ຮວ່າງທິຍຸງ - ແມ່​ຍິງ​ເຂດ​ພູ​ສູງສ້າງ​ເສດ​ຖະ​ກິດ​ເກັ່ງ

(VOVWORLD) -ໄລຍະທີ່ຜ່ານຂະບວນການຊາວກະສິກອນ ແຂ່ງຂັນທຳການຜະລິດ ດຳເນີນທຸລະກິດເກັ່ງ ໂດຍສະມາຄົມຊາວກະສິກອນຂັ້ນຕ່າງໆປຸກລະດົມ ໄດ້ມີກຳລັງແຜ່ກະຈາຍຢ່າງກວ້າງຂວາງ ແລະ ສົ່ງຜົນກະທົບຢ່າງຕັ້ງໜ້າ ເຖິງຊີວິດການເປັນຢູ່ຂອງສະມາຊິກ ສະມາຄົມຊາວກະສິກອນເຂດພູສູງ. ຈາກຂະບວນການນີ້ ໄດ້ປາກົດມີບັນດາຕົວແບບຊາວກະສິກອນ ສ້າງເສດຖະກິດເກັ່ງ ເຊິ່ງໄດ້ບືນຕົວຂຶ້ນຫຼຸດພົ້ນອອກຈາກຄວາມທຸກຍາກ. ຮູບແບບຟາມປະສົມຂອງຄອບຄົວນາງ ຮວ່າງທິຍຸງ ອາຍຸ 37 ປີ, ຊາວເຜົ່າ ຜູ້ໄທ ຢູ່ບ້ານ ຫ໊າດສອງ ຕາແສງ  ຫ໊າດລິ່ວ ເມືອງ ຈ້າມເຕົ໊າ ແຂວງ ອຽນບ໊າຍ ດ້ວຍລາຍຮັບນັບຮ້ອຍລ້ານດົ່ງຕໍ່ປີ ກໍ່ແມ່ນຕົວແບບໜຶ່ງ
ຮວ່າງທິຍຸງ - ແມ່​ຍິງ​ເຂດ​ພູ​ສູງສ້າງ​ເສດ​ຖະ​ກິດ​ເກັ່ງ - ảnh 1 ຮູບແບບການລ້ຽງສັດຂອງຄອບຄົວນາງ ຮ່ວາງທິຍຸງ

    ກ່ອນໜ້ານີ້ 17 ປີ ເມື່ອຫາກໍ່ສ້າງຄອບຄົວ, ນາງ ຮວ່າງທິຍຸງ ແມ່ນນອນໃນເປົ້າໝາຍຄອບຄົວທຸກຍາກ, ຊີວິດການເປັນຢູ່ຂອງຄອບຄົວ ປະສົບກັບຄວາມຫຍຸ້ງຍາກທີ່ສຸດ ຍ້ອນແຫຼ່ງລາຍຮັບຕົ້ນຕໍ ແມ່ນອາໄສຈາກການເຮັດນາ. ມີບາງປີ, ລະດູການຜະລິດເຂົ້າບໍ່ໄດ້ຮັບຜົນ ຫຼື ໃຫ້ສະມັດຕະພາບ ຕ່ຳ ກໍ່ຍິ່ງເຮັດໃຫ້ການດຳລົງຊີວິດຂອງຄອບຄົວນາງ ເພີ່ມຄວາມຫຍຸ້ງຍາກຫຼາຍຂຶ້ນ. ຄວາມຫຍຸ້ງຍາກເຫຼົ່ານີ້ ໄດ້ສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງ ເຖິງຊີວິດການເປັນຢູ່ຂອງຄອບຄົວ ກໍ່ຄືຈຳກັດວຽກງານຮ່ຳຮຽນຂອງລູກເຕົ້າ. ນາງຍາມໃດກໍ່ມີຄວາມເປັນຫວ່ງ ຈະເຮັດແນວໃດ ເພື່ອຊ່ວຍເສດຖະກິດຄອບຄົວດີຂຶ້ນ.


     ປີ 2007 ຜ່ານສະມາຄົມຊາວກະສິກອນ ຕາແສງ ຫ໊າດລິ່ວ, ນາງ ຍຸງ ໄດ້ກ້າຫານກູ້ຢືມທຶນຈຳນວນ 7 ລ້ານດົ່ງ ຈາກທະນາຄານນະໂຍບາຍສັງຄົມຂອງເມືອງ ເພື່ອເພື່ອລົງທຶນຕັ້ງຮ້ານຊັບພະສິນຄ້າຂະໜາດນ້ອຍ ແລະ ລ້ຽງໝູ. ແຕ່ໃນຄາວນັ້ນຄອບຄົວຂອງນາງ ຍັງບໍ່ທັນຮູ້ນຳໃຊ້ເຕັກນິກບົວລະບັດ ຫຼື ລ້ຽງສັດ ແລະ ບໍ່ສາມາດຊອກຫາ ໄດ້ສົ້ນເຂົ້າໃຫ້ແກ່ຜະລິດຕະພັນ ດັ່ງນັ້ນຜົນກຳໄລກໍ່ບໍ່ສູງປານໃດ. ມາຮອດປີ 2009 ເມື່ອໄດ້ເຂົ້າຮ່ວມບັນດາຊຸດອົບຮົມຖ່າຍທອດວິທະຍາສາດເຕັກນິກ ກ່ຽວກັບການປູກຝັງລ້ຽງສັດ ໂດຍສະມາຄົມຊາວກະສິກອນເມືອງຈັດຕັ້ງ, ພ້ອມທັງໄດ້ຮຽນຮູ້ບົດຮຽນ ຈາກບັນດາຮູບແບບປູກຝັງລ້ຽງສັດຢ່າງມີປະສິດທິຜົນໃນຕາແສງ… ນາງສືບຕໍ່ກູ່ຢືມທຶນຈຳນວນ 150 ລ້ານດົ່ງ ຈາກທະນາຄານ ເພື່ອເປີດກວ້າງການຜະລິດ, ຊື້ທີ່ດິນ ແລະ ແນວປູກ ສັດລ້ຽງຕື່ມອີກ ເພື່ອພັດທະນາເສດຖະກິດ.  ດ້ວຍເງື່ອນໄຂທີ່ມີດິນຢູ່ແລ້ວ, ຄອບຄົວນາງ ຍຸງ ໄດ້ຕົກລົງພັດທະນາເສດຖະກິດຕາມຮູບແບບການຜະລິດປະສົມ. ເນື້ອທີ່ດິນເກືອບ 7.000 ຕາເມັດ, ຄອບຄົວຂອງນາງໄດ້ສະຫງວນສ່ວນຫຼາຍເພື່ອປູກສາລີ  ແລະ ປູກເຂົ້ານາທາມ, ແຕ່ລະປີ ກໍ່ໃຫ້ຜົນເກັບກ່ຽວເຂົ້າ ແລະ ສາລີ ໄດ້ປະມານ 5 ໂຕນ. ສ່ວນເນື້ອທີ່ດິນເກືອບ 1.500 ຕາເມັດ ທີ່ຍັງເຫຼືອນັ້ນ, ນາງໄດ້ກໍ່ສ້າງຟາມລ້ຽງສັດ; ປູກຜັກ ແລະ ຂຸດສະລ້ຽງປາເປັນສິນຄ້າຕື່ມອີກ. ແຕ່ລະປີຟາມຂອງຄອບຄົວນາງ ສາມາດຂາຍໝູອອກສູ່ທ້ອງຕະຫຼາດໄດ້ສາມລຸ່ນ, ໂດຍຫັກຈາກຄ່າໃຊ້ຈ່າຍລົງທຶນອອກແລ້ວ ຄອບຄົວຂອງນາງກໍ່ໄດ້ກຳໄລ 150 ລ້ານກວ່າດົ່ງ. ປັດຈຸບັນ ທາງຄອບຄົວຂອງນາງກໍ່ໄດ້ລ້ຽງຄວາຍຕື່ມອີກ 2 ໂຕ ແລະ ສັດປີກປະເພດຕ່າງໆນັບຮ້ອຍໂຕ. ນາງ ຮວ່າງທິຍຸງ ແບ່ງປັນວ່າ: 

     “ທາງຄອບຄົວສາມາດສ້າງເສດຖະກິດ ໄດ້ເປັນປົກກະຕິຄືໃນວັນນີ້, ກ່ອນອື່ນໝົດ ຂ້າພະເຈົ້າໄດ້ກ້າຫານກູ້ຢືມທຶນຈາກທະນາຄານ ພາຍໃຕ້ການຊ່ວຍໜູນຂອງລັດຖະບານ. ຂ້າພະເຈົ້າຂໍຂອບໃຈນຳອຳນາດການປົກຄອງທ້ອງຖິ່ນຂັ້ນຕ່າງໆ, ຂອບໃຈນຳສະມາຄົມຊາວກະສິກອນຂັ້ນຕ່າງໆ  ໄດ້ສ້າງເງື່ອນໄຂຊ່ວຍເຫຼືອຄອບຄົວຂອງຂ້າພະເຈົ້າໄດ້ກູ້ຢືມທຶນ ແລະ ຊ່ວຍໜູນທາງດ້ານຕິກນິກການຜະລິດ ແລະ ລ້ຽງສັດ”. 

      ຍອດລາຍຮັບຈາກຮູບແບບການປູກຝັງ ແລະ ລ້ຽງສັດ ແຕ່ລະປີຄອບຄົວຂອງນາງ ຍຸງ ໄດ້ ຫຼາຍກວ່າ 200 ລ້ານດົ່ງ. ຍ້ອນມີການປະຢັດໃນການໃຊ້ຈ່າຍ ແລະ ຮູ້ວິທີສະສົມ, ປັດຈຸບັນຄອບຄົວນາງ ຍຸງ ໄດ້ກໍ່ສ້າງເຮືອນຊານຢ່າງໃຫຍ່ໂຕໂອ້ໂຖງ, ລາວສາມາດຊື້ເຄື່ອງໃຊ້ໄມ້ສອຍທຸກຊະນິດ ຮັບໃຊ້ຊີວິດປະຈຳວັນໃນຄອບຄົວ ແລະ ເຄື່ອງຈັກຮັບໃຊ້ໃຫ້ແກ່ການຜະລິດກະສິກຳ. ລຸງ ເລື່ອງວັນເຕິນ ຊາວບ້ານ ຫ໊າດສອງ ຕາແສງ ຫ໊າດລິວ ເມືອງ ຈ້າມເຕົ໊າ ໃຫ້ຮູ້ວ່າ: 

        “ຢູ່ໃນບ້ານ ນາງ ຮວ່າງທິຍຸງ ໄດ້ຕັ້ງໜ້າເຂົ້າຮ່ວມວຽກງານຂອງສະມາຄົມ, ມີແຫຼ່ງທຶນເພື່ອໃຫ້ພໍ່ແມ່ພີ່ນ້ອງຊາວບ້ານເພື່ອກູ້ຢືມ ໂດຍບໍ່ຄິດຄ່າດອກເບ້ຍ ເພື່ອຮັບໃຊ້ການລ້ຽງສັດ ແລະ ພັດທະນາເສດຖະກິດ. ພໍ່ແມ່ພີ່ນ້ອງໃນບ້ານ ແລະ ໝູ່ເພື່ອນຢູ່ບ້ານໃກ້ຄຽງ ກໍ່ມີຄວາມຮັກແພງນາງ ຍຸງ ທີ່ສຸດ”. 

        ໃນຫຼາຍປີທີ່ຜ່ານມາ, ຄອບຄົວນາງ ຮວ່າງທິຍຸງ ໄດ້ບັນລຸນາມມະຍົດ ຄອບຄົວຊາວກະສິກອນທຳການຜະລິດ ດຳເນີນທຸລະກິດເກັ່ງຂອງຕາແສງ ແລະ ເມືອງ,  ພ້ອມທັງເປັນແບບຢ່າງທີ່ດີເດັ່ນ ໃນການພັດທະນາເສດຖະກິດ ເພື່ອໃຫ້ຫຼາຍຄອບຄົວຢູ່ທ້ອງ ຖິ່ນເຮັດຕາມ. 

ຕອບກັບ

ຂ່າວ/ບົດ​ອື່ນ