ຮີດ​ຄອງ​ປະ​ເພ​ນີໃນບຸນ​ເຕັດ​ຂອງ​ຊາວ​ເຜົ່າໄຕຢູ່ ​ພາກ​ເໜືອຫວຽດ​ນາມ

(VOVWORLD) -ຢູ່ເຂດຊາຍແດນເໜືອສຸດຂອງພາກຕາເວັນອອກສ່ຽງເໜືອ ຫວຽດນາມ, ຊາວເຜົ່າໄຕເມືອງບິ່ງລຽວ, ແຂວງກວ໋າງນິງໄດ້ຕ້ອນຮັບລະດູບານໃໝ່ດ້ວຍຮີດຄອງປະເພນີທີ່ໄດ້ຮັບການຮັກສາມານັບພັນປີ ແລະ ເຂັ້ມຂົ້ນໄປດ້ວຍສີສັນຫຼາກຫຼາຍ. ໃນລາຍການກະຈາຍສຽງພາກນີ້, ນັກຂ່າວເຈື່ອງຢາງຈະແນະນຳເຖິງທ່ານຜູ້ຟັງບົດຂຽນທີ່ພາດຫົວຂໍ້ວ່າຮີດຄອງປະເພນີໃນບຸນເຕັດຂອງຊາວເຜົ່າໄຕຢູ່ເຂດຊາຍແດນພາກເໜືອຫວຽດນາມ. ເຊີນທ່ານຕິດຕາມຮັບຟັງ.

ເມື່ອຮອດວັນທີ 30 ບຸນເຕັດ(ໄລ່ຕາມຈັນທະປະຕິທິນ),ຄອບຄົວຊາວເຜົ່າໄຕ ຢູ່ບ້ານ ຈ່າງນ່າ, ຕາແສງຕິ່ງຮຸກ, ເມືອງບິ່ງລຽວ, ແຂວງກວ໋າງນິງ, ເຮືອນໃດກໍຄຶກຄັກໄປດ້ວຍສຽງເວົ້າສຽງຫົວແຈ້ວໆຂອງເດັກນ້ອຍຢູ່ເຮືອນໃຕ້ເຮືອນເໜືອ, ເຕົາໄຟເຮືອນຄົວໃດກໍມີແປວໄຟແດງຮຸນໆ, ມີກິ່ນຫອມຂອງອາຫານເຍື່ອງຕ່າງໆ. ປີໃດກໍເຊັ່ນດຽວກັນ, ຮຸ່ງເຊົ້າຂອງວັນທີ 30 ບຸນເຕັດ, ຄອບຄົວ ປ້າ ລາທິຮົ່ງ ກໍຟ້າວຟັ່ງຫ້າງຫາກະກຽມພາເຂົ້າບູຊາ ສົ່ງທ້າຍປີເກົ່າ, ຕ້ອນຮັບປີໃໝ່ແລະເຊີນບັນພະບຸລຸດມາຕ້ອນຮັບບຸນເຕັດພ້ອມກັບຄອບຄົວ. ນັບແຕ່ເຊົ້າມືດ, ລູກຊາຍຫຼ້າຂອງປ້າ ຮົ່ງ ພ້ອມກັບບ່າວສາວໃນບ້ານຈະພາກາກັນເຂົ້າໄປໃນປ່າເພື່ອເລືອກເອົາຕົ້ນໄມ້ໄຜ່ທີ່ມີລຳຊື່, ເຫຼື້ອມ, ງາມ, ມີໃບດົກໜາເພື່ອເອົາມາເຮັດຕົ້ນກະຖິນຕັ້ງຢູ່ໜ້າເດີ່ນ. ສ່ວນຜົວເມຍລູກຊາຍກົກພາກັນອະນາໄມເຊັດຖູເຮືອນຊານໃຫ້ສະອາດແລະຈັດແຈງເຄື່ອງຂອງໃຫ້ເປັນລະບຽບງາມຕາ.  ຮ້ານບູຊາ, ປະຕູໂຂງ, ຕົ້ນໄມ້.... ໄດ້ປະດັບດ້ວຍເຈ້ຍສີແດງ, ອັນໄດ້ເຮັດໃຫ້ເຮືອນຂອງ ປ້າ ຮົ່ງ ຄືໄດ້ໃສ່ເສື້ອຜືນໃໝ່ ກຽມພ້ອມຕ້ອນຮັບປີໃໝ່.

ປ້າ ລາທິຮົ່ງ ໃຫ້ຮູ້ວ່າ ເຂົ້າຕົ້ມ ແມ່ນສິ່ງທີ່ບໍ່ອາດຂາດໄດ້ໃນພາເຂົ້າຂອງວັນທີ 30 ບຸນເຕັດຂອງຄອບຄົວ. ນັບແຕ່ວັນທີ 25, 26 ເດືອນ 12 (ໄລ່ຕາມຈັນທະປະຕິທິນ), ສະມາຊິກທຸກຄົນໃນຄອບຄົວ ໄດ້ພາກັນລ້າງໃບຕອງ, ກຽມເຂົ້າໜຽວ, ຊີ້ນໝູ, ໃບແມ໊ງກົ້ງ, ຫໍ່ທັງເຂົ້າຕົ້ມນ້ອຍ 3 ລ່ຽມ ເພື່ອໃຫ້ເດັກນ້ອຍກິນກ່ອນ. ນອກນັ້ນ ຄອບຄົວ ປ້າ ຮົ່ງ ຍັງຫໍ່ເຂົ້າຕົ້ມໃສ້ໄຂ່ ແລະ ປາ ໂດຍມີຮູບມົນຄືໝາກບານ ຫຼືເອີ້ນວ່າ “ເຂົ້າຕົ້ມພໍ່”  ແລະ ເຂົ້າຕົ້ມຮູບທ່ອນກົມຂະໜາດໃຫຍ່ ຫຼື ເອີ້ນວ່າ “ເຂົ້າຕົ້ມແມ່” ເພື່ອບູຊາໃນຊຸມວັນບຸນເຕັດອີກດ້ວຍ.

 “ຮອດວັນທີ 30 ບຸນເຕັດ, ຂ້າພະເຈົ້າໄດ້ຊື້ຊີ້ນໝູ ໂດຍເລືອກເອົາຕ່ອນທີ່ແຊບທີ່ສຸດ. ແຕ່ງແລ້ວຕັ້ງພາເຂົ້າຢູ່ກາງເຮືອນ, ເຫຍັ້ນເຫຼົ້າເຊີນບັນພະບຸລຸດ. ໃນພາເຂົ້າບູຊາລວມມີ ເຂົ້າຕົ້ມ, ໄກ່ໜຶ່ງໂຕ ແລະ ຊີ້ນໝູໜຶ່ງປ່ຽງ. ປີໃດລູກຫຼານກໍມາຄົບໜ້າພໍຕາ ສະນັ້ນບັນຍາກາດໃນຄອບຄົວແມ່ນມ່ວນ ຫຼາຍ.”

ຮອດຕອນບ່າຍ, ສ່ວນຫຼາຍບັນດາຄອບຄົວຊາວເຜົ່າ ໄຕ ຢູ່ບ້ານ ຈາງນ່າ, ຕາແສງ ຕິ່ງຮຸກ, ເມືອງ ບິ່ງລຽວ ລ້ວນແຕ່ເຕົ້າໂຮມກັນອ້ອມພາເຂົ້າສົ່ງທ້າຍປີເກົ່າ. ພາຍຫຼັງກິນເຂົ້າແລ້ວໆ ກໍພາກັນນັ່ງອ້ອມເຕົາໄຟ, ລຸງ ເລືອງທຽມຝູ ທັງເລົ່າເລື່ອງ ທັງຜັດຖູກິ່ງຕົ້ນມອນເປັນຊັ້ນໆ ເພື່ອໃຫ້ກາຍເປັນກິ່ງດອກໄມ້ສີຂາວ, ກະກຽມໃຫ້ແກ່ພິທີຕັກນ້ຳຂອງມື້ຕໍ່ມາ. 
ຮີດ​ຄອງ​ປະ​ເພ​ນີໃນບຸນ​ເຕັດ​ຂອງ​ຊາວ​ເຜົ່າໄຕຢູ່ ​ພາກ​ເໜືອຫວຽດ​ນາມ - ảnh 1ຕອນເຊົ້າຂອງວັນທີ 1 ບຸນເຕັດ ຊາວເຜົ່າໄຕ ຈະລຸກແຕ່ເຊົ້າ ເພື່ອທຳພິທີ ເອົານ້ຳ (ພາບ:VOV)

ກ່ອນຈຸດເວລາສົ່ງທ້າຍປີເກົ່າ, ຕ້ອນຮັບປີໃໝ່ ຜູ້ໃດກໍຟ້າວຟັ່ງກັບເມືອເຮືອນນອນພັກຜ່ອນ ເພື່ອໃຫ້ຕອນເຊົ້າຂອງວັນທີ 1 ບຸນເຕັດ ສາມາດລຸກແຕ່ເຊົ້າເພື່ອໜຶ້ງເຂົ້າໜຽວທີ່ໄດ້ຍ້ອມສີຂອງຕົ້ນກາເດເນຍມີສີເຫຼືອງສົດ, ຫ້ອຍເຂົ້າຕົ້ມ 3 ລ່ຽມຢູ່ປະຕູເຮືອນ ເພື່ອເຊີນຂວັນຜີບໍ່ມີຍາດຕິພີ່ນ້ອງ ມາຕ້ອນຮັບບຸນປີໃໝ່. ພາຍຫຼັງທຳພິທີແລ້ວ, ສະມາຊິກທຸກຄົນໃນຄອບຄົວຈະພ້ອມກັນໄປເອົານ້ຳ - ພິທີກຳສຳຄັນທີ່ສຸດສຳລັບຊາວເຜົ່າໄຕ. ໂດຍເລືອກເອົາຍອດຫ້ວຍນ້ຳໄຫຼຈ້ອກໆເຢັນສະບາຍ, ລຸງ ຝູ ປັກກິ່ງດອກໄມ້ມອນ, ໃຕ້ທຽນໃສ່ເຂົ້າໜຽວສີເຫຼືອງ ແລ້ວອະຖິຖານວ່າ “ເອົານ້ຳທິດໃຕ້ ບໍ່ເຮັດກໍລວຍ, ເອົານ້ຳທິດຕາເວັນອອກສະໜຸກສຸກສະບາຍ”. ໃນຂະນະນັ້ນ, ລູກຊາຍ ແລະ ລູກໃພ້ ຈະເອົາເປືອກຂອງຕົ້ນມອນມັດໃສ່ຫີນກ້ອນນ້ອຍ ເພື່ອເປັນສັນຍາລັກໃຫ້ແກ່ຄວາຍງົວ ເພື່ອເອົາເມືອເຮືອນ ແລະ ຖີ້ມໃສ່ຄອກງົວຄອກຄວາຍ. ລຸງ ເລືອງທຽມຝູ ໃຫ້ຮູ້ວ່າ:

  “ນ້ຳທີ່ໄດ້ເອົາມານັ້ນ ສ່ວນຫຼາຍແມ່ນເພື່ອລ້າງໜ້າໃຫ້ສະອາດ ເພື່ອໃຫ້ປີໃໝ່ມີສຸຂະພາບເຂັ້ມແຂງ. ແລ້ວບອກລູກບອກຫຼານໃຕ້ທຽນ, ຖືເຂົ້າໄປຈູງ “ງົວຄວາຍ” ມາ. ຈູງມາຮອດເຮືອນ ກໍຖາມວ່າ: ປູ່ເອີຍຍ່າເອີຍ, ພໍ່ແມ່ເອີຍ ຊິເອົາງົວເອົາຄວາຍບໍ? ແລ້ວເພິ່ນກໍຕອບມາວ່າ: ລູກເອີຍ ຈູງມາໂລດ, ມີເທົ່າໃດກໍຈູງມາ ເພື່ອໃຫ້ຄອບຄົວພັດທະນາ, ລູກຫຼານມີສຸຂະພາບເຂັ້ມແຂງ”.

ຮີດ​ຄອງ​ປະ​ເພ​ນີໃນບຸນ​ເຕັດ​ຂອງ​ຊາວ​ເຜົ່າໄຕຢູ່ ​ພາກ​ເໜືອຫວຽດ​ນາມ - ảnh 2ບັນດາສະມາຊິກໃນຄອບຄົວຊາວເຜົ່າໄຕ ເຕົ້າໂຮມກັນໃນພາເຂົ້າຕ້ອນຮັບປິໃໝ່ (ພາບ: VOV)

ພາເຂົ້າບູຊາໃນຊຸມວັນຕົ້ນປີໃໝ່ ຈະສະຫງວນສະເພາະໃຫ້ແກ່ພໍ່ແມ່ເຈົ້າຂອງເຮືອນ, ອາດຈະມີຕົ້ນອ້ອຍ, ນ້ຳຕານ, ເຂົ້າໜົມເຈ ຫຼື ຊີ້ນ, ແຕ່ສຳລັບຊີ້ນນັ້ນ ແມ່ນຈະກິນຫຼັງ 12 ໂມງສວາຍເທົ່ານັ້ນ. ສຳລັບຊາວເຜົ່າໄຕແລ້ວ, ວັນທີ 1 ບຸນເຕັດ ຈະບໍ່ໄປຫຼີ້ນເຮືອນຄົນອື່ນ, ບໍ່ຂ້າສັດ, ຄະລຳສຽງຮ້ອງໄຫ້ ແລະ ຖອກນ້ຳແຕ່ບ່ອນສູງລົງມາ. ຮອດວັນທີ 2 ບຸນເຕັດ, ແມ່ນເວລາໃຫ້ຄອບຄົວທາງເມຍ. ເອື້ອຍ ລາທິແລັ່ງ, ລູກໃພ້ຂອງ ຄອບຄົວລຸງ ເລືອງທຽມຝູ ເລົ່າສູ່ຟັງວ່າ, ນັບແຕ່ເມື່ອສ້າງຄອບຄົວມານີ້, ພໍ່ແມ່ທາງຜົວຍາມໃດກໍບອກສອນຢ່າງລະອຽດຖີ່ຖ້ວນກ່ຽວກັບຮີດຄອງປະເພນີໃນຊຸມວັນບຸນເຕັດ. ເອື້ອຍ ແລັ່ງ ໃຫ້ຮູ້ວ່າ:

 “ວັນທີ 2 ບຸນເຕັດ, ຂ້າພະເຈົ້າໄດ້ກຽມໄກ່ຕອນ, ເຂົ້າຕົ້ມທີ່ຫໍ່ເອງ, ຊອງອັ່ງເປົ່າ, ເຂົ້າໜົມ, ໝາກໄມ້ຊະນິດຕ່າງໆ ເພື່ອເອົາໄປຕ້ອນພໍ່ແມ່ ແລະ ອ້າຍເອື້ອຍນ້ອງຄີງ, ຍາດຕິພີ່ນ້ອງຂອງຕົນ. ພວກຂ້າພະເຈົ້າຖືວ່າ ບຸນເຕັດ ແມ່ນໂອກາດເພື່ອຕອບບຸນແທນຄຸນພໍ່ແມ່, ຜູ້ທີ່ໄດ້ໃຫ້ກຳເນີດ ແລະ ລ້ຽງດູເຮົາເຕີບໃຫຍ່, ແມ່ນໂອກາດເພື່ອໃຫ້ອ້າຍເອື້ອຍນ້ອງມີຄວາມຜູກພັນສະໜິດສະໜົມກວ່າ. ໃຜໆກໍດີໃຈເມື່ອໄດ້ພົບໜ້າພໍ້ຕາກັນໃນຍາມຕົ້ນປີໃໝ່.”

        ໃນຍາມຕົ້ນປີໃໝ່, ຄອບຄົວ ລຸງ ເລືອງທຽມຝູ ແລະ ປ້າ ລາທິຮົ່ງ ພ້ອມດ້ວຍພໍ່ແມ່ພີ່ນ້ອງຊາວເຜົ່າ ໄຕ ອື່ນໆ ຈະມອບບັນດາຄຳອວຍພອນທີ່ດີງາມທີ່ສຸດໃຫ້ກັນ. ບ່າວສາວໃນບ້ານ ນຸ່ງຊຸດອາພອນປະຈຳເຜົ່າພາກັນໄປເລາະຫຼີ້ນ, ເບີກບານມ່ວນຊື່ນກັບສຽງຂັບແທນທີ່ສົດໃສ, ນີ້ມນວນ, ພາວະນາ ແລະ ອວຍພອນໃຫ້ລະດູເກັບກ່ຽວຂອງປີໃໝ່ໄດ້ຮັບຜົນດີ, ທຸກຄົນມີສຸຂະພາບເຂັ້ມແຂງ, ມີຄວາມສະຫງົບສຸກ ແລະ ໂຊກດີ./.

ຕອບກັບ

ຂ່າວ/ບົດ​ອື່ນ