ສະຫາຍ ດົ່ງ​ສີ໊ງວຽນ - ນາຍພົນຕິດ​ພັນ​ກັບ​ເສັ້ນທາງ ​ໂຮ່ຈີ​ມິນ

(VOVWORLD) -     ວັນທີ 10 ເມສາ 2019, ລັດ, ລັດຖະບານ, ກອງທັບປະຊາຊົນຫວຽດນາມ ໄດ້ຈັດພິທີໄວ້ອາໄລທ່ານພົນຕີ ດົ່ງສີ໊ງວຽນ (1923  2019) ເຊິ່ງເປັນໜຶ່ງໃນບັນດານາຍພົນທີ່ດີເລີດຂອງກອງທັບປະຊາຊົນຫວຽດນາມ. ໃນຊີວິດການປະຕິວັດ ແລະ ເປັນທະຫານຂອງຕົນ, ສື່ສຽງວຽກງານຂອງທ່ານ ບໍ່ພຽງແຕ່ຕິດພັນກັບບັນດາຜົນງານຢູ່ເສັ້ນທາງ ພູຫຼວງ (ເຈຶື່ອງເຊີນ) - ເສັ້ນທາງໂຮ່ຈີມິນ ແຫ່ງເທບນິຍາຍເທົ່ານັ້ນ, ຫາກຍັງສ້າງຂີດໝາຍຫຼາຍຢ່າງທີ່ເປັນໜ້າປະທັບໃຈ ຕໍ່ບັນດາກິດຈະກໍາສະຕະວັດທີ່ມີຄວາມໝາຍສໍາຄັນໃນການພັດທະນາເສດຖະກິດ-ສັງຄົມ ແລະ ການປົກປັກຮັກສາປະເທດຊາດອີກດ້ວຍ.

ໃນການຕໍ່ຕ້ານຕ້ານຈັກກະພັດ ອາເມລິກາ, ເພື່ອເພີ່ມທະວີວຽກງານການບັນຊາ, ຍົກສູງປະສິດທິຜົນໃນການຊ່ວຍໜູນຈາກແນວຫຼັງຢູ່ພາກເໜືອໄປໃຫ້ສະໜາມຮົບຢູ່ພາກໃຕ້, ເດືອນມັງກອນ 1967,  ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຕົກລົງມອບໃຫ້ທ່ານ ພັນເອກ ດົ່ງສີ໊ງວຽນ ເປັນຜູ້ບັນຊາກອງທະຫານ 559 (ກອງຂົນສົ່ງການທະຫານຍຸດທະສາດ ພູຫຼວງ (ເຈື່ອງເຊີນ). ການຕົກລົງເຫັນດີຄັ້ງປະຫວັດສາດນີ້ ໄດ້ເຮັດໃຫ້ຊາຕາກໍາຂອງຄົນຜູ້ໜຶ່ງມີການປ່ຽນແປງ, ສ້າງຊື່ສຽງຮຽງນາມໃນຍຸກສະໄໝເທື່ອລະກ້າວ, ພ້ອມທັງປະກອບສ່ວນສ້າງບັນດາຜົນງານການສູ້ຮົບທີ່ສະຫງ່າອົງອາດຢູ່ເສັ້ນທາງພູຫຼວງ (ເຈື່ອງເຊີນ) ເທບນິຍາຍ.  ບໍ່ພຽງແຕ່ສະແດງໃຫ້ເຫັນຜ່ານຄວາມເກັ່ງກ້າສາມາດໃນການ “ວາງທິດທາງ, ຊີ້ບອກທາງ” ເທົ່ານັ້ນ, ຜູ້ບັນຊາການ ດົ່ງສີ໊ງວຽນ ຍັງໄດ້ຊີ້ນໍາທະຫານ ເຈື່ອງເຊີນ ຂະຫຍາຍລະບົບເສັ້ນທາງຮັບໃຊ້ພະລາທິການຍຸດທະສາດໂດຍກົງຕື່ມອີກ, ປະກອບສ່ວນຊ່ວຍໜູນໃຫ້ແກ່ສະໜາມຮົບພາກໃຕ້ໃນການຕໍ່ຕ້ານຕ້ານຈັກກະພັດ ອາເມລິກາ, ປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ. ໂດຍມີຄວາມຜູກພັນກັບເສ້ັນທາງພູຫຼວງ ເຈື່ອງເຊີນ ໃນໄລຍະດຸເດືອດທີ່ສຸດ (1967 – 1975), ຍິ່ງກວ່າຜູ້ໃດໝົດ ທ່ານເປັນຜູ້ເຂົ້າໃຈຄວາມໝາຍ ແລະ ຄວາມສາມາດບົ່ມຊ້ອນອັນໃຫຍ່່ຫຼວງຂອງເສັ້ນທາງດັ່ງກ່າວ ໃນການພັດທະນາເສດຖະກິດ-ສັງຄົມ ໄລຍະຫັນປະເທດເປັນປະເທດອຸດສາຫະກໍາ, ທັນສະໄໝ ແລະ ປົກປັກຮັກສາປະເທດຊາດ. ທ່ານພົນຈັດຕະວາ ຫວໍ໊ເສີ໋, ປະທານສະມາຄົມມູນເຊື້ອເຈື່ອງເຊີນ - ເສັ້ນທາງ ໂຮ່ຈີມິນ ເລົ່າສູ່ຟັງວ່າ:

        “ພົນຕີ ດົ່ງສີ໊ງວຽນ ແມ່ນຜູ້ສະເໜີຕໍ່ພັກ, ລັດ ເປີດເສ້ັນທາງ ໂຮ່ຈີີມິນ ທາງເບື້ອງຕາເວັນຕົກ ຂອງສາຍພູຫຼວງ  ແລະ ຕັ້ງຊື່ເສັ້ນທາງວ່າ ໂຮ່ຈີມິນ. ໂດຍເລີ່ມຈາກເຂດ ບັກບໍ໊, ແຂວງກາວບັ່ງຈົນໄປ ຮອດ ແຫຼມ ກາເມົາ. ທັງມີຄຸນລັກສະນະການປ້ອງກັນຊາ ແຕ່ກໍທັງແມ່ນບັນຫາຮັບປະກັນຊີວິດສັງຄົມ. ເມື່ອເປີດເສັ້ນທາງ ໂຮ່ຈີມິນ, ບໍ່ມີເສັ້ນທາງໃດທີ່ຄົດລ້ຽວໄປຕາມຮ່ອມພູ ຄືກັນເສັ້ນທາງເບື້ອງທິດ ຕາເວັນຕົກ ໃນປັດຈຸບັນ, ມີພຽງແຕ່ເສັ້ນທາງເບື້ອງທິດຕາເວັນອອກເທົ່ານັ້ນ. ແຕ່ວ່າ ທ່ານພົນຕີ ດົ່ງສີ໊ງວຽນ ຍັງຕັດສິນໃຈກໍ່ສ້າງເສັ້ນທາງໄປເບື້ອງຕາເວັນອອກ. ນີ້ກໍແມ່ນການຕັດສິນໃຈທີ່ກ້າຫານ ແລະ ເດັດດ່ຽວ”.

        ໃນຖານະຕໍາແໜ່ງວຽກງານຕ່າງໆ, ໃນສະໄໝສັນຕິພາບ ກໍຄືໃນໄລຍະປ່ຽນແປງໃໝ່ປະເທດຊາດ, ເມື່ອທ່ານດໍາລົງຕໍາແໜ່ງເປັນລັດຖະມົນຕີກະຊວງກໍ່ສ້າງ, ແລ້ວກໍ່ເປັນຮອງປະທານສະພາລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງຫວຽດນາມ, ທ່ານ ພົນຕີ ດົ່ງສີ໊ງວຽນ ໄດ້ສຸມສະຕິປັນຍາ ແລະ ເຫື່ອແຮງຂອງຕົນເຂົ້າໃນການແກ້ໄຂບັນຫາຄວາມຫຍຸ້ງຍາກຂອງປະເທດໃນຄາວນັ້ນ. ພາຍໃຕ້ການຊີ້ນໍາ, ນໍາພາຂອງທ່ານ, ບັນດາກິດຈະກໍາອຸດສາຫະກໍາຂະໜາດໃຫຍ່ມີບົດບາດສໍາຄັນໃນການພັດທະນາເສດຖະກິດຄື ໂຮງງານຜະລິດ ຊີມັງ ບີ໊ມເຊີນ, ແທັງຮວ໊າ, ໂຮງງານຜະລິດໄຟຟ້ານໍາໃຊ້ພະລັງຄວາມຮ້ອນ ຝ໋າລ້າຍ, ເຂດຫຼອມຂາງແລະເຫຼັກ ທ໊າຍງວຽນ, ໂຮງງານຜະລິດຊີມັງຫ໋າຍຟ່ອງ...., ເຂື່ອນໄຟຟ້ານໍ້າຕົກຮວ່າບິ່ງໄດ້ຮັບການກໍ່ສ້າງຂຶ້ນ. ຂົວເຈືອງເຢືອງ ເຊິ່ງເປັນຂົວໃຫຍ່ແຫ່ງທໍາອິດຂອງຂະແໜງຄົມມະນາຄົມ ໄດ້ສ້າງສໍາເລັດກ່ອນກໍານົດເວລາວາງອອກ, ຮັບປະກັນທາງດ້ານເຕັກນິກ, ປອດໄພ ແລະ ປະຢັດມັດທະຢັດ... ກໍໄດ້ສ້າງຕັ້ງຂຶ້ນໃນຈຸດເວລານັ້ນ, ອັນໄດ້ສະແດງໃຫ້ເຫັນຄວາມໃກ້ຊິດຕິດແທດ, ວິໄສທັດຍຸດທະສາດ, ສະພາບຄວາມຈິງຂອງທ່ານພົນຕີ ດົ່ງສີ໊ງວຽນ ກັບການພັດທະນາຂອງປະເທດຊາດ. ເມື່ອເວົ້າເຖິງຂີດໝາຍຂອງທ່ານພົນຕີ ດ່ົງສີ໊ງວຽນ, ທ່ານ ຫງວຽນແມ້ງກ໋ຽມ ອະດີດລັດຖະມົນຕີກະຊວງກໍ່ສ້າງຫວຽດນາມ ໃຫ້ຂໍ້ສັງເກດວ່າ:

        “ເພິ່ນມີວິໄສທັດຍຸດທະສາດອັນກວ້າງໄກ, ເມື່ຶອສ້າງແຜນການ ແລະ ວາງແຜນກໍານົດບັນດາແຜນຮ່າງ, ບັນດາການວາງແຜນກ່ຽວກັບການກໍານົດທິດພັດທະນາຂອງຂະແໜງໃນເງື່ອນໄຂທີ່ປະເທດພວມປະເຊີນໜ້າກັບວຽກງານສັບສົນຍາກທີ່ຈະຄາດຄະເນລ່ວງໜ້າໄດ້ ແລະ ກໍາລັງຄວາມສາມາດທາງດ້ານເສດຖະກິດເຕັກນິກກໍຍັງບໍ່ພຽງພໍ ເພື່ອຕອບສະໜອງ ຄວາມມຸ່ງມາດປາດຖະໜາ. ແຕ່ຍ້ອນມີວິໄສທັດ, ຮູ້ຈັກໝູນໃຊ້ ແລະ ຊີ້ນໍາພວກຂ້າພະເຈົ້າປະຕິບັດຕາມການກໍານົດທິດຊີ້ນໍາຢ່າງລະອຽດ ແລະ ແທດຈິງ”.

        ເຖິງວ່າ ໄລຍະທີ່ທ່ານໄດ້ພັກກິນເບ້ຍບໍານານ, ອາຍຸສູງແລ້ວ ກໍຕາມ ແຕ່ດ້ວຍວິໄສທັດມອງກວ້າງເຫັນໄກ ແລະ ດ້ວຍປະສົບການຕົວຈິງ, ທ່ານພົນຕີ ດົ່ງສີ໊ງວຽນ ໄດ້ສະເໜີຕໍ່ລັດຖະບານ ເປີດເສັ້ນທາງໂຮ່ຈີມິນ ອອກໄປທາງເບື້ອງຕາເວັນຕົກນັບແຕ່ ແຄກາດ, ກວ໋າງບິງ ໄປຮອດເຂດ ໄຕງວຽນ. ຕາມທ່ານ ດົ່ງສີງວຽນແລ້ວ ທາງເບື້ອງຕາເວັນຕົກ ສາຍພູຫຼວງ ມີທ່າໄດ້ປຽບຫຼາຍຢ່າງໃນການປົກປັກຮັກສາປະເທດຊາດ, ທັງຮັບປະກັນວຽກງານພະລາທິການ ແລະ ຍັງຫຼີກລ້ຽງໄດ້ໄລຍະຍິງຂອງປືນໃຫຍ່ທີ່ຍິງຈາກທະເລ, ພ້ອມທັງ ເສີມຂະຫຍາຍກໍາລັງຄວາມສາມາດພັດທະນາເສດຖະກິດສັງຄົມ.

        ເສັ້ນທາງ ໂຮ່ຈີມິນ ໃນປັດຈຸບັນ ແມ່ນມີຈຸດເລີ່ມຕົ້ນແຕ່ພາກເໜືອຈົນໄປຮອດພາກໃຕ້, ຄົດລ້ຽວໄປຕາມສາຍພູຫຼວງ, ເຊິ່ງແມ່ນເສັ້ນທາງທີ່ ນັກຮົບ ເຈື່ອງເຊີນ ບໍ່ຮູ້ໄດ້ວ່າ ເທົ່າໃດຄົນໄດ້ເສຍສະຫຼະເລືອດເນື້ອ, ກໍາລັງເຫື່ອແຮງ, ຍາມໃດກໍຈະຈົດຈໍາບັນດາຂີດໝາຍທີ່ໜ້າປະທັບໃຈຂອງຜູ້ບັນຊາການທະຫານ ພູຫຼວງ (ເຈື່ອງເຊີນ) ນີ້ໄປຕະຫຼອດການ. ໄຊຊະນະຄັ້ງປະຫວັດສາດເມື່ອລະດູບານໃໝ່ປີ 1975 ໄດ້ນໍາເອົາຊື່ສຽງຮຽງນາມຂອງທ່ານ, ຊື່ສຽງຂອງບັນດານາຍ ແລະ ພົນທະຫານຂົນສົ່ງລໍາລຽງອອກສູ່ສາກົນ ແລະ ກາຍເປັນຜົນງານທີ່ມະຫັດສະຈັນໃນປະຫວັດສາດການທະຫານຂອງປະເທດຫວຽດນາມ./.

ຕອບກັບ

ຂ່າວ/ບົດ​ອື່ນ