ສິລະປິນດີເດັ່ນ ຊາງເຊັດ ປະກອບສ່ວນ ຮັກສາ ພັດທະນາວັດທະນະທຳເຜົ່າ ຂະແມ

(VOVWORLD) -ສິລະປິນດີເດັ່ນ ຊາງເຊັດ ມີຊື້ແທ້ວ່າ ແທັກເຊັດ ເກີດປີ 1952 ແມ່ນຊາວເຜົ່າ ຂະແມ ຢູ່ແຂວງ ຈ໋າວິງ. ທ່ານ ແມ່ນນັກຄົ້ນຄວ້າວັດທະນະທຳເຜົ່າ ຂະແມ, ນັກທິດສະດີ, ນັກຕຳນິວິຈານເວທີສະແດງ   ແລະ ມີການປະກອບສ່ວນຢ່າງຫຼວງຫຼາຍ ເຂົ້າໃນການອະນຸລັກຮັກສາ ແລະ ພັດທະນາວັດທະນະທຳເຜົ່າຂະແມ.
ສິລະປິນດີເດັ່ນ ຊາງເຊັດ ປະກອບສ່ວນ ຮັກສາ ພັດທະນາວັດທະນະທຳເຜົ່າ ຂະແມ - ảnh 1ສິລະປິນດີເດັ່ນ ຊາງເຊັດ

    ສິລະປິນດີເດັ່ນ ຊາງເຊັດ ມີຄວາມເຂົ້າໃຈ ແລະ ມີທັກສະທາງດ້ານວັດທະນະທຳພື້ນເມືອງເຜົ່າ ຂະແມ ໂດຍຜ່ານໄລຍະຮຽນຮູ້ ເກັບກຳ ຄົ້ນຄວ້າ ແລະ ປະດິດຄິດແຕ່ງນັບແຕ່ປີ 1946. ທ່ານໄດ້ເຄີຍຮຽນ ຢູ່ມະຫາວິທະຍາໄລເວທີສະແດງ, ເມື່ອໄດ້ຮຽນຈົບຈາກໂຮງຮຽນແຫ່ງນີ້ ທ່ານ ແທັກເຊັດ ໄດ້ຊອກຮູ້ມານະພະຍາຍາມປະດິດຄິດແຕ່ງ ຢ່າງບໍ່ຢຸດຢັ້ງ ແລະ ໄດ້ຖ່າຍທອດອາຊີບໃຫ້ລຸ້ນໜຸ່ມ. ທ່າໄດ້ປຽບຂອງທ່ານ ແມ່ນເຄີຍໄດ້ເຄື່ອນໄຫວໃນຂົງເຂດສິລະປະອາຊີບ ນັ້ນແມ່ນເປັນສະມາຊິກໃນກອງສິລະປະກອນ ແອັ໊ງບິ່ງມິງ ຂອງແຂວງ ຈ໋າວິງ   ເປັນເລາ 14 ປີ (1976 - 1990) ແລະ ໄດ້ຜ່ານການດຳລົງບັນດາຕຳແໜ່ງຄຸ້ມຄອງ ໃນຂົງເຂດວັດທະນະທຳ ສັງຄົມ ຄື ຫົວໜ້າຂະແໜງວິຊາສະເພາະພະແນກວັດທະນະທຳຖະແຫຼງຂ່າວ ແລະ ທ່ອງທ່ຽວແຂວງ ຈ໋າວິງ (1990 - 1993), ຫົວໜ້າສູນວັດທະນະທຳແຂວງ ຈ໋າວິງ (1993 - 1999); ຮອງປະທານຄະນະກຳມະການແນວໂຮມປະເທດຊາດ ແຂວງ ຈ໋າວິງ (1999 - 2004); ຮອງຜູ້ອຳນວຍການສະຖານີ ວິທະຍຸ ໂທລະພາບ ແຂວງ ຈ໋າວິງ (2010 - 2012). ສິລະປິນ ແທັກເຊັດ ໃຫ້ຮູ້ວ່າ:

      “ສິລະປະສະແດງບົນເວທີ, ຟ້ອນ, ວັນນະຄະດີ ກໍ່ແມ່ນບັນດາກິດຈະກຳທີ່ຂ້າພະເຈົ້າໄດ້ ແລະ ພວມປະຕິບັດ ບັນດາກິດຈະກຳຄົ້ນຄວ້ານີ້ ພວມໄດ້ຮັບການລົງທຶນຈາກສູນກາງ. ວຽກງານໃນແຕ່ລະວັນຂອງຂ້າພະເຈົ້າ ແມ່ນຮຽບຮຽງ, ບັນນາທິການ, ພິມຈຳໜ່າຍ, ຮັບຜິດຊອບກ່ຽວກັບວາລະສານ ວັນນະສິນ ຂະແມ ແຂວງ ຈ໋າວິງ. ນີ້ແມ່ນວາລະສານແຕ່ງດ້ວຍພາສາ ຂະແມ ພຽງອັນດຽວຢູ່ເຂດພາກໃຕ້ ເພື່ອໃຊ້ລວມໃຫ້ແກ່ທັງເຂດພາກໃຕ້ ແລະ ບັນດາຜູ້ແຕ່ງບໍ່ພຽງແຕ່ຢູ່ໃນແຂວງ ຈ໋າວິງ ເທົ່ານັ້ນ, ຜູ້ແຕ່ງຍັງແມ່ນຊາວຕ່າງແຂວງ ເຂົ້າຮ່ວມອີກດ້ວຍ.ຂ້າພະເຈົ້າຍັງຮຽບຮຽງຫຼັກສູດການສອນ ກ່ຽວກັບຮີດຄອງປະເພນີຂອງບັນດາເຜົ່າເຂດພາກໃຕ້ ແລະ ໄດ້ພິມເປັນປຶ້ມຫຼັກສູດການສອນປີ 2022”.

     ສິລະປິນດີເດັ່ນ ແທັກເຊັດ ກໍ່ແມ່ນຜູ້ແຕ່ງປຶ້ມນັບ 10 ເຫຼັ້ມ, ໃນນັ້ນກິດຈະກຳສິລະປະສະແດງບົນເວທີ ຢູ່ເກ ເຜົ່າຂະແມພາກໃຕ້ ກໍ່ແມ່ນກິດຈະກຳຄົ້ນຄວ້າຢ່າງ ສຸດຈິດສຸດໃຈຂອງທ່ານ ແລະ ຖືກສະມາຄົມວັນນະຄະດີສິລະປະແຂວງ ຈ໋າວິງ ແລະ ສຳນັກພິມວັດທະນະທຳບັນດາເຜົ່າ ຈຳໜ່າຍເມື່ອປີ 2019. ເມື່ອເວົ້າເຖິງ ສິລະປິນດີເດັ່ນ ແທັກເຊັດ ພະອາຈານໃຫຍ່ ກີມແມັ້ງ ສັງກັດສະມາຄົມວັນນະຄະດີສິລະປະແຂວງ ຈ໋າວິງ, ສະມາຊິກສະມາຄົມວັນນະຄະດີສິລະປະບັນດາເຜົ່າສ່ວນໜ້ອຍ ຫວຽດນາມ ໄດ້ຕີລາຄາວ່າ:

     “ສິລະປິນດີເດັ່ນ ແທັກເຊັດ ແມ່ນສິລະປິນທີ່ມີຄວາມເກັ່ງກ້າ, ມີພອນສະຫວັນ ສິລະປິນດີເດັ່ນ ແທັກເຊັດ  ມີຫຼາຍດ້ານດີ, ທີໜຶ່ງ ແມ່ນສາມາດປະພັນເພງ, ກາບກອນ, ປະພັນທຳນອງເພງຂັບ ຕວງ, ຢູ່ເກ ມ່ວນທີ່ສຸດ, ສາມາດແປຈາກພາສາຂະແມ ອອກເປັນພາສາ ຫວຽດ ເປັນຢ່າງດີທີ່ສຸດ”. ທ່ານ ແທັກເຊັດ ເຄີຍເປັນຫົວໜ້າຄະນະສິລະປະກອນອາຊີບເຜົ່າ ຂະແມ ແອັ໊ງບິ່ງມິງ, ທ່ານໄດ້ມີບາງບົດຟ້ອນ ໄດ້ຮັບລາງວັນ ຢູ່ພາຍໃນປະເທດ ໂດຍຜ່ານກອງສິລະປະກອນ ແອັ້ງບິ່ງມິງ. ໃນໄລຍະເຄື່ອນໄຫວສິລະປະ, ທ່ານເຄີຍຖືກລັດຖະບານ ຫວຽດນາມ ແຕ່ງຕັ້ງໄປຍັງ ກຳປູເຈຍ ເປັນນັກຊ່ຽວຊານໃນຂົງເຂດວັດທະນະທຳ. ພິເສດທ່ານເປັນຜູ້ແປພາສາ ເຂົ້າຮ່ວມໃນການຮຽບຮຽງວັດຈະນານຸກົມ ພາສາຂະແມ - ຫວຽດນາມ, ຫວຽດນາມ - ຂະແມ ເຊິ່ງແມ່ນກິດຈະກຳຄົ້ນຄວ້າວິທະຍາສາດໃຫຍ່ພໍສົມຄວນ. ທ່ານ ແທັກເຊັດໃຫ້ຮູ້ວ່າ:

      “ວັດຈະນານຸກົມນີ້ ແມ່ນກິດຈະກຳຄົ້ນຄວ້າ ໂດຍກະຊວງສຶດສາ ແລະ ກໍ່ສ້າງ ຫວຽດນາມ ສົມທົບກັບກະຊວງສຶກສາຊາວໜຸ່ມ ກຳປູເຈຍ ປະຕິບັດ. ຂ້າພະເຈົ້າກໍ່ເປັນສະມາຊິກໃນຄະນະຮຽບຮຽງວັດຈະນານຸກົມ”.

       ປີ 2016 ທ່ານ ແທັກເຊັດ ໄດ້ຮັບນາມມະຍົດ ສິລະປິນດີເດັ່ນຈາກປະທານປະເທດ ຍ້ອນມີບັນດາການອຸທິດສ່ວນເຂົ້າໃນການອະນຸລັກຮັກສາ ແລະ ພັດທະນາພື້ນຖານວັດທະນະທຳຂອງບັນດາເຜົ່າ. ປັດຈຸບັນເຖິງວ່າທ່ານໄດ້ພັກກິນເບ້ຍບຳນານແລ້ວກໍ່ຕາມ ແຕ່ສິລະປິນດີເດັ່ນ ແທັກເຊັດ ຍັງຄົງເມົາມົວກັບການເກັບກຳ ຄົ້ນຄວ້າ ຮຽບຮຽງບັນດາຮູບແບບ ວັດທະນະທຳບໍ່ເປັນວັດຖຸຂອງຊາວເຜົ່າ ຂະແມ ອີກດ້ວຍ. ນີ້ແມ່ນເອກະສານວັດຖຸ ວາດພາບເຖິງຄວາມເປັນເອກະລັກສະເພາະ ທາງດ້ານວັດທະນະທຳເຜົ່າ ຂະແມ ພ້ອມທັງຊ່ວຍວັງການນັກສິລະປິນ ນັກປະພັນ ນຳໃຊ້, ສິດສອນ ແລະ ສະແດງບັນດາຮູບແບບສິລະປະວັດທະນະທຳເຜົ່າ ຂະແມ.

ຕອບກັບ

ຂ່າວ/ບົດ​ອື່ນ