​ອະ​ດີດ​ປະ​ທານ​ປະ​ເທ​ດ ເລ​ດຶກ​ແອັງ - ຜູ້​ເພີ່​ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບລະ​ຫວ່າງ ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທ​ດ​ບ້ານ​ໃກ​້ເຮືອນ​ຄຽງ

(VOVWORLD) -    ດ້ວຍວິຖີຊີວິດທີ່ລຽບງ່າຍ, ມີຄວາມໃກ້ຊິດສະໜິດສະໝົມ, ມີກຳລັງຄວາມສາມາດໃນການຊີ້ນຳນຳພາ ແລະ ມີຈິນຕະນາການຍຸດທະສາດດີເລີດນັ້ນ, ອະດີດປະທານປະເທດ, ພົນເອກ ເລດຶກແອັງ ສົມແລ້ວທີ່ເປັນລູກສິດຂອງ ປະທານ ໂຮ່ຈີມິນ. ໃນຖານະຕຳແໜ່ງຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ທັງເປັນຜູ້ບັນຊາການທະຫານອາສາສະໝັກ ຫວຽດນາມ ຢູ່ ກຳປູເຈຍ, ພົນເອກ ເລດຶກແອັງ ໄດ້ມີຄວາມຕັດສິນອັນສະຫຼາດສ່ອງໃສໃນການຊ່ວຍເຫຼືອປະເທດ ກຳປູເຈຍ ໃຫ້ຫຼຸດພົ້ນອອກຈາກລະບອບດັບສູນເຊື້ອຊາດ. ສ່ວນໃນຖານະຕຳແໜ່ງປະທານປະເທດ, ທ່ານໄດ້ເຮັດຫຼ້ອນໜ້າທີ່ຂອງປະທານປະເທດ ຊື່ງລັດຖະທຳມະນູນ ຫວຽດນາມ ໄດ້ກຳນົດໄວ້ ແລະ ມີລັດຖະນະໂຍບາຍຫຼາຍຢ່າງໃນການເພີ່ມພູນຄູນສ້າງນ້ຳໃຈມິດຕະພາບລະຫວ່າງ ຫວຽດນາມ ກັບບັນດາປະເທດບ້ານໃກ້ເຮືອນຄຽງ.
​ອະ​ດີດ​ປະ​ທານ​ປະ​ເທ​ດ ເລ​ດຶກ​ແອັງ - ຜູ້​ເພີ່​ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບລະ​ຫວ່າງ ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທ​ດ​ບ້ານ​ໃກ​້ເຮືອນ​ຄຽງ - ảnh 1ທ່ານອະດີດປະທານປະເທດ ເລດຶກແອັງ  (ພາບເອກະສານ)

ອະດີດປະທານປະເທດ ເລດຶກແອັງ ເຂົ້າຮ່ວມເຄື່ອນໄຫວການປະຕິວັດນັບແຕ່ຄາວຍັງໜຸ່ມ.ໂດຍເປັນນາຍພົນບັນຊາກອງກຳລັງທະຫານຢູ່ສະໜາມຮົບ, ທ່ານໄດ້ເຂົ້າຮ່ວມສົງຄາມປົກປັກຮັກສາປະເທດຊາດ. ໃນການຕໍ່ສູ້ຕ້ານຝະລັ່ງ, ທ່ານໄດ້ເຂົ້າຮ່ວມການຕໍ່ສູ້ຢູ່ສະໜາມຮົບທາງທິດຕາເວັນອອກພາກໃຕ້ຫວຽດນາມ. ໃນການຕໍ່ສູ້ຕ້ານ ອາເມລິກາ, ທ່ານໄດ້ມີໜ້າຢູ່ບັນດາແນວຮົບທາງທິດຕາເວັນອອກພາກໃຕ້ ເກືອບທັງໝົດ ແລະ ທາງທິດຕາເວັນຕົກພາກໃຕ້ ແລະ ເປັນຜູ້ບັນຊາການທະຫານອາສາສະໝັກ ຫວຽດນາມ ຢູ່ກຳປູເຈຍ. ຈຸດດີເລີດຂອງທ່ານ ພົນເອກ ເລດຶກແອັງ ແມ່ນທ່ານມີວິໄສທັດຍຸດທະສາດ. ພົນເອກ ຟ້າມວັນຈ່າ, ອະດີດລັດຖະມົນກະຊວງປ້ອງກັນປະເທດ ໃຫ້ຮູ້ວ່າ: ໃນສົງຄາມຕໍ່ສູ້ປ້ອງກັນຊາຍແດນເຂດທາງທິດຕາເວັນຕົກພາກໃຕ້, ຫົວຫນ້າ - ພົນເອກ ເລດຶກແອັງ, ໃນຖານະຕຳແໜ່ງເປັນຜູ້ບັນຊາການທະຫານເຂດ 9 ໄດ້ມີການຄາດຄະເນຢ່າງຊັດເຈນກ່ຽວກັບສະພາບການຂອງ ກຳປູເຈຍ. ເວລານັ້ນ, ທ່ານໄດ້ອອກຄຳສັ່ງຮັກສາກອງກຳລັງ, ສ້າງຕັ້ງກອງພົນຫຼວງ.

        “ສະຫາຍ ເລດຶກແອັງ ເມື່ອກັບຄືນມາສ້າງຕັ້ງກອງພົນ 30, ທ່ານໄດ້ຄັດເລືອກເອົາກອງພັນໃຫຍ່ທີ່ສູ້ຮົບເກັ່ງໃນສະໄໝຕໍ່ສູ້ຕ້ານ ອາເມລິກາ ໄວ້ບໍ່ໃຫ້ອອກສະໜາມຮົບ. ຍ້ອນແນວນັ້ນ ຈຶ່ງຮັກສາໄດ້ຄຸນລັກສະນະການຕໍ່ສູ້. ມາຮອດສະໄໝຕໍ່ສູ້ຕ້ານ ປອນປົດ, ກອງພົນ 30 ກໍສາມາດຕີຊະນະທັນທີ. ສິ່ງນັ້ນເປັນການສະແດງໃຫ້ເຫັນວ່າ ທ່ານໄດ້ມີແຜນການເກັບກຳສະພາບການ ແລະ ຄິດໄລ່ໄວ້ລ່ວງໜ້າກ່ອນແລ້ວ, ສະນັ້ນ ຈຶ່ງກະກຽມໄວ້ກ່ອນ 2 3 ປີ. ດັ່ງນັ້ນ ເມື່ອ ປອນປົດ ບຸກໂຈມຕີ, ທະຫານເຂດ 9 ກໍບໍ່ຕົກຢູ່ໃນທ່າຮັບ ແລະ ຕີຕ້ານຄືນໃນທັນທີ ແລະ ສາມາດຮັກສາເຂດຊາຍແດນໄວ້ໄດ້. ນັ້ນແມ່ນຂີດໝາຍສຳຄັນຂອງ ສະຫາຍ ເລດຶກແອັງ”.

        ດ້ວຍຄຸນງາມຄວາມດີ, ການປະກອບສ່ວນອັນໃຫຍ່ຫຼວງ, ແລະ ໄດ້ເຂົ້າຮ່ວມບັນຊາການປົດປ່ອຍພາກໃຕ້ ຫວຽດນາມ ໂດຍກົງ ແລະ ຊ່ວຍເຫຼືອປະເທດກຳປູເຈຍໃຫ້ຫຼຸດພົ້ນອອກຈາກໄພດັບສູນເຊື້ອຊາດ ປອດປົດ ນັ້ນ, ທ່ານ ພົນເອກ ເລດຶກແອັງ ໄດ້ຮັບການເລືອກຕັ້ງເປັນປະທານປະເທດ ແຫ່ງ ສສ. ຫວຽດນາມ ໃນອາຍຸການປີ 1992 – 1997. ເມື່ອດຳລົງຕຳແໜ່ງປະທານປະເທດ, ທ່ານ ພົນເອກ ເລດຶກແອັງ ແມ່ນໜຶ່ງໃນບັນດາຜູ້ທີ່ຮຽງບ່າຮຽງໄຫຼ່ ພ້ອມກັບ ທ່ານເລຂາທິການໃຫຍ່ ຫງວຽນວັນລິງ ແລະ ບັນດາການນຳຜູ້ອື່ນໆອີກ ລິເລີ່ມ ແລະ ຊີ້ນຳກິດຈະການປ່ຽນແປງໃໝ່, ນຳປະເທດຊາດໃຫ້ຫຼຸດພົ້ນອອກຈາກວິກິດການດ້ານເສດຖະກິດ. ຈາກນັ້ນ, ຊີວິດການເປັນຢູ່ຂອງປະຊາຊົນກໍໄດ້ຮັບການປັບປຸງດີຂຶ້ນ, ການພົວພັນກັບສາກົນກໍ່ໄດ້ຮັບການເປີດກວ້າງ, ທີ່ຕັ້ງຂອງ ຫວຽດນາມ ບົນເວທີສາກົນໄດ້ຮັບການຍົກສູງຂຶ້ນເທື່ອລະກ້າວ.

 ມາຮອດປັດຈຸບັນ, ທ່ານ ຈູມມະລີ ໄຊຍະສອນ ອະດີດເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ເວລາໃດກໍຍັງຄົງສະແດງຄວາມຮັກແພງຕໍ່ ທ່ານ ອະດີດປະທານປະເທດ ເລດຶກແອັງ, ເຄົາລົບນັບຖືການນຳຜູ້ຫນຶ່ງທີ່ຍາມໃດກໍເອົາໃຈໃສ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດລະຫວ່າງ ຫວຽດນາມ ແລະ ລາວ. ທ່ານ ຈູມມະລີ ໄຊຍະສອນ ອະດີດເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໃຫ້ຮູ້ວ່າ:

ສຽງປະກອບພາສາລາວ

        ທ່ານ ພັນເອກພິເສດ, ຮອງສາດສະດາຈານ, ປະລິນຍາເອກ ໂຮ່ເຊີນດ່າຍ, ອະດີດຫົວໜ້າພະແນກວິທະຍາສາດການທະຫານ, ທະຫານເຂດ 7 ຢືນຢັນວ່າ ທ່ານອະດີດປະທານປະເທດ ເລດຶກແອັງ ແມ່ນ “ສະຖາປະນິກ” ໃນການຜັນຂະຫຍາຍບັນດາມາດຕະການຍຸດທະສາດ ແລະ ຍຸດທະວິທີໃນວິວັດການສ້າງການພົວພັນກັບຈີນ ແລະ ອາເມລິກາ ໃຫ້ເປັນປົກກະຕິ.

        “ທ່ານ ເລດຶກແອັງ ສະເໜີກັບກົມການເມືອງ ແລະ ປະຕິບັດການເຄື່ອນໄຫວພົບປະກັບພໍ່ແມ່ປະຊາຊົນຊາວ ຈີນ ອາໄສຢູ່ນະຄອນໂຮ່ຈີມິນ ທີ່ “ເຈິເລີ໊ນ” ຕະຫລາດໃຫຍ່ ນະຄອນ ໂຮ່ຈີມິນ ແລະ ໄປ ປັກກິ່ງ ຫຼາຍຄັ້ງ ເພື່ອເຮັດວຽກງານກະກຽມໃຫ້ແກ່ວິວັດທະນາການກ້າວໄປເຖິງເລື່ອງ ຫວຽດນາມ ສ້າງການພົວພັນກັບ ຈີນ ເປັນປົກກະຕິໃນປີ 1991 ແລະ ຫຼັງຈາກນັ້ນ ແມ່ນສ້າງການພົວພັນກັບ ອາເມລິກາ ເປັນປົກກະຕິໃນປີ 1995. ນັ້ນແມ່ນບັນດາຂີດໝາຍທີ່ເປັນໜ້າເຄົາລົບນັບຖື”.

        ດ້ວຍບັນດາການປະກອບສ່ວນທີ່ສຳຄັນຕໍ່ປະເທດຊາດນັ້ນ ທ່ານ ອະດີດປະທານປະເທດ ເລດຶກແອັງ ເປັນທີ່ຈະແຈ້ງແລ້ວວ່າ ແມ່ນໜຶ່ງໃນບັນດານັກການເມືອງລະດັບສູງ, ນັກການທະຫານໃຫຍ່ຂອງພັກ ແລະ ລັດ ຫວຽດນາມ. ທ່ານກໍແມ່ນການນຳຜູ້ຫນຶ່ງທີ່ປະຕິບັດຕາມກິລິຍາທ່າທາງຂອງປະທານ ໂຮ່ຈີມິນ.

ຕອບກັບ

ຂ່າວ/ບົດ​ອື່ນ