ເສັ້ນທາງພິຊິດພູມປັນຍາຂອງອ້າຍບ່າວພິການຕາ

(VOVWORLD) -ໂດຍໄດ້ກຳເນີດ ແລະ ເຕີບໃຫຍ່ຂຶ້ນໃນຄອບຄົວຊາວກະສິກອນທີ່ທຸກຍາກ, ອ້າຍບ່າວພິການຕາ ເຈິ່ນຫວຽດຮວ່າງ ຢູ່ເມືອງ ການລົກ ແຂວງ ຮ່າຕິ໊ງ ໄດ້ຜ່ານຜ່າຊາຕາກຳອາພັບ ເພື່ອບືນຕົວຂຶ້ນຢັ້ງຢືນຕົນເອງ. ຫວຽດຮວ່າງ ບໍ່ພຽງແຕ່ນຳໃຊ້ເຕັກໂນໂລຊີເປີດອະນາຄົດໃຫ້ແກ່ຕົນເອງເທົ່ານັ້ນ ຫາກຍັງໄດ້ຮ່ວມແຮງຮ່ວມໃຈສ້າງຫຼາຍໂຄງການທີ່ມີຄວາມໝາຍໃຫ້ແກ່ປະຊາຄົມຄົນພິການຕາ ດ້ວຍຄວາມຫວັງຢາກຊ່ວຍເຫຼືອບັນດາຜູ້ທີ່ມີສະພາບດຽວກັນ
ເສັ້ນທາງພິຊິດພູມປັນຍາຂອງອ້າຍບ່າວພິການຕາ - ảnh 1ເຈິ່ນຫວຽດຮວ່າງ (ນຸ່ງເສື້ອສີຂາວ)

    ນັບແຕ່ຄາວອາຍຸ 5 ປີ ຫວຽດຮວ່າງ ໄດ້ເກີດອາການສຸຂະພາບບໍ່ເປັນປົກກະຕິ ນັ້ນແມ່ນຕາບໍ່ເຫັນຮຸ່ງ. ອາການນີ້ນັບມື້ນັບຂະຫຍາຍ ແລະ ຮອດ 10 ປີ, ຫວຽດຮວ່າງ ບໍ່ສາມາດເຫັນໄດ້ອີກ ແຕ່ບໍ່ຍ້ອນແນວນັ້ນ ທີີ່ຮວ່າງ ຈະຍອມຮັບຕໍ່ຊາຕາກຳຂອງຕົນ.ຫວຽດຮວ່າງໄດ້ສຳຜັດ ແລະ ຮຽນຕົວໜັງສື ບະເລວ ຫວຽດຮວ່າງ ໃຫ້ຮູ້ວ່າ:

“ເຖິງເວລານ້ອງບໍ່ເຫັນຫຍັງເລີຍ, ພວກອ່າວຢູ່ສະມາຄົມຕາບອດ ເມືອງ ການລົກ ໄດ້ມາລະດົມກຳລັງໃຈແກ່ນ້ອງ, ແລະ ໄດ້ສ້າງຄວາມເຊື່ອໝັ້ນທາງດ້ານພູມປັນຍາໃຫ້ແກ່ນ້ອງ. ທາງສະມາຄົມໄດ້ສອນໃຫ້ແກ່ນ້ອງຮຽນຕົວໜັງສື ບະເລວ ເຊື່ອມຕໍ່ເພື່ອໃຫ້ນ້ອງກັບຄືນສູ່ໂຮງຮຽນ”.

ຮວ່າງ ໄດ້ຮຽນຕາມລາຍການເຊື່ອມຕົວພ້ອມກັບບັນດາເພື່ອນມີສຸຂະພາບເປັນປົກກະຕິ. ນັບແຕ່ຫ້ອງປໍ1 ຫາ ມໍ7 ຮວ່າງ ຍາມໃດກໍ່ເປັນນັກຮຽນຢືນຢູ່ກຸ່ມແຖວໜ້າຂອງຫ້ອງຮຽນ. ພິເສດປີ 2019 ເມື່ອເປັນນັກຮຽນຫ້ອງ ມໍ7  ໂຮງຮຽນມັດທະຍົມຕອນປາຍ ດົ່ງລົກ, ຮວ່າງ ຍັງໄດ້ຮັບທຶນສຶກສາທີ່ມີມູນຄ່າ 2,2 ຕື້ດົ່ງ ຂອງມະຫາວິທະຍາໄລ Fullbright ຫວຽດນາມ ແລະ ຮວ່າງ ກໍ່ແມ່ນໜຶ່ງໃນບັນດານັກຮຽນດີເດັ່ນທີ່ສຸດໃນຊຸດຮຽນຂໍ້ມູນຂ່າວສານຫ້ອງການ. ນີ້ກໍ່ແມ່ນບາດກ້າວຊ່ວຍໃຫ້ ຮວ່າງ ເຂົ້າເຖິງຂະແໜງວິທະຍາສາດຄອມພິວເຕີໃນພາຍພາກໜ້າ. ຮວ່າງ ໃຫ້ຮູ້ອີກວ່າ:

“ນ້ອງເປັນນັກສຶກສາຂະແໜງວິທະຍາສາດຄອມພິວເຕີ. ນັບແຕ່ປີທີສອງນ້ອງໄດ້ໄປຝຶກຫັດ ແລະ ຮອດປີທີສາມນ້ອງໄດ້ເລີ່ມໄປເຮັດວຽກ. ປັດຈຸບັນນ້ອງພວມແມ່ນຜູ້ສ້າງ ຊັອບແວ ວຽກງານຕົ້ນຕໍທີ່ກ່ຽວຂ້ອງເຖິງບັນດາຜະລິດຕະພັນອຸດສາຫະກຳ”.

ປີ 2021  ຮວ່າງ ໄດ້ເປີດຊຸດຮຽນສ້າງຊັອບແວໃຫ້ແກ່ຄົນພິການ. ໂດຍແມ່ນຜູ້ສ້າງຕັ້ງ ແລະ ບັນຊາໂຄງການ Innerlight ຫວຽດນາມ ຮວ່າງ ຍັງໄດ້ແບ່ງປັນບັນດາເຄື່ອງມືທາງດ້ານເຕັກໂນໂລຊີໃໝ່ ເພື່ອໜູນຊ່ວຍຄົນພິການ. ເຖິງວ່າ ຂ້ອງຄາກັບວຽກງານ ແລະ ການຮ່ຳຮຽນກໍ່ຕາມ ແຕ່ ຮວ່າງ ຍັງແບກຫາບຕຳແໜ່ງປະທານສະມາຄົມນັກສຶກສາຄົນພິການ ຫວຽດນາມ. ຮວ່າງ ໃຫ້ຮູ້ຕື່ມອີກວ່າ:

“ນອກຈາກການເຄື່ອນໄຫວຂອງເຄືອຂ່າຍ ນ້ອງຍັງປະຕິບັດບາງວຽກງານສ່ວນຕົວຄື ສອນສ້າງຊັອບແວໃຫ້ແກ່ບັນດາເພື່ອນພິການຕາຢູ່ນະຄອນ ໂຮ່ຈີມິນ ແລະ ສອນທາງອອນລາຍບາງຊຸດເຊັ່ນດຽວກັນໃຫ້ແກ່ບັນດາເພື່ອນພິການຕາ”.

ບໍ່ພຽງແຕ່ເທົ່ານັ້ນ, ຮວ່າງ ຍັງເຂົ້າຮ່ວມບາງການສອບເສັງ ແລະ ໄດ້ຮັບຜົນງານສູງຄື ລາງວັນທີສອງໃນການແຂ່ງຂັນອ່ານ ແລະ ຂຽນໄວສຳລັບຕົວໜັງສື ບະເລວ ລາງວັນທີສາມໃນການແຂ່ງຂັນຄົ້ນຄວ້າທາງດ້ານວັດທະນະນຳ ຫວຽດນາມ, ນອກຈາກນັ້ນ ຮວ່າງ ຍັງໄດ້ຮັບໃບຍ້ອງຍໍຈາກກະຊວງແຮງານ ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ຍ້ອນມີຜົນງານດີເດັ່ນໃນຂົງເຂດໜູນຊ່ວຍສັງຄົມ ແລະ ໄດ້ຮັບການເຊີດຊູເປັນໜຶ່ງໃນຈຳນວນ 35 ແບບຢ່າງດີເດັ່ນຂອງລາຍການ “ມານະຈິດ ຫວຽດນາມ” ປີ 2023 ຈາກສູນກາງສະຫະພັນຊາວໜຸ່ມ ຫວຽດນາມ. ເພື່ອນ ເລຖາວງວຽນ ນັກຮຽນຮ່ວມຫ້ອງຢູ່ມະຫາວິທະຍາໄລຂອງ ຫວຽດຮວ່າງ ໃຫ້ຮູ້ວ່າ:

“ນ້ອງເຫັນວ່າ ຮວ່າງ ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງແຕ່ລາວກໍ່ມີຄວາມຕັ້ງໜ້າບືນຕົວຂຶ້ນຢ່າງບໍ່ຢຸດຢັ້ງໃນການຮ່ຳຮຽນ ແລະ ວຽກງານຕ່າງໆ”.

ໂດຍມີຄວາມຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວຂອງສັງຄົມ, ຮວ່າງ ມີຄວາມຫວັງຢາກເປັນແຫຼ່ງບັນດານໃຈໃຫ້ແກ່ບັນດາຄົນພິການຕາ ເພື່ອບືນຕົວຂຶ້ນໃນການດຳລົງຊີວິດ. ຮວ່າງ ໃຫ້ຮູ້ວ່າ

“ເພື່ອຜ່ານຜ່າຄວາມຫຍຸ້ງຍາກ ນັ້ນ, ສິ່ງທີ່ສຳຄັນແມ່ນເຮົາຕ້ອງເປັນເຈົ້າການຮຽນຮູ້ ແລະ ຊອກຫາແຫຼ່ງໜູນຊ່ວຍຈາກບັນດາຜູ້ຢູ່ອ້ອມຂ້າງ. ບັນດາບາດກ້າວທີ່ນ້ອງໄດ້ກ້າວເດີນຈະເປັນບົດຮຽນທີ່ດີເພື່ອໃຫ້ບັນດາເພື່ອນອາດຈະທາບທາມ ເພື່ອບືນຕົວຂຶ້ນຄືຕົນເອງ”.

 ປັດຈຸບັນ ຮວ່າງ ພວມມີຊ່ອງຕິກຕ໊ອກ (ໂກດິງຢາລາຍ) ດ້ວຍບັນດາເນື້ອໃນສ້າງແຫຼ່ງບັນດານໃຈທີ່ຕັ້ງໜ້າກ່ຽວກັບການດຳລົງຊີວິດໃຫ້ແກ່ບັນດາຜູ້ອ້ອມຂ້າງ.

ຕອບກັບ

ຂ່າວ/ບົດ​ອື່ນ