ເອື້ອຍຄູ ຟານທິແຄັ໊ງ ເບິ່ງແຍງນັກຮຽນທີ່ທຸກຍາກຢ່າງສຸດໃຈ

(VOVWORLD) -ໂດຍເປັນເອື້ອຍຄູຢູ່ໂຮງຮຽນສາຂາ ບ້ານ ງາໂຍ ຂຶ້ນກັບຕາແສງ ປະສົບກັບຄວາມຫຍຸ້ງຍາກເປັນພິເສດ ຍາບາ ເມືອງ ຢາລາຍ ແຂວງ ຢາລາຍ ຂອງໂຮງຮຽນປະຖົມ ຫງວຽນວຽດຊວັນ, ໃນຫຼາຍປີທີ່ຜ່ານມາ ເອື້ອຍຄູ ຟານທິແຄັ໊ງ  ໄດ້ມານະພະຍາຍາມແກ້ໄຂຄວາມຫຍຸ້ງຍາກ ເພື່ອຮັກສາຈຳນວນນັກຮຽນຂຶ້ນຫ້ອງ, ພ້ອມທັງເບິ່ງແຍງການດຳລົງຊີວິດຂອງບັນດານັກຮຽນ ຊາວເຜົ່າ ຢາລາຍ ທີ່ທຸກຍາກໃນເຂດ. ແບບຢ່າງສຸດອົກສຸດໃຈຕໍ່ວຽກງານ ແລະ ນັກຮຽນທີ່ທຸກຍາກຂອງເອື້ອຍຄູ ໄດ້ຮັບການຮັບຮູ້ ແລະ ຍ້ອງຍໍຊົມເຊີຍ ຈາກອຳນາກການປົກຄອງທ້ອງຖິ່ນ ແລະ ຊາວທ້ອງຖິ່ນ.
ເອື້ອຍຄູ ຟານທິແຄັ໊ງ ເບິ່ງແຍງນັກຮຽນທີ່ທຸກຍາກຢ່າງສຸດໃຈ - ảnh 1ເອື້ອຍຄູ ຟານທິແຄັ໊ງ ພ້ອມກັບນັກຮຽນ

     ພວກນ້ອງນັກຮຽນເກືອບທັງໝົດໃນເຂດແມ່ນຊາວເຜົ່າ ຢາລາຍ, ເງື່ອນໄຂການດຳລົງຊີວິດໃນຄອບຄົວ ແມ່ນຫຍຸ້ງຍາກທີ່ສຸດ, ໃນລະດູເກັບກູ້ກາເຟ, ພວກນ້ອງເຄີຍໄປຕາມພໍ່ແມ່ ໄປເນື້ອທີ່ໄຮ່ ເກັບກູ້ກາເຟ, ປະລະການຮ່ຳຮຽນ. ພ້ອມກັນນັ້ນ ນັກຮຽນຊົນເຜົ່າສ່ວນໜ້ອຍຢູ່ແຂວງ ຢາລາຍ ເວົ້າລວມ, ແລະ ບັນດາເຂດຫ່າງໄກສອກຫຼີກ ບ້ານ ງາໂຍ, ຕາແສງ ຢາບາ ເມືອງ ຢາລາຍ ເວົ້າສະເພາະ ເຄີຍຖືກຈຳກັດທາງດ້ານຄວາມສາມາດພາສາ ຫວຽດ. ແຕ່ຢູ່ໂຮງຮຽນ ສາຂາບ້ານ ງາໂຍ ເຊິ່ງເອື້ອຍຄູ ຟານທິແຄັ໊ງ ຮັບຜິດຊອບ ຊ້ຳພັດມີຄວາມແຕກຕ່າງກັນ. ດ້ວຍຈິດໃຈ ແລະ ມານະພະຍາຍາມເກ້ຍກ່ອມຂອງເອື້ອຍຄູ ຟານທິແຄັ໊ງ  ພວກນ້ອງນັກຮຽນຍັງຄົງຮັກສາຈຳນວນນັກຮຽນຂຶ້ນຫ້ອງຢ່າງສະເໜີ ນັບທັງໃນລະດູການເກັບກູ້ກາເຟ. ຍິ່ງກວ່ານັ້ນ ພວກນ້ອງກໍ່ສາມາດເວົ້າພາສາ ຫວຽດ ໄດ້ດີທີ່ສຸດ ແລະ ມີຄວາມເຊື່ອໝັ້ນທາງດ້ານມະນຸດສຳພັນປະຈຳວັນ. ນີ້ແມ່ນໝາກຜົນແຫ່ງຄວາມມານະອົດທົນ ສຸດອົກສຸດໃຈເພື່ອນັກຮຽນຂອງເອື້ອຍຄູ ຟານທິແຄັ໊ງ ໃນຫຼາຍປີຜ່ານມາ. ເອື້ອຍຄູ ຟານທິແຄັ໊ງ ເວົ້າວ່າ:

      “ເຮົາໄດ້ໂຄສະນາໃຫ້ແກ່ເຂົາເຂົ້າ ກ່ຽວກັບຜົນປະໂຫຍດຂອງການໄປໂຮງຮຽນຢ່າງສະເໜີ, ໃນພາຍພາກໜ້າເມື່ອພວກນ້ອງໃຫຍ່ຂຶ້ນບໍ່ສາມາດປະກອບອາຊີບນີ້ ແມ່ນຈະມີເງື່ອນໄຂເລືອກເຟັ້ນເອົາການປະກອບອາຊີບອື່ນ; ການເຮັດກະສິກຳແມ່ນລຳບາກທີ່ສຸດ. ຈາກນັ້ນເຂົາເຈົ້າໄດ້ມີຄວາມເຂົ້າໃຈ ເຂົາເຈົ້າໄດ້ໃຫ້ລູກນ້ອງຂອງຕົນໄປໂຮງຮຽນຢ່າງສະເໜີ. ສຳລັບນັກຮຽນຊົນເຜົ່າສ່ວນໜ້ອຍໃນແຕ່ລະວັນ ເຮົາກໍ່ຕ້ອງໂອ້ລົມກັບພວກນ້ອງ ເພື່ອສ້າງຄວາມໃກ້ຊິດສະໜິດສະໜົມ ລະຫວ່າງເອື້ອຍຄູ ແລະ ນັກຮຽນ ເພື່ອໃຫ້ນັກຮຽນຕັ້ງໃຈຮ່ຳຮຽນ ແລະ ຟັງຄວາມຂອງເອື້ອຍຄູ”. 

      ພ້ອມກັບຄວາມເອົາໃຈໃສ່ທາງດ້ານວິຊາສະເພາະ, ສຸດຈິດສຸດໃຈສິດສອນນັກຮຽນນັ້ນ, ເອື້ອຍຄູ ຟານທິແຄັ໊ງ ຍັງຕັ້ງໜ້າເບິ່ງແຍງຊີວິດການເປັນຢູ່ໃຫ້ແກ່ພວກນ້ອງນັກຮຽນ. ແຕ່ລະປີຮອດຍາມຕົ້ນສົກຮຽນ ແລະ ໃນຕົ້ນລະດູໜາວ,ເອື້ອຍຄູ ຟານທິແຄັ໊ງ ໄດ້ຂົນຂວາຍຊາວທ້ອງຖິ່ນໃນເຂດ ພ້ອມກັນແຜ່ບໍລິຈາກເພື່ອໃຫ້ມີເຄື່ອງນຸ່ງຫົ່ມ, ປຶ້ມ, ອຸປະກອບການຮຽນ ເພື່ອຊ່ວຍເຫຼືອພວກນ້ອງນັກຮຽນ. ບໍ່ພຽງແຕ່ເທົ່ານັ້ນ, ໃນຕະຫຼອດ 5 ປີແຫ່ງການຜູກພັນກັບເຂດດິນທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດຄືບ້ານ ງາໂຍ, ເອື້ອຍຄູ ຟານທິແຄັ໊ງ ຍັງຊ່ວຍໃຫ້ປະຊາຊົນຢູ່ແຫ່ງນີ້ປູກຈິດສຳນຶກ ຖືເປັນສຳຄັນການຮ່ຳຮຽນລູກນ້ອງຂອງຕົນ. ອ້າຍ ເລີມາເຮມ ເຊິ່ງເປັນພໍ່ຂອງນັກຮຽນທີ່ບ້ານ ງາໂຍ ແບ່ງປັນວ່າ:

        “ເອື້ອຍຄູ ແຄັ໊ງ ໄດ້ຕັກເຕືອນໃຫ້ພໍ່ແມ່ນັກຮຽນ ຈົ່ງບອກສອນລູກເຕົ້າຂອງຕົນຕ້ອງຮຽນໃຫ້ດີ. ຄອບຄົວຂອງຂ້າພະເຈົ້າແມ່ນເດັດດ່ຽວ ບໍ່ປະໃຫ້ລູກເຕົ້າປະລະການຮ່ຳຮຽນ, ພໍ່ແມ່ໄດ້ມີຄວາມເປັນຫ່ວງເປັນໃຍຕໍ່ການຮ່ຳຮຽນຂອງລູກເຕົ້າ”.

       ໃຫ້ຂໍ້ສັງເກດກ່ຽວກັບຄວາມມານະພະຍາຍາມ ການປະດິດຄິດສ້າງທາງດ້ານວິຊາສະເພາະ, ເປັນຕົ້ນແມ່ນຄວາມສຸດຈິດສຸດໃຈຂອງເອື້ອຍຄູ ຟານທິແຄັ໊ງ, ເອື້ອຍຄູ ຫງວຽນທິຮຽບ ຫົວໜ້າຄະນະອຳນວຍການໂຮງຮຽນປະຖົມ ຫງວຽນວຽດຊວັນ ແບ່ງປັນວ່າ:

       “ເຮົາເຄີຍພົບເຫັນເອື້ອຍຄູ ແຄັ໊ງ ລົງໄປບ້ານໃນວັນເສົາ, ເມື່ອຖາມເອື້ອຍຄູລົງໝູ່ບ້ານເຮັດຫຍັງ, ເອື້ອຍຄູກໍຕອບວ່າ ໃກ້ຈະຮອດວັນສອບເສັງແລ້ວ ມີນ້ອງນັກຮຽນອ່ານຍັງບໍ່ທັນໄດ້ລ່ຽນໄຫຼ, ດັ່ງນັ້ນກໍ່ຕ້ອງລົງໄປແນະນຳໃຫ້ນັກຮຽນຕື່ມອີກ. ເຮົາຮູ້ສຶກ ຕື້ນຕັນໃຈທີ່ສຸດ”.

     ບັນດາຄວາມມານະພະຍາຍາມຂອງເອື້ອຍຄູ ຟານທິແຄັ໊ງ ໄດ້ຮັບການຢັ້ງຢືນ ຜ່ານບັນດານາມມະຍົດແຂ່ງຂັນຂັ້ນຮາກຖານ ແລະ ຂັ້ນແຂວງ ແລະ ຖືກບັນດາພໍ່ແມ່ນັກຮຽນຖືເປັນຍາດຕິພ່ີນ້ອງໃນຄອບຄົວ, ບັນດາການປະກອບສ່ວນ ແລະ ຄວາມມານະພະຍາຍາມຂອງເອື້ອຍຄູ ແຄັ໊ງ ພວມປະກອບສ່ວນສ້າງຮູບພາບ “ເອື້ອຍຄູ ຄືດັ່ງແມ່ຜູ້ໃຈດີ” ເພີ່ມຄວາມສວຍງາມຫຼາຍຂຶ້ນ, ປະກອບສ່ວນເຂົ້າໃນໄຊຊະນະຂອງຂະແໜງການສຶກສາ ແລະ ບຳລຸງສ້າງແຂວງ ຢາລາຍ ໃນການຍົກສູງຄຸນນະພາບການສອນ ຢູ່ເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ຢູ່ທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ