ອ້າຍເຈິ່ນຍືກຽນ ຊາວກະສິກອນເສດຖີ ຢູ່ເຂດພູສູງ ອຽນເຈົາໃນແຂວງເຊີນລາ

(VOVWORLD) -ດ້ວຍລະດັບລາຍຮັບນັບສິບຕື້ດົ່ງໃນແຕ່ລະປີຈາກຮູບແບບເສດຖະກິດສັງລວມມີຄຸນນະພາບສູງ, ອ້າຍເຈິ່ນຍືກຽນຢູ່ບ້ານຟາກຸ໊ງຕາແສງຫຼອງຟຽງເມືອງອຽນເຈົາແຂວງເຊີນລາແມ່ນຊາວກະສິກອນດີເດັ່ນມີເຈດຈຳນົງບືນຕົວຂຶ້ນສ້າງຄວາມຮັ່ງມີ.ອ້າຍແມ່ນໜຶ່ງໃນຈຳນວນຊາວກະສິກອນຫວຽດນາມທີ່ດີເດັ່ນ 63 ຄົນໄດ້ຮັບການເຊີດຊູຈາກສູນກາງສະມາຄົມຊາວກະສິກອນຫວຽດນາມປີ 2021
ອ້າຍເຈິ່ນຍືກຽນ ຊາວກະສິກອນເສດຖີ ຢູ່ເຂດພູສູງ ອຽນເຈົາໃນແຂວງເຊີນລາ - ảnh 1ຝຸງໝູໃນຟາມຂອງອ້າຍກຽນກໍ່ມີ 1.200 ໂຕປະລິມານຊີ້ນໝູໃນແຕ່ລະປີກໍ່ບັນລຸ 35 – 40 ໂຕນ

     ໂດຍໄດ້ກຳເນີດແລະເຕີບໃຫຍ່ຂຶ້ນຢູ່ເມືອງບິ່ງລຸກແຂວງຮ່ານາມປີ 1993 ເມື່ອອາຍຸ 16 ປີອ້າຍກຽນໄດ້ຕົກລົງໄປຍັງດິນແດນອຽນເຈົາ ແຂວງເຊີນລາເພື່ອສ້າງອາຊີບດ້ວຍຄວາມຫວັງຫຼຸດພົ້ນອອກຈາກຄວາມທຸກຍາກ. ອ້າຍກຽນພ້ອມກັບໝູ່ເພື່ອນໄປທົ່ວທຸກແຫ່ງໃນບ້ານຕ່າງໆຂອງເມືອງອຽນເຈົາເພື່ອເຮັດຮັບຈ້າງຜະລິດເຄື່ອງເຟີນີເຈີ ປຸກເຮືອນໃຫ້ແກ່ປະຊາຊົນ. ພາຍຫຼັງອອກແຮງງານສອງສາມປີແລະໄດ້ມີທຶນຮອນເລັກນ້ອຍອ້າຍໄດ້ຕົກລົງຊື້ດິນເພື່ອປູກສາລີ ມັນ... ອ້າຍກຽນແບ່ງປັນວ່າ:

     “ພາຍຫຼັງໄລຍະໜຶ່ງຂ້າພະເຈົ້າເຫັນວ່າຖ້າວ່າເຮົາໄປເຮັດຮັບຈ້າງຕະຫຼອດຈະບໍ່ມີວັນຮັ່ງມີໄດ້  ແລະຖ້າຫາກໄປປູກສາລີປູກມັນເຊັ່ນນີ້ ກໍ່ບໍ່ມີວັນຈຶ່ງບັນລຸປະສິດທິຜົນເສດຖະກິດໄດ້ ດັ່ງນັ້ນຂ້າພະເຈົ້າຈຶ່ງຄິດເຖິງການລ້ຽງໝູທີໜຶ່ງເພື່ອສ້າງວຽກເຮັດງານທຳໃຫ້ແກ່ຄອບຄົວທີສອງແມ່ນຂ້າພະເຈົ້າເອົາສິ່ງເສດເຫຼືອນັ້ນເພື່ອຮັບໃຊ້ໃນການປູກຝັງ ທັງເປັນການແກ້ໄຂສິ່ງແວດລ້ອມທັງບົວລະບັດຮັກສາພືດໄດ້ເປັນຢ່າງດີດັ່ງນັ້ນຂ້າພະເຈົ້າເຫັນວ່າມີປະສິດທິຜົນສູງທີ່ສຸດ”.

     ປີ 2008 ອ້າຍ ໄດ້ເອົຊັບສິນໄປຄ້ຳປະກັນເພື່ອກູ້ຢືມເງິນ 300 ລ້ານດົ່ງຢູ່ທະນາຄານອາຣີແບງເມືອງອຽນເຈົາເພື່ອລົງທຶນກໍ່ສ້າງຄອກຟາມແລະໝູພັນ10ໂຕແລະໝູຊີ້ນເກືອບ 100 ໂຕມາລ້ຽງຕາມທິດປອດໄພດ້ານຊີວະ. ເມືອຝຸງໝູແມ່ພັນອອກລູກເທື່ອທຳອິດກໍ່ແມ່ນຊ່ວງເວລາອ້າຍນຳເອົາໝູຊີ້ນໄປຂາຍຢູ່ທ້ອງຕະຫຼາດ. ຖ້າຫາກຄ່າໃຊ້ຈ່າຍອອກອ້າຍໄດ້ກຳໄລເກືອບ 700 ລ້ານດ່ົງ. ແລ້ວອ້າຍກໍ່ໃຊ້ເງິນກຳໄລເພື່ອລົງທຶນຕໍ່ລາວໄດ້ຊື້ໝູພັນໃຫ້ຂຶ້ນເຖິງ 40 ໂຕແລະໝູຊີ້ນເປັນ 500 ໂຕເມື່ອຝຸງໝູພັນອອກລູກເທື່ອທີສອງກໍ່ໄດ້ໃຫ້ກຳໄລ 1,5 ຕື້ດົ່ງ. ມາຮອດປັດຈຸບັນ. ຝຸງໝູໃນຟາມຂອງອ້າຍກຽນກໍ່ມີ 1.200 ໂຕປະລິມານຊີ້ນໝູໃນແຕ່ລະປີກໍ່ບັນລຸ 35 – 40 ໂຕນສາມາດສ້າງລາຍໄດ້ຫຼາຍກວ່າ 10 ຕື້ດົ່ງແລະສ້າງວຽກເຮັດງານທຳໃຫ້ແກ່ແຮງງານທ້ອງຖິ່ນ 7 ຄົນດ້ວຍລະດັບເງິນເດືອນ 5 ລ້ານດົ່ງຕໍ່ເດືອນ. ປີ 2019 ເມື່ອຕະຫຼາດມີການຜັນແປສັບສົນຍ້ອນໂລກອະຫິວາໝູອາຟລິກກາ, ອ້າຍກຽນໄດ້ຍາດແຍ່ງໂອກາດດັດປັບຈຳນວນໝູ ເພື່ອຂາຍສູ່ທ້ອງຕະຫຼາດ ອັນໄດ້ຊ່ວຍຄອບຄົວແລະບັນດາສະມາຊິກສະຫະກອນໄດ້ກຳໄລໃນໄລຍະເກີດໂລກລະບາດນີ້. ອ້າຍກຽນໃຫ້ຮູ້ວ່າ:

      “ຕົ້ນປີ 2019 ຂ້າພະເຈົ້າກໍ່ໄດ້ຍິນຂ່າວວ່າມີແຂກຜູ້ໂດຍສານຈາກນະຄອນໂຮ່ຈີມິນໄປໄຕ້ຫວັນຖືກກວດພົບມີເຊື້ອໂລກອະຫິວາອາຟລິກກາ. ເວລານັ້ນຂ້າພະເຈົ້າສັງເກດວ່າຈະບໍ່ເກີນ 7 ວັນອີກຫວຽດນາມຈະປະກາດໂລກລະບາດ. ເວລານັ້ນລາຄາໝູກໍ່ຂຶ້ນສູງທີ່ສຸດໝູແຕ່ລະໂຕມີນ້ຳໜັກ 80 - 90 ກິໂລກາມພວກຂ້າພະເຈົ້າກໍ່ຂາຍໄດ້ໝົດໃນທັນທີກໍ່ໄດ້ກຳໄລສູງ. ຫຼັງຈາກນັ້ນ 5 ວັນຢູ່ ຫວຽດນາມກໍ່ປະກາດໂລກອະຫິວາໝູອາຟລິກກາ  ເວລານັ້ນລາຄາໝູຕົກຕ່ຳລົງ“.

     ນອກຈາກລ້ຽງໝູ, ອ້າຍກຽນຍັງປູກໝາກລຳໃຍໃນເນື້ອທີ່ 7 ເຮັກຕາແລະໝາກມ່ວງໃນເນື້ອທີ່ກວ່າ 1 ເຮັກຕາ ທັງໝົດປູກຕາມມາດຕະຖານຫວຽດກາບສະເພາະປີ 2022 ນີ້ ລາຍໄດ້ຈາກຕົ້ນໄມ້ກິນໝາກຂອງຄອບຄົວບັນລຸກວ່າ 700 ລ້ານດົ່ງ. ບໍ່ພຽງແຕ່ສ້າງເສດຖະກິດເກັ່ງເທົ່ານັ້ນອ້ານກຽນຍັງຊ່ວຍເຫຼືອັນດາຄອບຄົວທີ່ທຸກຍາກ ທີ່ເປັນສະມາຊິກສະມາຄົມຊາວກະສິກອນໃນບ້ານໃນຕາແສງກ່ຽວກັບກັບເຕັກນິກການລ້ຽງສັດປູກຝັງ. ອ້າຍລື່ວັນເຢືອງຢູ່ຕາແສງ ຈ່ຽງຊາງເມືອງອຽນເຈົາສະມາຊິກສະຫະກອນໃຫ້ຮູ້ວ່າ:

    “ກ່ອນນີ້ເຮົາບໍ່ເຮັດຕາມຂອບເຂດ ດັ່ງນັ້ນສິນຄ້າກໍ່ບໍ່ບັນລຸສະມັດຕະພາບ, ນັບແຕ່ເວລາເຂົ້າເປັນສະມາຊິກສະຫະກອນເຮົາກໍ່ເຮັດຕາມກຳນົດຂອບເຂດດັ່ງນັ້ນສິນຄ້າກໍ່ບັນລຸສະມັດຕະພາບສູງກວ່າເມື່ອທຽບໃສ່ກ່ອນນີ້".

      ດ້ວຍຄວາມມານະພະຍາຍາມກ້າຄິດກ້າທຳແລະກາຍເປັນຊາວກະສິກອນທີ່ເປັນເສດຖີເງິນຕື້  ໃນຫຼາຍປີຢ່າງລຽນຕິດອ້າຍກຽນໄດ້ຮັບໃບຍ້ອງຍໍຈາກຂະແໜງການຂັ້ນຕ່າງໆ ຍ້ອນມີຜົນງານໃນການຜະລິດດຳເນີນທຸລະກິດເກັ່ງຊ່ວຍເຫຼືອສະມາຊິກສະມາຄົມຊາວກະສິກອນລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກແລະສ້າງວຽກງານເຮັດງານທຳໃຫ້ແກ່ຜູ້ອອກແຮງງານທ້ອງຖິ່ນ. ປີ 2021 ອ້າຍກຽນໄດ້ຮັບເລືອກເປັນໜຶ່ງໃນຈຳນວນຊາວກະສິກອນດີເດັ່ນ 63 ຄົນຢູ່ ຫວຽດນາມ. 

ຕອບກັບ

ຂ່າວ/ບົດ​ອື່ນ