ລຸງ ເຢືອງວັນຕ້າວ ຊາວກະສິກອນຜູ້ສຸດຈິດສຸດໃຈ ເພື່ອຄົວຄອບທຸກຍາກ

(VOVWORLD) -ຈາກຜູ້ໜຶ່ງທີ່ຊັດເຊພະເນຈອນ ເຮັດຮັບຈ້າງເພື່ອຫາເງິນລ້ຽງຊີບ ແຕ່ດ້ວຍຄວາມຕັດສິນໃຈ ຫຼຸດພົ້ນອອກຈາກຄວາມທຸກຍາກ, ຍາມໃດກໍ່ຊອກຮູ້ ຮຽນຮູ້ກ່ຽວກັບວິທີເຮັດທີ່ດີ ອັນໄດ້ຊ່ວຍ ລຸງ ເຢືອງວັນຕ້າວ ຢູ່ບ້ານ ຈອມຈວຍ ຕາແສງ ເຝືອກຮຶງ ເມືອງ ຈ໋າກູ໊ ແຂວງ ຈ໋າວິງ ໄດ້ຮັບນາມມະຍົດ “ຊາວກະສິກອນ ຫວຽດນາມ ດີເດັ່ນ” ຈາກສູນກາງສະມາຄົມຊາວກະສິກອນ ຫວຽດນາມ. ຈາກຜົນສຳເລັດຂອງຕົນເອງ, ລຸງໄດ້ແບ່ງປັນບົດຮຽນ ແລະ ຊ່ວຍໃຫ້ຄອບຄົວນັບ 10 ຄອບຄົວມີວຽກເຮັດງານທຳເປັນປົກກະຕິ ສາມາດຫຼຸດພົ້ນອອກຈາກຄວາມທຸກຍາກແບບຍືນຍົງ
ລຸງ ເຢືອງວັນຕ້າວ ຊາວກະສິກອນຜູ້ສຸດຈິດສຸດໃຈ ເພື່ອຄົວຄອບທຸກຍາກ - ảnh 1 ລຸງ ເຢືອງວັນຕ້າວ ໃຫ້ງົວກິນຫຍ້າ

   ໂດຍໄດ້ກຳເນີດຂຶ້ນຢູ່ເຂດດິນແຄມທະເລ ກ່ອນໜ້ານີ້ຄອບຄົວລຸງ ເຢືອງ ວັນຕ້າວ ກໍ່ຄືທຸກໆຄອບຄົວອື່ນ ໄດ້ເລີ່ມຕົ້ນດ້ວຍຊຸມວັນເດືອນປີແຫ່ງຄວາມລຳບາກກາກກຳ ປະກອບທຸກໆອາຊີບ ເພື່ອຫາເງິນລ້ຽງຊີບ. ລຸງໄດ້ແບ່ງປັນວ່າ ກ່ອນນີ້ລຸງພຽງແຕ່ຮູ້ອີງໃສ່ຕົ້ນເຂົ້າເທົ່ານັ້ນ ແຕ່ຄວາມທຸກຍາກມັນກໍ່ຕິດຕາມເຮົາຕະຫຼອດ. ຈາກນັ້ນທ່ານຄິດວ່າ ຖ້າຫາກຊາວກະສິກອນປະກອບອາຊີບໜຶ່ງດຽວເທົ່ານັ້ນ ຈະບໍ່ສາມາດດີຂຶ້ນ ດັ່ງນັ້ນລຸງໄດ້ຕັດສິນໃຈໃຊ້ເຟືອງເຂົ້າ ເພື່ອລ້ຽງສັດ, ປູກເຫັດເຟືອງ ແລະ ໄດ້ນຳໄປຂາຍຢູ່ນະຄອນ ໂຮ່ຈີມິນ. ລຸງ ຕ້າວ ເວົ້າວ່າ:

 “ກ່ອນນີ້ຂ້າພະເຈົ້າພຽງເຮັດຮັບຈ້າງເທົ່ານັ້ນ. ໄລຍະຕໍ່ມາຈຶ່ງລ້ຽງໄກ່ລ້ຽງເປັດ ແລ້ວກໍ່ໄປນະຄອນຂາຍເຄື່ອງ ຢູ່ຫັ້ນໄດ້ພົບອ້າຍນ້ອງຜູ້ເຮັດທຸລະກິດ ຈຶ່ງຖາມວິທີສ້າງເສດຖະກິດ. ຂ້າພະເຈົ້າໄດ້ຊອກຮູ້ບາງຮູບແບບ ແລະ ເລືອກເອົາອັນໃດທີ່ນຳມາເຊິ່ງຜົນປະໂຫຍດ ມາເຮັດ ແລະ ຄ່ອຍໆເປີດກວ້າງຕື່ມອີກ”.

 ຜົນສຳເລັດທຳອິດຂອງລຸງ ແມ່ນຈາກອາຊີບປູກເຫັດເຟືອງ. ລຸງ ຕ້າວ ເປີດເຜີຍວ່າ ເຫັດເຟືອງຄາວນັ້ນ ປູກກໍ່ໄດ້ສະມັດຕະພາບສູງ, ເຟືອງເຂົ້າກໍ່ຂໍນຳຊາວທ້ອງຖິ່ນ, ບາງຄັ້ງບາງຄາວ ລຸງເກັບກູ້ເຫັດໄດ້ປະມານ 1 ໂຕນຕໍ່ວັນ. ນອກຈາກນັ້ນເພື່ອແນໃສ່ນຳໃຊ້ຕົ້ນເຂົ້າຢ່າງເຖິງຖອງ, ລຸງໄດ້ລ້ຽງງົວຕື່ມອີກ 15 ໂຕ ແລະ ປູກຕົ້ນພ້າວຕື່ມອີກ, ບັນດາຮູບແບບນີ້ ຕ່າງກໍ່ນຳມາເຊິ່ງຜົນກຳໄລມາໃຫ້ແກ່ຄອບຄົວລຸງ. ໃນຈຸດເວລານັ້ນ ສວນໝາກພ້າວໄດ້ໃຫ້ລາຍໄດ້ 25 ລ້ານດົ່ງຕໍ່ປີ, ງົວກໍ່ໃຫ້ລາຍໄດ້ 150 ລ້ານດົ່ງ, ເຫັດເຟືອງກໍ່ໃຫ້ 32 ລ້ານດົ່ງ. ເມື່ອເສດຖະກິດຂອງຄອບຄົວມີຄວາມສະຫງົບຢ່າງແທ້ຈິງ, ລຸງໄດ້ກ້າຫານລົງທຶນດຳເນີນທຸລະກິດ ຄ້າຂາຍວັດສະດຸກໍ່ສ້າງ, ເຄື່ອງປະດັບພາຍໃນເຮືອນ, ຂົງເຂດດຳເນີນທຸລະກິດນີ້ ສາມາດນຳມາເຊິ່ງລາຍຮັບແຕ່ 1 ຕື້ຫາ 1,3 ຕື້ດົ່ງຕໍ່ປີ. ທ່ານ ກີມຢາງ ຮອງປະທານຄະນະກຳມະການປະຊາຊົນຕາແສງ ເຝືອກຮຶງ ໃຫ້ຮູ້ວ່າ:

 “ລຸງ ຕ້າວ ແມ່ນຜູ້ດຸໝັ່ນຂະຫຍັນພຽນ, ຍາມໃດກໍ່ຮຽນຮູ້ບົດຮຽນຈາກຜູ້ອື່ນ. ປັດຈຸບັນ ລຸງທຳການຜະລິດ ດຳເນີນທຸລະກິດດ້ວຍຫຼາຍຂະແໜງອາຊີບ ແລະ ບັນລຸປະສິດທິຜົນດີທີ່ສຸດ. ລຸງກໍ່ສາມາດສ້າງວຽກເຮັດງານທຳໃຫ້ແກ່ຊາວທ້ອງຖິ່ນປະມານກວ່າ 10 ຄົນ ແລະ ໃນແຕ່ລະປີກໍ່ຊ່ວຍໜູນ 5 ຄອບຄົວທີ່ທຸກຍາກເພື່ອພົ້ນທຸກ”.

ລຸງ ຕ້າວ ຍັງຊ່ວຍໜູນບັນດາຄອບຄົວທີ່ທຸກຍາກໃນບ້ານ ດ້ວຍການໃຫ້ເຂົາເຈົ້າກູ້ຢືມທຶນທຳການຜະລິດ ກໍ່ຄືປຸກສ້າງເຮືອນ ເພື່ອໃຫ້ເຂົາເຈົ້າມີເງື່ອນໄຂ ປືນຕົວຂຶ້ນຫຼຸດພົ້ນອອກຈາກຄວາມທຸກຍາກ. ພົ້ນເດັ່ນຂຶ້ນແມ່ນຄອບຄົວ ລຸງ ກີມເບັດ ຢູ່ບ້ານ ຈອມຈວຍ. ລຸງ ກີມເບັດ ເວົ້າວ່າ:

“ຄອບຄົວຂອງຂ້າພະເຈົ້າກໍ່ບໍ່ມີໄຮ່ນາຮົ້ວສວນ. ເຮືອນຫຼັງນີ້ລັດໄດ້ຊ່ວຍໜູນ 25 ລ້ານດົ່ງ ແຕ່ເມື່ອປຸກສ້າງເຮືອນສຳເລັດ ຄ່າໃຊ້ຈ່າຍກໍ່ຫຼາຍກວ່ານີ້ອີກ. ກໍ່ຍ້ອນມີຄວາມຊ່ວຍເຫຼືອຂອງລຸງຕ້າວ ໄດ້ໃຫ້ຄອບຄົວຂອງພະເຈົ້າ ກູ່ຢືມທຶນດ້ວຍການຊຳລະແບບເງິນຜ່ອນ, ປີໜຶ່ງຊຳລະສາມເທື່ອ ແຕ່ລະເທື່ອ ແຕ່ 5 ຫາ 10 ລ້ານດົ່ງ ຕາມຄວາມສາມາດ. ນອກຈາກໃຫ້ກູ້ຢືມທຶນແລ້ວ ລຸງ ຕ້າວ ຍັງສ້າງວຽກເຮັດງານທຳ ໃນແຕ່ລະວັນຕື່ມອີກ”.

ໂດຍມີຄວາມລຽບງ່າຍ ແລະ ເປັນຜູ້ໃຈດີກັບພໍ່ແມ່ພີ່ນ້ອງໃນບ້ານ ຄວາມເກັ່ງກ້າສາມາດ ໃນການຜະລິດດຳເນີນທຸລະກິດ ໄດ້ຊ່ວຍໃຫ້ລຸງ ເຢືອງ ວັນຕ້າວ ມີລາຍໄດ້ນັບຕື້ດົ່ງຕໍ່ປີ. ດ້ວຍຜົນງານນີ້ໃນຫຼາຍປີຢ່າງລຽນຕິດ ລຸງ ເຢືອງວັນຕ້າວ ໄດ້ຮັບໃບຍ້ອງຍໍໃນຂະບວນການ “ຊາວກະສິກອນແຂ່ງຂັນຜະລິດ ດຳເນີນທຸລະກິດເກັ່ງ”. ແລະ ໄດ້ກາຍເປັນຊາວກະສິກອນດີເດັ່ນ ດ້ວຍນາມມະຍົດ “ຊາວກະສິກອນ ຫວຽດນາມ ດີເດັ່ນ ປີ 2019.

ຕອບກັບ

ຂ່າວ/ບົດ​ອື່ນ