ວິລະກຳທີ່ລືຊາຜາກົດ ຂອງນັກບິນແຫ່ງເທບນິຍາຍ ຫວຽນວັນໄບ໋

(VOVWORLD) -       ພັນເອກ, ນັກວິລະຊົນ ກຳລັງປະກອບອາວຸດປະຊາຊົນ ຫວຽນວັນໄບ໋ ແມ່ນໜຶ່ງໃນຈຳນວນນັກບິນ 19 ຄົນຂອງຫວຽດນາມ ບັນລຸລະດັບ ACES (ເຊິ່ງແມ່ນລະດັບທີ່ຕ້ອງຍິງເຮືອບິນຂອງສັດຕູຕົກຈຳນວນ 5 ລຳຂຶ້ນໄປ) ໃນການຕໍ່ສູ້ຕ້ານອາເມລິກາ. ທ່ານແມ່ນໜຶ່ງໃນຈຳນວນນັກຮົບກອງທັບອາກາດ 3 ຄົນ ເຊິ່ງທ່ານປະທານ ໂຮ່ຈີມິນ ໄດ້ມອບນາມມະຍົດວິລະຊົນ ກຳລັງປະກອບອາວຸດປະຊາຊົນ  ໃນບັ້ນຍ້ອງຍໍຊົມເຊີຍ ນັກວິລະຊົນຄັ້ງທຳອິດ ໃນສະໄໝຕ້ານຈັກກະພັດອາເມລິກາກູ້ຊາດ ຢູ່ພາກເໜືອ ຫວຽດນາມ
 ວິລະກຳທີ່ລືຊາຜາກົດ ຂອງນັກບິນແຫ່ງເທບນິຍາຍ ຫວຽນວັນໄບ໋  - ảnh 1 ນັກບິນ ຫວຽນວັນໄບ໋(ເບື້ອງຊ້າຍ)

ນັກບິນ ຫວຽນວັນໄບ໋ ເກີດປີ 1936 ຢູ່ແຂວງ ດົ່ງທາບ, ຕາມການເລົ່າຂອງທ່ານ ຫວຽນວັນໄບ໋ ຄາວຍັງມີຊີວິດຢູ່ນັ້ນ, ຍ້ອນບໍ່ຢາກສ້າງຄອບຄົວແຕ່ຄາວຍັງເປັນໄວໜຸ່ມ, ທ່ານ ໄບ໋ ໄດ້ໜີຈາກຄອບຄົວເຂົ້າຮ່ວມຖັນແຖວກອງທັບ. ປີ 1960 ໝາຍຄວາມວ່າ 6 ປີ ນັບຕັ້ງແຕ່ວັນຍົກຍ້າຍໄປຢູ່ພາກເໜືອ, ທ່ານໄດ້ຍ້າຍຈາກກອງພົນທະຫານບົກ ມາຍັງກອງທັບອາກາດ, ແລ້ວກໍ່ຖືກເລືອກເຟັ້ນໄປຮຽນຂັບເຮືອບິນ. ທ່ານໄດ້ຖືກຈັດສົ່ງໄປຮຽນຂັບເຮືອບິນເປັນເວລາ 5 ປີຢູ່ຈີນໃນຄາວນັ້ນ. ບັນດາວິລະກຳຂອງທ່ານ ຫວຽນວັນໄບ໋ ທີ່ກອງທັບປະຊາຊົນ ຫວຽດນາມຈົດຈຳ ໄດ້ສະແດງໃຫ້ເຫັນວ່າ ບັນດາເຮືອບິນຖືກຍິງຕົກກໍ່ລ້ວນແຕ່ແມ່ນປະເພດທັນສະໄໝ, ມີຄວາມໄວສູງກວ່າທົບຫຼາຍເທົ່າ ເມືອ່ທຽບໃສ່ເຮືອບິນ Mic 17 ທີ່ທ່ານໄດ້ຂັບ. ສະແດງຄວາມປະທັບໃຈ ດ້ວຍວິທີບຸກຕີຢ່າງກ້າຫານ ແລະ ມີຫົວຄິດປະດິດສ້າງຂອງນັກບິນ ຫວຽນວັນໄບ໋, ພົນໂທ ຫວໍວັນຕ໊ວນ ອະດີດຮອງຫົວໜ້າເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ,  ອະດີດຮອງຜູ້ບັນຊາການ ທັງເປັນເສນາທິການໃຫຍ່ເຫຼົ່າທັບອາກາດ - ກອງທັບອາກາດ ຫວຽດນາມ ໃຫ້ຮູ້ວ່າ:

         “ທ່ານ ໄບ໋ ແມ່ນນັກບິນພິເສດຂອງພວກເຮົາ ແລະ ໃນໂລກ ໝາຍຄວາມວ່າທ່ານໄດ້ຂັບເຮືອບິນ Mic 17 ຍິງຕົກເຮືອບິນ 7 ລຳຂອງສັດຕູ. ໄລຍະຕໍ່ມາພວກຂ້າພະເຈົ້າໄດ້ຄົ້ນຄວ້າ ແລະ  ໄດ້ມີການພົບປະໂອ້ລົມກັບທ່ານ ຫວຽນວັນໄບ໋ ເພື່ອຖ່າຍທອດຄືນບັນດາບົດຮຽນ ກໍ່ເຫັນວ່າ ນີ້ແມ່ນວິທີບຸກໂຈມຕີສະເພາະຂອງ ຫວຽດນາມ ເຊິ່ງແມ່ນວິທີບຸກໂຈມຕີທີ່ເປັນເອກະລັກ ເຊິ່ງຖືກເອີ້ນວ່າແມ່ນວິທີບຸກໂຈມຕີແບບກອງຫຼອນ”.

     ເລື່ອງບັນດາເຮືອບິນທັນສະໄໝຂອງຈັກກະພັດອາເມລິກາຄື F105, F8, F4… ກໍ່ລ້ວນແຕ່ຖືກນັກບິນ ຫວຽນວັນໄບ໋ ຍິງຕົກ, ອັນໄດ້ກາຍເປັນແຫຼ່ງລະດົມກຳລັງໃຈອັນໃຫຍ່ຫຼວງ ແລະ ສ້າງເປັນຂະບວນການແຂ່ງຂັນ ລະຫວ່າງບັນດາສະໜາມຮົບຕີສັດຕູ, ຕັດສິນໃຈບຸກໂຈມຕີ ເພື່ອຍາດເອົາໄຊຊະນະ. ພົນຈັດຕະວາ ເລຊວນເຕົ໊າ ນັກວິລະຊົນກຳລັງປະກອບວຸດປະຊາຊົນ ຫວຽດນາມ, ອະດີດຜູ້ບັນຊາການເຫຼົ່າຮົບລົດຖັງ ແລະ ຍານເກາະ ເລົ່າຄືນສູ່ຟັງວ່າ:

     “ ສຳລັບຜົນງານໃນການສູ້ຮົບຂອງນັກວິລະຊົນ ຫວຽນວັນໄບ໋, ພວກຂ້າພະເຈົ້າແມ່ນສັງກັດກຳລັງສູ້ຮົບຢູ່ໜ້າດິນ ແຕ່ອາດຈະເວົ້າວ່າ ທ່ານແມ່ນແຫຼ່ງລະດົມກຳລັງໃຈໃນການສູ້ຮົບ ໃຫ້ແກ່ພະນັກງານ ນັກຮົບ ກຳລັງປະກອບອາວຸດເວົ້າລວມ. ພວກຂ້າພະເຈົ້າໄດ້ຮູ້ເຖິງຜົນງານການສູ້ຮົບ ຂອງສະຫາຍ ຫວຽນວັນໄບ໋, ພວກຂ້າພະເຈົ້າໄດ້ປຸກລະດົມ ການແຂ່ງຂັນກັບບັນດາສະຫາຍໃນກອງທັບອາກາດ ແມ່ນຈະຕັດສິນໃຈຕີເອົາໄຊຊະນະຕໍ່ສັດຕູ”.

      ເມື່ອເວົ້າເຖິງນັກບິນ  ຫວຽນວັນໄບ໋, ເພື່ອນຮ່ວມກົມກອງຫຼາຍຄົນ ກໍ່ມີຄວາມນິຍົມນັບຖືຕໍ່ຄວາມສາມາດ ບຸກໂຈມຕີສັດຕູ. ເຂົາເຈົ້າລ້ວນແຕ່ມີຄວາມນິຍົມນັບຖືຕໍ່ນັກບິນຜູ້ລຽບງ່າຍ ແລະ ເຂັ້ມຂົ້ນໄປດ້ວຍລັກສະນະຂອງຊາວນາເຂດພາກໃຕ້.  ໃນການບິນສູ້ຮົບຕີສັດຕູເກືອບ 100 ຄັ້ງ, ສ່ວນຫຼາຍແມ່ນບັນດາການສູ້ຮົບທີ່ດຸເດືອດ ແລະ ເປັນອັນຕະລາຍ, ມີບາງເຄັ້ງເບິ່ງຄືວ່າໃກ້ຈະເຖິງແກ່ຄວາມຕາຍແລ້ວ, ແຕ່ທ່ານຍັງຄົງບັນຊາເຮືອບິນດ້ວຍຄວາມແມນຍຳ ເພື່ອຮັກສາອາວຸດ, ຮັກສາເຮືອບິນ. ນັກບິນ ໂດ໊ຕວານທິ້ງ ສັງກັດກອງພັນໃຫຍ່ ກອງທັບອາກາດ 923, ກອງພົນທັບອາກາດ 371, ເຫຼົ່າທັບປ້ອງກັນອາກາດ - ກອງທັບອາກາດ ແບ່ງປັນວ່າ:

      “ເມື່ອໄດ້ຮັບຟັງລຸງ ຫວຽນວັນໄບ໋ ນັກບິນວິລະຊົນ ເລົ່າເຖິງວິລະກຳທີ່ລຸງໄດ້ສ້າງຂຶ້ນ, ພວກຂ້າພະເຈົ້າຮູ້ສຶກວ່າ ນີ້ແມ່ນຄວາມເອກອ້າງທະນົງໃຈ ແລະ ຖືວ່າທ່ານແມ່ນແວນແຍງອັນໃສແຈ້ງ ເພື່ອໃຫ້ພວກຂ້າພະເຈົ້າປະຕິບັດຕາມ. ສຳລັບນັກບິນລຸ້ນໜຸ້ມກອງພັນໃຫຍ່ 923, ພວກຂ້າພະເຈົ້າຖືວ່ານີ້ແມ່ນບົດຮຽນ ທີ່ພວກຂ້າພະເຈົ້າຕ້ອງຮຽນຮູ້ໃນຕະຫຼອດຊີວິດເປັນນັກບິນ ແລະ ຮັບປະກັນວ່າ ຈະພະຍາຍາມເຮັດຫຼ້ອນໜ້າທີ່ ເຊິ່ງພັກ, ລັດ ແລະ ກອງທັບໄດ້ມອບໝາຍໃຫ້ ໃນໄລຍະທີ່ຈະມາເຖິງ”.

       ທ່ານ ຫວຽນວັນໄບ໋ ໄດ້ເຖິງແກ່ມໍລະນະກຳເມື່ອວັນທີ 22 ກັນຍາ ຢູ່ໂຮງໝໍ  ເສນາຮັກ 175 ລວມອາຍຸໄດ້ 84 ປີ, ນັກວິລະຊົນກຳລັງປະກອບອາວຸດປະຊາຊົນ, ພັນເອກ ນັກບິນ ຫວຽນວັນໄບ໋ ໄດ້ລ່ວງຫຼັບໄປ, ແຕ່ບັນດາວິລະກຳ ທີ່ລື່ຊາຜາກົດຂອງນັກບິນລຸ້ນທຳອິດຂອງ ຫວຽດນາມ ຍັງຍືນຍົງຄົງຕົວໃນປະຫວັດສາດ ແລະ ໃນຈິດໃຈຂອງບັນດານັກບິນທະຫານ ແລະ ປະຊາຊົນລຸ້ນຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ