ອ້າຍທະຫານປ້ອງກັນຊາຍແດນ ສຸດຈິດສຸດໃຈ ເພື່ອພໍ່ແມ່ພີ່ນ້ອງທີ່ທຸກຍາກໃນເຂດຊາຍແດນ

(VOVWORLD) -ໂດຍເສີມຂະຫຍາຍມູນເຊື້ອກອງທັບປະຊາຊົນ ຫວຽດນາມ, ຮ້ອຍໂທ ກີມມິງດຶກ ຜູ້ຊ່ວຍຊາວໜຸ່ມ ທະຫານປ້ອງກັນຊາຍແດນແຂວງ ຈ່າວິງ ຍາມໃດກໍ່ມານະພະຍາຍາມຮ່ຳຮຽນ ແລະ ເຮັດຕາມແນວຄິດຄຸນສົມບັດ ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ. ດ້ວຍບັນດາການເຄື່ອນໄຫວ ທີ່ແທດຈິງມີຄວາມໝາຍ ແລະ ມີປະສິດທິຜົນສູງ ໃນໄລຍະປະຕິບັດງານ, ພິເສດແມ່ນໃນການຊ່ວຍເຫຼືອພໍ່ແມ່ພີ່ນ້ອງຜູ້ທຸກຍາກ ຢູ່ເຂດຊາຍແດນ, ຮ້ອຍໂທ ກີມມິງດຶກ ໄດ້ກາຍເປັນໜຶ່ງໃນບັນດາແບບຢ່າງໄວໜຸ່ມທີ່ດີເດັ່ນ ຂອງກຳລັງປ້ອງກັນຊາຍແດນ
ອ້າຍທະຫານປ້ອງກັນຊາຍແດນ ສຸດຈິດສຸດໃຈ  ເພື່ອພໍ່ແມ່ພີ່ນ້ອງທີ່ທຸກຍາກໃນເຂດຊາຍແດນ - ảnh 1 ຮ້ອຍໂທ ກິມມິງດຶກ (ຜູ້ທີ 3 ນັບຈາກເບື້ອງຊ້າຍ)

ຮ້ອຍໂທ ກິມມິງດຶກ  ໄດ້ກຳເນີດ ແລະ ເຕີບໃຫຍ່ຢູ່ເມືອງຊາຍແດນ ຢວຽນຫ໋າຍ ແຂວງ ຈ່າວິງ. ປີ 2013 ພາຍຫຼັງຮຽນຈົບໂຮງຮຽນນາຍທະຫານການເມືອງ, ອ້າຍ ດຶກ ໄດ້ຮັບໜ້າທີ່ວຽກງານຢູ່ປ້ອມປ້ອງກັນຊາຍແດນ ລອງຮວ່າ ທະຫານປ້ອງກັນຊາຍແດນ ຈ່າວິງ ໃນຖານະຕຳແໜ່ງເປັນຮອງຫົວໜ້າກອງຂົນຂວາຍມະຫາຊົນ. ພາຍຫຼັງປະຕິບັດວຽກງານເປັນເວລາໜຶ່ງປີ, ດ້ວຍຈິດໃຈກະຕືລືລົ້ນ ກ້າຄິດກ້າທຳ ສຸດຈິດສຸດໃຈໃນວຽກງານ, ອ້າຍ ດຶກ ໄດ້ຮັບໜ້າທີ່ຈາກຂັ້ນເທິງ ເປັນຜູ້ຊ່ວຍວຽກຊາວໜຸ່ມຂອງທະຫານປ້ອງກັນຊາຍແດນ ແຂວງ ຈ່າວິງ. ຮ້ອຍໂທ ກີມມິງດຶກ ແບ່ງປັນວ່າ:

      “ໃນເບື້ອງຕົ້ນເມື່ອໄດ້ມາຮັບໜ້າທີ່ເປັນຜູ້ຊ່ວຍວຽກຊາວໜຸ່ມ ຂ້າພະເຈົ້າກໍ່ປະສົບກັບຄວາມຫຍຸ້ງຍາກບໍ່ໜ້ອຍ. ແຕ່ກໍ່ຍິ່ງລົງເລິກ ກໍ່ຍິ່ງຮູ້ສຶກມີຄວາມຊົມຊອບວຽກງານທີ່ສຸດ ເພາະວ່າໄດ້ຢູ່ໃກ້ກັບປະຊາຊົນ, ເປັນຂົວເຊື່ອມຕໍ່ລະຫວ່າງທະຫານປ້ອງກັນຊາຍແດນ ກັບພໍ່ແມ່ພີ່ນ້ອງຢູ່ເຂດຊາຍແດນ”.

       ໂດຍໄດ້ຮັບການສັບຊ້ອນວຽກງານ ຢູ່ດິນແດນແຫ່ງບ້ານເກີດເມືອງຂອງຕົນ. ຮ້ອຍໂທ ດຶກ ຍາມໃດກໍ່ມີຄວາມເປັນຫ່ວງ ຈະເຮັດແນວໃດ ເພື່ອຊ່ວຍພໍ່ແມ່ພີ່ນ້ອງເຂດຊາຍແດນທີ່ມີສະພາບຫຍຸ້ງຍາກ ສາມາດບືນຕົວຂຶ້ນ. ຈາກຄວາມນຶກຄິດດັ່ງກ່າວ, ອ້າຍ ດຶກ ຍາມໃດກໍ່ມີຄວາມມານະອົດທົນ ຜ່ານຜ່າຄວາມຫຍຸ້ງຍາກ ຖອດຖອນບົດຮຽນໃນການສ້າງບັນດາການເຄື່ອນໄຫວ, ຈັດຕັ້ງບັນດາຂະບວນການຢ່າງແທດຈິງ ແລະ ມີປະສິດທິຜົນ. ຮ້ອຍໂທ ກີມມິງດຶກ ໃຫ້ຮູ້ຕື່ມອີກວ່າ:

       “ຂ້າພະເຈົ້າໄດ້ກຳເນີດຂຶ້ນຢູ່ດິນແດນເຂດຊາຍແດນ, ດັ່ງນັ້ນ ເງື່ອນໄຂກໍ່ມີຄວາມຫຍຸ້ງຍາກ ຫຼາຍຢ່າງ ແຕ່ຂ້າພະເຈົ້າມີຄວາມເຂົ້າໃຈທີ່ສຸດເຖິງສະພາບຄອບຄົວຂອງພໍ່ແມ່ພີ່ນ້ອງ, ເປັນຕົ້ນແມ່ນຊີວິດທາງດ້ານເສດຖະກິດ. ເຖິງວ່າວຽກງານຂອງຕົນກໍ່ບໍ່ໃຫຍ່ຫຼວງປານໃດກໍ່ຕາມ. ແຕ່ມີຄວາມໝາຍທີ່ສຸດ ກ່ຽວກັບດ້ານຈິດໃຈ ແລະ ພໍ່ແມ່ພີ່ນ້ອງກໍ່ຮູ້ສຶກ ມີຄວາມອຸ່ນອ່ຽນໃຈ ເມື່ອປະສົບກັບຄວາມຫຍຸ້ງຍາກ”.

      ຈາກຄວາມນຶກຄິດດັ່ງກ່າວ, ຮ້ອຍໂທ ກີມມິງດຶກ  ໄດ້ຕັ້ງໜ້າເປັນເສນາທິການໃຫ້ແກ່ຄະນະພັກ, ກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ເພື່ອຈັດຕັ້ງປະຕິບັດ ບັນດາໂຄງການເຄື່ອນໄຫວທີ່ມີຄວາມໝາຍ ແລະ ແທດຈິງຄືກໍ່ສ້າງເຮືອນໃຫ້ແກ່ເພື່ອນຮ່ວມກົມກອງ, ຈັດລາຍການ “ລະດູບານໃໝ່ຢູ່ເຂດຊາຍແດນ - ບຸນເຕັດຢູ່ເຂດທະເລໝູ່ເກາະ”, ມອບຂອງຂວັນໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ, ຄອບຄົວມີສະພາບຫຍຸ້ງຍາກ ແລະ ນັກຮຽນທຸກຍາກໃນບໍລິເວນ… ນອກຈາກນັ້ນຮ້ອຍໂທ ກີມມິງດຶກ ຍັງເຂົ້າຮ່ວມບັນດາການເຄື່ອນໄຫວໂຄສະນາ ກ່ຽວກັບຄວາມປອດໄພທາງດ້ານຄົມມະນາຄົມ, ການຕ້ານໄພຢາເສບຕິດ, ປະກອບສ່ວນຮັກສາຄວາມສະຫງົບຢູ່ທ້ອງຖິ່ນ; ບັນດາການເຄື່ອນໄຫວຊ່ວຍໜູນສັງຄົມ, ອາສາສະໝັກເພື່ອຊີວິດຂອງປະຊາຊົນ. ບັນດາການເຄື່ອນໄຫວ ແລະ ວຽກງານທີ່ມີຄວາມໝາຍຂອງຮ້ອຍໂທ ດຶກ ໄດ້ຮັບການຕອບສະໜອງຈາກປະຊາຊົນ ແລະ ອຳນາດການປົກຄອງທ້ອງຖິ່ນຢ່າງສຸດໃຈ. ໃຫ້ຂໍ້ສັງເກດກ່ຽວກັບຮ້ອຍໂທ ກີມມິງດຶກ, ຮ້ອຍຕີ ແທັກເວັດ ພະນັກງານຊາວໜຸ່ມທະຫານປ້ອງກັນຊາຍແດນ ໝີລອງ ເມືອງ ເກົ່າງາງ ໃຫ້ຮູ້ວ່າ:

       “ສະຫາຍ ດຶກ ໄດ້ຮັບຄວາມຮັກແພງຈາກປະຊາຊົນຢູ່ເຂດຊາຍແດນ, ເປັນຕົ້ນແມ່ນພໍ່ແມ່ພີ່ນ້ອງເຜົ່າ ຂະແມ. ສ່ວນຢູ່ໃນກຳລັງທະຫານ, ສະຫາຍກໍ່ແມ່ນຜູ້ເປັນເສນາທິການ, ຊ່ວຍໜູນວຽກງານຊາວໜຸ່ມ, ວຽກງານຂົນຂວາຍປະຊາຊົນຢ່າງສຸດໃຈ. ສະຫາຍຍັງແມ່ນບ່ອນອີງໃຫ້ແກ່ບັນດານັກຮົບໜຸ່ມ ທີ່ຫາກໍ່ມາຮັບໜ້າທີ່ວຽກງານຢູ່ເຂດຊາຍແດນ”.

      ດ້ວຍຄວາມມານະພະຍາຍາມ ຄວາມສຸມຈິດສຸມໃຈ ແລະ ບັນລຸປະສິດທິຜົນຕົວຈິງໃນວຽກງານ, ໃນຫຼາຍປີຢ່າງລຽນຕິດ ຮ້ອຍໂທ ກີມມິງດຶກ ໄດ້ຮັບໃບຍ້ອງຍໍຈາກຄະນະກຳມະການປະຊາຊົນແຂວງ ຈ່າວິງ ຍ້ອນມີຜົນງານດີເດັ່ນໃນຂະບວນການແຂ່ງຂັນ ຕັດສິນໃຈເອົາໄຊຊະນະ; ຄະນະບໍລິຫານງານຊາວໜຸ່ມແຂວງ ຈ່າວິງ ໄດ້ມອບໃບຍ້ອງຍໍຊາວໜຸ່ມດີເດັ່ນ ເຮັດຕາມຄຳສັ່ງສອນຂອງລຸງ ໂຮ່ ໄລຍະ 2011 – 2016 ໃຫ້ແກ່ອ້າຍ ດຶກ. ຮ້ອຍໂທ ກີມມິງດຶກ ໄດ້ມີຄວາມເປັນກຽດກາຍເປັນໜຶ່ງໃນຈຳນວນພະນັກງານນັກຮົບ 10 ຄົນ ໄດ້ຮັບການຍ້ອງຍໍ ແມ່ນແບບຢ່າງໜຸ່ມທີ່ດີເດັ່ນ ຂອງກຳລັງປ້ອງກັນຊາຍແດນ ຈາກກອງບັນຊາການທະຫານປ້ອງກັນຊາຍແດນ.

ຕອບກັບ

ຂ່າວ/ບົດ​ອື່ນ