ອ້າຍຄູໜຸ່ມໄດ້ຮັບລາງວັນ ລາຊະທິດາໄທ

(VOVWORLD) -    ອ້າຍຄູ ເລແທັງລຽມ ສັງກັດໂຮງຮຽນສາມັນກິນນອນຊົນເຜົ່າ ຮີມລານ ເມືອງ ເຈົາແທັ່ງອາ ແມ່ນອ້າຍຄູທີ່ມີຊື່ສຽງ ໃນໜູ່ພະນັກງານຄຸ້ມຄອງການສຶກສາ ຕະຫຼອດຮອດຄູອາຈານໃນແຂວງ ເຫົ້າຢາງ. ໃນໄລຍະຜ່ານມາ ອ້າຍຄູ ເລແທັງລຽມ ໄດ້ຄົ້ນຄວ້າ ແລະ ປະດິດຄິດສ້າງຫຼາຍອຸປະກອນການສອນເພື່ອຮັບໃຊ້ວຽກງານການສິດສອນເປັນຢ່າງດີ. ດ້ວຍຄວາມສຸດຈິດສຸດໃຈກັບນັກຮຽນ, ອ້າຍຄູໄດ້ຮັບລາງວັນ ລາຊະທິດາແຫ່ງລາຊາອານາຈັກ ໄທ
ອ້າຍຄູໜຸ່ມໄດ້ຮັບລາງວັນ ລາຊະທິດາໄທ - ảnh 1ອ້າຍຄູ ເລແທັງລຽມ ພ້ອມກັບນັກຮຽນ 

    ກ່ອນນີ້ກວ່າເຄິ່ງເດືອນ ໃນການພົບປະສັງສັນ ສະເຫຼີມສະຫຼອງ 38 ປີ ແຫ່ງວັນຄູ ຫວຽດນາມ, ທ່ານປະທານຄະນະກຳມະການປະຊາຊົນແຂວງ ເຫົ້າຢາງ ດົ່ງວັນແທັງ ໄດ້ມອບໃບຍ້ອງຍໍໃຫ້ແກ່ອ້າຍຄູໝຸ່ມ ເລແທັງລຽມ ຍ້ອນມີຜົນງານດີເດັ່ນ ໃນການຄົ້ນຄວ້າປະດິດຄິດສ້າງອຸປະກອນການສອນ, ພິເສດໃນໄລຍະທີ່ຜ່ານມາ ອ້າຍຄູໄດ້ຮັບລາງວັນ “ປັນຍາຊົນໜຸ່ມເພື່ອການສຶກສາ” ປີ 2020 ດ້ວຍກິດຈະກຳ “ນຳໃຊ້ເຕັກໂນໂລຢີການບັນຊາເຂົ້າໃນການປັບປຸງອຸປະກອນການສອນວິຊາ ຟີຊິກສາດ”.  ນີ້ແມ່ນໜຶ່ງໃນສາມກິດຈະກຳທີ່ມີຫົວຄິດປະດິດສ້າງດີເດັ່ນທີ່ສຸດໃນປີ 2020 ຂອງແຂວງ ເຫົ່າຢາງ. ອ້າຍຄູ ເລແທັງລຽມ ເປີດເຜີຍວ່າ:

 “ໃນໄລຍະສອນນັກຮຽນ ກໍ່ມີຫຼາຍຫົວເລື່ອງທີ່ເຮົາຄວນຕ້ອງການມີຫຼາຍອຸປະກອນການສອນທີ່ເໝາະສົມກວ່າ ເພາະວ່າໃນສັງຄົມພວກເຮົານັບມື້ນັບພັດທະນາທາງດ້ານການສຶກສາ ພ້ອມກັບການປະຕິວັດ 4.0 ພວມມີຂຶ້ນອີກ. ເພາະສະນັ້ນ ຍາມໃດພວກເຮົາກໍ່ຕ້ອງມີການປັບປຸງ ແລະ ຊຸດອຸປະກອນການສອນກໍ່ເຊັ່ນດຽວກັນ ຍາມໃດກໍ່ຕ້ອງມີການປ່ຽນແປງ ເພື່ອພັດທະນາ. ຖັນແຖວຄູອາຈານພວກຂ້າພະເຈົ້າ ກໍ່ໄດ້ຊອກຮູ້, ຈາກນັ້ນຂ້າພະເຈົ້າຈຶ່ງມີຊຸດອຸປະກອນການສອນທີ່ເໝາະສົມ ເພື່ອເຮັດແນວໃດຕອບສະໜອງຄວາມຮຽກຮ້ອງຕ້ອງການແຫ່ງການປ່ຽນແປງໃໝ່ທາງດ້ານການສຶກສາ”.

 ໂຮງຮຽນສາມັນກິນນອນຊົນເຜົ່າ ຮີມລານ ໄດ້ຮັບການສ້າງຕັ້ງຂຶ້ນເມື່ອປີ 2011. ຄາວນັ້ນ ອ້າຍຄູ ເລແທັງລຽມ ກໍ່ໄດ້ມາສອນວິຊາຟີຊິກສາດ ແລະ ເຕັກໂນໂລຢີຢູ່ໂຮງຮຽນ. ໃນໄລຍະສອນນັກຮຽນກໍ່ເຫັນວ່າ ນັກຮຽນສ່ວນຫຼາຍໃນໂຮງຮຽນແມ່ນຢູ່ເຂດຫ່າງໄກສອກຫຼີກ, ມີນັກຮຽນຫຼາຍຄົນກໍ່ປະສົບກັບຄວາມຫຍຸ້ງຍາກຂາດເຂີນ, ໃນຂະນະນັ້ນອຸປະກອນການສອນໃນໂຮງຮຽນ ກໍ່ຖືກຈຳກັດຫຼາຍຢ່າງ. ເພື່ອຊ່ວຍໃຫ້ພວກນ້ອງນັກຮຽນມີເງື່ອນໄຂຮ່ຳຮຽນໃຫ້ດີກວ່ານັ້ນ, ໃນ 9 ປີຢ່າງລຽນຕິດ ພ້ອມກັບການສອນ, ເວລາທີ່ຍັງເຫຼືອ ອ້າຍຄູ ລຽມ ໄດ້ສະຫຼະເວລາ ເພື່ອຄົ້ນຄວ້າບັນດາອຸປະກອນການສອນໃຫ້ນັກຮຽນ. ໄລ່ມາຮອດປັດຈຸບັນ ອ້າຍຄູ ເລແທັງລຽມ ໄດ້ປະດິດຄິດສ້າງກວ່າ 10 ຮູບແບບຮັບໃຊ້ວຽກງານການສອນໃຫ້ດີ. ບັນດາອຸປະກອນການສອນຂອງອ້າຍຄູ ລຽມ ເມື່ອເຂົ້າຮ່ວມບັນດາງານປະກວດປະດິດຄິດສ້າງດ້ານເຕັກນິກຂັ້ນແຂວງ, ຂັ້ນເຂດ ແລະ ລະດັບຊາດ ກໍ່ລ້ວນແຕ່ໄດ້ຮັບລາງວັນສູງ. ພິເສດອ້າຍຄູໄດ້ ແລະ ພວມຂະຫຍາຍຮູບແບບ “ສະໂມສອນວິທະຍາສາດ - ເຕັກນິກ” ແນໃສ່ເຊື່ອມຕໍ່ລະຫວ່າງບັນດານັກຮຽນ ບັນດາເຜົ່າທີ່ພວມຮຽນຢູ່ໂຮງຮຽນ ກໍ່ຄືນັກຮຽນໃນເມືອງ ແລະ ແຂວງ ເຫົ້າຢາງ ເພື່ອສ້າງຄວາມເມົາມົວຄົ້ນຄວ້າວິທະຍາສາດ - ເຕັກນິກໃຫ້ແກ່ພວກນ້ອງນັກຮຽນ. ນ້ອງ ຫງວຽນບ໋າວງອກ ສັງກັດຫ້ອງ ມ4 ໃຫ້ຮູ້ວ່າ:

 “ເພື່ອໃຫ້ພວກນ້ອງສາມາດຮັບເອົາຄວາມຮູ້ຢ່າງມີປະສິດທິດຜົນນັ້ນ ອ້າຍຄູ ລຽມ ໄດ້ປະດິດສ້າງບັນດາອຸປະກອນການສອນ ດ້ວຍການນຳໃຊ້ເຕັກນິກການບັນຊາ ແລະ ບັນດາອຸປະກອນນີ້ໃນປັດຈຸບັນພວມຖືກນຳໃຊ້ໃນໂຮງຮຽນ. ພາຍຫຼັງທີ່ໄດ້ຮ່ຳຮຽນ ດ້ວຍການໃຊ້ອຸປະກອນດັ່ງກ່າວ ນ້ອງເຫັນວ່າ ມັນໄດ້ຊ່ວຍໃຫ້ຊົ່ວໂມງຮຽນຂອງພວກນ້ອງຍິ່ງມີຊີວິດຊີວາ ແລະ ດູດດື່ມທີ່ສຸດ”.

ດ້ວຍບັນດາການອຸທິດສ່ວນໃຫ້ແກ່ພາລະກິດສ້າງຄົນ, ປີກາຍນີ້ ອ້າຍຄູ ເລແທງລຽມ ໄດ້ຮັບລາງວັນລາຊະທິດາໄທ. ນີ້ແມ່ນລາງວັນສາກົນ ໄດ້ຮັບການສ້າງຕັ້ງແຕ່ປີ 2015. ຈາກນັ້ນການມອບລາງວັນໄດ້ຖືກຈັດຂຶ້ນສອງປີເທື່ອໜຶ່ງ ໂດຍສະພາຄູອາຈານ ກະຊວງສຶກສາທິການໄທ ແລະ ກອງທຶນລາງວັນ ລາຊະທິດາໄທ ມອບໃຫ້ແກ່ຄູອາຈານ ຫຼື ນັກຄຸ້ມຄອງການສຶກສາຂອງບັນດາປະເທດອາຊີຕາເວັນອອກສຽງໃຕ້.  ອ້າຍ ລືຊວນຮວານ  ຫົວໜ້າຄະນະອຳນວຍການໂຮງຮຽນ ສາມັນກິນນອນຊົນເຜົ່າ ຮີມລານ ໃຫ້ຮູ້ວ່າ:

 “ທາງໂຮງຮຽນ ໄດ້ຮັບຜົນງານຫຼາຍຢ່າງ. ປັດຈຸບັນໂຮງຮຽນ ແມ່ນໜຶ່ງໃນບັນດາຫົວໜ່ວຍນຳໜ້າໃນຂະບວນການແຂ່ງຂັນຮັກຊາດ. ບັນດາຜົນງານນີ້ ແມ່ນມີການປະກອບສ່ວນບໍ່ໜ້ອຍຂອງອ້າຍຄູ ເລແທັງລຽມ ນັບແຕ່ປີ 2011 ມາຮອດປັດຈຸບັນ. ອ້າຍຄູ ເລແທັງລຽມ ກໍ່ແມ່ນແບບຢ່າງເພື່ອໃຫ້ບັນດານັກຮຽນເຮັດຕາມ”.

 ອ້າຍຄູ ລຽມ ກໍ່ແມ່ນໜຶ່ງໃນບັນດາບຸກຄົນດີເດັ່ນ ໃນແຂວງ ເຫົ້າຢາງ ໄດ້ເຂົ້າຮ່ວມ ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດທົ່ວປະເທດຄັ້ງທີ 10 ຢູ່ ຮ່າໂນ້ຍ. ດ້ວຍບັນດາຜົນງານ, ລາງວັນທີ່ໄດ້ຮັບໃນໄລຍະທີ່ຜ່ານມາ ຈະເປັນກຳລັງໜູນ ເພື່ອໃຫ້ອ້າຍຄູສືບຕໍ່ຄົ້ນຄວ້າ ແລະ ປະດິດສ້າງບັນດາອຸປະກອບການສອນຢ່າງມີປະສິດທິຜົນ ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການປ່ຽນແປງໃໝ່ທາງດ້ານການສຶກສາ ໃນໄລຍະທີ່ຈະມາເຖິງ. 

ຕອບກັບ

ຂ່າວ/ບົດ​ອື່ນ