ອ້າຍບ່າວນຳໜ້າເຮັດການທ່ອງທ່ຽວຢູ່ຕາແສງເຂດຊາຍແດນອີຕີ໊

(VOVWORLD) -   ເມື່ອເຕື້ອງເຖິງບຸກຄົນຂະຫຍັນຂັນເຄື່ອນເຮັດການທ່ອງທ່ຽວຢູ່ບ້ານໝໍ້ຝູຈ່າຍຢູ່ຕາແສງອີຕີ໊ ເມືອງບ໊າດຊ໊າດແຂວງລ່າວກາຍແມ່ນຕ້ອງເວົ້າເຖິງອ້າຍບ້າວຊາວເຜົ່າຫາຍີ ລີສາຊຸຍ ເຊິ່ງແມ່ນຄົນນຳໜ້າເຮັດການທ່ອງທ່ຽວຊຸມຊົນຢູ່ຕາແສງອີຕີ໊ ທີ່ເຂດຊາຍແດນ
ອ້າຍບ່າວນຳໜ້າເຮັດການທ່ອງທ່ຽວຢູ່ຕາແສງເຂດຊາຍແດນອີຕີ໊ - ảnh 1ອ້າຍບ້າວຊາວເຜົ່າຫາຍີ ລີສາຊຸຍ (ສຸດເບື້ອງຂວາ)

ຄວາມປະທັບໃຈທຳອິດເມື່ອພົບລີສາຊຸຍແມ່ນຄວາມໃກ້ຊິດສະໜິດສະໜົມຈິງໃຈ. ລາວມີຄວາມຄາດຫວັງຢ່າງເແຮງກ້າຜ່ານຜ່າຄວາມຫຍຸ້ງຍາກປືນຕົວຂຶ້ນສ້າງຄວາມຮັ່ງມີຢູ່ດິນແດນແຫ່ງບ້ານເກີດເມືອງນອນຂອງຕົນ. ພາຍຫຼັງຮຽນຈົບມະຫາວິທະຍາໄລກໍ່ສ້າງ, ອ້າຍບ່າວລີສາຊຸຍໄດ້ອອກຈາກນະຄອນຫຼວງຮ່າໂນ້ຍ ຕັດສິນໃຈກັບຄືນເມືອບ້ານເກີດເມືອງນອນເລີ່ມຕົ້ນທຸລະກິດດ້ວຍການເຮັດທ່ອງທ່ຽວຊຸມຊົນ. ດ້ວຍແນວຄວາມຄິດຂອງຊາວເຜົ່າຫາຍີ ເຮັດການທ່ອງທ່ຽວກ່ຽວກັບວັດທະນະທຳຂອງເຜົ່າຫາຍີດັ່ງນັ້ນວຽກງານທຳອິດລີສາຊຸຍໄດ້ລົງມືເຂົ້າການສ້າງເຮືອນໃຫ້ຖືກຕາມມູນເຊື້ອຂອງຊາວເຜົ່າຫາຍີເພື່ອເຮັດເປັນໂຮມສະເຕຮັບໃຊ້ແຂກທ່ອງທ່ຽວ. ເຮືອນຫຼັງນີ້ຖືກເຮັດດ້ວຍດິນເຊິ່ງເປັນການແທດເໝາະກັບດິນຟ້າອາກາດ, ມີຄວາມເຢັນສະບາຍໃນລະດູຮ້ອນແລະມີຄວາມອຸ່ນໃນລະດູໜາວ. ອ້າຍໄດ້ກ້າຫານກູ້ຢືມທຶນຈາກທະນາຄານເປັນຈຳນວນ 50 ລ້ານດົ່ງເພື່ອລົງທຶນກໍ່ສ້າງເຮືອນເພື່ອຮັບໃຊ້ແຂກທ່ອງທ່ຽວ. ອ້າຍລີສາຊຸຍເລົ່າສູ່ຟັງວ່າ:

   “ຂ້າພະເຈົ້າໄດ້ຮັບການສະໜັບສະໜູນຈາກຍາດຕິພີ່ນ້ອງເມຍລູກແລະພໍ່ແມ່ ແລະໄດ້ຮັບຄວາມເອົາໃຈໃສ່ຈາກອຳນາດການປົກຄອງທ້ອງຖິ່ນ, ນີ້ແມ່ນກຳລັງໜູນ ເພື່ອໃຫ້ພວກຂ້າພະເຈົ້າເຮັດພື້ນຖານໂຄງລ່າງຂອງຕົນໃຫ້ສົມບູນແບບກວ່າເກົ່າ, ມີຫຼາຍຄອບຄົວ, ອ້າຍນ້ອງຫຼາຍຄົນກໍ່ໄດ້ເຫັນວິທີເຮັດການທ່ອງທ່ຽວຂອງຂ້າພະເຈົ້າແລະໃນເບື້ອງຕົ້ນກໍ່ໄດ້ປະສົບຜົນສຳເລັດ. ທຸກໆຄົນກໍ່ໄດ້ມີກຳລັງໜູນທີ່ດີເພື່ອເຮັດໂຮມສະເຕຫຼັງຈາກນັ້ນຈະຊ່ວຍກັນເຮັດໂຮມສະເຕ. ຄອບຄົວນີ້ເຮັດໂຮມສະເຕ ສ່ວນຄອບຄົວອື່ນລ້ຽງສັດປູກຝັງອັນຈະສ້າງເປັນກຸ່ມຜະລິດຕະພັນທາງດ້ານການທ່ອງທ່ຽວ ເພື່ອນຳມູນຄ່າທາງດ້ານວັດຖຸແລະ ຊີວິດການເປັນຢູ່ປົກກະຕິມາສູ່ພໍ່ແມ່ພີ່ນ້ອງ”.

ອ້າຍຊຸຍພ້ອມກັບເມຍຍາມໃດກໍ່ພະຍາຍາມຊອກຫາວັດຖຸສິ່ງຂອງທີ່ເຂັ້ມຂົ້ນໄປດ້ວຍສີສັນຂອງເຜົ່າຫາຍີເພື່ອປະດັບປະດາໃຫ້ເຮືອນຂອງຕົນພ້ອມທັງໂຄສະນາໂຮມສະເຕຂອງຕົນຜ່ານສື່ສັງຄົມ. ອ້າຍໄດ້ເຂົ້າເຄືອຂ່າຍອິນເຕີແນັດຮຽນຮູ້ແລກປ່ຽນຖອດຖອນບົດຮຽນຜ່ານເຟດບຸກເພື່ອດຳເນີນທຸລະກິດໂຮມສະເຕ, ລຸງຟ້າມຈຶກ ແຂກມ່ອງທ່ຽວມາຈາກແຂວງຫ໋າຍເຢືອງໃຫ້ຮູ້ວ່າ:

   “ເມື່ອໄດ້ນອນພັກໃນໂຮມສະເຕຫຼັງນີ້ ເຮົາກໍ່ຮູ້ສຶກມີຄວາມປະທັບໃຈຢ່າງແທ້ຈິງ ນັ້ນແມ່ນເຮືອນພັກທີ່ຍັງຄົງສາມາດຮັກສາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວເຜົ່າຫາຍີແບບດັ້ງເດີມ. ທ່າອ່ຽງເຮັດການທ່ອງທ່ຽວ ໃນປັດຈຸບັນແມ່ນແຂກທ່ອງທ່ຽວຢາກໃກ້ຊິດສະໜິດສະໜົມກັບຊຸມຊົນ. ໂຮມສະເຕຂອງອ້າຍລີສາຊຸຍກໍ່ຍັງຄົງຮັກສາທຸກສິ່ງທຸກຢ່າງຄືໄດ້ກ່າວມາອັນໄດ້ຊ່ວຍໃຫ້ແຂກທ່ອງທ່ຽວເມື່ອມາແຫ່ງນີ້ ໄດ້ມີໂອກາດເຊື່ອມຕົວເຂົ້າກັບບັນຍາກາດວັດທະນະທຳຂອງຊາວເຜົ່າຫາຍີ”.

     ດ້ວຍການຊອກຮູ້ ແລະຮຽນຮູ້ດ້ວຍຕົນເອງ, ມາຮອດປັດຈຸບັນລີສາຊຸຍໄດ້ກາຍເປັນຜູ້ນຳທ່ຽວອາຊີບມີຄວາມເຊື່ອໝັ້ນດ້ວຍຕົນເອງເພື່ອແນະນຳໃຫ້ແຂກທ່ອງທ່ຽວກ່ຽວກັບບັນດາສິ່ງທີ່ເປັນໜ້າຈັບໃຈກ່ຽວກັບຊາວເຜົ່າຫາຍີ, ທິວທັດທຳມະຊາດຂອງບ້ານເກີດເມືອງນອນຂອງຕົນ. ສິ່ງທີ່ໜ້າຖະນຸຖະໜອມຢູ່ໃນອ້າຍບ່າວໜຸ່ມຄົນນີ້ ແມ່ນລາວພ້ອມແລ້ວທີ່ຈະໃຫ້ການຊ່ວຍເຫຼືອພໍ່ແມ່ພີ່ນ້ອງຊາວທ້ອງຖິ່ນເຮັດການທ່ອງທ່ຽວດ້ວຍຈິດໃຈສາມັກຄີຊ່ວຍເຫຼືອກັນເພື່ອພ້ອມກັນພັດທະນາ. ທ່ານລີຢະລູ່ ຮອງປະທານຄະນະກຳມະການປະຊາຊົນຕາແສງອີຕີ໊ ຖືວ່າ:

   “ຜ່ານວຽກງານຂອງລີສາຊຸຍ, ອຳນາດການປົກຄອງທ້ອງຖິ່ນກໍ່ຄືຂ້າພະເອງກໍ່ໄດ້ຕີລະຄາແລະສັງເກດວ່າວຽກງານນີ້ແມ່ນດີຫຼາຍ. ໃນໄລຍະເປີດໂຮມສະເຕລີສາຊຸຍກໍ່ໄດ້ໂຄສະນາເຜີຍແຜ່,ແລກປ່ຽນບົດຮຽນ, ມີບາງຄອບຄົວກໍ່ໄດ້ຮຽນຮູ້ຕາມ ລີສາຊຸຍແລະ ກໍ່ໄດ້ເປີດໂຮມສະເຕບາງແຫ່ງຢູ່ໃນບ້ານເພື່ອຮັບໃຊ້ແຂກທ່ອງທ່ຽວ”.

    ດ້ວຍຄວາມກະຕືລືລົ້ນແລະຄວາມເມົາມົວຂອງຕົນ, ລີສາຊຸຍໄດ້ເປີດທິດທາງພັດທະນາການທ່ອງທ່ຽວຢູ່ຊຸມຊົນຢູ່ດິນແດນແຫ່ງບ້ານເກີດເມືອງນອນ.ລາວໄດ້ພ້ອມກັບອຳນາດການປົກຄອງ, ຊາວທ້ອງຖິ່ນເຮັດໃຫ້ໂສມໜ້າຂອງບ້ານເມືອງປ່ຽນແປງໄປພ້ອມທັງຍົກສູງຊີວິດການເປັນຢູ່ໃຫ້ແກ່ພໍ່ແມ່ພີ່ນ້ອງ ແລະໂຄສະນາພາບພົດຂອງຕາແສງອີຕີ໊ ຢູ່ເຂດຊາຍແດນທີ່ສວຍງາມຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ