ແບບຢ່າງພົນລະເມືອງສ້າງການດຳລົງຊີວິດແລະສາສະໜາໃຫ້ດີງາມ

(VOVWORLD) - ນາງຟານທິມາຍອາຍຸ 52 ປີ  ຢູ່ບ້ານແຄັ໊ງຮຶງອາຕາແສງແຄັ໊ງຫ໋າຍເມືອງເຈິ່ນວັນເທີ່ຍແຂວງກ່າເມົາແມ່ນຜູ່ເຊື່ອຖືສາສະໜາກາໂຕລິກ. ຍາມໃດນາງກໍ່ປະຕິບັດຕາມຫຼັກທິດສະດີຂອງສາສະໜາ ທີ່ບອກສອນແລະນຳໃຊ້ບັນດາສິ່ງທີ່ດີງາມນັ້ນເຂົ້າໃນຊີວິດຕົວຈິງ. ຮັກແພງແລະແບ່ງປັນກໍ່ແມ່ນເຄັດລັບເພື່ອໃຫ້ນາງມາຍສ້າງການດຳລົງຊີວິດແລະສາສະໜາໃຫ້ດີງາມ. 
ແບບຢ່າງພົນລະເມືອງສ້າງການດຳລົງຊີວິດແລະສາສະໜາໃຫ້ດີງາມ - ảnh 1ນາງຟານທິມາຍ

     ແຕ່ຄາວຍັງນ້ອຍນາງຟານທິມາຍຖືກພໍ່ແມ່ພາໄປໂບດສາສະໜາກາໂຕລິກເພື່ອຮຽນຮູ້ ແລະໄດ້ຮັບການບອກສອນກ່ຽວກັບຫຼັກທິດສະດີສາສະໜາຈາກບັນດາຄຸນພໍ່ບາດຫຼວງນັກບວດ. ບໍ່ພຽງແຕ່ເຂົ້າໃຈເລິກກ່ຽວກັບບັນດາທິດສະດີທີ່ພໍ່ແມ່ພີ່ນ້ອງໄດ້ນຳໃຊ້ເຂົ້າໃນຊີວິດປະຈຳວັນ. ຢູ່ມໍ່ກັບເຮືອນຂອງນາງມາຍກໍ່ມີຄອບຄົວລຸງຫງວຽນວັນງຽມກໍ່ມີສະພາບຄອບຄົວຫຍຸ້ງຍາກທີ່ສຸດ, ຄອບຄົວຂອງລຸງບໍ່ມີທີ່ດິນຜະລິດກະໂຕລຸງງຽມເອງກໍ່ຖືກເຈັບເປັນ.ຄອບຄົວນາງມາຍມີວັດຖຸຂອງກິນອັນໃດກໍ່ແບ່ງປັນກັບລຸງງຽມ. ໃນໄລຍະເກີດໂລກລະບາດໂຄວິດ - 19 ນາງມາຍ ກໍ່ໄດ້ເອົາເຂົ້າສານໝີ່ສຳເລັດຮູບຂອງຄອບຄົວຕົນໄປຊ່ວຍໜູນລຸງງຽມ ເພື່ອຜ່ານຜ່າຄວາມຫຍຸ້ງຍາກຂະນະທີ່ລູກເຕົ້າຂອງລຸງໄປທຳມາຫາກິນຢູ່ແດນໄກບໍ່ສາມາດຝາກເງິນມາໃຫ້ລຸງໄດ້. ນາງຟານທິມາຍໃຫ້ຮູ້ວ່າ:

     “ປັດຈຸບັນກໍ່ພວມຢູ່ໃນໄລຍະເກີດໂລກລະບາດເຮົາຕ້ອງຮັກສາບັນດາລະບຽບການກົດໝາຍທີ່ໄດ້ວາງອອກ. ຕ້ອງປະຕິບັດຕາມລະບຽບການໃນການປ້ອງກັນຕ້ານໂລກລະບາດບໍ່ອອກນອກເມື່ອບໍ່ຈຳເປັນບໍ່ຄວນເຕົ້າລວມກັນຫຼາຍຄົນ. ຢູ່ໃນຄຸ້ມບ້ານຂອງເຮົາຖ້າຫາກມີຜູ້ໃດມີສະພາບຄອບຄົວຫຍຸ້ງຍາກກໍ່ຄວນໃຫ້ການຊ່ວຍເຫຼືອເຂົາເຈົ້າຕາມຄວາມສາມາດຂອງຕົນ”. 

     ເມື່ອເຂດຊາວ ຄຣິດຢູ່ທ້ອງຖິ່ນສ້າງຕັ້ງບັນດາສະມາຄົມກຸ່ມຊາວ ຄຣິດເພື່ອເຮັດວຽກງານເພື່ອການກຸສົນ ນາງມາຍກໍ່ມີຄວາມກະຕືລືລົ້ນເຂົ້ົ້າຮ່ວມເຊິ່ງພົ້ນເດັ່ນຂຶ້ນແມ່ນເຂົ້າຮ່ວມສະມາຄົມເລໂຢດ້ວຍບັນດາສະມາຊິກເພດຍິງ ເຄີຍໄດ້ລົງໄປຢ້ຽມຢາມຖາມຂ່າວລະດົມກຳລັງໃຈຊ່ວຍເຫຼືອບັນດາຄອບຄົວ ທີ່ປະສົບກັບຄວາມຫຍຸ້ງຍາກ. ຍາມໃດນາງມາຍກໍ່ແມ່ນໜຶ່ງໃນບັນດາສະມາຊິກທີ່ມີຄວາມກະຕືລືລົ້ນຂອງກຸ່ມພ້ອມແລ້ວທີ່ຈະປະກອບເຮື່ອແຮງນັບທັງທາງດ້ານວັດຖຸເພື່ອຊ່ວຍເຫຼືອຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ. ບໍໍ່ພຽງແຕ່ເຊັ່ນນັ້ນພໍ່ແມ່ພີ່ນ້ອງຍັງຮຽກຮ້ອງໃຫ້ບັນດາຜູ້ທີ່ມີເງື່ອນໄຂຈົ່ງເອົາໃຈໃສ່ເຖິງຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ.  ນາງ ມາຍກໍ່ໄດ້ຫຼໍ່ຫຼອມບັນດາສິ່ງທີ່ສຳຄັນໂດຍສະມາຄົມສາສະໜາໄດ້ບອກສອນດ້ວຍສອງຄຳທີ່ວ່າ “ຮັກແພງແລະແບ່ງປັນ” ດັ່ງນັ້ນຍາມໃດກໍ່ພ້ອມແລ້ວໃຫ້ການຊ່ວຍເຫຼືອບັນດາຜູ້ທີ່ປະສົບກັບຄວາມຫຍຸ້ງຍາກ, ພິເສດໃນໂອກາດວັນບຸນ ຄຣິດສະມາດ. ນາງມາຍໃຫ້ຮູ້ຕື່ມອີກວ່າ:

     “ສຳລັບສາສະໜາກາໂຕລິກ ງານບຸນຄຣິດສະມາດກໍ່ແມ່ນວັນບຸນໃຫຍ່ ພໍ່ແມ່ພີ່ນ້ອງເຊື່ອຖືສາສະໜາກາໂຕລິກກໍ່ມີຄວາມເບີກບານມ່ວນຊື່ນທີ່ສຸດ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ທຸກໆຄົນຕ້ອງປັບເນື້ອປັບຕົວຖ້າຫາກວ່າມີຄວາມຜິດແນວໃດກໍ່ຕ້ອງດັດແປງ ເພື່ອສ້າງຊີວິດໃຫ້ດີງາມກວ່າ”.

    ແຕ່ລະມື້ ນາງຟານທິມາຍກໍ່ຕ້ອງຄ້າງຄາກັບວຽກໄຮ່ການນາ ແລະວຽກບ້ານການເຮືອນຄືດັ່ງທຸກໆຄົນແຕ່ນາງມາຍກໍ່ຍັງສະຫຼະເວລາເພື່ອໄປໂບດ. ນາງພະຍາຍາມສັບຊ້ອນເວລາເພື່ອເຂົ້າຮ່ວມການເຄື່ອນໄຫວຂອງໂບດພິເສດບັນດາວຽກງານເພື່ອຊຸມຊົນ. ນາງກໍ່ໄດ້ນຳໃຊ້ຫຼັກທິດສະດີສາສະໜາ, ສິ່ງທີ່ດີງາມເພື່ອບອກສອນລູກເຕົ້າ, ແລ້ວກໍ່ເບິ່ງແຍງໃຫ້ພວກລູກເຕີບໃຫຍ່ແລະຮ່ຳຮຽນໃຫ້ດີ. ຍ້ອນເຫດນີ້ເອງນາງມາຍກໍ່ໄດ້ຮັບຄວາມນິຍົມນັບຖືຈາກຊາວທ້ອງຖິ່ນ. ປ້າເລທິຖຳ ຊາວທ້ອງຖິ່ນແບ່ງປັນວ່າ: ເຖິງວ່າຄອບຄົວຂອງນາງມາຍກໍ່ພໍກິນພໍຢູ່ກໍ່ຕາມ ແຕ່ໃນໄລຍະເກີດໂລກລະບາດ ຖ້າຫາກວ່າຄອບຄົວໃດປະສົບກັບຄວາມຫຍຸ້ງຍາກ ນາງກໍ່ຈະແບ່ງປັນແລະຊ່ວຍເຫຼືອ. ສຳລັບນາງຟາມທິມາຍແລ້ວການດຳລົງຊີວິດ ແລະປະຕິບັດຕາມຄຳສັ່ງສອນຂອງພະເຈົ້າບໍ່ພຽງແຕ່ແມ່ນການປະຕິບັດຕາມທິດສະດີສາສະໜາເທົ່ານັ້ນຫາກຍັງໄດ້ນຳໃຊ້ສິ່ງດັ່ງກ່າວເຂົ້າໃນຊີວິດຕົວຈິງອີກດ້ວຍ. ນັ້ນແມ່ນການດຳລົງຊີວິດແບບປອງດອງກັນ ມີຄວາມຈິງໃຈຊ່ວຍເຫຼືອຜູ້ທີ່ປະສົບກັບຄວາມຫຍຸ້ງຍາກ.

      ສຳລັບນາງມາຍແລ້ວ, ການຊ່ວຍເຫຼືອຜູ້ອື່ນກໍ່ເປັນການຊ່ວຍຕົນເອງເພື່ອສ້າງການດຳລົງຊີວິດແລະສາສະໜາໃຫ້ດີງາມ ວຽກງານຂອງນາງມາຍເຖິງວ່າແມ່ນເລັກນ້ອຍກໍ່ຕາມ ແຕ່ສຳຄັນແມ່ນຈິດໃຈເຄົາລົບນັບຖືພະເຈົ້າແລະຮັກແພງມະນຸດດ້ວຍກັນ. 

ຕອບກັບ

ຂ່າວ/ບົດ​ອື່ນ