ລຸງ ເສົານິງ ຊາວປະມົງຢູ່ແຂວງບິ່ງດິ້ງ ແລະ ຄວາມຄາດຫວັງສ້າງຄວາມຮັ່ງມີຈາກທະເລ

(VOVWORLD) -ໂດຍໄດ້ຄຸ້ມຄອງເຮືອຫາປາຫຼາຍກວ່າ 10 ລຳ, ລາຍຮັບໃນແຕ່ລະປີ ກໍ່ບັນລຸນັບ 10 ຕື້ດົ່ງ (ປະມານ 430.000 ກວ່າໂດລາສະຫະລັດ), ລຸງ ບຸ່ຍແທັງນິງ ຫຼື ເອີ້ນວ່າ ເສົານິງ ຊາວປະມົງຢູ່ບ້ານ ທ້ຽນແຈ໊ງ 1 ຕາແສງ ຕາມກວານບັກ, ເມືອງ ຮວ່າຍເຍິນ  ແຂວງ ບິ່ງດິ້ງ ພ້ອມແລ້ວແບ່ງປັນບົດຮຽນ, ວັດຖຸ ແລະ ຈິດໃຈໃຫ້ແກ່ຄອບຄົວຊາວປະມົງອື່ນໆ ເພື່ອພ້ອມກັນພັດທະນາເສດຖະກິດ. ດ້ວຍບັນດາຜົນງານທີ່ດີເດັ່ນ, ລຸງໄດ້ຮັບຫຼຽນໄຊແຮງງານຊັ້ນສາມ ແລະ ໄດ້ຮັບການເຊີດຊູ ແມ່ນຊາວກະສິກອນ ຫວຽດນາມ ຜູ້ດີເດັ່ນ
ລຸງ ເສົານິງ ຊາວປະມົງຢູ່ແຂວງບິ່ງດິ້ງ  ແລະ ຄວາມຄາດຫວັງສ້າງຄວາມຮັ່ງມີຈາກທະເລ - ảnh 1 ລຸງເສົານິງ ກັບເຮືອຫາປາຢູ່ໄກຝັ່ງ

     ລຸງ ເສົານິງ ໄດ້ກຳເນີດ ແລະ ເຕີບໃຫຍ່ໃນຄອບຄົວທີ່ທຸກຍາກຢູ່ເຂດທະເລ ບິ່ງດິ້ງ. ຊຸມວັນເດືອນປີ ແຫ່ງການອອກແຮງງານຫາເງິນລ້ຽງຊີບທີ່ທຸກຍາກລຳບາກ  ໄດ້ເຮັດໃຫ້ລຸງມີຄວາມຄາດຫວັງ ສ້າງຄວາມຮັ່ງມີຈາກທະເລ. ລຸງໄດ້ປະຢັດເງິນທຶນໄດ້ຈຳນວນໜ້ອຍໜຶ່ງ ພ້ອມທັງໄດ້ກູ້ຢືມທະນາຄານ ຕື່ມອີກ, ແລ້ວກໍໄປທົ່ວທຸກແຫ່ງເພື່ອຊື້ໄມ້ ແລ້ວກໍ່ຈ້າງນາຍຊ່າງຕໍ່ເຮືອຫາປາລຳທຳອິດ.

     ຕໍ່ຈາກນັ້ນ, ລຸງກໍ່ໄດ້ຕໍ່ເຮືອໃຫຍ່ກ່ວາຕື່ມອີກຫຼາຍລຳ. ປັດຈຸບັນ ລຸງ ເສົານິງ ໄດ້ມີເຮືອໃຫຍ່ຫຼາຍລຳ ທີ່ມີຄວາມແຮງນັບພັນແຮງມ້າ. ລຸງແມ່ນໜຶ່ງໃນບັນດາຊາວປະມົງຄົນທຳອິດ ຢູ່ແຂວງ ບິ່ງດິ້ງ ໄດ້ສ້າງຕັ້ງຝູງເຮືອສາມັກຄີຈັບຫາສິນໃນນ້ຳຢູ່ໄກຝັ່ງ. ປັດຈຸບັນຝູງເຮືອທີ່ໃສ່ຊື່ ເສົານິງ ລວມມີ 16 ລຳ ດ້ວຍຍອດຄວາມແຮງປະມານ 3.000 ແຮງມ້າ, ເຊິ່ງຕົ້ນຕໍແມ່ນຈັບຫາປາທູນາຢູ່ເຂດຫາປາທີ່ໝູ່ເກາະ ຮວ່າງຊາ ແລະ ເຈື່ອງຊາ. ໃນຝູງເຮືອນີ້ ລຸງ ນິງ ມີເຮືອຫາປາ 10 ລຳ, 6 ລຳທີ່ຍັງເຫຼືອແມ່ນຂອງຊາວປະມົງໃນໝູ່ບ້ານ. ປະລິມານປາທີ່ຈັບຫາຂອງຝູງເຮືອຂອງລຸງ ໃນແຕ່ລະປີບັນລຸເກືອບ 2.000 ໂຕນ, ຍອດລາຍຮັບແມ່ນປະມານ 30 ຕື້ດົ່ງ (ປະມານ 1,2 ລ້ານໂດລາສະຫະລັດ). ພາຍຫຼັງທີ່ໄດ້ຫັກໃຊ້ຄ່າໃຊ້ຈ່າຍອອກ, ແຕ່ລະປີ ຝູງເຮືອນີ້ມີຜົນກຳໄລປະມານ 6 ຕື້ດົ່ງ (ປະມານ 260.000 ໂດລາສະຫະລັດ), ສະເພາະລຸງ ເສົານິງ ໄດ້ມີກຳໄລປະມານ 2 ຕື້ດົ່ງ (ປະມານ 86.000 ໂດລາສະຫະລັດ). ສຳລັບລຸງ ເສົານິງ ແລ້ວ, ມາດຕະຖານເລືອກເອົາກັບຕັນ ໃຫ້ແກ່ເຮືອຫາປາແຕ່ລະລຳກໍ່ຕ້ອງເປັນຜູ້ຮັກອາຊີບ ແລະ ເຮັດວຽກຢ່າງມີປະສິດທິຜົນ. ບັນດາກັບຕັນຕ່າງກໍ່ຕ້ອງປະກອບທຶນ ເພື່ອພ້ອມກັນທຳມາຫາກິນ. ຜູ້ໃດບໍ່ມີທຶນ, ລຸງ ເສົານິງ ກໍ່ຊ່ວຍໜູນໃຫ້ກູ້ຢືມ ບໍ່ເອົາຄ່າດອກເບ້ຍ ແລະ ຄ່ອຍເກັບຄືນ ພາຍຫຼັງການເດີນເຮືອຫາປາໃນແຕ່ລະຄັ້ງ.  ລຸງຍັງລົງທຶນໜຶ່ງຕື້ດົ່ງ ເພື່ອສ້າງກອງທຶນຊ່ວຍໜູນ, ໃຜຈຳເປັນດ່ວນ, ກອງທຶນນີ້ຈະຊ່ວຍໜູນຢ່າງທັນການ. ລຸງ ເສົານິງ ເວົ້າວ່າ:

     “ຂ້າພະເຈົ້າໄດ້ຮຽກຮ້ອງພໍ່ແມ່ພີ່ນ້ອງເຂົ້າຮ່ວມຫາປາ ຊ່ວຍເຫຼືອກັນໃນການປະກອບອາຊີບການປະມົງ. ບັນດາຜູ້ອອກແຮງງານບົນທະເລ, ເຂົາເຈົ້າກໍ່ມີຄວາມລຳບາກ, ມີຄວາມສາມາດ, ມີສຸຂະພາບແຂງແຮງ. ເຮົາເຫັນວ່າເຂົາເຈົ້າມີເງື່ອນໄຂຢ່າງພຽງພໍ ເພື່ອເດີນເຮືອຈັບຫາປາ ແຕ່ເສດຖະກິດຂອງເຂົາຍັງທຸກຍາກຢູ່. ດັ່ງນັ້ນເຮົາກໍ່ຕ້ອງລົງທຶນໃຫ້ແກ່ອ້າຍນ້ອງ ປຽບເໝືອນໃຫ້ກູ້ຢືມ ໂດຍບໍ່ເອົາຄ່າດອກເບ້ຍ. ເວົ້າລວມແລ້ວ ແມ່ນ ພ້ອມກັນຊ່ວຍເຫຼືອກັນ ເພື່ອພັດທະນາເສດຖະກິດ”.

    ອ້າຍ ຫງວຽນວັນເຝິ໊ນ ຊາວປະມົງຢູ່ຕາແສງ ຮວ່າຍເຮືອງ ເມືອງ ຮວ່າຍເຍິນ ແຂວງ ບິ່ງດິ້ງ ແມ່ນສະມາຊິກໃນຝຸງເຮືອ, ໄດ້ຮັບການກູ້ຢືມທຶນຈາກລຸງ ເສົານິງ ຫຼາຍເທື່ອ ເພື່ອຕໍ່ເຮືອຫາປາ. ມາຮອດປັດຈຸບັນ ໂດຍເລີ່ມຈາກສອງຝາມືເປົ່າ, ອ້າຍກໍ່ໄດ້ມີເຮືອຫາປາໃຫຍ່ສາມລຳ ລວມມູນຄ່າຫຼາຍຕື້ດົ່ງ. ອ້າຍ ເຝິ໊ນ ໃຫ້ຮູ້ວ່າ:

 “ຍ້ອນມີການຊ່ວນເຫຼືອຂອງລຸງ ເສົານິງ ເຊິ່ງໄດ້ສ້າງເງື່ອນໄຂ ໃຫ້ກູ້ຢືມທຶນຊື້ເຮືອໄປຫາປາ. ສອງສາມປີທຳອິດ ການທຳມາຫາກິນກໍ່ໄດ້ດີຢູ່. ເຮົາຮູ້ບຸນຄຸນຕໍ່ລຸງ ເສົານິງ ພ້ອມຄອບຄົວຫຼາຍທີ່ສຸດ, ເຮົາໄດ້ເລີ່ມຈາກສອງຝາມືເປົ່າ ແລະ ກໍ່ໄດ້ຮັບຄວາມຊ່ວຍເຫຼືອຂອງລຸງ ເສົານິງ ທີ່ໄດ້ລົງທຶນໃຫ້ເຮົາໄປຫາປາ ດັ່ງນັ້ນມາຮອດປັດຈຸບັນເຮົາກໍ່ໄດ້ມີການດຳລົງຊີວິດ ທີ່ອີ່ມໜຳສຳລານ ແລະ ສົມບູນພູນສຸກໃນແຕ່ລະວັນ”.

   ສ່ວນນາງ ກາວທິກີມທ້ຽນ ຜູ້ເປັນເມຍຂອງກັບຕັນ ຫງວຽນຊິງ ໃຫ້ຮູ້ວ່າ  ເມື່ອກ່ອນນີ້ສອງຜົວເມຍນາງທຸກຍາກທີ່ສຸດ. ຜົວເດີນເຮືອໄປຫາປາຢູ່ທະເລ ສ່ວນນາງກໍ່ຄ້າຂາຍຢູ່ຕະຫຼາດ. ນັບແຕ່ຄາວໄປເຮັດວຽກນຳລຸງ ເສົານິງ,  ອ້າຍ ຊິງ ໄດ້ຖືກລຸງ ເສົານິງ ໃຫ້ກູ້ຢືມທຶນເພື່ອຕໍ່ເຮືອໃໝ່. ເຮືອນຖືກເປ່ເພ, ລຸງ ເສົານິງ ກໍ່ຊ່ວຍເຫຼືອສ້ອມແປງເຮືອນໃຫ້. ໂດຍໄດ້ມີຄວາມຜູກພັນກັບລຸງ ເສົານິງ ມາເປັນເວລາ 20 ປີ, ຄອບຄົວອ້າຍ ຊິງ ກໍ່ໄດ້ມີເຮືອນໃຫຍ່ໂຕໂອ້ໂຖງ ແລະ ມີເຮືອຫາປາສອງລຳ ລວມມູນຄ່າຫຼາຍຕື້ດົ່ງ. ນາງ ກາວທິກີມທ້ຽນ ເປີດເຜີຍວ່າ:

“ລຸງ ເສົານິງ ໄດ້ຊ່ວຍຄອບຄົວຂ້າພະເຈົ້າ ດັ່ງນັ້ນຈຶ່ງມີເຮືອນ ມີທຶນຄືໃນປັດຈຸບັນ. ເມື່ອກ່ອນນີ້ ກໍ່ບໍ່ມີຫຍັງດອກ. ປັດຈຸບັນການດຳລົງຊີວິດຂອງພວກເຂົາເຈົ້າ ກໍ່ມີລາຍຮັບປົກກະຕິ. ລຸງ ເສົານິງ ກໍ່ໄດ້ຊ່ວຍຄອບຄົວຂອງຂ້າພະເຈົ້າຫຼາຍທີ່ສຸດ”.

 ແຕ່ສຳລັບລຸງ ເສົານິງ ລາງວັນໃຫຍ່ກວ່າໝູ່  ກໍ່ແມ່ນການປາກົດຕົວຂອງເຮືອແຕ່ລະລຳ ໃນຝູງເຮືອສາມັກຄີຂອງລຸງ ທີ່ໄດ້ເດີນເຮືອຕະຫຼອດວັນ ແລະ ຄືນຢູ່ເຂດໝູ່ເກາະ ເຈື່ອງຊາ ແລະ ຮວ່າງຊາ. ເຮືອແຕ່ລຳ ເມື່ອເດີນເຮືອຫາປາ ທັງສ້າງຄວາມຮັ່ງມີ ໃຫ້ແກ່ຄອບຄົວ, ບ້ານເກີດເມືອງນອນຂອງຕົນ ທັງປະກອບສ່ວນປົກປັກຮັກສາອະທິປະໄຕ ເຂດທະເລໝູ່ເກາະອັນສັກກະລະບູຊາຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ