ເຈົ້າເຫຼົ່າ ກະແລນ ສະມາຊິກພັກທີ່ມີອິດທິພົນຊື່ສຽງ ໃນບ້ານ ກະລອງ

(VOVWORLD) -ໃນຊຸມປີທີ່ຜ່ານມາ ຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ ຢູ່ບ້ານ ກະລອງ ຕາແສງ ຮຽອານ ເມືອງ ດຶກຈ້ອງ ແຂວງ ເລິມດົ່ງ ໄດ້ມີການປ່ຽນແປງຫຼາຍຢ່າງ, ສະພາບຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍກໍ່ໄດ້ຮັບປະກັນ. ປະຊາຊົນບໍ່ພຽງແຕ່ມີຄວາມສາມັກຄີ ຮ່ວມແຮງຮ່ວມໃຈກໍ່ສ້າງໝູ່ບ້ານໃຫ້ຮັ່ງມີສວຍງາມເທົ່ານັ້ນ ຫາກຍັງຕັ້ງໜ້ານຳໃຊ້ຄວາມກ້າວໜ້າທາງດ້ານວິທະຍາສາດເຕັກນິກ ເຂົ້າໃນການຜະລິດກະສິກຳ ຍົກສູງມູນຄ່າເສດຖະກິດ. ບັນລຸໄດ້ໝາກຜົນດັ່ງກ່າວ ແມ່ນມີການປະກອບສ່ວນຢ່າງຕັ້ງໜ້າຂອງເຈົ້າເຫຼົ່າ ກະແລນ ເລຂາໜ່ວຍພັກບ້ານ ກະລອງ
ເຈົ້າເຫຼົ່າ ກະແລນ ສະມາຊິກພັກທີ່ມີອິດທິພົນຊື່ສຽງ ໃນບ້ານ ກະລອງ - ảnh 1ເຈົ້າເຫຼົ່າ ກະແລນ ພວມບົວລະບັດສວນຂອງຕົນ

     ເຈົ້າເຫຼົ່າ ກະແລນ ໃຫ້ຮູ້ວ່າ ຍ້ອນດິນຟ້າອາກາດເອື້ອອຳນວຍຄວາມສະດວກລະດູການຜະລິດ ໄດ້ຮັບຜົນດີ ດັ່ງນັ້ນປະຊາຊົນໃນບ້ານມີເງິນທຶນ ຊື່້ ວັດຖຸສິ່ງຂອງຕ່າງໆທີ່ຈຳເປັນ ເພື່ອຕ້ອນຮັບບຸນເຕັດ ຢ່າງເບີກບານມ່ວນຊື່ນ. ເຈົ້າເຫຼົ່າ ກະແລນ ເລົ່າສູ່ຟັງວ່າ ເມື່ອກ່ອນນີ້ ຊີວິດການເປັນຢູ່ຂອງຊາວບ້ານມີຄວາມຫຍຸ້ງຍາກທີ່ສຸດ ລາຍຮັບຕົ້ນຕໍແມ່ນໄດ້ມາຈາກເນື້ອທີ່ເຂົ້າ 3 ໄລ່ຕໍ່ລະດູການ ດັ່ງນັ້ນຊາວບ້ານກໍ່ຍັງມີຄວາມທຸກຍາກອຶດຫິວຢູ່ແຕ່ຍ້ອນໄດ້ຮັບຄວາມເອົາໃຈໃສ່ລົງທຶນໃນທຸກດ້ານ ຈາກພັກ ແລະ ລັດ ພ້ອມທັງໄດ້ຜັນຂະຫຍາຍບັນດາໂຄງການ, ນະໂຍບາຍລົງທຶນ ຊ່ວຍໜູນລາຄາ, ຊ່ວຍໜູນດ້ານແນວປູກ ແລະ ຖ່າຍທອດເຕັກນິກການປູກຝັງ ພ້ອມກັບການໂຄສະນາຂົນຂວາຍຂອງບັນດາອົງການຈັດຕັ້ງມະຫາຊົນ ແນວໂຮມປະເທດຊາດ ແລະ ອຳນາດການປົກຄອງຂັ້ນຕ່າງໆ, ພໍ່ແມ່ພີ່ນ້ອງຢູ່ແຫ່ງນີ້ ໄດ້ຮຽນຮູ້ນຳໃຊ້ເຕັກໂນໂລຊີສູງເຂົ້າໃນການຜະລິດເທື່ອລະກ້າວ ເພື່ອຍົກສູງມູນຄ່າສິນຄ້າ. ເຈົ້າເຫຼົ່າ ກະແລນ ເວົ້າວ່າ:

       “ກ່ອນອື່ນໝົດເຮົາກໍ່ຕ້ອງປະກອບຄວາມຮູ້ໃຫ້ຕົວເອງ, ຕ້ອງເຂົ້າໃຈບັນດາແຜນນະໂຍບາຍຂອງພັກ ແລະ ນະໂຍບາຍກົດໝາຍຂອງລັດ ຈຶ່ງຈະໂຄສະນາຂົນຂວາຍພໍ່ແມ່ພີ່ນ້ອງ. ພ້ອມກັນນັ້ນ ເມື່ອ ເຮັດບໍ່ວ່າວຽກງານໃດໆ ເຮົາກໍ່ຕ້ອງນຳໜ້າ”.

       ເມື່ອເວົ້າເຖິງ ເຈົ້າເຫຼົ່າ ກະແລນ, ຊາວບ້ານ ກະລອງ ໃຜໆກໍ່ມີຄວາມເຄົາລົບນັບຖື. ທ່ານ ຟານມາຍຄວາ ຮອງເລຂາ, ປະທານສະພາປະຊາຊົນຕາແສງ ຮຽບອານ ເມືອງ ດຶກຈ້ອງ ຖືວ່າ ສິ່ງດັ່ງກ່າວບໍ່ພຽງແຕ່ ຍ້ອນເຈົ້າເຫຼົ່າ ກະແລນ ແມ່ນເລຂາໜ່ວຍພັກບ້ານ ກະລອງ ເທົ່ານັ້ນ,  ເຈົ້າເຫຼົ່າ ກະແລນ ຍັງແມ່ນຜູ່ທີ່ມີແບບແຜນການດຳລົງຊີວິດ ແລະ ເຮັດວຽກຢ່າງແທດຈິງ ໃນການດຳລົງຊີວິດ ດ້ວຍວຽກງານກໍ່ສ້າງພັກ ກໍ່ສ້າງລະບົບການເມືອງຂັ້ນຮາກຖານ ໃຫ້ໝັ້ນຄົງເຂັ້ມແຂງ, ໜ່ວຍພັກບ້ານ ກະລອງ ຍາມໃດກໍ່ແມ່ນໜຶ່ງໃນບັນດາຫົວໜ່ວຍນຳໜ້າ ແລະ ກາຍເປັນໜ່ວຍພັກປອດໃສ ສະອາດ ໝັ້ນຄົງ ເຂັ້ງແຂງໃນຫຼາຍປີລຽນຕິດ, ປັດຈຸບັນໜ່ວຍພັກມີສະມາຊິກພັກ 25 ຄົນ ໃນນັ້ນມີຫຼາຍຄົນແມ່ນຊາວເຜົ່າສ່ວນໜ້ອຍ. ບັນລຸໄດ້ໝາກຜົນດັ່ງກ່າວ ກໍ່ມີການປະກອບສ່ວນຢ່າງຕັ້ງໜ້າຂອງເຈົ້າເຫຼົ່າ ກະແລນ. ທ່ານ ຟານວັນຄວາ ໃຫ້ຮູ້ວ່າ:

       “ເລຂາໜ່ວຍພັກບ້ານ ກະລອງ ໄດ້ປະຕິບັດບັນດາໜ້າທີ່ ເຊິ່ງໄດ້ຮັບການມອບໝາຍເປັນຢ່າງດີທີ່ສຸດ, ໃນນັ້ນຕ້ອງເວົ້າເຖິງໜ້າທີ່ວຽກງານກໍ່ສ້າງພັກ, ກໍ່ສ້າງລະບົບການເມືອງຂັ້ນຮາກຖານບັນລຸໝາກຜົນດີ. ພິເສດບ້ານ ກະລອງ ແມ່ນໜູ່ບ້ານຂອງຊາວເຜົ່າສ່ວນໜ້ອຍ ແຕ່ໃນປັດຈຸບັນການພັດທະນາເສດຖະກິດ ກໍ່ໄດ້ເປັນປົກກະຕິພໍສົມຄວນ”.

        ຕາມເຈົ້າເຫຼົ່າ ກະແລນ ແລ້ວ ເຖິງວ່າຊາວບ້ານສ່ວນຫຼາຍໄດ້ພັດທະນາການຜະລິດກະສິກຳ ຕາມທິດນຳໃຊ້ເຕັກໂນໂລຊີສູງກໍ່ຕາມ ແຕ່ປະສິດທິຜົນກໍ່ຍັງບໍ່ທັນບັນລຸດັ່ງຫວັງ. ເພາະສະນັ້ນ ຕ້ອງສືບຕໍ່ມີຄວາມເອົາໃຈໃສ່ ມີການກຳນົດທິດຂອງພັກ ແລະ ລັດໃນການຊີ້ນຳຈັດຕັ້ງການຜະລິດ ຍົກສູງຄຸນນະພາບ ແລະ ສ້າງເຄື່ອງໝາຍຜະລິດຕະພັນ. ເຮັດໄດ້ເຊັ່ນນັ້ນ ບ້ານ ກະລອງ ຈຶ່ງມີເງື່ອນໄຂຕື່ມອີກ ເພື່ອພັດທະນາຢ່າງໝັ້ນຄົງ. ເຈົ້າເຫຼົ່າ ກະແລນ ໃຫ້ຮູ້ຕື່ກອີກວ່າ:

      “ຂ້າພະເຈົ້າກໍ່ມີຄວາມມຸ່ງຫວັງຫຼາຍຢ່າງ. ສຳຄັນທີ່ສຸດແມ່ນຂ້າພະເຈົ້າຢາກມີຄວາມຫວັງສືບຕໍ່ຍູ້ແຮງການແນະນຳໃຫ້ຊາວບ້ານທຳການຜະລິດ ບັນດາຜະລິດຕະພັນກະເສດ ທີ່ໃຫ້ມູນຄ່າເສດຖະກິດສູງ ເປັນຕົ້ນບັນດາຮູບແບບຮ່ວມສຳພັນການຜະລິດຢ່າງມີປະສິດທິຜົນ ເຊິ່ງຢູ່ແຫ່ງອື່ນໆ ໄດ້ປະຕິບັດຢ່າງມີໄຊ. ນອກຈາກນັ້ນ ກໍ່ຕ້ອງການມີການຊ່ວຍໜູນຂອງລັດໃນວຽກງານຊີ້ນຳກຳນົດທິດ ກ່ຽວກັບວິທີການປູກຝັງ ເຮັດແນວໃດເພື່ອບັນລຸປະສິດທິຜົນສູງກວ່າເກົ່າ”.

      ດ້ວຍບັນດາການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວົງຄະນາຍາດ, ເຈົ້າເຫຼົ່າ ກະແລນ ເລຂາໜ່ວຍພັກ ບ້ານ ກະລອງ ໄດ້ຮັບໃບຍ້ອງຍໍຫຼາຍໃບ ຈາກເມືອງ ດຶກຈ້ອງ ແລະ ແຂວງ ເລິມດົ່ງ. ເຈົ້າເຫຼົ່າ ກະແລນ ສົມກັບເປັນສະມາຊິກພັກທີ່ເປັນແບບຢ່າງ ແມ່ນເຈົ້າເຫຼົ່ານາຍບ້ານທີ່ມີອິດທິພົນຊື່ສຽງ ໃນໜູ່ບ້ານເຂດໄຕງວຽນ.

ຕອບກັບ

ຂ່າວ/ບົດ​ອື່ນ