ຫງວຽນຮົ່ງດຶກ, ນັກສຶກສາພະແນກແພດສາດປະດິດສ້າງ ເຄື່ອງໃສ່ທໍ່ຊ່ວຍຫາຍໃຈປິ່ນປົວໂຄວິດ - 19

(VOVWORLD) -           ດ້ວຍຄວາມຊົມຊອບເຕັກໂນໂລຊີແລະມານະອົດທົນຊອກຮູ້ບັນດາສິ່ງທີ່ໃໝ່ອ່ຽມໃນຂົງເຂດແພດສາດ, ທ້າວຫງວຽນຮົ່ງດຶກນັກສຶກປີທີ 3 ພະແນກແພດສາດມະຫາວິທະຍາໄລບວນມາທວດໃນແຂວງດັກລັກໄດ້ປະດິດສ້າງເຄື່ອງໃສ່ທໍ່ຊ່ວຍຫາຍໃຈຕິດກາເມຣາຢ່າງສຳເລັດຜົນ. ນີ້ແມ່ນເຄື່ອງໃສ່ທໍ່ຊ່ວຍຫາຍໃຈໃຫ້ແກ່ຄົນເຈັບຕິດໂຄວິດ - 19 ຢ່າງໄວແລະຊັດເຈນທີ່ສຸດ.ພິເສດເຄື່ອງມືນີ້ໄດ້ປະກອບສ່ວນຊ່ວຍໜູນແລະ ຈຳກັດການຕິດແປດສຳລັບທ່ານໝໍໃນເວລາປິ່ນປົວສຸກເສີນໃຫ້ແກ່ຜູ້ຕິດເຊື້ອໂຄວິດ - 19 ຢ່າງມີປະສິດທິຜົນ
ຫງວຽນຮົ່ງດຶກ, ນັກສຶກສາພະແນກແພດສາດປະດິດສ້າງ ເຄື່ອງໃສ່ທໍ່ຊ່ວຍຫາຍໃຈປິ່ນປົວໂຄວິດ - 19 - ảnh 1ຫງວຽນຮົ່ງດຶກ ນັກສຶກສາພະແນກແພດສາດ ປະດິດສ້າງເຄື່ອງໃສ່ທໍ່ຊ່ວຍຫາຍໃຈປິ່ນປົວໂຄວິດ - 19

     ຂະແໜງປິ່ນປົວສຸກເສີນໂຮງໝໍປິ່ນປົວໂຄວິດ - 19 ຈືງເວືອງ ນະຄອນໂຮ່ຈີມິນແມ່ນຫົວໜ່ວຍພວມນຳໃຊ້ເຄື່ອງໃສ່ທໍ່ຊ່ວຍຫາຍໃຈໂດຍຫງວຽນຮົ່ງດຶກຜະລິດ. ປອ. ທ່ານໝໍ ຟ້າມງອກຮຸຍຕ໊ວນ ຫົວໜ້າຂະແໜງໃຫ້ຮູ້ວ່າເຄື່ອງມືຊຸດນີ້ ກໍ່ມີກາເມຣາແລະໜ້າຈໍສາມາດນຳໃຊ້ແລະປະກອບຢ່າງງ່າຍດາຍນັ້ນກໍ່ມີບັນດາຈຸດດີຫຼາຍກວ່າເມື່ອທຽບໃສ່ຜະລິດຕະພັນປະເພດດຽວ. ທ່ານໝໍຟ້າມງອກຮຸຍຕ໊ວນໃຫ້ຮູ້ວ່າ:

     “ກາເມຣານີ້ກໍ່ມີລັກສະນະພິເສດກວ່າຍ້ອນສາມາດດັດປັບໄລຍະຂອງສາຍຕານັ້ນກໍ່ມີຄວາມສະດວກທີ່ສຸດຊ່ວຍໃຫ້ແພດໝໍສາມາດເຫັນຢູ່ທາງໃນຢ່າງງ່າຍດາຍກວ່າເພື່ອນຳທໍ່ເຂົ້າຫຼອດລົມ. ພິເສດໃນເວລາປິ່ນປົວສຸກເສີນໃຫ້ຄົນເຈັບຕິດໂຄວິດ - 19, ກາເມຣານີ້ໄດ້ຊ່ວຍໃຫ້ເຮົາຢືນຢູ່ໄກກໍ່ສາມາດວາງທໍ່ຊ່ວຍຫາຍໃຈໄດ້ສະດວກສະບາຍແລະ ທ່ານໝໍບໍ່ຕ້ອງສຳພັດໃກ້ກັບຄົນເຈັບ”.

     ຫງວຽນຮົ່ງດຶກແບ່ງປັນວ່າລາວໄດ້ເລີ່ມມີແນວຄວາມຄິດປະດິດສ້າງເຄື່ອງໃສ່ທໍ່ຊ່ວຍຫາຍໃຈຕິດກາເມຣາມາແຕ່ປີ 2018.ຜ່ານການທົດລອງແລະດັດແປງມາຫຼາຍຄັ້ງ ຮອດຕົ້ນປີ 2021 ຈຶ່ງມີຜະລິດຕະພັນຊຸດໜຶ່ງສົມບູນແບບແລະໄດ້ຖືກວາງຂາຍໃນທ້ອງຕະຫຼາດ. ນີ້ແມ່ນເຄື່ອງຊ່ວຍທ່ານໝໍວາງທໍ່ຊ່ວຍຫາຍໃຈໃນຫຼອດລົມຂອງຄົນເຈັບໃນກໍລະນີປປິ່ນປົວສຸກເສີນສຳລັບຄົນເຈັບເກີດອາການຫາຍໃຈຊຸດໂຊມຫຼືສະຫຼົບ, ເສຍສະຕິ. ເຄື່ອງຊຸດນີ້ ບໍ່ພຽງແຕ່ແກ້ໄຂບາງຈຸດອ່ອນເມື່ອທຽບໃສ່ອຸປະກອບທີ່ເຄີຍນຳໃຊ້ມາແລ້ວ, ພ້ອມນັ້ນລາຄາຜະລິດຕະພັນພຽງປະມານ 5.000.000 ດົ່ງຖືກກວ່າທົບ 20 ເທົ່າເຄື່ອງທີ່ນຳເຂົ້າຈາກເຢຍລະມັນຫຼືອາເມລິກາ. ຫງວຽນຮົ່ງດຶກແບ່ງປັນອີກວ່າ:

     “ຈາກການລົງໄປຝຶກຫັດຢູ່ໂຮງໝໍຫຼາຍຄັ້ງ, ຂ້າພະເຈົ້າເຫັນມີຫຼາຍກໍລະນີທີ່ບັນດາແພດໝໍປະສົບກັບຄວາມຫຍຸ້ງຍາກເມື່ອໃສ່ທໍ່ຊ່ວຍຫາຍໃຈແກ່ຄົນເຈັບ. ກະໂຕນ້ອງເອງກໍ່ແມ່ນຜູ້ຊົມຊອບເຕັກໂນໂລຊີແລະໄດ້ຊ້ອກຮູ້ກ່ຽວກັບອຸປະກອນການແພດບາງຢ່າງແລະໄດ້ເຫັນວ່າມີເຄື່ອງຊ່ວຍໜູນການວາງທໍ່ຊ່ວຍຫາຍໃຈຕິດກາເມຣາໄດ້ປະຕິບັດຢ່າງວ່ອງໄວແລະຊັດເຈນກວ່າແຕ່ເຄື່ອງອຸປະກອນເຫຼົ່ານີ້ເມື່ອນຳເຂົ້າຫວຽດນາມກໍ່ມີລາຄາສູງທີ່ສຸດ”.

     ປອ.ນາງໝໍ ເຈິ່ນທິແທັງ ຫົວໜ້າຂະແໜງແພດສາດມະຫາວິທະຍາໄລບວນມາທວດໃຫ້ຮູ້ວ່າເມື່ອໄດ້ຍິນຫງວຽນຮົ່ງດຶກສະແດງແນວຄວາມຄິດປະດິດສ້າງຜະລິດຕະພັນ, ບັນດາຄູອາຈານໃນພະແນກກໍ່ລ້ວນແຕ່ມີຄວາມສົນໃຈແລະຊ່ວຍໜູນເພື່ອໃຫ້ ດຶກມີເງື່ອນໄຂທົດລອງແລະປະຕິບັດຂັ້ນຕອນເຕັກນິກແລະຢັ້ງຢືນຜະລິດຕະພັນໃຫ້ສຳເລັດ. ປອ. ນາງໝໍເຈິ່ນທິແທັງ ໃຫ້ຮູ້ວ່າ:

      “ຂ້າພະເຈົ້າໄດ້ປຶກສາກັບນັກລົງທຶນແລະຄະນະບໍດີຂອງໂຮງຮຽນ ຈະຍາມໃດກໍ່ຮ່ວມກັບນ້ອງບ່ອນໃດມີຄວາມຕ້ອງການກໍ່ຈະສືບຕໍ່ຜະລິດເຄື່ອງອຸປະກອນເຫຼົ່ານີ້ເພື່ອສະໜອງໃຫ້ແກ່ໂຮງໝໍເມື່ອມີຄວາມຕ້ອງການ. ເຂົາເຈົ້າສາມາດສັ່ງຊື້ຍ້ອນລາຄາຖືກ ເມື່ອທຽບໃສ່ເຄື່ອງອຸປະກອບເຊັ່ນດຽວກັນຂອງໂລກ”.

      ໃນໄລຍະຮ່ຳຮຽນຢູ່ຂະແໜງແພດສາດ, ດຶກໄດ້ຊອກຮູ້ ແລະປະດິດຄິດສ້າງບັນດາຮູບແບບຜ່າຕັດເພື່ອໃຫ້ນັກສຶກສາສາມາດເຮັດເອງແລະປະຕິບັດຢ່າງງ່າຍດາຍ.ຮູບແບບເຫຼົ່ານີ້ ໄດ້ຮັບການຕີລາຄາສູງແລະໄດ້ຮັບລາງວັນຈາກມະຫາວິທະຍາໄລບວນມາທວດ.ຫງວຽນຮົ່ງດຶກເວົ້າຕໍ່ໄປວ່າ:

     “ສິ່ງທີ່ຂ້າພະເຈົ້າເປັນຫວ່ງແມ່ນອຸປະກອບການແພດເກືອບທັງໝົດຈາກງ່າຍດາຍຕະຫຼອດຮອດສັບສົນຢູ່ ຫວຽດນາມກໍ່ລ້ວນແຕ່ນຳເຂົ້າຈາກຕ່າງປະເທດດ້ວຍລາຄາສູງທີ່ສຸດ, ໃນຂະນະທີ່ລະດັບວິທະຍາສາດຂອງຊາວໜຸ່ມຫວຽດນາມແມ່ນສາມາດປະຕິບັດໄດ້. ກະຊວງສາທາລະນະສຸກແລະບັນດານັກວິທະຍາສາດຄວນຮ່ວມກັນເພື່ອປຶກສາທິດທາງເພື່ອຜະລິດອອກບັນດາຜະລິດຕະພັນຂອງຫວຽດນາມ ທີ່ນຳມາຊຶ່ງຜົນປະໂຫຍດໃຫ້ແກ່ຊາວຫວຽດນາມ”.

       ຜົນສຳເລັດຈາກບັນດາຜະລິດຕະພັນຂອງຫງວຽນຮົ່ງດຶກຈະຊ່ວຍໃຫ້ຄົນເຈັບຫຼາຍຄົນຢູ່ພາຍໃນປະເທດໄດ້ສຳຜັດກັບບັນດາຜະລິດຕະພັນການແພດທີ່ມີຄຸນນະພາບດ້ວຍລາຄາຕ່ຳກວ່າເມື່ອທຽບໃສ່ບັນດາຜະລິດຕະພັນທີ່ນຳເຂົ້າຈາກຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ