ຫ້ອງຮຽນບໍ່ມີພົມແດນຂອງເອື້ອຍຄູ ຊາວເຜົ່າເມື່ອງ ຖືກຈັດເຂົ້າໃນບັນຊີລາຍຊື່ຄູອາຈານ 50 ຄົນທີ່ດີເລີດໃນທົ່ວໂລກ

(VOVWORLD) -ຕອນເຊົ້າວັນທີ 17 ມີນາ ອົງການສຶກສາ ວາກີຟັນແດດຊັນ ໄດ້ປະກາດບັນຊີລາຍຊື່ຄູອາຈານ 50 ຄົນທີ່ດີເລີດ ໃນທົ່ວໂລກປີ 2020. ເອື້ອຍຄູ ຮ່າແອັງເຟື້ອງ ສອນວິຊາພາສາອັງກິດ ຂອງໂຮງຮຽນມັດທະຍົມຕອນປາຍ ເຮືອງເກິ່ນ ຢູ່ເມືອງ ແທັງເຊີນ ແຂວງ ຝູເຖາະ ໄດ້ຖືກອົງການດັ່ງກ່າວເຊີດຊູ ແມ່ນໜຶ່ງໃນຈຳນວນຄູອາຈານ 50 ຄົນທີ່ດີເລີດໃນທົ່ວໂລກໃນປີ 2020 ເຊິ່ງໄດ້ມີການປະກອບສ່ວນພິເສດ ໃຫ້ແກ່ພາລະກິດການສຶກສາ
ຫ້ອງຮຽນບໍ່ມີພົມແດນຂອງເອື້ອຍຄູ ຊາວເຜົ່າເມື່ອງ ຖືກຈັດເຂົ້າໃນບັນຊີລາຍຊື່ຄູອາຈານ 50 ຄົນທີ່ດີເລີດໃນທົ່ວໂລກ - ảnh 1 ເອື້ອຍຄູ ຮ່າແອັງເຟື້ອງ ສອນວິຊາພາສາອັງກິດ

ການເຊີດຊູນີ້ແມ່ນລາງວັນອັນສົມກຽດ ທີ່ສະຫງວນໃຫ້ແກ່ບັນດາການປະກອບສ່ວນຂອງເອື້ອຍຄູ ຂະນະທີ່ໄດ້ພ້ອມກັບນັກຮຽນຂອງຕົນ ປະກອບສ່ວນສ້າງແຫຼ່ງບັນດານໃຈໃນການຮຽນພາສາອັງກິດ ໃຫ້ແກ່ໄວໜຸ່ມຫຼາຍຄົນ ໂດຍມີຄວາມເປັນກຽດໄດ້ຮັບລາງວັນນີ້, ເອື້ອຍຄູ ຮ່າແອັງເຟື້ອງ ໄດ້ແບ່ງປັນວ່າ:

  “ເມື່ອໄດ້ຮັບຂ່າວນີ້, ກະໂຕເຮົາເອງໄດ້ຕົກສະເງິ ແລະ ມີຄວາມສຸກ ພ້ອມທັງຕື້ນຕັນໃຈ ເພາະວ່າເຮົາຍັງບໍ່ທັນກ້າຄິດເຖິງສິ່ງນີ້. ເມື່ອເຮົາມອບເອກະສານ ເຮົາກໍ່ໄດ້ຮັບການສະໜັບສະໜູນ     ຈາກໜູ່ເພື່ອນຍາດຕິພີ່ນ້ອງຫຼາຍຄົນ, ໃນນັ້ນມີທັງເພື່ອນມິດສາກົນ, ໃນນັ້ນກໍ່ມີທັງບັນດາຜູ້ທີ່ມີຖານະບົດບາດສຳຄັນ ໃນວົງຄະນາຍາດການສຶກສາ”

 ໂດຍໄດ້ກຳເນີດຂຶ້ນຢູ່ເມືອງພູດອຍ ອຽນເລິບ, ເອື້ອຍຄູ ຮ່າແອັງເຟື້ອງ ໄດ້ຮຽນພາສາອັງກິດຢ່າງເປັນລະບົບ ຂະນະທີ່ໄດ້ເລີ່ມຮຽນຢູ່ໂຮງຮຽນຊົນເຜົ່າກິນນອນເມືອງ ອຽນເລິບ. ນາງ ເຟື້ອງ ແມ່ນຜູ້ຍາມໃດກໍ່ມີຄວາມມານະພະຍາຍາມຊອກທຸກໂອກາດ ເພື່ອໄດ້ຮຽນຮູ້ລະດັບພາສາອັງກິດ ໃຫ້ບັນລຸລະດັບຍອດສູງ. ຂີດໝາຍທຳອິດສຳລັບເອື້ອຍຄູ ເຟື້ອງ ແມ່ນໃນປີ 2009 ນາງໄດ້ຮັບລາງວັນ ຮວາຈ້າງງວຽນ ເຊິ່ງແມ່ນລາງວັນສະຫງວນໃຫ້ແກ່ນັກຮຽນເສັງໄດ້ຄະແນນສູງສຸດ ໃນການເສັງຈົບຊັ້ນມັດທະຍົມຕອນປາຍ ໂດຍກະຊວງສຶກສາ  ແລະ ບຳລຸງສ້າງ ຫວຽດນາມ ແລະ ບໍລິສັດ ເຕິນຕ້າວ ມອບໃຫ້. ພາຍຫຼັງໄດ້ຮັບໃບປະກາດສະນິຍາບັດປະລິນຍາໂທ ຂະແໜງພາສາອັງກິດ, ເອື້ອຍຄູໜຸ່ມ ຮ່າແອັງເຟື້ອງ ໄດ້ປະຕິເສດຫຼາຍໂອກາດເຮັດວຽກຢູ່ ຮ່າໂນ້ຍ ເພື່ອກັບເມືອບ້ານເກີດເມືອງນອນເຮັດວຽກ. ນາງໄດ້ເປັນເອື້ອຍຄູສອນພາສາອັງກິດຢູ່ໂຮງຮຽນມັດທະຍົມຕອນປາຍ ເຮືອງເກິ່ນ ເມືອງ ແທັງເຊີນ ແຂວງ ຝູເຖາະ ເຊິ່ງມີ 85% ຈຳນວນນັກຮຽນທັງໝົດແມ່ນຊາວເຜົ່າສ່ວນໜ້ອຍ, ເອື້ອຍຄູ ເຟື້ອງ ບໍ່ພຽງແຕ່ສ້າງ ແລະ ນຳໃຊ້ຫ້ອງຮຽນບໍ່ມີພົມແດນ, ເຊື່ອມຕໍ່ລະຫວ່ງນັກຮຽນກັບບັນດາໂຮງຮຽນໃນທົ່ວໂລກ ໂດຍຜ່ານແອັບ ສະກາຍເທົ່ານັ້ນ, ຫາກຍັງເຂົ້າຮ່ວມການສອນທາງອອນລາຍ ໃຫ້ແກ່ນັກຮຽນຢູ່ທະວີບອື່ນໆຄື ອາຊີ, ເອີລົບ, ອາຟະລິກາ ແລະ ທະວີບອາເມລິກາ. ເອື້ອຍຄູ  ເຟື້ອງ ເວົ້າວ່າ:

  “ກະໂຕເຮົາເອງກໍ່ເຄີຍເປັນນັກຮຽນ ແລະ ໂດຍແມ່ນເອື້ອຍຄູຊາວເຜົ່າເມື່ອງ ເຮົາມີຄວາມເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບຄວາມຫຍຸ້ງຍາກ ຂອງນັກຮຽນຊາວເຜົ່າສ່ວນໜ້ອຍ ເມື່ອຮຽນພາສາອັງກິດ. ເປັນຄັ້ງທຳອິດທີ່ເຮົາໄດ້ນຳໃຊ້ຫ້ອງຮຽນຂ້າມຊາຍແດນ, ນັ້ນແມ່ນເມື່ອເຮົາແມ່ນນັກສຶກສາທີ່ຫາກໍ່ຮຽນຈົບ, ພ້ອມກັບຫ້ອງຮຽນຂ້າມຊາຍແດນ ເຮົາກໍ່ມີການເຄື່ອນໄຫວຫຼາຍຢ່າງ. ພວກຂ້າພະເຈົ້າກໍ່ໄດ້ປະຕິບັດໂຄງການໜຶ່ງ ນັ້ນແມ່ນບັນດາພວກນ້ອງນັກຮຽນ ສົ່ງສານຕ່າງໆຄືຕ້ານຂີ້ເຫຍື້ອ ຢາງປາລະສະຕິກ. ໃນນັ້ນ, ມີກວ່າ 20 ປະເທດເຂົ້າຮ່ວມໂຄງການນີ້”.

ຊົ່ວໂມງຮຽນດ້ວຍຫົວຂໍ້ “ປາສະຈາກຂີ້ເຫຍື່ອ ຢາງປະລາດສະຕິກ” ຂອງເອື້ອຍຄູ ແລະ ນັກຮຽນຂອງໂຮງຮຽນມັດທະຍົມຕອນປາຍ ເຮືອງເກິ່ນ ເມືອງ ແທັງເຊິນ ໄດ້ເລີ່ມຕົ້ນດ້ວຍເລື່ອງ ພວກນ້ອງນັກຮຽນຂຶ້ນສະເໜີທາງອອນລາຍ ກ່ຽວກັບໂຄງການຂອງຕົນ ດ້ວຍພາສາອັງກິດ. ນັກຮຽນ  ຮ່າມາຍເຟືອງ ສັງກັດໂຮງຮຽນມັດທະຍົມຕອນປາຍ ເຮືອງເກິ່ນ ແບ່ງປັນວ່າ:

“ສິ່ງທີ່ພວກນ້ອງຊົມຊອບທີ່ສຸດ ເມື່ອຮຽນນຳເອື້ອຍຄູ ເຟື້ອງ ແມ່ນພວກນ້ອງໄດ້ຕິດຕໍ່ພົວພັນກັບຊາວຕ່າງປະເທດ. ວິທີຮຽນແບບນີ້ແມ່ນໃໝ່ອ່ຽມ ເມື່ອທຽບໃສ່ວິທີຮຽນກ່ອນໜ້ານີ້ ຄືພວກນ້ອງພຽງແຕ່ອ່ານຜ່ານປຶ້ມອ່ານເທົ່ານັ້ນ. ມັນໄດ້ດຶງດູດໃຈພວກນ້ອງຫຼາຍກວ່າ ແລະ ພວກນ້ອງໄດ້ຊອກຮູ້ກ່ຽວກັບຫຼາຍປະເທດໃນໂລກ”.

ສ່ວນອ້າຍຄູ ຫງວຽນດຶກຟອງ ຮອງຫົວໜ້າຄະນະອຳນວຍການໂຮງຮຽນ ແບ່ງປັນວ່າ: ນາງ ເຟື້ອງ ແມ່ນໜຶ່ງໃນບັນດາຄູອາຈານນຳໜ້າໃນການປ່ຽນແປງໃໝ່ ວຽກງານການສອນ ແລະ ມີຫົວຄິດປະດິດສ້າງດ້ວຍຫຼາຍໂຄງການສອນ ໃນຂອບເຂດທົ່ວປະເທດ ແລະ ສາກົນ. ອ້າຍຄູ ຫງວຽນດຶກຟອງ ເວົ້າວ່າ:

“ວິທີການສອນທາງອອນລາຍ ຜ່ານສະກາຍຂອງເອື້ອຍຄູ ເຟື້ອງ ມີກຳລັງແຜ່ຂະຫຍາຍໃນທົ່ວໂຮງຮຽນ. ເປັນຕົ້ນແມ່ນໃນໄລຍະທີ່ນັກຮຽນຕ້ອງພັກຮຽນ ຍ້ອນໂລກລະບາດໂຄວິດ -19. ພວກຂ້າພະເຈົ້າໄດ້ນຳໃຊ້ຮູບການນີ້ ເພື່ອສອນໃຫ້ນັກຮຽນ ແລະ ໄດ້ບັນລຸປະສິດທິຜົນສູງ”.

    ໃນອະນາຄົດເອື້ອຍຄູ ຮ່າແອັງເຟື້ອງ ມີຄວາມຫວັງວ່າຈະຂະຫຍາຍຊ່ອງ ຍູຕູດ ລົງເລິກສອນພາສາອັງກິດໂດຍບໍ່ເກັບຄ່າ, ພ້ອມກັນນັ້ນ ກໍ່ຕັ້ງໜ້າສ້າງໃຫ້ມີຫຼາຍໂຄງການທີ່ກ່ຽວຂ້ອງ ເຖິງການສອນຮຽນພາສາອັງກິດ ດ້ວຍເປົາໝາຍພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ