ຟ້າມເຮິນແຫ໋ງ - ນັກວິທະຍາສາດຂອງຊາວກະສິກອນເຂດພູສູງທາງທິດຕາເວັນຕົກສ່ຽງເໝືອ ຫວຽດນາມ

(VOVWORLD) -ທີ່ພິທີເຊີດຊູ “ນັກວິທະຍາສາດຂອງຊາວກະສິກອນ” ຄັ້ງທຳອິດ ເຊິ່ງໄດ້ຮັບການຈັດຕັ້ງຂຶ້ນຢູ່ ຮ່າໂນ້ຍ ໂດຍກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ, ສະຫະພັນບັນດາສະມາຄົມວິທະຍາສາດເຕັກນິກ ຫວຽດນາມ, ສະມາຄົມຊາວກະສິກອນ ຫວຽດນາມ ສົມທົບກັນຈັດຕັ້ງຫວ່າງແລ້ວນີ້, ທ່ານ ນັກວິສາວະກອນ ຟ້າມເຮິນແຫ໋ງ, ສັງກັດ ສູນບໍລິການການກະເສດ ເມືອງ ມາຍເຊີນ, ແຂວງ ເຊີນລາ ແມ່ນໜຶ່ງໃນແບບຢ່າງດີເດັ່ນ 53 ທ່ານທີ່ໄດ້ຮັບການເຊີດຊູໃນຄັ້ງນີ້. ສຳລັບພໍ່ແມ່ປະຊາຊົນຊາວກະສິກອນຢູ່ຫຼາຍເຂດຂອງແຂວງ ເຊີນລາ - ທາງທິດຕາເວັນຕົກສ່ຽງເໝືອ (ໄຕບັ໋ກ) ຫວຽດນາມ ແລ້ວ,ອ້າຍ ແຫ໋ງ ແມ່ນນັກວິທະຍາສາດຂອງເຂົາເຈົ້າຢ່າງແທ້ຈິງ, ຍ້ອນບັນດາການປະດິດສ້າງ, ມາດຕະການດ້ານເຕັກນິກຂອງອ້າຍ ແຫ໋ງ ທີ່ໄດ້ຖ່າຍທອດນຳເອົາໝູນໃຊ້ນັ້ນ ອັນໄດ້ເສີມຂະຫຍາຍປະສິດທິຜົນໃນການຜະລິດກະເສດຢ່າງເຫັນໄດ້ຊັດ. ນັກຂ່າວ ບິກຖູຍ ມີບົດຂຽນດ້ວຍຫົວຂໍ້ວ່າ “ຟ້າມເຮິນແຫ໋ງ - ນັກວິທະຍາສາດຂອງຊາວກະສິກອນເຂດພູສູງທາງທິດຕາເວັນຕົກສ່ຽງເໝືອ ຫວຽດນາມ”.

ຟ້າມເຮິນແຫ໋ງ - ນັກວິທະຍາສາດຂອງຊາວກະສິກອນເຂດພູສູງທາງທິດຕາເວັນຕົກສ່ຽງເໝືອ ຫວຽດນາມ - ảnh 1ນັກວິສາວະກອນ ຟ້າມເຮິນແຫ໋ງ (ຢູ່ເບື້ອງຊາຍ).

ອ້າຍ ຫງວຽນວັນດາດ, ເຊິ່ງເປັນຊາວກະສິກອນຢູ່ເທດສະບານເມືອງ ຮາດລອັດ, ເມືອງ ມາຍເຊີນ, ແຂວງ ເຊີນລາ ສະແດງຄວາມພາກພູມໃຈເມື່ອເວົ້າເຖິງປະສິດທິຜົນຂອງການນຳໃຊ້ແບບວິທີການປະສົມເກສອນສຳລັບໝາກຂຽບທີ່ອ້າຍ ແຫ໋ງ ໄດ້ຖ່າຍທອດໃຫ້. ຄອບຄົວຂອງອ້າຍ ດາດ ມີເນື້ອທີ່ດິນປູກຕົ້ນໄມ້ກິນໝາກ 2 ເຮັກຕາ, ໃນຫຼາຍປີມານີ້ ແມ່ນປູກຕົ້ນໝາກຂຽບເປັນຕົ້ນຕໍ. ດ້ວຍວິທີການປູກຝັງແບບທຳມະຊາດຄືດັ່ງເມື່ອກ່ອນ ແມ່ນປະສົມເກສອນໝາກຂຽບຕາມວິວັດການຄື ຕັດກິ່ງໃນເດືອນ 12 ໄລ່ຕາມຈັນທະປະຕິທິນ, ຫຼັງຈາກນັ້ນ ປະມານສອງເດືອນເຄິ່ງກໍຈະແຕກດອກອອກໃບ ແລ້ວຈຶ່ງເລີ່ມປະສົມເກສອນ, ເຊິ່ງເຮັດວິທີນີ້ ຄອບຄົວຂອງອ້າຍ ດາດ ເກັບກູ້ໝາກຂຽບໄດ້ພຽງແຕ່ 3 – 5 ໂຕນ/ລະດູ. ແຕ່ຍ້ອນເປັນເຈົ້າການໃນການປະສົມເກສອນ ສະນັ້ນຈຶ່ງສາມາດກຳນົດປະລິມານໝາກຢູ່ຕົ້ນໄດ້.ນັບແຕ່ນັ້ນມາ, ຜົນໄດ້ຮັບສະເລ່ຍແຕ່ 15 – 17 ໂຕນ/ປີ, ເຊິ່ງມີລາຍຮັບຈາກການປູກໝາກຂຽບບວກກັບໝາກໄມ້ຊະນິດອື່ນໆແລ້ວສ້າງລາຍຮັບມາໄດ້ຫຼາຍກວ່າ 300 ລ້ານ ດົງ/ປີ. ອ້າຍ ຫງວຽນວັນດາດ ແບ່ງປັນວ່າ:

        ສຸມໃສ່ເຂົ້າໃນການປະສົເກສອນສຳລັບໝາກຂຽບ ແມ່ນສະມັດຕະພາບອາດຈະເພີ່ຂຶ້ນທົບ 6 7 ເທົ່ອເມື່ອທຽບກັບໄລຍະກ່ອນນີ້ເຮົາບໍ່ເຮັດແບບປະສົເກສອນ, ການເກັບກູ້ຜົນລະປູກກໍສະໝ່ຳສະເໝີຕາມລະດູການປູກ. ຜົນລະປູກມີສີຂຽວງາມ, ແຊບ ແລ ມີຄຸນນະພາບດີ. ປັດບັນ ຄອບຄົວທີ່ປູກໝາກຂຽບຢູ່ທີ່ນີ້ກໍລ້ວນແຕ່ເຮັດວິທີການປະສົເກສອນນີ້”.

        ແບບວິທີ “ເຕັກນິກດັດປັບລະດູການປູກ, ກິ່ງງ່າຈຸດອອກດອກ, ອອກໝາກຂອງຕົ້ນໝາກກ້ຽງໃຫຍ່ເປືອກຂຽວ ຕາມຄວາມປະສົງ” ຊຶ່ງອ້າຍ ແຫ໋ງ ໄດ້ຄົ້ນຄວ້າມັນ ກໍໄດ້ປະສົບຜົນສຳເລັດໃນການນຳໃຊ້ເຂົ້າໃນຕົວຈິງ ອັນໄດ້ນຳມາເຊິ່ງປະສິດທິຜົນທາງດ້ານເສດຖະກິດສູງໃຫ້ແກ່ຊາວກະສິກອນ. ຍ້ອນມີມາດຕະການແກ້ໄຂຂອງອ້າຍ ແຫ໋ງ ເຊິ່ງເຮັດໃຫ້ຊາວກະສິກອນສາມາດດັດປັບຕົ້ນໝາກກ້ຽງໃຫຍ່ເປືອກຂຽວອອກດອກອອກໝາກໄດ້ຕາມຄວາມປະສົງ.ນອກຈາກນັ້ນ ກໍເຮັດໃຫ້ໝາກກ້ຽງໃຫຍ່ບໍ່ມີແກ່ນ ແລະ ເປືອກບໍ່ເປັນແມງ ອັນໄດ້ກາຍເປັນຜະລິດຕະພັນປອດສານພິດ, ມີຮູບໜ່ວຍງາມ ແລະ ມີຄຸນນະພາບດີ ເຊິ່ງສາມາດຕອບສະໜອງໄດ້ຕາມຄວາມຕ້ອງການຂອງຕະຫຼາດ ແລະ ມີຜົນປະໂຫຍດຕໍ່ຜູ້ທຳການຜະລິດທີ່ສຸດ.ຄອບຄົວເອື້ອຍ ຫງວຽນທິລານ ຢູ່ຕາແສງ ກໍ່ນ່ອຍ, ເມືອງ ມາຍເຊີນ ເຊິ່ງມີເນື້ອທີ່ດິນປູກໝາກຂຽບ ແລະ ໝາກກ້ຽງໃຫຍ່ ເກືອບ 1,5 ເຮັກຕາ ກໍໄດ້ນຳໃຊ້ແບບວິທີຂອງອ້າຍ ແຫ໋ງ ອັນໄດ້ນຳມາເຊິ່ງສະມັດຕະພາບສູງກວ່າຫຼາຍ ເມື່ອທຽບໃສ່ກ່ອນໜ້ານີ້, ພ້ອມທັງຮັບປະກັນໜ່ວຍໃຫຍ່, ງາມ ແລະ ມີຄຸນນະພາບດີນຳອີກ. ທຸກໆປີ, ຄອບຄົວເອື້ອຍ ລານ ມີລາຍຮັບຈາກການປູກໝາກຂຽບ, ໝາກກ້ຽງໃຫຍ່, ໝາກລຳໄຍ, ໝາກມ່ວງ ປະມານ 2 – 3 ຮ້ອຍລ້ານ ດົງ. ເອື້ອຍ ຫງວຽນທິລານ ໃຫ້ຮູ້ວ່າ:

        ເມື່ອຕົ້ນໝາກກ້ຽງໃຫຍ່ອອກດອກ ແມ່ນພວກເຮົໃຊ້ຟອຍປັດເກສອນເພື່ອໃຫ້ເກສອນຂອງດອກນີ້ປະສົມກັບດອກອື່ນ. ເມື່ອເປັນໝາກສະໝ່ຳເໝີແລ້ວຈຶ່ງສາມາດຄິດໄລ່ຈຳນວນໝາກຢູ່ຕົ້ນໄດ້,  ແລ ເບິ່ງວ່າຕົ້ນໜຶ່ງມຈັກາກຈຶ່ງເໝາະສົມ ແລ້ວເລີ່ມຕັດສ້ອມອອກ. ປະຕິບັດການົມເກສອນໄດ້ຄືແນວນັ້ນ ຈຶ່ງຈະໄດ້ໜ່ວຍມົນງາມດີ”.

        ນອກຈາກນັ້ນ, ອ້າຍ ຟ້າມເຮິນແຫ໋ງ ຍັງມີການປະດິດຄິດສ້າງອີກຫຼາຍຢ່າງທີ່ໄດ້ຖ່າຍທອດໃຫ້ຊາວກະສິກອນທັງຢູ່ພາຍໃນ ແລະ ນອກແຂວງ ເຊີນລາ ແລະ ໄດ້ນຳໃຊ້ເຂົ້າໃນຕົວຈິງຢ່າງມີປະສິດທິຜົນ ເຊັ່ນວ່າ ມາດຕະການ “ດັດແປງຈັກປັ່ນໄຟທີ່ໃຊ້ນ້ຳມັນ ມາເປັນຈັກປັ່ນໄຟທີ່ໃຊ້ເຊື້ອເພີງອາຍແກັສຊີວະພາບ Biogas”; ມາດຕະການ “ຍົກສູງສະມັດຕະພາບການອອກແມ່ແຜ່ລູກຂອງໝູແມ່ພັນ, ຄຸນນະພາບຂອງໝູພັນຊີ້ນທີ່ໄປຂາຍ ຢູ່ບໍລິເວນແຂວງ ເຊີນລາ”; ມາດຕະການ “ຮູບແບບຕູ້ຝັກໄຂ່ສັດປີກ ໂດຍປະດິດສ້າງເອງແບບງ່າຍດາຍ ແລະ ມີລາຄາຕ່ຳ, ເຊິ່ງໄດ້ນຳໃຊ້ເຂົ້າໃນການຜະລິດຕົວຈິງຢ່າງມີປະສິດທິຜົນ”. ນອກຈາກນັ້ນ, ອ້າຍ ແຫ໋ງ ຍັງເຝິກອົບຮົມເຕັກນິກ ແລະ ການສ້າງຮູບແບບເພີ່ມມູນຄ່າລາຍຮັບໃຫ້ແກ່ຊາວກະສິກອນ; ປະຕິບັດສຳເລັດ 3.500 ໂຄງການກ່ຽວກັບແກັສຊີວະພາບ ແລະ ນຳເຂົ້າສູ່ການນຳໃຊ້; ສ້າງຮູບແບບລ້ຽງໝູພັນຊີ້ນທີ່ມີຄຸນນະພາບດີ… ທ່ານນາງ ດັ້ງຖູຍເຫວ້, ຮອງອຳນວຍການສູນການບໍລິການການກະເສດ ເມືອງ ມາຍເຊີນ, ແຂວງ ເຊີນລາ ໃຫ້ຮູ້ວ່າ:

        ຟ້າມເຮິນແຫ໋ງ ຍາໃດກໍຕິດແທດກັບຮາກຖານ, ຊອກຮູ້ ເພື່ອຊ່ວຍພໍ່ແມ່ປະຊາຊົນຊາວກະສິກອນອກຫາຫຼາຍມາດຕະການ ເພື່ອນຳໃຊ້ເຂົ້າໃນການທຳການຜະລິດກະເສດ. ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າຈະສືບຕໍ່ຊີ້ນຳ, ກໍຄືນຳໃຊ້ບັນດາມາດຕະການທີ່ຫາຍ ແຫ໋ງ ໄດ້ຍົກອອກມາເພື່ອທະວີຄູນ”.

        ດ້ວຍຄວາມເມົາມົວໃນການຄົ້ນຄວ້າ ແລະ ສະເໜີບັນດາການປະດິດສ້າງຮັບໃຊ້ການຜະລິດກະເສດ, ອ້າຍ ຟ້າມເຮິນແຫ໋ງ ແບ່ງປັນວ່າ:

        ປົກກະຕິ ເມື່ອໄປຫາພໍ່ແມ່ປະຊົນ ແມ່ນມີຄຳຖາມຫຼາຍຂໍ້ຈາກພໍ່ແມ່ປະຊາຊົນ. ວກຂ້າພະເຈົ້າຕ້ອງຊອກວິທີ ເຮັດແນໃດເພື່ອຊ່ວຍເຫຼືອພໍ່ແມ່ປະຊົນ. ນັບແຕ່ນັ້ນມາ, ຂ້າພະເຈົ້າກໍເກີດມີບັນດາຄວາມຄິດປະດິດສ້າງ ເພື່ອຕອບສະໜອງບັນດາຂໍ້ຂ້ອງໃຈຂອງພໍ່ແມ່ປະຊົນ”.

        ນັບແຕ່ປີ 2008 ມາຮອດປັດຈຸບັນ, ອ້າຍ ຟ້າມເຮິນແຫ໋ງ ເປັນກຽດໄດ້ຮັບໃບແຮງງານປະດິດສ້າງ ຈາກສະຫະພັນໃຫຍ່ແຮງງານ 2 ຄັ້ງ; ໄດ້ຮັບການເຊີດຊູປັນຍາຊົນດີເດັ່ນ, ເປັນແບບຢ່າງປະດິດສ້າງວິທະຍາສາດເຕັກໂນໂລຊີ ແຂວງ ເຊີນລາ 2 ຄັ້ງ; ໄດ້ຮັບລາງວັນ ເລືອງດິ່ງກົ໋າ, “ຄວາມຮູ້ເພື່ອພາລະກິດພັດທະນາການກະເສດ, ຊົນນະບົດ”. ປີ 2018, ອ້າຍ ແຫ໋ງ ໄດ້ຮັບການເຊີດຊູເປັນ “ນັກວິທະຍາສາດຂອງຊາວກະສິກອນ”. ສຳລັບອ້າຍ ຟ້າມເຮິນແຫ໋ງ ແລ້ວ ແມ່ນມີຄວາມໄຝ່ຝັນທີ່ລຽບງ່າຍຄື: ຈະນັບມື້ນັບມີຜົນງານປະດິດສ້າງຫຼາຍຢ່າງຂອງອ້າຍ ແຫ໋ງ ແລະ ເພື່ອນຮ່ວມງານໄດ້ຮັບການຜັນຂະຫຍາຍ, ນຳໃຊ້ເຂົ້າໃນຕົວຈິງ ເພື່ອຊ່ວຍໃຫ້ພໍ່ແມ່ປະຊາຊົນຊາວກະສິກອນ ຍາມໃດກໍມີລະດູການເກັບກ່ຽວທີ່ໄດ້ຮັບຜົນດີ.

ຕອບກັບ

ຂ່າວ/ບົດ​ອື່ນ