສິນກໍ່ແມ່ນພົນລະເມືອງຂອງປະເທດຊາດ ດັ່ງນັ້ນບໍ່ພຽງແຕ່ເບິ່ງແຍງໃຫ້ແກ່ສາສະໜາເທົ່ານັ້ນຫາກຍັງແບກຫາບຄວາມຮັບຜິດຊອບເບິ່ງແຍງການດຳລົງຊີວິດໃຫ້ແກ່ວົງຄະນາຍາດອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ