ຮວ່າງຕ໊ວນແອັງ ເຊິ່ງແມ່ນເຈົ້າຂອງຕູ້ ATM ເຂົ້າສານແຫ່ງຄວາມຮັກ ແລະ ຕູ້ ATM ຜ້າອັດປາກ - ດັງ ໂດຍບໍ່ເສຍຄ່າ

(VOVWORLD) -ໂລກລະບາດໂຄວິດ - 19 ໄດ້ກໍ່ຜົນກະທົບ ແລະ ຜົນເສຍຫາຍຢ່າງໜັກໜ່ວງ ເຖິງທຸກການເຄື່ອນໄຫວຄື ການເມືອງ ເສດຖະກິດສັງຄົມໃນທົ່ວໂລກ, ໃນນັ້ນມີ ຫວຽດນາມ. ເມື່ອໂລກລະບາດ ໄດ້ກໍ່ຄວາມຫຍຸ້ງຍາກຫຼາຍຢ່າງໃຫ້ແກ່ການດຳລົງຊີວິດ ຂອງປະຊາຊົນ ພິເສດແມ່ນບັນດາຜູ້ມີລາຍຮັບຕ່ຳ ກໍ່ແມ່ນຊ່ວງເວລາທີ່ຈິດໃຈອຸ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນຂອງປະຊາຊົນໄດ້ຖືກສະແດງອອກຢ່າງຈະແຈ້ງ
ຮວ່າງຕ໊ວນແອັງ ເຊິ່ງແມ່ນເຈົ້າຂອງຕູ້ ATM ເຂົ້າສານແຫ່ງຄວາມຮັກ ແລະ ຕູ້ ATM ຜ້າອັດປາກ - ດັງ ໂດຍບໍ່ເສຍຄ່າ - ảnh 1

ຮວ່າງຕ໊ວນແອັງ - ເຈົ້າຂອງຕູ້ ATM ເຂົ້າສານ

ແລະ ຕູ້ ATM ຜ້າອັດປາກ - ດັງ ໂດຍບໍ່ເສຍຄ່າ

    ເມື່ອໂລກລະບາດ ໂຄວິດ - 19 ລະເບີດຂຶ້ນຢູ່ ຫວຽດນາມ, ຕົ້ນເດືອນ ເມສາ ປີ 2020 ນະຄອນໂຮ່ຈີມິນ ໄດ້ກ້າວເຂົ້າສູ່ໄລຍະປະຕິບັດການແຍກຫ່າງສັງຄົມ.  ກໍ່ເຊັ່ນດຽວກັນກັບວິສາຫະກິດອື່ນຫຼາຍແຫ່ງ, ບໍລິສັດ ຫວູຈຸແຊັງ ຂອງ ຮວ່າງຕ໊ວນແອັງ ໄດ້ປະສົບກັບຄວາມຫຍຸ້ງຍາກຂະນະທີ່ບັນດາແຜນການພ້ອມກັບເງິນລົງທຶນເຂົ້າໃນບັນດາໂຄງການໃນໄຕມາດໜຶ່ງ  ໄດ້ຖືກຫຼົ້ມເຫຼວຢ່າງກະທັນຫັນ. ເມື່ອສັງເກດເຫັນປະຊາຊົນຜູ້ທຸກຍາກຫຼາຍຄົນ ພວມມີຄວາມລຳບາກກາກກຳ, ລາວໄດ້ມີຄວາມສະດຸງໃຈ ແລະ ຕັດສິນອອກແບບຕູ້ ATM ເຂົ້າສານ ເພື່ອຊ່ວຍເຫຼືອພໍ່ແມ່ປະຊາຊົນເປັນຕົ້ນແມ່ນກຳມະກອນຜູ້ອອກແຮງງານ ທີ່ທຸກຍາກ ມີສະບຽງອາຫານເພື່ອຜ່ານຜ່າໄລຍະໂລກລະບາດ, ເມື່ອຕູ້ເຂົ້າສານ ATMໜ່ວຍທຳອິດເຂົ້າສູ່ການເຄື່ອນໄຫວ, ຮວ່າງຕ໊ວນແອັງ ກໍ່ມີຄວາມຂ້ອງຄາກັບວຽກງານ ຮັບເຂົ້າສານ ແຈກຢາຍເຂົ້າສານ ໃຫ້ແກ່ປະຊາຊົນໂດຍກົງ ບໍ່ນັບທັງເວັນ ແລະ ຄືນ, ຝົນຕົກ ຫຼື ແດດຮ້ອນ... ການປະດິດສ້າງຂອງ ຮວ່າງຕ໊ວນແອັງ ໄດ້ປະກອບສ່ວນຊ່ວຍກູ້ ຊີວິດໃຫ້ແກ່ຫຼາຍຄົນ, ຫຼາຍຄອບຄົວ ສາມາດຜ່ານຜ່າຊ່ວງເວລາທີ່ຫຍຸ້ງຍາກລຳບາກຍ້ອນໂລກລະບາດກໍ່ຂຶ້ນ. ຮວ່າງຕ໊ວນແອັງ ເວົ້າວ່າ:

    “ເມື່ອເຮົາຜະລິດຕູ້ ATM ເຂົ້າສານ, ເຮົາເຫັນວ່າມີບັນດາຮູບພາບການດຳລົງຊີວິດທີ່ເປັນໜ້າຕື້ນຕັນໃຈ. ມີບາງຄົນໄດ້ຖີບລົດເປັນໄລຍະ 20 ກິໂລແມັດ ມາເອົາເຂົ້າສານ... ຢູ່ທົ່ວທຸກແຂວງນະຄອນ ກໍ່ມີເຖິງນັບໝື່ນຄົນໄດ້ມາເອົາເຂົ້າສານ. ນັ້ນກໍ່ແມ່ນກຳລັງໜູນ ເພື່ອກະຕຸກຊຸກຍູ້ເຮົາປະຕິບັດເປົ້າໝາຍ 1.000.000 ຄົນໄດ້ຮັບເຂົ້າສານໂດຍບໍ່ໄດ້ເສຍຄ່າຜ່ານຕູ້ ATM”.

       ນັບແຕ່ເມື່ອເຂົ້າສູ່ການເຄື່ອນໄຫວ ຕູ້ ATM ເຂົ້າສານ ໄດ້ດຶງດູດບັນດາຜູ້ປະສົບຄວາມຫຍຸ້ງຍາກຫຼາຍຄົນ ໃນໄລຍະເກີດໂລກລະບາດ ໄດ້ມາຮັບເຂົ້າສານດ້ວຍຄວາມຂອບໃຈບັນດາຜູ້ໃຈບຸນໃຈກຸສົນ ທີ່ມີນ້ຳໃຈຊ່ວຍເຫຼືອຜູ້ທຸກຍາກ. ໃນຮອບເວລາກວ່າ 10 ວັນ, ລາຍການຂອງ ຮວ່າງຕ໊ວນແອັງ ຮັບໄດ້ເຂົ້າສານ 300 ໂຕນ. ເວລານັ້ນພະລາກອນ ທຸກໆຄົນໃນຫ້ອງການຂອງ ຕ໊ວນແອັງ ໄດ້ເຫັນດີເປັນເອກະພາບ ດ້ວຍເລື່ອງ ໃນຕອນກາງເວັນໄປຫາບເຂົ້າສານ ຮອດຕອນກາງຄືນແຈກຢາຍເຂົ້າສານຈັດແບ່ງເຂົ້າສານ ເຖິງບັນດາຕູ້ ATM  ເພື່ອໃຫ້ປະຊາຊົນໄດ້ຮັບເຂົ້າສານໂດຍໄວ. ຮວ່າງຕ໊ວນແອັງ ໃຫ້ຮູ້ຕື່ມອີກວ່າ:

       “ເມື່ອທຸກໆຄົນເຫັນຕູ້ ATM ເຂົ້າສານ ກໍ່ພຽງແຕ່ແມ່ນຮູບນອກເທົ່ານັ້ນ. ແຕ່ໃນໄລຍະຜະລິດຕູ້ ATM ເຂົ້າສານ ກໍ່ແມ່ນຄວາມມານະອົດທົນ ແລະ ຂ້າພະເຈົ້າກໍ່ໄດ້ຜ່ານຄວາມປະລາໄຊຄັ້ງກ່ອນແລ້ວ ດັ່ງນັ້ນ ຂ້າພະເຈົ້າມີຄວາມເຂົ້າໃຈກວ່າ ກ່ຽວກັບຈິນຕະນາການ ວິທີເຮັດຄືແນວໃດ”.

       ຈາກແນວຄວາມຄິດຜະລິດຕູ້ ATM  ເຂົ້າສານ ໃນໄລຍະເກີດໂລກລະບາດທຳອິດ, ຮວ່າງຕ໊ວນແອັງ ສືບຕໍ່ຜັນຂະຫຍາຍ ຜະລິດຕູ້ ATM  ຜ້າອັດປາກ - ດັງ  ໂດຍບໍ່ເສຍຄ່າ ເພື່ອສະຫງວນໃຫ້ແກ່ຜູ້ທຸກຍາກ. ຕອນເຊົ້າວັນທີ 6 ສິງຫາ  ປີ 2020 ຕູ້ ATM ຜ້າອັດປາກ - ດັງ ໂດຍບໍ່ເສຍຄ່າໜ່ວຍທຳອິດຢູ່ ຫວຽດນາມ ໄດ້ເຂົ້າສູ່ການເຄື່ອນໄຫວຢ່າງເປັນທາງການຢູ່ ເມືອງ ເຕິນຝູ ນະຄອນໂຮ່ຈີມິນ. ເມື່ອທຽບໃສຕູ້ ATM ເຂົ້າສານກ່ອນນີ້, ຕູ້ ATM ຜ້າອັດປາກ - ດັງ ໂດຍບໍ່ເສຍຄ່າ ໄດ້ມີການປັບປຸງໃຫ້ດີກວ່າ ເພື່ອຊ່ວຍໃຫ້ປະຊາຊົນມາຮັບຜ້າອັດປາກ - ດັງ ຈຳກັດການສຳຜັດກັບບັນດາວັດຖຸອຸປະກອນຢູ່ອ້ອມແອ້ມໃນລະດັບສູງສຸດ ຮວ່າງຕ໊ວນແອັງ ໃຫ້ຮູ້ຕໍ່ໄປວ່າ:

     “ສຳລັບບັນດາຜູ້ອອກແຮງງານທີ່ທຸກຍາກ, ເຂົາເຈົ້າບໍ່ມີເງິນຊື້ຜ້າອັດປາກ - ດັງ. ດັ່ງນັ້ນ ເຮົາໄດ້ເຮັດຕູ້ ATM  ຜ້າອັດປາກ - ດັງເພື່ອຊ່ວຍເຂົາເຈົ້າໂດຍບໍ່ຄິດຄ່າ. ທຸກໆຄົນດຳລົງຊີວິດຢ່າງສະເໝີພາບ ໃນໄລຍະເກີດໂລກລະບາດ. ບໍ່ວ່າຜູ້ໃດກໍ່ມີໂອກາດໄດ້ຮັບຜ້າອັດປາກ - ດັງ ແລະ ຮັບປະກັນຄວາມປອດໄພທາງດ້ານສຸຂະພາບໃຫ້ແກ່ຕົນເອງ”.

       ໃນໄລຍະປະສົບຄວາມຫຍຸ້ງຍາກ ຍ້ອນໂລກລະບາດ ໂຄວິດ - 19 ກໍ່ຂຶ້ນ, ການປະດິດສ້າງທີ່ມີຄວາມໝາຍອັນສູງສົ່ງຕິດແທດຕົວຈິງຄື ການຜະລິດຕູ້ ATM ເຂົ້າສານ ຫຼື ຕູ້  ATM ຜ້າອັດປາກ - ດັງ ຂອງ ຮວ່າງຕ໊ວນແອັງ ຍາມໃດກໍ່ແມ່ນຮູບພາບທີ່ສວຍງາມ ມີລັກສະນະວັດທະນະທຳມະນຸດ, ການອຸ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຂອງຊາດ ຫວຽດນາມ. ຍ້ອນມີບັນດາການປະກອບສ່ວນດັ່ງກ່າວ, ຮວ່າງຕ໊ວນແອັງ ມີຄວາມເປັນກຽດ ໄດ້ຮັບການເຊີດຊູແມ່ນໜຶ່ງໃນຈຳນວນ 10 ແບບຢ່າງດີເດັ່ນຂອງ ຫວຽດນາມໃນປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ