ແມ່ຍິງຄົນໜຶ່ງສ້າງຄວາມງາມໃຫ້ແກ່ນະຄອນຫຼວງ

(VOVWORLD) -        ໃນຈຳນວນພົນລະເມືອງນະຄອນຫຼວງທີ່ດີເດັ່ນ 10 ຄົນ ໃນປີ 2019 ເຊິ່ງຫາກໍ່ຖືກເຊີດຊູ ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີ ແຫ່ງວັນປົດປ່ອຍນະຄອນຫຼວງ, ມີແມ່ຍິງຄົນໜຶ່ງ ດ້ວຍວຽກງານທີ່ລຽບງ່າຍ ໃນຊີວິດປະຈຳວັນ ແຕ່ໄດ້ປະກອບສ່ວນເປັນເວລາເກືອບ 30 ປີ ເພື່ອສ້າງຄວາມງາມຢູ່ຕາມທ້ອງຖະໜົນ ສາຍຕ່າງໆທີ່ນະຄອນຫຼວງ ຮ່າໂນ້ຍ. ນັ້ນແມ່ນ ນາງ ຫງວຽນທິແທັງຫຽວ ກຳມະກອນສັງກັດບໍລິສັດສິ່ງແວດລ້ອມຕົວເມືອງ ຮ່າໂນ້ຍ
ແມ່ຍິງຄົນໜຶ່ງສ້າງຄວາມງາມໃຫ້ແກ່ນະຄອນຫຼວງ  - ảnh 1ນາງ ຫງວຽນທິແທັງຫຽວ ກຳມະກອນສັງກັດບໍລິສັດສິ່ງແວດລ້ອມຕົວເມືອງ ຮ່າໂນ້ຍ 

ໂດຍແມ່ນຫົວໜ້າໜ່ວຍງານຮັບໃຊ້ ເຮັດອານະໄມສິ່ງແວດລ້ອມ ບໍລິເວນອ້ອມໜອງ ຮວ່ານກ໊ຽມ ແລະ ຕາແສງ ຫ່າງບາກ, ເຊິ່ງແມ່ນບໍລິເວນເຄີຍຕ້ອນຮັບແຂກທ່ອງທ່ຽວມາຢ້ຽມຊົມ ທັດສະນະສຶກສາ, ນາງ ຫງວຽນທິແທັງຫຽວ ພ້ອມກັບບັນດາສະມາຊິກໃນໜ່ວຍງານ ໄດ້ຕັ້ງໜ້າສົມທົບກັບອຳນາດການປົກຄອງທ້ອງຖິ່ນ ໂຄສະນາຂົນຂວາຍປະຊາຊົນ, ແຂກທ່ອງທ່ຽວ, ຄອບຄົວດຳເນີນທຸລະກິດ ໃນບໍລິເວນ ໄປຖອກຂີ້ເຫຍື້ອຕາມເວລາ ແລະ ຖືກຕາມບ່ອນກຳນົດ, ບໍ່ຖິ້ມຂີ້ເຫຍື່ອອອກສູ່ຖະໜົນ ແລະ ສະຖານທີ່ສາທາລະນະຢ່າງຊະຊາຍ. ເມື່ອເຫັນນາງມີຄວາມສຸດໃຈ ຕໍ່ການຮັກສາອານະໄມສິ່ງແວດລ້ອມ ຢູ່ຕາມທ້ອງຖະໜົນໃຫ້ສວຍງາມ, ດັ່ງນັ້ນບັນດາຄົວຄອບ ກໍ່ສະໜັບສະໜູນ ແລະ ມີສະຕິຖອກຂີ້ເຫຍື້ອໃຫ້ຖືກລະບຽບການ. ມີຜູ້ໜຶ່ງຢູ່ຄຸ້ມຖະໜົນເກົ່າ ເປີດເຜີຍວ່າ:

     “ບັນດາເອື້ອຍນ້ອງແມ່ຍິ່ງເຮັດອານະໄມ ທຳຄວາມສະອາດ ຢູ່ຕາມທ້ອງຖະໜົນ ເປັນຢ່າງດີທີ່ສຸດ ເຂົາເຈົ້າກໍ່ໄດ້ປັດກວາດເກັບຂີ້ເຫຍື່ອໃນທຸກໆວັນ ເຊິ່ງກໍ່ໄດ້ເຮັດທ້ອງຖະໜົນສະອາດ ແລະ ສວຍງາມ”.

       ແຕ່ລະມື້ວຽກງານຂອງຂອງນາງ  ຫຽວ ກໍ່ເລີ່ມແຕ່ເວລາ 18 ໂມງ ຫາ 2 ໂມງຕອນເຊົ້າ. ບໍລິເວນເກັບຂີ້ເຫຍື່ອ ແມ່ນຄຸ້ມຖະໜົນຍ່າງຢູ່     ອອ້ມໜອງ ຮວ່ານກ໊ຽມ ແລະ ຕາແສງ ຫ່າງບາກ, ບັນດາສະຖານທີ່ທ່ອງທ່ຽວ, ຕະຫຼາດຄ່ຳຄືນ, ດັ່ງນັ້ນປະລິມານຂີ້ເຫຍື້ອ ສິ່ງເສດເຫຼືອກໍ່ຫຼວງຫຼາຍທີ່ສຸດ. ນາງ ຫງວຽນທິແທັງຫຽວ ເລົ່າສູ່ຟັງວ່າ:

     “ໃນບໍລິເວນໃຈກາງ,   ມີແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດຫຼາຍຄົນມາຢ້ຽມຊົມ ທັດສະນະສຶກສາ, ດັ່ງນັ້ນ ເອື້ອຍນ້ອງແມ່ຍິງ ຍາມໃດກໍ່ຍົກສູງສະຕິຄວາມຮັບຜິດຊອບ ເພື່ອເຮັດແນວໃດ ຈະຮັບໃຊ້ໃຫ້ດີທີ່ສຸດ ແລະ ເຮັດໃຫ້ທ້ອງຖະໜົນສະອາດສວຍງາມທີ່ສຸດ”.

    ເພື່ອນຮ່ວມອາຊີບໃນບໍລິສັດ ຕ່າງກໍ່ຮັກແພງນາງ ຫຽວ ເຖິງວ່າສະພາບຄອບຄົວ ປະສົບກັບຄວາມຫຍຸ້ງຍາກ, ຜົວເຈັບເປັນກໍ່ຕາມ ແຕ່ນາງຍາມໃດກໍ່ເຮັດສຳເລັດວຽກງານຢ່າງດີເດັ່ນ, ສະຫງວນເວລາໃນມື້ກາງເວັນ ເພື່ອເບິ່ງແຍງຜົວ ແລະ ລ້ຽງດູລູກໄປໂຮງຮຽນ, ລູກຄົນໜຶ່ງຂອງນາງ ໄດ້ຮຽນຈົບມະຫາວິທະຍາໄລ. ໃນວຽກງານຂອງຕົນ ເຖິງວ່າຈະແມ່ນວຽກງານຂອງຜູ້ໃດກໍ່ຕາມ ແຕ່ເມື່ອເຫັນຢູ່ບ່ອນໃດມີຂີ້ເຫຍື່ອ ນາງກໍ່ລ້ວນແຕ່ປັດກວາດ ແລະ ເກັບຂິີ້ເຫຍື່ອໃຫ້ສະອາດສວຍງາມ. ສຳລັັບບັນດາກຳມະກອນໜຸ່ມນາງ ຫຽວ ກໍ່ໄດ້ແນະນຳຢ່າງສຸດໃຈ  ຈາກການມັດຝອຍ, ວິທີຈັບຊວ້ານ, ປັດກວາດ ຕະຫຼອດຮອດວິທີຍູ້ຖັງເກັບຂີ້ເຫຍື່ອແນວໃດ ເພື່ອບໍ່ໃຫ້ສູນເສຍກຳລັງ ແລະ ວຽກງານບັນລຸປະສິດທິຜົນສູງ. ເພາະສະນັ້ນ ນາງຍາມໃດ ກໍ່ຮັບຄວາມຮັກແພງຢ່າງຈິງໃຈ ຈາກເພື່ອນຮ່ວມອາຊີບ. ນາງ ເລທິອ໊ຽນ ກຳມະກອນໃນໜ່ວຍງານ ເວົ້າວ່າ:

     “ໃນໜ່ວຍງານ, ເອື້ອຍນ້ອງແມ່ຍິງໃຜໆກໍ່ຮັກແພງກັບ ຫຽວ. ເມື່ອເອື້ອຍນ້ອງແມ່ຍິງມີຄວາມອິດເມື່ອຍ, ນາງ ຫຽວ ຍາມໃດກໍ່ລະດົມໃຈໃຫ້ແກ່ເອື້ອຍນ້ອງ, ບາງຄັ້ງບາງຄາວ ວຽກງານຂອງເອື້ອຍນ້ອງຍັງບໍ່ທັນແລ້ວ, ນາງ ຫຽວ ກໍ່ໄດ້ລົງມືຊ່ວຍເຫຼືອຢ່າງສຸດໃຈ”.

     ສ່ວນນາງ ຫງວຽນທິຖຸຍຮັ່ງ ຫົວໜ້າພະແນກຈັດຕັ້ງ ບໍລິສັດສິ່ງແວດລ້ອມຕົວເມືອງ ຮ່າໂນ້ຍ ສາຂາເມືອງ ຮວ່ານກ໊ຽມ ໃຫ້ຮູ້ວ່າ:

         “ນາງ ຫຽວ ດຳລົງຕຳແໜ່ງເປັນຫົວໜ້າໜ່ວຍງານ ມາຮອດປັດຈຸບັນໄດ້ 10 ປີແລ້ວ ແລະ ໃນແຕ່ລະປີ ກໍ່ລ້ວນແຕ່ມີການແຕ່ງຕັ້ງຄືນໃໝ່. ນາງ ຫຽວ ຍາມໃດກໍ່ໄດ້ຮັບຄວາມເຫັນດີເຫັນພ້ອມຢ່າງສູງ ກ່ຽວກັບຄວາມເປັນແບບຢ່າງ ແລະ ມີສະຕິຄວາມຮັບຜິດຊອບ ເອົາໃຈໃສ່ຊີ້ນຳອ້າຍເອື້ອນນ້ອງໃນໜ່ວຍເປັນຢ່າງດີ ເພື່ອເຮັດຫຼ້ອນໜ້າທີ່ວຽກງານ ເຊິ່ງການນຳໄດ້ມອບໝາຍໃຫ້”.

       ປີ 2010, ນາງ ຫງວຽນທິແທັງຫຽວ ໄດ້ຮັບໃບຍ້ອງຍໍຈາກນາຍົກລັດຖະມົນຕີ ຍ້ອນມີຜົນງານໃນບັນດາການເຄື່ອນໄຫວ ສະເຫຼີມສະຫຼອງ 1.000 ປີແຫ່ງວັນ ທັງລອງ ຮ່າໂນ້ນຍ. ນາງຍັງໄດ້ຮັບໃບຍ້ອງຍໍຈາກປະທານຄະນະກຳມະການປະຊາຊົນ ນະຄອນຮ່າໂນ້ຍ, ກຳມະບານຂະແໜງກໍ່ສ້າງ. ແຕ່ລະປີນາງກໍ່ລ້ວນແຕ່ຮັບນາມມະຍົດແຮງງານທີ່ດີເດັ່ນ; ບັນລຸນາມມະຍົດນັກຮົບແຂ່ງຂັນ, “ວຽກດີຄົນເດັ່ນ” ລະດັບບໍລິສັດ. ດ້ວຍວຽກງານທີ່ລຽບງ່າຍ, ນາງ ຫງວຽນທິແທັງຫຽວ ແລະ ບັນດາອ້າຍເອື້ອຍນ້ອງໃນໜ່ວຍງານ ໄດ້ ແລະ ພວມປະກອບສ່ວນ ເຮັດໃຫ້ນະຄອນຫຼວງ ຮ່າໂນ້ຍ ຂຽວສະອາດ ແລະ ສວຍງາມ ປະກອບສ່ວນໂຄສະນາ ພາບພົດນະຄອນຫຼວງ ຮ່າໂນ້ຍ ໃຫ້ແກ່ແຂກທ່ອງທ່ຽວທັງຢູ່ໃກ້ ແລະ ໄກ.

ຕອບກັບ

ຂ່າວ/ບົດ​ອື່ນ