ຮອງສາດສະດາຈານ ປອ ເຈິ່ນທິທູຮ່າ ນັກວິທະຍາສາດທີ່ສຸມຈິດສຸມໃຈກັບຕົ້ນຢາສະໝູນໄພ

(VOVWORLD) -ຮອງສາດສະດາຈານ ປອ ເຈິ່ນທິທູຮ່າ ຫົວໜ້າສະຖານບັນຄົ້ນຄວ້າ ແລະ ພັດທະນາປ່າໄມ້ ມະຫາວິທະຍາໄລກະສິກຳປ່າໄມ້ (ມະຫາວິທະຍາໄລ ຖາຍງວຽນ) ແມ່ນນັກວິທະຍາສາດຍິງທີ່ສຸມຈິດສຸມໃຈ ແລະ ມີຄວາມເມົາມົວໃນການຄົ້ນຄວ້າ ແລະ ອະນຸລັກ ຂະຫຍາຍແນວພັນບັນດາປະເພດຕົ້ນໄມ້, ຕົ້ນຢາສະໝູນໄພທີ່ມີຄ່າຢູ່ ຫວຽດນາມ. ຜົນງານທີ່ໜ້າສົນໃຈ ແມ່ນນາງໄດ້ຄົ້ນຄວ້າປະສົມພັນ ແລະ ປູກຕົ້ນຢາສະໝູນໄພ 40 ຊະນິດຢ່າງສຳລັບຜົນ ອັນໄດ້ນຳມາເຊິ່ງຜົນປະໂຫຍດທາງດ້ານເສດຖະກິດສູງ. ດ້ວຍບັນດາການອຸທິດສ່ວນນີ້, ນາງ ເຈິ່ນທິທູຮ່າ ມີຄວາມເປັນກຽດໄດ້ຮັບລາງວັນ ໂກວາແລັບສະກາຍອາ ປີ 2019 ຈາກສະຫະພັນແມ່ຍິງ ຫວຽດນາມ
ຮອງສາດສະດາຈານ ປອ ເຈິ່ນທິທູຮ່າ ນັກວິທະຍາສາດທີ່ສຸມຈິດສຸມໃຈກັບຕົ້ນຢາສະໝູນໄພ - ảnh 1ຮອງສາດສະດາຈານ ປອ ເຈິ່ນທິທູຮ່າ ມີຄວາມປັນກຽດໄດ້ຮັບລາງວັນ ໂກວາແລັບສະກາຍອາຈາກສະຫະພັນແມ່ຍິງຫວຽດນາມເມື່ອປີ 2019

ໄລຍະທຳອິດ ເມື່ອເຮັດວຽກຢູ່ມະຫາວິທະຍາໄລ ກະສິກຳປ່າໄມ້, ນາງ ທູຮ່າ ໄດ້ສຸມໃສ່ວຽກງານອະນຸລັກ ແລະ ຄົ້ນວຄ້າບັນດາແນວພັນຕົ້ນໄມ້, ດ້ວຍເປົ້າໝາຍເລືອກເອົາ ແລະ ປະສົມພັນບັນດາແນວພັນຕົ້ນໄມ້ທີ່ດີ ເພື່ອຮັບໃຊ້ໃຫ້ແກ່ວຽກງານປູກປ່າ, ຊ່ວຍພໍ່ແມ່ປະຊາຊົນລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ. ປີ 2008 ພາຍຫຼັງທີ່ໄດ້ສຳເລັດການປ້ອງກັນບົດວິທະຍານິພົນປະລິນຍາເອກ ຢູ່ມະຫາວິທະຍາໄລແຫ່ງຊາດ ອົດສະຕາລີ ແລະ ໄດ້ກັບຄືນເມືອປະເທດ, ນາງໄດ້ສ້າງຕັ້ງ ແລະ ພັດທະນາສະຖາບັນຄົ້ນຄວ້າ ແລະ ພັດທະນາປ່າໄມ້ຕາມກົນໄກເປັນເຈົ້າຕົນເອງ. ນາງ ເຈິ່ນທິທູຮ້າ ເວົ້າວ່າ:

       “ຢູ່ບັນດາເຂດພູສູງທີ່ປະສົບຄວາມຫຍຸ້ງຍາກນີ້ ແມ່ນມີຕົ້ນຢາສະໝູນໄພຫຼາຍຊະນິດທີ່ມີຄ່າຫາຍາກ ເປັນຫຍັງພວກເຮົາບໍ່ອະນຸລັກ ຂະຫຍາຍແນວພັນຕົ້ນຢາສະໝູນໄພ ທີ່ນອນໃນປຶ້ມແດງ ເຊິ່ງພວມຖືກສູນຫາຍໄປໃນແຕ່ລະວັນ. ຍ້ອນເຫດນີ້ເອງ ໃນຕະຫຼອດ 10 ປີທີ່ຜ່ານມາ ພວກຂ້າພະເຈົ້າໄດ້ຝັກໃຝ່ ແລະ ເດີນຕາມ ຢາກເຮັດແນວໃດ ເພື່ອຂະຫຍາຍແນວພັນບັນດາຕົ້ນຢາສະໝູນໄພທີ່ມີຄ່ານີ້”.

       ຮອງສາດສະດາຈານ ປອ ທູຮ່າ ໄດ້ຄົ້ນຄວ້າໃນຕະຫຼອດເວັນແລະຄືນ, ລາວໄດ້ເລືອກເຟັ້ນ ປະສົມພັນ ແລະ ປູກຕົ້ນຢາສະໝູນໄພ 40 ຊະນິດຂອງ ຫວຽດນາມ ຢ່າງປະສົບຜົນສຳເລັດ, ພ້ອມກັນນັ້ນນາງ ທູຮ່າ ຍັງໄດ້ສຸມໃສ່ຄົ້ນຄວ້າ ແລະ ນຳໃຊ້ວິທະຍາສາດ ເພື່ອຮັບໃຊ້ໃຫ້ແກ່ການສ້າງແນວພັນທີ່ດີ ແລະ ປູກດ້ວຍຂອບຂະໜາດໃຫຍ່ ຊ່ວຍພັດທະນາຂະແໜງຕົ້ນຢາສະໝູນໄພຂອງ ຫວຽດນາມ. ນາງ ຮອງສາດສະດາຈານ ປອ ເຈິ່ນທິທູຮ່າ ໃຫ້ຮູ້ວ່າ:

        “ປັດຈຸບັນລະບົບຂອງພວກຂ້າພະເຈົ້າພວມສະໜອງແນວພັນ ແລະ ບັນດາຜະລິດຕະພັນການຢາ ຢູ່ຫຼາຍກວ່າ 30 ແຂວງ ນະຄອນໃນທົ່ວປະເທດ. ຄວາມໃຝ່ຝັນຂອງພວກຂ້າພະເຈົ້າ ແມ່ນບັນດາຜະລິດຕະພັນຂອງປະຊາຊົນ ບໍ່ພຽງແຕ່ໄດ້ຈຳໜ່າຍຢູ່ພາຍໃນປະເທດເທົ່ານັ້ນ ຫາກຍັງກ້າວໄປເຖິງການສົ່ງອອກຂາຍຢູ່ຕະຫຼາດຕ່າງປະເທດອີກດ້ວຍ.  ນີ້ແມ່ນການຄິດໄລ່ເພື່ອພັດທະນາເສດຖະກິດສັງຄົມ ໃຫ້ແກ່ພໍ່ແມ່ປະຊາຊົນຢູ່ເຂດຫ່າງໄກສອກຫຼີກ ແລະ ນີ້ກໍ່ແມ່ນຄວາມໃຝ່ຝັນຂອງປະຊາຊົນບັນດາເຜົ່າ ສາມາດດຳລົງຊີວິດບົນດິນແດນຂອງຕົນ”.  

      ດ້ວຍບົດບາດແມ່ນຫົວໜ້າສະຖາບັນຄົ້ນຄວ້າ, ນາງ ທູຮ່າ ຍາມໃດກໍ່ພ້ອມແລ້ວ ທີ່ຈະເປີດບັນດາໂອກາດສ້າງວຽກເຮັດງານທຳ ໃຫ້ແກ່ບັນດາເພື່ອນໜຸ່ມທີ່ມີຄວາມເມົາມົວ ກັບວຽກງານຄົ້ນຄວ້າ ພາຍຫຼັງທີ່ຮຽນຈົບຈາກມະຫສວິທະຍາໄລ ແລະ ສ້າງສະພາບແວດລ້ອມແຫ່ງການເຮັດວຽກ ໃຫ້ແກ່ນັກຮຽນນັກສຶກສາທັງຢູ່ພາຍໃນ ແລະ ຕ່າງປະເທດທັງຮຽນ ທັງເຮັດ. ທ່ານ ຮອງສາດສະດາຈານ ປອ ເຈິ່ນວັນດຽນ ໃຫ້ຮູ້ວ່າ:

     “ພວກຂ້າພະເຈົ້າມີຄວາມເອກອ້າງທະນົງໃຈທີ່ສຸດ ກ່ຽວກັບນາງ ຮອງສາດສະດາຈານ ປອ ທູຮ່າ ເຊິ່ງແມ່ນນັກຄົ້ນຄວ້າ ແມ່ນເອື້ອຍຄູ ແລະ ກໍ່ແມ່ນນັກຄຸ້ມຄອງທີ່ມີຄວາມຮັບຜິດຊອບ ສຳລັບບັນດາກິດຈະກຳຄົ້ນຄວ້າ, ລາວມີຄວາມສຸມຈິດສຸມໃຈຊອກຮູ້ບັນດາບັນຫາໃໝ່, ມີຫົວຄິດປະດິດສ້າງ ເພື່ອພັດທະນາຂະແໜງປ່າໄມ້ຢູ່ ຫວຽດນາມ. ບັນດາກິດຈະກຳຄົ້ນຄວ້າ ຜະລິດແນວພັນຕົ້ນໄມ້, ຕົ້ນຢາສະໝູນໄພ, ຂັ້ນຕອນການຜະລິດ ບັນດາຜະລິດຕະພັນການຢາຂອງນາງ ທູຮ່າ ແມ່ນມີລັກສະນະວິທະຍາສາດສູງ ຢູ່ບັນດາແຂວງເຂດພູດອຍທາງພາກເໜືອ ແລະ ໄດ້ຮັບການຮັບຮູ້ຈາກບັນດາທ້ອງຖິ່ນ”.

       ມາຮອດປັດຈຸບັນນາງ ເຈິ່ນທິທູຮ່າ ພ້ອມກັບໝູ່ຄະນະພະນັກງານ ສັງກັດສະຖາບັນຄົ້ນຄວ້າ ແລະ ພັດທະນາປ່າໄມ້ ໄດ້ຮັບໃບປົກປ້ອງຕົ້ນຢາສະໝູນໄພທີ່ມີຄ່າ 12 ແນວພັນ ຈາກກະຊວງກະສິກຳ ແລະ ພັດທະນາຊົນນະບົດ ແລະ ໄດ້ນຳເຂົ້າການຜະລິດ ແລະ ດຳເນີນທຸລະກິດ. ດ້ວຍບັນການປະກອບສ່ວນໃຫ້ແກ່ບັນດາຂະແໜງປ່າໄມ້ຂອງ ຫວຽດນາມ ໃນ 20 ປີທີ່ຜ່ານມາ, ຮອງສາດສະດາຈານ ປອ ເຈິ່ນທິທູຮ່າ ມີຄວາມປັນກຽດໄດ້ຮັບລາງວັນ ໂກວາແລັບສະກາຍອາ ເຊິ່ງແມ່ນລາງວັນທີ່ສະຫງວນໃຫ້ແກ່ບັນດາໝູ່ຄະນະ, ນັກຄົ້ນຄວ້າວິທະຍາສາດທີ່ດີເດັ່ນ ທີ່ມີຜົນງານໃນການຄົ້ນຄວ້າ ແລະ ນຳໃຊ້ວິທະຍາສາດເຂົ້າໃນພຶດຕິກຳຊີວິດຕົວຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ