ອ້າຍທະຫານເປັນຜູ້ນຳໜ້າ ແລະ ເປັນແບບຢ່າງ ໃນສະໄໝສັນຕິພາບ

(VOVWORLD) - ຜ່ານຊຸມວັນເດືອນປີແຫ່ງສົງຄາມທີ່ດຸເດືອດ ແລະ ລຳບາກກາກກຳ ພ້ອມທັງຕ້ອງປະເຊີນໜ້າກັບຄວາມເຈັບປວດ ເມື່ອປ່ຽນແປງດິນຟ້າອາກາດ, ແຕ່ອ້າຍທະຫານເສຍອົງຄະປະເພດ 4/3 ຮວ່າງວຽດຕ໊ວານ ຢູ່ຕາແສງ ຊວັນລາຍ ເມືອງ ເຖະຊວັນ ແຂວງ ແທັງຮ໊ວາ ຍາມໃດກໍ່ມານະພະຍາຍາມເອົາຊະນະຕໍ່ພະຍາດໂລຄາ ປະກອບສ່ວນດ້ານສະຕິປັນຍາ ແລະ ເຫື່ອແຮງຂອງຕົນ ເພື່ອສ້າງສາບ້ານເກີດເມືອງນອນ  ເພາະທ່ານ ຕ໊ວານ ຍາມໃດກໍ່ມີຄວາມສຳນຶກວ່າ ຍັງມີສຸຂະພາບ ກໍ່ສາມາດເຮັດວຽກໄດ້ ແລະ ສາມາດອຸທິດສ່ວນໄດ້
  ອ້າຍທະຫານເປັນຜູ້ນຳໜ້າ ແລະ ເປັນແບບຢ່າງ ໃນສະໄໝສັນຕິພາບ  - ảnh 1 ອ້າຍທະຫານເສຍອົງຄະຮວ່າງວຽດຕ໊ວານ

ເສັ້ນທາງດ້ວຍລວງຍາວ 1,2 ກິໂລແມັດ ໄປຍັງຄັນຄູແມ່ນ້ຳຈູ ຂອງບ້ານ ຟອງລາຍ ຕາແສງ ຊວັນລາຍ ເມືອງ ເຖະຊວັນ ແຂວງ ແທັງຮ໊ວາ ໄດ້ຖືກກໍ່ສ້າງກ່ອນນີ້ 11 ປີ ຍັງຄົງສວຍງາມຄືເກົ່າ. ຊາວທ້ອງຖິ່ນຍາມໃດກໍ່ມີຄວາມເອກອ້າງທະນົງໃຈ ເພາະວ່າເສັ້ນທາງໄດ້ຖືກກໍ່ສ້າງດ້ວຍນ້ຳໃຈສາມັກຄີ, ການປະກອບສ່ວນຂອງທຸກໆຄົນ. ເພື່ອມີເສັ້ນທາງດັ່ງກ່າວ, ທ່ານ ຮວ່າງວຽດຕ໊ວານ ແມ່ນຜູ້ໄດ້ນຳໜ້າ ໃນການການນຳສະເໜີຕໍ່ຄະນະປະຈຳພັກຕາແສງ ວາງແຜນນະໂຍບາຍຂົນຂວາຍສາມໜ່ວຍພັກໃນບ້ານ ຟອງລາຍ ອອກມະຕິຮ່ວມກັນກໍ່ສ້າງທາງ. ດ້ວຍບົດບາດແມ່ນຫົວໜ້າຄະນະ, ທ່ານ ຕ໊ວານ ພ້ອມກັບບັນດາສະມາຊິກ ໄດ້ຂົນຂວາຍລູກຫຼານທີ່ດຳລົງຊີວິດທີ່ຢູ່ຫ່າງໄກ ໃນທົ່ວປະເທດຫວຽດນາມ ຈົ່ງສະໜັບສະໜູນປະກອບສ່ວນພ້ອມກັບປະຊາຊົນ ເພື່ອເຮັດທາງ. ຜົນມີຢູ່ວ່າ ພຽງໃນສາມເດືອນເທົ່ານັ້ນ, ເສັ້ນທາງທີ່ມີມູນຄ່າ 850 ລ້ານດົ່ງ ໄດ້ກໍ່ສ້າງສຳເລັດຈາກແຫຼ່ງເງິນ ຫັນມາເປັນວຽກງານຂອງສັງຄົມ. ທ່ານ ຈິ້ງຄັກທ່ວນ ນາຍບ້ານ ຟອງລາຍ ຕາແສງ ຊວັນລາຍ ເມືອງ ເຖະຊວັນ ແຂວງ ແທັງຮວ໊າ ໃຫ້ຮູວ່າ:

“ຂະບວນການເຮັດທາງຂອງບ້ານ ແມ່ນຕ້ອງເວົ້າເຖິງໜ່ວຍປ້ອງກັນຄວາມສະຫງົບຂອງທ່ານ ຕ໊ວານ ແມ່ນໜ່ວຍທຳອິດທີ່ລິເລີ່ມ. ຈາກໜ່ວຍປ້ອງກັນຄວາມສະຫງົບນີ້, ພວກຂ້າພະເຈົ້າໄດ້ທະວີຄູນອອກສູ່ທັງບ້ານ ໃນໄລຍະໜຶ່ງເດືອນ ກໍ່ສາມາດສຳເລັດທົ່ວເສັ້ນທາງຄົມມະນາຄົມ”.

ປີ 2015 ໂດຍປະຕິບັດແຜນນະໂຍບາຍ ຂອງອົງຄະນະພັກຕາແສງ ກ່ຽວກັບການກໍ່ສ້າງຫໍວັດທະນະທຳບ້ານ, ບູລະນະທາງຄົມມະນາຄົມ, ທ່ານ ຕວ໊ານ ສືບຕໍ່ໄດ້ຮັບການເລືອກຕັ້ງເປັນຫົວໜ້າຄະນະຈາກຊາວບ້ານ ແລະ ທ່ານໄດ້ຂົນຂວາຍແຫຼ່ງເງິນໄດ້ກວ່າ 650 ລ້ານດົ່ງ ເພື່ອສ້າງຫໍວັດທະນະທຳ. ບັນດາເສັ້ນທາງໃນໝູ່ບ້ານກໍ່ໄດ້ຖືກປຸກສ້າງໃໝ່ ອັນໄດ້ຊ່ວຍໃຫ້ໂສມໜ້າເຂດບ້ານນາມີການປ່ຽນແປງ. ທ່ານ ຫງວຽນງອກອວຽນ ຮອງປະທານກຳມະການປະຊາຊົນຕາແສງ ຊວັນລາຍ ເມືອງ ເຖະຊວັນ ໃຫ້ຮູ້ວ່າ:

 “ທ່ານ ຕ໊ວານ ຢູ່ທ້ອງຖິ່ນ ກໍ່ມີລະດັບສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງ ສຳລັບຊາວທ້ອງຖິ່ນ. ພາຍຫຼັງທີ່ໄດ້ພັກກິນເບ້ຍບຳນານ, ທ່ານຍາມໃດກໍ່ລະດົມໃຈພວກລູກຫຼານ ຈົ່ງປະຕິບັດບັນດາແຜນນະໂຍບາຍຂອງພັກ ນະໂຍບາຍກົດໝາຍຂອງລັດ ພ້ອມທັງໂຄສະນາໃຫ້ແກ່ພໍ່ແມ່ພີ່ນ້ອງ ຈົ່ງປະຕິບັດຕາມວິຖີຊີວິດວັດທະນະທຳເຂດຊຸມຊົນ”.

ໂດຍໄດ້ເຂົ້າຮ່ວມການສູ້ຮົບ ຢູ່ແຂວງ ກວ໋າງຈິ, ທາງຫຼວງເລກ 9 ພາກໃຕ້ຂອງລາວ ປີ 1973 ທ່ານ ຕວ໊ານ ໄດ້ຖືກຮັບບາດເຈັບ ຢູ່ບັ້ນຮົບທິດຕາເວັນຕົກທາງຫຼວງເລກ 9 ດ້ວຍລະດັບບາດເຈັບ 41% ແລະ ຖືກຕິດສານພິດສີສົ້ມດີໂອຊີນ. ປີ 1976 ທ່ານໄດ້ອອກຈາດກອງທັບມາເຮັດວຽກງານບ້ານ ດ້ວຍການປະຕິບັດງານເປັນໄລຍະ 28 ປີ, ທ່ານໄດ້ດຳລົງຫຼາຍຕຳແໜ່ງຄື ເລຂາຄະນະຊາວໜຸ່ມຕາແສງ, ປະທານຄະນະກຳມະການປະຊາຊົນ ແລະ ເລຂາຄະນະພັກຕາແສງ ຊວັນລາຍ. ເຖິງວ່າໄດ້ດຳລົງຕຳແໜ່ງໃດໆກໍ່ຕາມ ທ່ານຍາມໃດກໍ່ສູ້ຊົນເຮັດຫຼ້ອນໜ້າທີ່ອັນດີເດັ່ນ. ອ້າຍທະຫານເສຍອົງຄະ ຮວ່າງວຽດຕວ໊ານ ແບ່ງປັນວ່າ:

 “ເມື່ອໄດ້ກັບຄືນສູ່ການດຳລົງຊີວິດກັບຊາວບ້ານ ດ້ວຍຈິດໃຈຂອງອ້າຍທະຫານລຸງ ໂຮ່, ຍາມໃດຂ້າພະເຈົ້າກໍ່ປ່ຽມລົ້ນໄປດ້ວຍຄວາມຮັກຄອບຄົວ, ຮັກບ້ານເກີດເມືອງນອນ. ບັນດາວຽກງານເຊິ່ງພັກ ແລະ ປະຊາຊົນມອບໝາຍໃຫ້ນັ້ນ ເຖິງວ່າແມ່ນວຽກງານໃດກໍ່ຕາມ, ແຕ່ຂ້າພະເຈົ້າກໍ່ຕັດສິນໃຈສູ້ຊົນເຮັດສຳເລັດ. ຂ້າພະເຈົ້າໄດ້ລະດົມໃຈປະຊາຊົນ ປະຕິບັດຂະບວນການແຂ່ງຂັນຮັກຊາດ ເພື່ອກໍ່ສ້າງຊົນນະບົດຂອງຕົນ ໃຫ້ນັບມື້ນັບພັດທະນາ”.

ດ້ວຍບັນດາການປະກອບສ່ວນໃນໄລຍະປະຕິບັດງານ, ດຳລົງຊີວິດຢູ່ບ້ານເກີດເມືອງນອນ, ອ້າຍທະຫານເສຍອົງຄະ ຮວ່າງວຽດຕວ໊ານ ໄດ້ຮັບໃບຍ້ອງຍໍຫຼາຍໃບ. ແຕ່ລາງວັນອັນສູງສົ່ງທີ່ສຸດຂອງທ່ານ ກໍ່ແມ່ນຄວາມໄວ້ເນື້ອເຊື່ອໃຈ ແລະ  ຄວາມນັບຖືຂອງປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ