ໂຕທິຈາງ - ນັກກິລາຄວ້າໄດ້ຫຼຽນຄຳດວງທຳອິດມາໃຫ້ຫວຽດນາມ ຢູ່ ຊີເກມ 31

(VOVWORLD) -ຕອນບ່າຍວັນທີ 10 ພຶດສະພາ ກ່ອນທີ່ດຳເນີນພິທີໄຂງານມະຫາກຳກິລາ ອາຊີຕາເວັນອອກສຽງໃຕ້ ຄັ້ງທີ 31 ຫຼື ຊີເກມ 31 ຢູ່ໂຮງກິລາ ຮວ່າຍດຶກ ທີ່ ຮ່າໂນ້ຍ ໄດ້ກາຍເປັນເວທີແຂ່ງຂັນກິລາທີ່ພົ້ນເດັ່ນທັງແມ່ນແຫ່ງທີ່ບັນດານັດກິລາເບິ່ງ ຊີເກມ ປະເພດ Kurash ຄື ເຈິ່ນເທືອງ ບຸ່ຍມິງກວນ ເຊິ່ງໄດ້ແຂ່ງຂັນດ້ວຍຄວາມເຊື່ອໝັ້ນຄວ້າໄດ້ຫຼຽນຄຳດວງທຳອິດມາໃຫ້ກິລາ ຫວຽດນາມ. ແຕ່ຜູ້ສາມາດຄວ້າໄດ້ຫຼຽນຄຳດວງທຳອິດ ໃຫ້ແກ່ຄະນະນັກກິລາ ຫວຽດນາມ ພັດແມ່ນນາງສາວຄົນໜຶ່ງທີ່ມີຄີງບາງຮ່າງນ້ອຍ ແຂ່ງຂັນໃນລະດັບນ້ຳໜັກຕ່ຳກວ່າ 48 ກິໂລກຣາມ ນັ້ນແມ່ນນັກກິລາ ໂຕທິຈາງ
ໂຕທິຈາງ - ນັກກິລາຄວ້າໄດ້ຫຼຽນຄຳດວງທຳອິດມາໃຫ້ຫວຽດນາມ ຢູ່ ຊີເກມ 31 - ảnh 1ນັກກິລາ ໂຕທິຈາງ

      ເມື່ອເຂົ້າຮ່ວມງານແຂ່ງຂັນກິລາ ຊີເກມ ຄັ້ງທຳອິດໃນພາລະກິດຂອງຕົນ, ໂຕທິຈາງ ໄດ້ສ້າງຂີດໝາຍຍາກທີ່ຈະຈືດຈາງໄດ້ ດ້ວຍລາງວັນຊະນະເລີດຢູ່ເວທີແຂ່ງຂັນກິລາ ຫວຽດນາມ. ເມື່ອແຂ່ງຂັນກັບຄູ່ແຂ່ງສີ່ຄົນ  ໂຕທິຈາງສາມາດເອົາຊະນະຕໍ່ຄູ່ແຂ່ງສາມຄົນ ຄື ສູຄິນຄິນ ຂອງ ມຽນມາ, ຮາແລນ ອາກໂລແປນ ຂອງ ຟິລິບປິນ ແລະ ນັກກິລາຮ່ວມຄະນະ ຫວໍທິຖຸຍເຢືອງ. ໂຕທິຈາງ ເວົ້າວ່າ:

      “ນ້ອງດີໃຈ ແລະ ມີຄວາມເອກອ້າງທະນົງໃຈຂະນະທີ່ສາມາດຄວ້າໄດ້ຫຼຽນຄຳມາໃຫ້ປະເທດຊາດ. ນ້ອງຂອບໃຈນຳຄູຝຶກ ໝູ່ເພື່ອນ ຄອບຄົວ ແລະ ທຸກໆຄົນໄດ້ຊ່ວຍໃຫ້ນ້ອງສາມາດຍາດໄດ້ຜົນງານຄືວັນນີ້”.

      ການຄວ້າໄດ້ຫຼຽນຄຳຂອງ ຈາງ ອາດຈະໄວກວ່າ ຖ້າຫາກວ່ານາງສາມາດເອົາຊະນະກັບຄູ່ແຂ່ງຂອງໄທຄື ດວງດາຣາ ໃນນັດແຂ່ງຂັນທີສາມ. ແຕ່ ຈາງ ໄດ້ເສຍໄຊ ແລະ ພາໃຫ້ນັດແຂ່ງຂັນສຸດທ້າຍ ຕ້ອງມີລັກສະນະຕັດສິນ ຈາງໃຫ້ຮູ້ຕື່ມອີກວ່າ:

       “ນ້ອງກໍ່ບໍ່ເຊື່ອວ່າເຮົາຕ້ອງເສຍໄຊໄວເຊັ່ນນັ້ນ ນ້ອງຕ້ອງລະດົມກຳລັງໃຈໃຫ້ແກ່ຕົນເອງ ແລະ ຕ້ອງພະຍາຍາມ ເພື່ອເຮົາຍັງມີໂອກາດຢູ່ ເຮົາຍາມສືບຕໍ່ແຂ່ງຂັນເພື່ອຍາດໄດ້ຜົນງານ”.

     ໂຕທິຈາງ ເກີດປີ 1999 ແລະ ໄດ້ເຕີບໃຫຍ່ຂຶ້ນຢູ່ເມືອງ ດົງແອັງ ຮ່າໂນ້ຍ. ແຕ່ຄາວຍັງນ້ອຍນາງໄດ້ມີຄວາມຊົມຊອບກິລາ ພິເສດແມ່ນປະເພດມວຍ ຢູໂດ. ເມື່ອຮຽນຫ້ອງ ມໍ1 ຈາງໄດ້ເລີ່ມຮຽນມວຍ ຢູໂດ ແລະ ໄດ້ເດີນຕາມກິລາປະເພດນີ້ເປັນໄລຍະຍາວ, ໄລຍະຕໍ່ມາ ຈາງໄດ້ຫັນມາຮຽນມວຍ Kurash ເຊິ່ງແມ່ນປະເພດມວຍປ້ຳເຊິ່ງເປັນປະເພນີຂອງບັນດາປະເທດອາຊີກາງ. ຫົວໜ້າຄູຝຶກທິມ Kurashແຫ່ງຊາດ ຫວຽດນາມ ຫງວຽນຕ໊ວນຫັອກ ໃຫ້ຮູ້ວ່າ:

      “ສິ່ງທີ່ພິເສດ ແລະ ເປັນໜ້າປະທັບໃຈຂອງຂ້າພະເຈົ້າ ແມ່ນໃນລະດັບບນ້ຳໜັກ 48 ກິໂລກຣາມ ຂອງນັກກິລາ ໂຕທິຈາງ. ໃນສອງນັດແຂ່ງຂັນ ຈາງ ໄດ້ແຂ່ງຂັນດີທີ່ສຸດ ແຕ່ໃນນັດທີສາມ ຈາງບໍ່ຕັ້ງໃຈແຂ່ງຂັນ ດັ່ງນັ້ນໄດ້ຖືກເສຍໄຊ. ແຕ່ໃນນັດສຸດທ້າຍ ຈາງ ໄດ້ຕັດສິນໃຈແຂ່ງຂັນ ແລະ ສາມາດຄວ້າໄດ້ຫຼຽນຄຳ”.

      ທ້າວ ດ່າວດ້າຍຮ໋າຍ ຜູ້ເປັນຜົວຂອງຈາງ ໄດ້ແບ່ງປັນກ່ຽວກັບຄວາມຫຍຸ້ງຍາກ ຂະນະທີ່ ຈາງ ໄດ້ເດີນຕາມອາຊີບເປັນນັກກິລາວ່າ:

        “ສອງຜົວເມຍນ້ອງ ກໍ່ໄດ້ວາງແຜນຄອບຄົວ ເພື່ອໃຫ້ເມຍສຸມໃສ່ການແຂ່ງຂັນກິລາ. ເຮົາກໍ່ໄດ້ເສຍສະຫຼະຫຼາຍສິ່ງຫຼາຍຢ່າງ, ເປັນຜົວເມຍກັນ ແຕ່ໄລຍະເວລາຢູ່ນຳກັນກໍ່ໜ້ອຍທີ່ສຸດ ຍ້ອນຕ້ອງສະຫງວນເວລາ ເພື່ອຝຶກແອບໃນທິມຊາດ”.

       ໃນໄລຍະຝຶກແອບກິລາເພື່ອກ້າວໄປສູ່ກຽດສັກສີນັ້ນ, ຈາງ ກໍ່ເຄີຍຮັບບາດແຜບາງຄັ້ງ ໃນນັ້ນຖືກຂາດສາຍເອັນນ້ອຍ ເຊິ່ງຄິດວ່າຕ້ອງເຊົາຫຼິ້ນກິລາ. ດ່າວດ້າຍຮ໋າຍ ໃຫ້ຮູ້ອີກວ່າ:

      “ນ້ອງຕ້ອງເບິ່ງແຍງ ຈາງ  ນັບເປັນເດືອນໃນໂຮງໝໍ. ເມຍຂອງນ້ອງຮັບບາດເຈັບເມື່ອປີ 2019 ເວລານັ້ນຄິດວ່າຈະເຊົາຫຼິ້ນກິລາ ແຕ່ເນື່ອງຈາກໄດ້ຮັບການລະດົມກຳລັງໃຈຈາກຄູຝຶກ ດັ່ງນັ້ນ ຈາງ ໄດ້ກັບຄືນສູ່ຝຶກແອບນັບແຕ່ເດືອນ ສິງຫາ ປີ 2020 ໄລຍະຕໍ່ມາ ຈາງ ໄດ້ເຂົ້າຮ່ວມແຂ່ງຂັນໃນງານແຂ່ງຂັນຄັ້ງທຳອິດ ກໍ່ສາມາດຄວ້າໄດ້ຫຼຽນເງິນໃນງານແຂ່ງຂັນຊີງຊະນະເລີດລະດັບຊາດ,  ດັ່ງນັ້ນໄດ້ຮັບການຄັດເລືອກເຂົ້າທິມຊາດ ແລະ ເມຍຂອງນ້ອງກໍ່ຕັດສິນໃຈພະຍາຍາມກາຍເປັນສະມາຊິກໃນຄະນະນັກກິລາເຂົ້າຮ່ວມ ຊີເກມ ຄັ້ງນີ້”.

     ກ່ອນທີ່ຄວ້າໄດ້ຫຼຽນຄຳໃນ ຊີເກມ ຄັ້ງນີ້ ຈາງ ເຄີຍຄວ້າໄດ້ຫຼຽນທອງໃນງານແຂ່ງຂັນຊີງຊະນະເລີກກິລາປະເພດ Kurash 2022. ພ້ອມກັນນັ້ນ ໂຕທິຈາງ ຍັງເຂົ້າຮ່ວມການແຂ່ງຂັນມວຍ ຢູໂດ ເຊິ່ງແມ່ນກິລາປະເພດມີລັກສະນະຄ້າຍຄືກັນກັບ Kurash ແລະ ສາມາດຄວ້າໄດ້ຫຼຽນທອງໃນງານແຂ່ງຂັນກິລາຫາດຊາຍທະເລ ອາຊີ ປີ 2016.

ຕອບກັບ

ຂ່າວ/ບົດ​ອື່ນ